ສະຫະຣັຖ ລົງນາມ ໃນສົນທິສັນຍາກັບ ASEAN

ຫລັງຈາກທີ່ ຣັຖມົນຕຣີການ ຕ່າງປະເທດ ສະຫະຣັຖ Hilary Clinton ໄດ້ລົງນາມ ໃນສົນທິສັນຍາ ສະບັບສຳຄັນກັບ ASEAN ແລ້ວນັ້ນ ກໍເປັນສັນຍານ ສະແດງອອກວ່າ ສາຫະຣັຖ ໄດ້ມີທ່າທີໃໝ່ ກ່ຽວກັບຂົງເຂດ ດັ່ງກ່າວ ດັ່ງວຽງໄຊ ຈະສເນີ ຣາຍຣະອຽດ ໃນອັນດັບຕໍ່ໄປ:
ວຽງໄຊ
2009.07.24

“The US is back in Southeast Asia” ຄຳປະກາດ ທີ່ດັງກ້ອງໄປ ທົ່ວໂລກວ່າ ສາຫະຣັຖ ໄດ້ກັບມາມີ ບົດບາດໃນເອເຊັຍ ຕາເວັນອອກສ່ຽງໃຕ້ ນັ້ນເປັນ ການສະແດງ ໃຫ້ເຫັນວ່າ ສະຫະຣັຖ ມີຂໍ້ຜູກມັດ ທີ່ໜັກແໜ້ນ ກັບຂົງເຂດເອເຊັຍ ຕາເວັນອອກສ່ຽງໃຕ້ ຫລາຍຂຶ້ນ ຫລັງຈາກທີ່ບໍ່ໄດ້ ເອົາຫົວໃສ່ໃຈຊາ ມາດົນນານ ແລ້ວ.

ການທີ່ສະຫະຣັຖ ໄດ້ລົງນາມໃນ ສົນທິສັນຍາ ໄມຕຣີແລະ ການຮ່ວມມື ຫລືທີ່ມີຊື່ເປັນ ອັກສອນຫຍໍ້ ພາສາອັງກິດວ່າ TAC ອາຈມີຜົນສະທ້ອນ ຢ່າງເລິກເຊິ່ງ ຕໍ່ອະນາຄົດ ຂອງເອເຊັຍຕາເວັນ ອອກສ່ຽງໃຕ້ ແລະຂອງຂົງເຂດ Asia-Pacific ໂດຍທົ່ວໄປ.

“The Treaty seals our commitment to work in partnership with the nations of ASEAN to advance the interests and values we share”  Madame Clinton ເວົ້າຢໍ້າວ່າ ສົນທິສັນຍາ ສະບັບນີ້ເປັນ ຫລັກຖານຜູກມັດ ວ່າສະຫະຣັຖ ຈະຮ່ວມມືກັບ ບັນດາປະເທດ ສະມາຊິກຂອງ ASEAN ເພື່ອສົ່ງເສີມຜົນ ປະໂຫຍດແລະຄ່າ ນິຍົມຂອງ ກັນແລະກັນ.

TAC ເປັນສົນທິສັນຍາ ສັນຕິພາບ ທີ່ບັນດາ ປະເທດກໍ່ຕັ້ງ ASEAN ໄດ້ລົງນາມຮັບເອົາ ເມື່ອປີ 1976 ຊຶ່ງມີເປົ້າໝາຍ ເພື່ອສົ່ງເສີມ ເສຣີພາບ ໃນຂົງເຂດ ແລະ ໄດ້ຖືກດັດແປງ ໃນວັນທີ່15 ທັນວາ ປີ1987 ເພື່ອເປີດປະຕູ ໃຫ້ປະເທດອື່ນໆ ທີ່ບໍ່ຢູ່ໃນຂົງເຂດ ເຂົ້າເປັນພາຄີໄດ້.

ຫລັກການສຳຄັນ ຕົ້ນຕໍ ທີ່ບົ່ງໄວ້ໃນ ສົນທິສັນຍາ TAC ຄື:

- ການເຄົາຣົບ ອາທິປະໄຕ ຄວາມສເມີພາບ ແລະບູຣະນະພາບ ແຫ່ງດິນແດນ.

- ການບໍ່ແຊກແຊງ ກິຈການພາຍໃນ ຂອງກັນແລະກັນ.

- ການແກ້ໄຂບັນຫາ ໂດຍສັນຕິວິທີ.

- ການບໍ່ໃຊ້ ຫລືຂູ່ວ່າຈະ ໃຊ້ກຳລັງ.

- ການສົງເສີມ ຄວາມຮ່ວມມືຣະຫວ່າງກັນ.

