ຊາວກະສິກອນ ທີ່ຫົວພັນ ລົງທຶນລ້ຽງສັດ
2009.07.28
ປະຊາຊົນ ຊາວກະສິກອນ ເມືອງວຽງທອງ ແຂວງຫົວພັນ ໄດ້ຂຍາຍອາຊີບ ການລ້ຽງສັດຫລາຍຂື້ນ ຈຶ່ງພາກັນຈັດຕັ້ງ ກອງທຶນເພື່ອສົ່ງເສີມ ອາຊີບການລ້ຽງສັດ ໂດຍສະເພາະສັດໃຫຍ່ ເພື່ອປ້ອນຕລາດ ພາຍໃນແລະສົ່ງຂາຍ ໄປປະເທດເພື່ອນບ້ານ. ດັ່ງທ່ານ ລາດອນ ວົງລະສີ ຮອງເຈົ້າເມືອງ ເມືອງວຽງທອງ ແຂວງຫົວພັນ ໄດ້ອະທິບາຍວ່າ:
"ປະຊາຊົນ ໄດ້ຈັດຕັ້ງກຸ່ມ ກອງທຶນໄດ້ແລ້ວ ເພື່ອສເນີ ທາງເບື້ອງຣັຖ ຫລືວ່າໂຄງການ ທີ່ມີເພື່ອໃຫ້ ມີທຶນເຂົ້າມາ ຊ່ວຍສົມທົບກັບ ກອງທຶນຂອງບ້ານ."
ທ່ານລາດອນ ເວົ້າຕໍ່ໄປວ່າ ອາຊີບລ້ຽງສັດ ຂອງຊາວເຜົ່າ ເຂດເມືອງວຽງທອງ ເປັນອາຊີບ ທີ່ລ້າຫລັງ ບໍ່ມີຜູ້ຄົນສົນໃຈ ເຮັດໃຫ້ປະຊາຊົນ ຊາວເຜົ່າ ໂດຍສະເພາະ ໃນເຂດຫ່າງໄກ ສອກຫລີກ ມີຄວາມທຸກຍາກ ກວ່າປະຊາຊົນ ທີ່ຢູ່ໃນເຂດໂຕເມືອງ ດັ່ງນັ້ນ ທາງຫ້ອງການ ປົກຄອງເມືອງວຽງທອງ ຈຶ່ງພຍາຍາມ ທີ່ຈະແກ້ໄຂ ບັນຫາ ຄວາມທຸກຍາກດັ່ງກ່າວ ໂດຍການເລັ່ງສົ່ງເສີມ ໃຫ້ປະຊາຊົນ ຈັດຕັ້ງກອງທຶນ ການລ້ຽງສັດ ເພື່ອສົ່ງເສີມ ອາຊີບລ້ຽງສັດ ແລະຕ້ອງການໃຫ້ ພວກຂະເຈົ້າມີ ລາຍຮັບ ແລະ ຊີວິດການເປັນຢູ່ ທີ່ດີຂື້ນກວ່າເກົ່າ.
ເຖິງຢ່າງໃດກໍຕາມ ທ່ານ ລາດອນ ເວົ້າໃນຕອນທ້າຍວ່າ ເຖິງແມ່ນຈະມີ ການຈັດຕັ້ງກອງທຶນ ການລ້ຽງສັດ ແລ້ວກໍຕາມ ແຕ່ທຶນກໍຍັງ ຫາຍາກ ເພາະລາຍຮັບ ປະຊາຊົນ ແຕ່ລະຄອບຄົວ ບໍ່ຫລາຍ ແລະບໍ່ໝັ້ນຄົງ.
ດັ່ງນັ້ນ ທາງທະນາຄານ ສົ່ງເສີມກະສິກັມ ຈຶ່ງໄດ້ໃຫ້ຢືມເງິນ ເພື່ອການຜລິດ ແລະຍັງສເນີຕໍ່ ທາງຣັຖບານໃຫ້ ອອກທຶນ ສົມທົບອີກ.