ນັກເຄື່ອນໄຫວ ເພື່ອເສຣີ ຖືກເນຣະເທດ ຈາກວຽດນາມ

ນັກເຄື່ອນໄຫວເພື່ອ ປະຊາທິປະໄຕ ຜູ້ນຶ່ງທີ່ເປັນ ເຊື້ອສາຍວຽດນາມ ແຕ່ເປັນສັນຊາດ ອະເມຣິກັນ ນັກນິຍົມ ປະຊາທິປະໄຕ ຜູ້ນີ້ ມີຊື່ວ່າ ທ້າວ Vo Tan Huan ອາຍຸ 25 ປີ ຖືກເນຣະເທດອອກຈາກນະຄອນ ໂຮຈິ່ມິ່ນ ເມື່ອວັນສຸກທີ່ ຜ່ານມາ.
ອາວະຣີ
2009.07.27

ໜັງສືພິມແຮງງານ ຂອງວຽດນາມແຈ້ງວ່າ ທ້າວ Vo Tan Huan ຖືກເນຣະເທດ ຢູ່ສນາມບິນ ຣະຫວ່າງຊາດທີ່ ນະຄອນໂຮຈິ່ມິ່ນ ໂດຍທີ່ເຈົ້າໜ້າທີ່ ສະຖານທູດ ສະຫະຣັຖ ປະຈຳວຽດນາມ ກໍໄດ້ໄປສັງເກດ ການເບິ່ງ. ເຈົ້າໜ້າທີ່ຕຳຣວດ ວຽດນາມ ແຈ້ງວ່າ ນັກເຄື່ອນໄຫວເພື່ອ ປະຊາທິປະໄຕ ຜູ້ນີ້ຖືກຈັບ ໃນເວລາເດີນ ທາງມາ ເຖິງວຽດນາມເມື່ອ ວັນທີ່ 16 ກໍຣະກະດາ ນີ້.

ເຈົ້າໜ້າທີ່ຕຳຣວດ ສນາມບິນ ວຽດນາມຈັບ ທ້າວຮ່ວນ ທັນທີ່ ຫລັງຈາກກວດພົບ ເອກສານຕໍ່ຕ້ານ ຣັຖບານວຽດນາມ. ເຈົ້າໜ້າທີ່ຕຳຣວດ ວຽດນາມ ແຈ້ງອີກວ່າທ້າວ Vo Tan Huan ຖືກສົ່ງມາວຽດນາມ ໃນນາມເປັນຜູ້ ຕາງໜ້າຂອງພັກ ປະຊາທິປະໄຕ ວຽດນາມ ຊຶ່ງເປັນອົງການ ຈັດຕັ້ງການເມືອງ ນຶ່ງຂອງຊາວ ວຽດນາມ ຢູ່ ສະຫະຣັຖ ອະເມຣິກາ.

ທາງການວຽດນາມ ຖືວ່າອົງການ ດັ່ງກ່າວ ເປັນອົງການທີ່ ມີຈຸດປະສົງ ເພື່ອຄົ້ນລົ້ມຣັຖບານ ສັງຄົມນິຍົມ ວຽດນາມ ແລະທ້າວ Vo Tan Huan ມາວຽດນາມ ເທື່ອນີ້ ກໍເພື່ອຕິດຕາມ ເບິ່ງການຈັບກຸມ ຊາວວຽດນາມ ທີ່ເຄື່ອນໄຫວເພື່ອ ປະຊາທິປະໄຕ ຢູ່ວຽດນາມ. ໃນຕອນທ້າຍ ເຈົ້າໜ້າທີ່ ຕຳຣວດ ແຈ້ງອີກວ່າທ້າວ Huan ຖືກຈັບ ແລະຖືກຕູ່ຫາ ຄະດີ ຫວັງໂຄ່ນລົ້ມ ຣັຖບານ ຄອມມຸຍນິສ ວຽດນາມ.

ໃນຣະຍະ ເດືອນສອງເດືອນ ທີ່ຜ່ານມາ ທາງການວຽດນາມ ໄດ້ຈັບກຸມພວກ ຂັດຄ້ານຣັຖບານ ຫລາຍໆຄົນເຊັ່ນ ໄດ້ຈັບທ່ານ Le Cong Minh ຊຶ່ງເປັນທະນາຍຄວາມ ຕໍ່ສູ້ ເພື່ອສິດທິມະນຸດ ໃນວຽດນາມ.

ວຽດນາມເປັນປະເທດ ຄອມມຸຍນິສ ບໍ່ຍອມໃຫ້ມີ ການຂັດຄ້ານ ຫລືຕໍ່ຕ້ານ ຣັຖບານ ຢ່າງເດັດຂາດ. ອົງການແລະຣັຖບານ ຕ່າງປະເທດ ເຊັ່ນອົງການ ສິດທິມະນຸດ ແລະຣັຖບານ ສະຫະຣັຖ ຕິຕຽນການຈັບກຸມ ພວກນິຍົມ ປະຊາທິປະໄຕ ຂອງການວຽດນາມ ຢູ່ເລື້ອຍໆ ແຕ່ວຽດນາມ ເວົ້າວ່າຕົນຈັບພວກ ທີ່ຣະເມີດ ກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.