- ຮ່ວມທັງມາຕການ ກ່ຽວກັບແນວທາງ ຍຸຕິຂໍ້ພິພາດ ໂດຍສັນຕິວິທີ.

ການທີ່ປະເທດ ທີ່ບໍ່ແມ່ນ ສະມາຊິກຂອງ ASEAN ລົງນາມ ໃນສົນທິສັນຍາ ດັ່ງກ່າວຖືວ່າ ເປັນການສະແດງອອກ ເຖິງຂໍ້ຜູກມັດ ຂອງປະເທດນັ້ນໆ ຕໍ່ເອເຊັຍ ຕາເວັນອອກສ່ຽງໃຕ້ ແລະ ເປັນການເນັ້ນໜັກ ເຖິງການທີ່ ASEAN ມຸ້ງໄປສູ່ການພົວພັນ ແບບຫລາຍຝ່າຍ.

ນັກວີເຄາະເຫັນວ່າ ການທີ່ສະຫະຣັຖ ປ່ອຍປະລະເລີຍ ແລະບໍ່ຄ່ອຍສົນໃຈ ນຳເອເຊັຍ ຕາເວັນອອກສ່ຽງໃຕ້ ມາຫລາຍປີ ກໍ່ເພາະວ່າ ຣັຖບານຂອງທ່ານ George W. Bush ຈົດຈໍໃສ່ແຕ່ບັນຫາ Iraq ແລະ Afghanistan ເທົ່ານັ້ນ ຊຶ່ງຈະເຫັນໄດ້ ຈາກການທີ່ Dr. Condoleeza Rice ຣັຖມົນຕຣີການ ຕ່າງປະເທດ ຂອງຣັຖບານ ປະທານາທິບໍດີ Bush ບໍ່ໄດ້ໄປຮ່ວມ ກອງປະຊຸມເວທີ ປະຈຳຂົງເຂດ ASEAN ຫລື ARF ອັນເປັນເວທີ ຄວາມໝັ້ນຄົງ ທີ່ໃຫຍ່ທີ່ສຸດ ໃນເອເຊັຍ ຮອດ2ເທື່ອ ໃນລະຍະເວລາ 3ປີ (ຊຶ່ງ madame Clinton ເຂົ້າຮ່ວມໃນມື້ ວັນພະຫັດ) ເຊັ່ນດຽວກັບ ກອງປະຊຸມສຳຄັນໆ ຂອງ ASEAN ອີກຫລາຍເທື່ອ.

ມາບັດນີ້ປາກົດວ່າ ຣັຖບານຂອງທ່ານ Barack Obama ໄດ້ເລີ້ມປ່ຽນ ນະໂຍບາຍ ກ່ຽວກັບຂົງເຂດ ຊຶ່ງມີຄວາມສຳຄັນ ທາງຍຸທສາດ ຢ່າງໃຫຍ່ຫລວງ ແລະ ພົວພັນກັບ ຜົນປະໂຫຍດທີ່ ມະຫາສານເຊັ່ນກັນ. Madame Hillary Clinton ເວົ້າວ່າທ່ານເອງ ແລະ ປະທານາທິບໍດີ Obama ເຊື່ອວ່າ ເອເຊັຍຕາເວັນອອກ ສ່ຽງໃຕ້ ມີບົດບາດສຳຄັນຍິ່ງ ຕໍ່ຄວາມກ້າວໜ້າ ສັນຕິພາບ ແລະຄວາມຈະເຣີນ ຮຸ່ງເຮືອງຂອງໂລກ ແລະທ່ານສລຸບວ່າ “Southeast Asia and ASEAN are critically important to our future” ເອເຊັຍຕາເວັນອອກ ສ່ຽງໃຕ້ ມີຄວາມສຳຄັນຍິ່ງ ຕໍ່ອານາຄົດ ຂອງພວກເຮົາ.

ທ່ານ John Harrison ນັກວີເຄາະ ເຣື້ອງຄວາມໝັ້ນຄົງ ຢູ່ທີ່ ມະຫາວິທຍາລັຍ Technology Nanyang ຂອງ Singapore ເວົ້າວ່າ ການທີ່ສະຫະຣັຖ ລົງນາມ ໃນສົນທິສັນຍາ TAC ກໍ່ແມ່ນເພື່ອໃຫ້ ຕົນມີບົດບາດ ຫລາຍຂຶ້ນໃນເອເຊັຍ ຕາເວັນອອກສ່ຽງໃຕ້ ໂດຍສະເພາະເມື່ອ ປຽບທຽບກັບຈີນ ແລະວ່າສະຫະຣັຖ ຢາກໃຫ້ເອເຊັຍ ຕາເວັນອອກສ່ຽງໃຕ້ ໝັ້ນໃຈວ່າຕົນ ເປັນຂົງເຂດທີ່ມີ ຄວາມສຳຄັນຕໍ່ ສະຫະຣັຖຢູ່ ແລະສະຫະຣັຖ ກໍ່ບໍ່ຢາກໃຫ້ມີ ການເຂົ້າໃຈວ່າ ມີຊ່ອງຫວ່າງທີ່ ຈີນສາມາດ ເຂົ້າໄປຖົມໄດ້.

