ໂຄງການ ສ້າງເຂື່ອນນ້ຳເທີນ2 ປ່ອຍປະ ຊາວບ້ານ

ປະຊາຊົນ ທີ່ຖືກໂຍກຍ້າຍ ຈາກໂຄງກາຣ ສ້າງເຂື່ອນນ້ຳເທີນ2 ຍັງບໍ່ທັນໄດ້ຮັບ ກາຣຊ່ວຍເຫລືອ ຈາກຣັຖບາລ.
ຫວາດ ສີມູນ
2009.07.27

ເຈົ້າໜ້າທີ່ຈາກ ໂຄງກາຣແມ່ນ້ຳ ເພື່ອຊີວີຕຫລື SEARIN ໄດ້ເປີດເຜີຽຫລັງຈາກ ໄດ້ຮ່ວມກັບອົງກາຣ ແມ່ນ້ຳສາກົລຫລື IR ລົງສຳຣວຈຕາເຂຕ ຈັດສັນໃໝ່ແລະ ພົບວ່າປະຊາຊົນ ທີ່ຖືກໂຍກຍ້າຍ ໄປນັ້ນຍັງຂາດແຄນ ດ້ານອາຫາຣກາຣກິນ ຕລອດນ້ຳທີ່ສະອາດ ເພາະທາງບໍຣິສັທ ທີ່ມີໜ້າທີ່ ຮັບຜິດຊອບນັ້ນ ຍັງບໍ່ສາມາດ ປະຕິບັຕໄດ້ ເທົ່າທີ່ຄວນ ດັ່ງເຈົ້າໜ້າທີ່ຈາກ ໂຄງກາຣ SEARIN ທ່ານໜື່ງ ໄດ້ກ່າວວ່າ:

“ໃນເວລາທີ່ ເຂົາເຈົ້າຍ້າຍມາ ໃໝ່ນັ້ນ ກໍບໍ່ສາມາດ ທີ່ຈະທຳມາຫາກິນ ໄດ້ເຕັມ100% ແລະຕາມສັນຍາ ກ່ອນທີ່ວ່າຈະມີ ກາຣໂຍກຍ້າຍມານັ້ນ ກໍວ່າທາງກາຣ ກ່ຽວຂ້ອງຈະໃຫ້ ຄວາມຊ່ວຍເຫລືອທັ້ງ ນ້ຳທີ່ສະອາດ ແລະເຂົ້າ ແຕ່ແລ້ວບາງໝູ່ບ້ານ ກໍບໍ່ໄດ້ຮັບຕາມ ທີ່ມີກາຣຕົກລົງກັນ ໃນເມື່ອກ່ອນນັ້ນ ແຕ່ຢ່າງໃດ.”

ເຈົ້າໜ້າທີ່ທ່ານນີ້ ໄດ້ແຈ້ງເພີ່ມວ່າ ໃນຈຳນວນ 4-5ໝູ່ບ້ານທີ່ ຖືກຍ້າຍໄປນັ້ນ ກໍຮວມທັງບ້ານ ສົບມ້າງ ສົບເຄີ້ຽ ແລະນາກາຍໃຕ້ ທີ່ເຂົາເຈົ້າບໍ່ພໍໃຈ ເພາະບໍ່ໄດ້ຮັບ ກາຣຊ່ວຍເຫລືອ ທາງອາຫາຣກາຣກິນ ແລະ ນ້ຳທີ່ສະອາດ ດັ່ງທີ່ທາງ ຣັຖບາລໄດ້ ໃຫ້ກາຣຢືນຢັນ ໄວ້ລ່ວງໜ້າແລ້ວນັ້ນ ແຕ່ຢ່າງໃດ ແລະອີກຢ່າງໜື່ງ ກາຣທີ່ໄດ້ ຈັດພື້ນທີ່ດີນ ໃຫ້ກວ່າເຄີ່ງຫລື 0.66ເຮັກຕ໊າຣ໌ ໃຫ້ແຕ່ລະຄອບຄົວ ນັ້ນຖືວ່າເປັນ ພື້ນທີ່ໆນ້ອຍ ສຳຫລັບກາຣ ທຳມາຫາກິນ ລ້ຽງຄອບຄົວແລະ ເປັນຫ່ວງທີ່ວ່າ ອາຈບໍ່ສາມາດ ພັທນາຊີວີຕ ໃຫ້ມີຄຸນນະພາບ ດີຂື້ນແຕ່ ປະກາຣໃດ.

ແລະນອກຈາກນັ້ນ ກໍເປັນຫ່ວງນຳ ບັນຫາທາງດ້ານ ຄຸນນະພາບຂອງນ້ຳ ທີ່ເກີດເປັນນ້ຳເນົ່າ ນ້ຳເສັຽເໝືອນດັ່ງທີ່ ເກີດຂື້ນໃນເຂຕ ນ້ຳງື່ມນັ້ນ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ໄດ້ກ່າວຢ້ຳອີກວ່າ:

“ປັຈຈຸບັນນີ້ ກໍຍັງບໍ່ທັນ ມີບັນຫາເທື່ອ ແຕ່ປະຊາຊົນ ມີຄວາມເປັນຫ່ວງ ເພາະຢ້ານວ່າ ແມ່ນ້ຳເທີນຈ ະໄດ້ຮັບ ຜົລກະທົບ ເຮັດໃຫ້ເກີດມີ ນ້ຳເສັຽແລະ ເນົ່າເໝັນດັ່ງທີ່ ເກີດຂື້ນໃນນ້ຳງື່ມ ທີ່ຜ່ານມານັ້ນ.”

ຢ່າງໃດກໍຕາມ ເຂື່ອນນ້ຳເທີນ2 ເປັນເຂື່ອນຜລິຕໄຟຟ້າ ທີ່ໃຫຍ່ທີ່ສຸດ ໃນເມືອງລາວ ທີ່ສາມາດຜລິຕ ກະແສໄຟຟ້າ ໄດ້ເຖີງ 1070ເມກກະວັຕ ແລະໃນຂນະດຽວ ກັນກໍຕ້ອງໄດ້ ໂຍກຍ້າຍ ປະຊາຊົນກວ່າ 7,200 ຄົນໄປຢູ່ເຂຕ ຈັດສັນບ່ອນໃໝ່ ນັ້ນນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.