ຈີນ ຊອກຂຸດຄຳ ຢູ່ລາວ ກຳພູຊາ-ຊະວິສແລນ ປຸກໂຮງແຮມ
2009.07.28
ໂຄງການລົງທຶນ ຂອງຕ່າງປະເທດ ຢູ່ລາວ ທີ່ຈະມີເພີ່ມຂື້ນ ໃນໄວໆນີ້ແມ່ນ ໂຄງການ ຈູຣີແອນນາຣີສອດ ຂອງກຳພູຊາ ໂຄງການສ້າງ ໂຮງແຮມ ຂອງບໍຣິສັດ ຊະວິສເຊິແລນ ແລະໄທ ແລະໂຄງການ ສຳຣວດບໍ່ຄຳ ຂອງຈີນ. ຕາມການເປີດເຜີຍ ຂອງຜະແໜກການຄ້າ ແລະການລົງທຶນ ແຂວງຫລວງພຣະບາງ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຜະແໜກການຄ້າ ແລະການລົງທຶນ ແຂວງຫລວງພຣະບາງ ກ່າວວ່າ:
"ຊ່ວງນີ້ມັນກໍມີ ຢູ່ສອງສາມ ລາຍການໃຫຍ່ໆ ເປັນຕົ້ນແມ່ນໂຮງແຮມ ຈູຣີແອນນາຣີສອດ ກຳປູເຈັຍ ອີກຕົວນຶ່ງກໍຈະ ເປັນບໍຣິສັດ LPM ກໍເວົ້າເລື່ອງໂຮງແຮມ ຣີສອດນີ້ຫລະ ເປັນຂອງຊະວິສ ແລ້ວກໍມີປົນໄປ ດ້ວຍຄົນໄທ ນອກຈາກນີ້ກໍຈະມີ ບໍຣິສັດ ທຽນຈີນຮົ່ວຂານ ເວົ້າເລື່ອງການຊອກ ຄົ້ນສຳຣວດ ປະເພດບໍ່ຄຳ."
ທ່ານເວົ້າຕື່ມວ່າ ໂຄງການ ຈູຣີແອນນາຣີສອດ ຂໍສັມປະທານ ເນື້ອທີ່ດິນຈຳນວນ 20ເຮັກຕາ ສ່ວນໂຄງການຂອງ ບໍຣິສັດ LPM ຊື່ງເປັນບໍຣິສັດ ໂຮງແຮມຣີສອດ ແມ່ນປະມານ 7ເຮັກຕາ ເປັນພື້ນທີ່ ໃນເຂດຊານເມືອງ ຫລວງພຣະບາງ. ໃນຂນະນີ້ ທັງສອງໂຄງການ ຢູ່ໃນຣະຫວ່າງ ການເວນຄືນທີ່ດິນ ແລະການຈ່າຍຄ່າ ຊົດເຊີຍ ໃຫ້ປະຊາຊົນ. ສ່ວນໂຄງການ ສຳຣວດບໍ່ຄຳ ຂອງຈີນນັ້ນ ກໍໄດ້ມີການເຊັນ ບົດບັນທຶກ ຄວາມເຂົ້າໃຈ MOU ກັນຮຽບຮ້ອຍແລ້ວ ແລະກຳລັງຕຽມການ ສຳຣວດໃນເຂດ ເມືອງປາກອູ.
ເມື່ອເວົ້າເຖິງຂໍ້ຂັດແຍ້ງ ໃນເລື້ອງນີ້ທ່ານວ່າ ບັນຫາສ່ວນໃຫຍ່ ທີ່ເກີດຂື້ນຈາກ ໂຄງການຕ່າງໆນັ້ນ ຄືບັນຫາກ່ຽວກັບ ພື້ນທີ່ ຂອງປະຊາຊົນ ເນື່ອງຈາກວ່າ ນັກລົງທຶນ ຕ້ອງການທີ່ດິນ ໃນເຂດເທສບານ ສ່ວນພື້ນທີ່ຂອງຣັດ ນັ້ນສ່ວນໃຫຍ່ຈະຢູ່ ເຂດພູດອຍຫ່າງໄກ ດັ່ງນັ້ນຈຶ່ງຕ້ອງ ໄດ້ມີການ ຈັດສັນພື້ນທີ່ ສຳລັບການລົງທຶນ ຢູ່ເມືອງ ຫລວງພຣະບາງໃຫມ່ ຊື່ງປັດຈຸບັນນີ້ ຍັງເຫລືອພື້ນທີ່ ພຽງເລັກນ້ອຍເທົ່ານັ້ນ ດັ່ງເຈົ້າໜ້າທີ່ ຜະແໜກການຄ້າ ແລະການລົງທຶນ ກ່າວວ່າ:
"ຖ້າເປັນທີ່ຮາບພຽງ ນີ້ຈະບໍ່ມີຫລາຍ ແຕ່ວ່າກໍພໍມີ ຢູ່ເຂດທີ່ພວກເຮົາ ອະນຸມັດໃຫ້ໄດ້ ຈະເປັນຢູ່ເຂດ ນ້ຳຖ້ວມ ຖ້າຕ້ອງການເປັນ ໂຮງງານ ອຸດສາຫະກັມ ນີ້ພໍໄດ້."
ພ້ອມກັນນັ້ນ ທ່ານກໍວ່າ ໂຄງການລົງທຶນ ຕ່າງໆເຫລົ່ານີ້ ອາຈກໍ່ໃຫ້ເກີດ ທັງຜົນດີແລະຜົນເສັຍ ແກ່ເມືອງ ຫລວງພຣະບາງ ເປັນຕົ້ນວ່າຜົນດີ ຄືການ ເພິ່ມວຽກເຮັດ ງານທຳ ໃຫ້ປະຊາຊົນ ເພິ່ມລາຍໄດ້ໃຫ້ ປະຊາຊົນແລະຣັດ. ສ່ວນຜົນເສັຍ ແມ່ນຜົນກະທົບ ອັນບໍ່ດີຕໍ່ສັງຄົມ ການຍົກຍ້າຍ ທີ່ຢູ່ບ້ານເຮືອນ ຂອງປະຊາຊົນ.