ໄຂ້ຫວັດໝູ ໃນລາວ ເພີ້ມເປັນ 109 ຄົນ
2009.07.27

ຫລັງຈາກມີການ ເສັຽຊີວິດໄປ1ຄົນ ທາງການລາວໄດ້ເພີ້ມ ການໂຄສະນາ ໃຫ້ປະຊາຊົນ ໄດ້ເຂົ້າໃຈຫລາຍຂຶ້ນ ຕາມຄໍາເວົ້າຂອງ ດຣ. ບູນຫລາຍ ພົມມະສັກ ຫົວໜ້າຫ້ອງການ ປະສານງານ ຄວບຄຸມພຍາດ ຕິດຕໍ່ແຫ່ງຊາດ ຂອງລາວ:
"ສະຖານະການ ກໍມີຄົນໄຂ້ ມາເລື້ອຍຢູ່ ສະເລັ່ຽແລ້ວ ກໍວັນລະ2-3ຄົນ ນີ້ແຫລະຕົວເລກ ກໍມາຮອດມື້ນີ້ ວັນທີ27 ຕົວເລກສະສົມ ກໍແມ່ນ109 ກໍຣະນີ ຕາຍ1ຄົນ."
ໃນຈໍານວນ109 ກໍຣະນີ ນັ້ນມີຜູ້ປົວ ເຊົາແລ້ວເປັນສ່ວນໃຫຍ່ ເຫລືອຜູ້ທີ່ຍັງປົວ ຢູ່ໂຮງໝໍມິຕພາບ ໃນນະຄອນຫລວງ ວຽງຈັນ 6ຄົນ. ຄົນເຈັບສ່ວນໃຫຍ່ ອາຍຸ ຣະຫວ່າງ 25ຫາ30ປີ ຕິດເຊື້ອຈາກຜູ້ ທີ່ເດີນທາງມາຈາກ ຕ່າງປະເທດ ໄປຕິດໃສ່ຄົນ ໃນຄອບຄົວ. ນອກຈາກນັ້ນພົບວ່າ ຄົນເຈັບ12ກໍຣະນີ ຍັງບໍ່ຊາບ ສາເຫດ ເພາະຄົນເຈັບນັ້ນ ບໍ່ມີປະຫວັດວ່າ ອາດຕິດເຊື້ອ ມາຈາກທີ່ໃດເລີຍ.
ດຣ. ບູນຫລາຍ ກ່າວຕໍ່ໄປວ່າ ບັນຫາທີ່ຍາກ ທີ່ສຸດໃນການ ຄວບຄຸມ ການຣະບາດຂອງ ເຊື້ອໂຣກນັ້ນວ່າ ແມ່ນຄວາມຮັບຮູ້ ຄວາມເຂົ້າໃຈ ຂອງປະຊາຊົນ:
"ຍາກທີ່ສຸດກໍຄື ການປະກອບສ່ວນ ຂອງແຕ່ລະຄົນ ນັ້ນມັນເຂົ້າໃຈ ບໍ່ຄືກັນ ຕົວຢ່າງເຮົາບອກ ໃຫ້ຢູ່ບໍ່ໃຫ້ ໄປໃສເທື່ອ ບາງເທື່ອຂະເຈົ້າ ກໍວ່າຍັງ ແຂງແຮງຢູ່ ໄປນັ້ນໄປນີ້ ກໍໄດ້ອັນນີ້ ກໍຕ້ອງໂຄສະນາ ໃຫ້ມັນຫລາຍເພື່ອ ໃຫ້ເຂົາເຂົ້າໃຈ ເຖິງຄວາມສໍາຄັນ."
ພ້ອມດຽວກັນ ດຣ. ບູນຫລາຍ ກໍກ່າວໃຫ້ຄໍາ ຄິດເຫັນວ່າການ ແຜ່ຣະບາດຂອງ ເຊື້ອໄຂ້ຫວັດໝູ ສາຍພັນA H1N1 ໃນລາວ ເຖິງແມ່ນວ່າຈໍານວນ ຄົນຕິດເຊື້ອ ແລະເສັຽຊີວິດ ຈະບໍ່ຫລາຍເທົ່າກັບ ປະເທດເພື່ອນບ້ານ ແຕ່ກໍນັບວ່າ ມີຄວາມສ່ຽງທີ່ ຈະຣະບາດ ຮ້າຍແຮງໄດ້ ເຊັ່ນດຽວກັນ.