ສະຫະຣັດ ຈະຊ່ວຍເຫລືອ ປະເທດລຸ່ມ ແມ່ນ້ຳຂອງ

ສະຫະຣັດ ອະເມຣິກາ ໃຫ້ການຊ່ວຍເຫລືອ ປະເທດຕ່າງໆ ໃນເຂດລຸ່ມແມ່ນ້ຳຂອງຈຳນວນ 161 ລ້ານໂດລ້າ ສະຫະຣັດ.
ຈຳປາທອງ
2009.07.28

ສະຫະຣັດ ອະເມຣິກາ ໄດ້ປະກາດໃຫ້ ການຊ່ວຍເຫລືອ ສຳລັບປີ 2009ນີ້ຈຳນວນ 161ລ້ານໂດລ້າ ສະຫະຣັດ ແກ່ປະເທດຕ່າງໆ ໃນເຂດ ລຸ່ມແມ່ນ້ຳຂອງ.

ຄຳປະກາດໃຫ້ ການຊ່ວຍເຫລືອນັ້ນ ມີຂື້ນໃນຣະຫວ່າງ ກອງປະຊຸມເທື່ອທຳອິດ ຣະຫວ່າງມາດາມ Hillary Clinton ຣັຖມົນຕຣີການ ຕ່າງປະເທດ ສະຫະຣັດ ແລະ ຣັຖມົນຕຣີການ ຕ່າງປະເທດຂອງ ສປປລາວ ໄທ ກຳພູຊາ ແລະວຽດນາມ ໃນວັນພະຫັດ ຜ່ານມາ. ເປັນໂອກາດດຽວກັນ ກັບການເຂົ້າຮ່ວມ ກອງປະຊຸມອາຊ້ຽນ ກ່ຽວກັບ ຄວາມໝັ້ນຄົງ ຂອງໂຂງເຂດ ຊຶ່ງໄດ້ຈັດຂື້ນ ທີ່ເກາະພູເກັດ ປະເທດໄທ ແລະ ຫາກໍ່ສີ້ນສຸດລົງ ເມື່ອບໍ່ດົນມານີ້.

ເງິນຈຳນວນດັ່ງກ່າວ ຈະແບ່ງ ໃຫ້4ປະເທດ ທີ່ວ່ານັ້ນ ເພື່ອໃຊ້ເຂົ້າໃນ ການປົກປ້ອງ ສິ່ງແວດລ້ອມ ໃຊ້ເຂົ້າໃນຂະແໜງ ສາທາຣະນະສຸກ ແລະການສຶກສາ. ສຖານເອກ ອັຄຣາຊທູດ ສະຫະຣັດ ທີ່ພະນົມເປັນ ປະເທດກຳພູຊາ ໄດ້ອອກຖແລງການ ຂອງກະຊວງການ ຕ່າງປະເທດ ສະຫະຣັດ ໃນມື້ວັນສຸກ ຜ່ານມາວ່າ: ໃນຈຳນວນເງິນ ທັງໝົດນັ້ນ ສ່ວນໃຫຍ່ປະມານ ກວ່າ138ລ້ານໂດລ້າ ຈະໃຊ້ເຂົ້າໃນ ຂະແໜງ ສາທາຣະນະສຸກ ເຊັ່ນ:ໂຄງການຕ້ານໂຣກ HIV/AIDS ຕ້ານການຣະບາດ ຂອງເຊື້ອ ໄຂ້ຫວັດໝູ ໄຂ້ ມາລາເຣັຽ ແລະໂຣກປອດແຫ້ງ.

ຫລາຍກວ່າ 7ລ້ານໂດລ້າ ຈະໃຊ້ໃນໂຄງການ ປົກປ້ອງສິ່ງແວດລ້ອມ ແລະ 16ລ້ານໂດລ້າ ຈະໃຊ້ໃນໂຄງການ ການສຶກສາຕ່າງໆ. ທ່ານ Rong Chhun ປະທານ ສະມາຄົມຄຣູ ເອກຣາດ ກຳພູຊາ ກ່າວວ່າ ທ່ານຍິນດີນຳ ການຕົກລົງຂອງ ສະຫະຣັດ ທີ່ຈະໃຫ້ເງິນ ຊ່ວຍເຫລືອທາງດ້ານ ການສຶກສາ ແລະວ່າ ການຊ່ວຍເຫລືອຂອງ ຕ່າງປະເທດ ຈະຊ່ວຍເຮັດໃຫ້ ມີຄວາມສເມີພາບ ທາງດ້ານ ການສຶກສາ ຢູ່ກຳພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.