ວຽດນາມ ຈະປູກຢາງພາຣາ ຢູ່ໃຕ້ ຂອງລາວ

ອົງການຂ່າວສານ ທາງການຂອງວຽດນາມ ຣາຍງານເມື່ອ ວັນທີ່ 27 ກໍຣະກະດາ ນີ້ວ່າບໍຣິສັດ Hoang Anh Gia Lai ຂອງວຽດນາມ ຈະລົງມືປູກ ຢາງພາຣາ ໃສ່ພື້ນທີ່ເຖິງ 10,000 ເຣັກຕາຣ໌ ຢູ່ແຂວງອັຕປື ໃນພາກໃຕ້ ຂອງລາວ ໃນໄວໆນີ້.
ອາວະຣີ
2009.07.27

ຣັຖບານລາວ ໃຫ້ບໍຣິສັດ ຂອງວຽດນາມ ເຊົ່າທີ່ດິນຈຳນວນ ດັ່ງກ່າວເພື່ອແລກປ່ຽນ ກັບການສ້າງຫໍພັກ ນັກກິລາ ທີ່ມີມູນຄ່າ ປະມານ 10ລ້ານດອນລ້າ ສະຫະຣັຖ ຊຶ່ງປັດຈຸບັນ ວຽດນາມ ກຳລັງສ້າງຢູ່ ແລະຄົງຈະສຳເຣັດ ກ່ອນງານມະຫາກັມ ກິລາຊີເກມ ຢູ່ລາວ ຢ່າງແນ່ນອນ.

ອົງການຂ່າວສານ ທາງການຂອງວຽດນາມ ແຈ້ງອີກວ່າ ຣັຖບານລາວ ມີໂຄງການຈະໃຫ້ ຕ່າງປະເທດ ເຊົ່າທີ່ດິນ ປູກຢາງພາຣາ ທັງໝົດໃນທົ່ວ ປະເທດເຖິງ 3 ແສນເຮັກຕາຣ໌. ຈີນຮັບເໝົາລົງທຶນ ປູກຢາງພາຣາ ຢູ່ພາກເໜືອ: ເຊັ່ນຢູ່ແຂວງ ຫລວງນ້ຳທາ ອຸດົມໄຊແລະ ບໍ່ແກ້ວ ວຽດນາມ ປູກຢູ່ພາກໃຕ້ ເຊັ່ນຢູ່ແຂວງ ຈຳປາສັກ ສາຣະວັນ ແລະອັຕປື. ສ່ວນຢູ່ພາກກາງ ທາງການລາວກໍ ກຳລັງຂຍາຍ ການປູກ ຢາງພາຣາ ຢູ່ແຂວງ ບໍຣິຄຳໄຊ ຄຳມ່ວນແລະ ສວັນນະເຂດ.

ການປູກຢາງພາຣາ ຢູ່ພາກໃຕ້ກວ້າງ ກວ່າທຸກໆແຫ່ງ ຄືກວ້າງເຖິງ 40ສ່ວນຮ້ອຍ ການພື້ນທີ່ປູກ ຢາງພາຣາ ທັງໝົດໃນທົ່ວ ປະເທດລາວ. ບໍຣິສັດ Hoang Anh Gia Lai ຂອງວຽດນາມ ຍັງມີແຜນ ຈະສ້າງໂຮງງານ ຢາງພາຣາ ຢູ່ໃນພື້ນທີ່ ທີ່ແຂວງອັຕປື ນັ້ນນຳ. ນອກຈາກບໍຣິສັດ Hoang Anh Gia Lai ບໍຣິສັດ ຂອງ ວຽດນາມ ອີກສອງບໍຣິສັດ ກໍກຳລັງຂຍາຍ ການປູກ ຢາງພາຣາ ຢູ່ພາກໃຕ້ ຂອງລາວ ເປັນຢູ່ແຂວງ ຈຳປາສັກ ສາຣະວັນ ແລະເຊກອງ. ເມື່ອບໍ່ດົນຜ່ານມາ ນັກວິທຍາສາດ ຈາກສິງກະໂປ ຈີນແລະ ສະຫະຣັຖ ໄດ້ອອກປະກາດ ເຕືອນປະເທດ ໃນເອເຊັຍຕາເວັນ ອອກສ່ຽງໃຕ້ວ່າ ການປູກ ຢາງພາຣາ ຈະທຳຣາຍສະພາບ ແວດລ້ອມ ປ່າໄມ້ຕົ້ນໄມ້ ສັດປ່າແລະເຮັດໃຫ້ ດິນເສັຍ ຄຸນນະພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.