ແຕ່ເຖິງຢ່າງໃດກໍ່ດີ ສະຫະຣັຖ ກໍ່ຍັງຕ້ອງ ແຂງຂັນກັບຈີນ ນັບມື້ນັບຫລາຍຂຶ້ນ ຢູ່ນັ້ນເອງ ເພາະຈີນໄດ້ເຂົ້າ ເປັນພາຄີ ຂອງສົນທິສັນຍາ TAC ກັບ ASEAN      ເມື່ອ6ປີກ່ອນ ແລະໄດ້ມີບົດບາດ ສຳຄັນ ໃນກອງປະຊຸມ ASEAN ມາຫລາຍເທື່ອແລ້ວ.

ເມື່ອຕົ້ນປີນີ້ madame Clinton ເຄີຍເຕືອນວ່າ ນະໂຍບາຍ ການໂດດດ່ຽວ ປະເທດຕ່າງໆໃນ ອາເມຣິກາລາຕິນ ທີ່ເປັນປໍຣະປັກ ຕໍ່ສະຫະຣັຖ ເຊັ່ນປະເທດ Venezuela ຂອງຣັຖບານທ່ານ George W. Bush ນັ້ນໄດ້ເຮັດໃຫ້ ປະເທດເຫລົ່ານັນ ອ່ວຍໄປຫາຈີນ ແລະ Iran.

ແຕ່ຢ່າງໃດກໍ່ດີ ສະຫະຣັຖ ອາເມຣິກາ ຍັງໄດ້ປຽບຈີນ ຢູ່ໃນເອເຊັຍ ຕາເວັນອອກ ແລະເອເຊັຍ ຕາເວັນອອກສ່ຽງໃຕ້ ຕາມຜົນການສຳຣວດ ຂອງສະພາວ່າດ້ວຍ ກິຈການໂລກ ແຫ່ງນະຄອນ Chicago ເມື່ອຕົ້ນປີ 2008 ຊຶ່ງອ້າງອີງໃສ່ ການສຳຣວດ ຄວາມຄິດເຫັນ ຂອງປະຊາຊົນໃນ Vietnam Indonesia ຈີນ ຍີປຸ່ນ ແລະເກົາຫລີໃຕ້. ຜົນການສຳຣວດ ສະແດງໃຫ້ເຫັນວ່າ ຄົນຣູ້ສຶກວ່າ “ອຳນາດອ່ອນ” ຂອງຈີນ ຍັງສູ້ຂອງ ສະຫະຣັຖ ແລະຍີປຸ່ນບໍ່ໄດ້ ຊຶ່ງອຳນາດອ່ອນ ດັ່ງກ່າວ ໝາຍເຖິງອຳນາດ ທາງເສຖກິດ ວັທນະທັມ ແລະການເມືອງ ຊຶ່ງຕ່າງຈາກອຳນາດ ທາງທະຫານ.

ໃນຂນະດຽວກັນ ທ່ານ John Harrison ກ່າວຕື່ມວ່າ ປະທານະທິບໍດີ Bush ບໍ່ໄດ້ ປ່ອຍປະລະເລີຍ ເອເຊັຍ ຕາເວັນອອກສ່ຽງໃຕ້ ທັງໝົດ ຕົວຢ່າງ ສະຫະຣັຖ ຍັງໄດ້ຮ່ວມມືກັບ Philippines ໃນດ້ານການຕໍ່ຕ້ານ ການກໍ່ການຣ້າຍ ເປັນຕົ້ນ. ແຕ່ນະໂຍບາຍໃໝ່ ຂອງສະຫະຣັຖ ກວ້າງຂວາງກວ່າເກົ່າ ບໍ່ພຽງແຕ່ເຈາະຈົງ ໃສ່ຄວາມໝັ້ນຄົງ ເທົ່ານັ້ນ ແຕ່ຍັງກວມໄປຮອດ ເຣື້ອງເສຖກິດ ແລະວັທນະທັມ ນຳອີກ ຊຶ່ງຣັຖບານ Bush ບໍ່ເຄີຍໃຫ້ຄວາມ ສຳຄັນນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.