ມົ້ງລາວ ບ້ານຫ້ວຍນໍ້າຂາວ ໄດ້ຮັບການຊ່ວຍເຫລືອ

ອົງການ COERR ເຂົ້າປະຕິບັດງານ ໃຫ້ການຊ່ວຍເຫລືອ ແກ່ຊາວມົ້ງລາວ ໃນສູນບ້ານຫ້ວຍນໍ້າຂາວ ແທນອົງການແພດ ບໍ່ມີພົມແດນ ຢ່າງເປັນທາງການ.
ມະນີຈັນ
2009.07.27

ອົງການ COERR ຫລືສໍານັກງານ ກາໂຕລິກເພື່ອ ການບັນເທົາທຸກ ສຸກເສີນແລະຜູ້ອົບຍົບ ໂດຍມີຄນະແພດ ແລະເຈົ້າໜ້າທີ່ ຫລາຍກວ່າ10ຄົນ ເລີ່ມເຂົ້າປະຕິບັດ ງານໃຫ້ການ ຊ່ວຍເຫລືອ ປີ່ນປົວສຸຂພາບ ແຈກຢາຍອາຫານ ແກ່ຊາວມົ້ງລາວ ທີ່ສູນຫ້ວຍນໍ້າຂາວ 2ເທື່ອຕໍ່ອາທິດ ແຕ່ເດືອນ ມິຖຸນາ ປີ2009.

ຫລ້າສຸດເມື່ອຕົ້ນເດືອນ ກໍຣະກະດາ ກໍໄດ້ເກີດບັນຫາ ຣະຫວ່າງອົງການ COERR ແລະພນັກງານ ທີ່ເປັນຄົນມົ້ງ ຊຶ່ງອົງການ COERR ພຍາຍາມເອົາ ພນັກງານມົ້ງ ຈໍານວນນຶ່ງອອກ ເພື່ອເອົາຄົນຂອງຕົນ ເຂົ້າມາແທນທີ່ ຈົນທະຫານຕ້ອງ ເຂົ້າຊ່ວຍເວົ້າຈາ ເພື່ອໃຫ້ມີການ ເຮັດວຽກໄປໃນ ທິດທາງດຽວກັນ ແລະໃນທີ່ສຸດ ພນັກງານ ທີ່ສ່ວນໃຫຍ່ເປັນ ຊາວມົ້ງ ນັ້ນຍັງເຮັດວຽກ ຕໍ່ໃນພື້ນທີ່ນັ້ນໄດ້ ເປັນປົກຕິ. ສ່ວນການປະຕິບັດ ພາຣະກິດຂອງ ອົງການ COERR ທີ່ສູນບ້ານ ຫ້ວຍນໍ້າຂາວນັ້ນ ຊາວມົ້ງລາວ ກໍເຫັນວ່າການ ຊ່ວຍເຫລືອເປັນໄປດ້ວຍດີ:

"COERR ອົງກອນນີ້ມີ ແຕ່ມາແຈກເຂົ້າ ມາແຈກເກືອ ແລ້ວໝໍນີ້ມີ ຫລາຍຄົນ ປະມານ20ຄົນ ມີຜູ້ຍີງຜູ້ຊາຍ ມີມົ້ງ ມາທຸກມື້ຕັ້ງແຕ່ 8:30ຫາ16:00 ກັບຄືນມາ ຮັກສາເດັກນ້ອຍ ມາຮັກສາພາໄປ ເກີດລູກ."

ອົງການ COERR ເຂົ້າໃຫ້ການຊ່ວຍເຫລືອ ແກ່ຊາວມົ້ງລາວ ໃນສູນ ບ້ານຫ້ວຍນໍ້າຂາວ ແຂວງເພັສບູນ ຂອງໄທ ພາຍຫລັງອົງການ ແພດບໍ່ມີພົມແດນ ຖອນຕົວ ອອກຈາກສູນນັ້ນໄປ ເມື່ອເດືອນພຶສພາ ຜ່ານມາແລະຈະ ປະຕິບັດງານ ໄປຈົນກວ່າຈະໄດ້ ຮັບຄໍາສັ່ງປ່ຽນແປງ ຈາກທາງການໄທ.

ມົ້ງລາວຈໍານວນ ຫລາຍກວ່າ4ພັນຄົນ ໃນຂນະນີ້ ອັຕຣາເກີດລູກ ສະເລັ່ຽແລ້ວເດືອນລະ 30ຄົນ. ສ່ວນໂຣກທີ່ພົບ ເປັນປະຈໍານັ້ນ ກໍມີ ໂຣກຜິວໜັງ ປອດ ໄຂ້ຫວັດ ຖອກທ້ອງແລະ ຂາດສານອາຫານ. ສໍາລັບ ອົງການ ແພດບໍ່ມີພົມແດນ ທີ່ໄດ້ປະກາດ ຖອນຕົວຈາກການ ປະຕິບັດງານ ໃຫ້ການຊ່ວຍເຫລືອ ດ້ານມະນຸສທັມ ໃນສູນ ມົ້ງລາວ ບ້ານຫ້ວຍນໍ້າຂາວ ເມື່ອເດືອນພຶສພາ ຜ່ານມາ ຍ້ອນບໍ່ໄດ້ ຮັບການຮ່ວມມື ຈາກທາງຝ່າຍ ທະຫານ ເທົ່າທີ່ຄວນນັ້ນ ຍັງບໍ່ມີແຜນການ ປະຕິບັດງານ ໃໝ່ໃດໆເທື່ອ ມາຮອດມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.