ເຣື້ອງທີ່ເກັບບັນທຶກໄວ້
2023-05-26
ເຫດການປາຕາຍ ຢູ່ສາຍນ້ຳຊຳ ສ່ວນນຶ່ງ ເກີດມາຈາກການລ້າງອຸໂມງ ຂອງໂຄງການເຂື່ອນໄຟຟ້າ ແລະ ອ່າງນ້ຳເສັຽ ຈາກໂຄງການຂຸດຄົ້ນແຮ່ທາດ ຫາຍາກ ເຮັດໃຫ້ຊາວບ້ານ ທີ່ຫາປາຈາກແມ່ນ້ຳສາຍນີ້ ບໍ່ກ້າກິນປາ ຂະນະທີ່ທາງເຈົ້າຂອງໂຄງການ ຊົດເຊີຍແນວພັນປາ ເພື່ອປ່ອຍລົງນ້ຳຊຳຄືນ ໃຫ້ຊາວບ້ານ.
2023-05-26
ວາຣະແຫ່ງຊາຕ ແກ້ໄຂບັນຫາ ຢາເສບຕິດ ຂອງຣັຖບານລາວ ຍັງພົບຄວາມຫຍຸ້ງຍາກ ເຊິ່ງຫຼາຍໜ່ວຍງານ ທີ່ກ່ຽວຂ້ອງ ກັບການຈັດຕັ້ງ ປະຕິບັດ ຍັງປະຕິບັດໜ້າທີ່ ດ້ວຍຄວາມຍາກ ລຳບາກ ດ້ວຍເຫດຜົລຫຼາຍຢ່າງ ເປັນຕົ້ນເຣື່ອງບຸກຄະລາກອນ.
2023-05-26
ບັນຫາຄຣູອາສາສມັກ ໃນເຂດຊົນນະບົດລາອອກ ແລະ ບັນຫາ ປະລະການຮຽນ ຂອງນັກຮຽນໃນເຂດຊົນນະບົດ ເພີ່ມຂຶ້ນ ໃນທົ່ວປະເທດ ໂດຍສະເພາະ ເມື່ອທາງຣັຖບານ ລົດໂຄຕ້າ ຣັຖກອນຄຣູລົງ ກໍຍິ່ງເຮັດໃຫ້ເພີ່ມບັນຫາ ການຂາດຄຣູສອນ ໃນເຂດຫ່າງໄກ.
2023-05-26
ເຈົ້າໜ້າທີ່ຕຳຣວດໄທຍ ກຳລັງສືບສວນ ຄະດີຄາຕກັມນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ແລະ ສາມາດເກັບກຳ ຂໍ້ມູນໄດ້ຈຳນວນນຶ່ງແລ້ວ ແຕ່ຍັງບໍ່ທັນສລຸບຄະດີໄດ້ເທື່ອ ເຊິ່ງອົງການສາກົລ ຖແລງຂໍໃຫ້ຣັຖບານໄທຍ ເອົາໃຈໃສ່ ໃນການແກ້ໄຂ ຄະດີນີ້ ຢ່າງໜ້າເຊື່ອຖື.
2023-05-26
ວັນທີ 25 ພຶສພາ ທີ່ຜ່ານມາ ເກີດເຫດຊາວບ້ານ ປີນຮົ້ວທາງຣົຖໄຟລາວ-ຈີນ ແລ້ວແລ່ນຕັດໜ້າ ຣົຖໄຟ ຈົນເສັຍຊີວິດຄາທີ່ ຢູ່ເຂດບ້ານ ປ່ອງຊອງ ເມືອງຫິນເຫີບ ແຂວງວຽງຈັນ ເຊິ່ງທີ່ຜ່ານມາ ເຂດເມືອງຫິນເຫີບ ມັກມີເຫດການ ຊາວບ້ານປີນຮົ້ວຂ້າມ ແລ້ວຍ່າງລັດທາງຣົຖໄຟ ລາວ-ຈີນ ເປັນປະຈຳ.
2023-05-25
ການປົກປ້ອງສັດປ່າ ຢູ່ໃນເຂດອຸທະຍານ ແຫ່ງຊາຕ ນໍ້າແອດ-ພູເລີຍ ມີຂໍ້ຈຳກັດຫຼາຍດ້ານ ເຊັ່ນຍ້ອນງົບປະມານ ແລະຈຳນວນ ເຈົ້າໜ້າທີ່ ທີ່ຄຸ້ມຄອງບໍ່ພຽງພໍ, ໃນຂະນະທີ່ ເຂດອຸທະຍານແຫ່ງນີ້ ກວມເອົາເນື້ອທີ່ ປະມານ 410,720 ເຮັກຕ້າຣ໌.
2023-05-25
ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ຈຳນວນຫລາຍ ຖືກກຸ່ມຄົນບໍ່ດີ ຕົວະໃຫ້ເສັຽເງິນ ຍ້ອນຫລົງເຊື່ອຄຳໂຄສະນາ ທາງອອນລາຍນ໌ ທີ່ວ່າ ຈະຊ່ວຍຫາທຶນ ການສຶກສາໄປຮຽນ ຕໍ່ຢູ່ຈີນ ແລະ ວຽດນາມ.
2023-05-25
ຄົນລາວຈຳນວນນຶ່ງ ຍັງຕົກເປັນເຫຍື່ອ ການຕົວະຕົ້ມ ໃຫ້ລົງທຶນອອນລາຍນ໌ ເຊິ່ງດຳເນີນການ ໂດຍຄົນໄທຍ ຫລື ຄົນລາວ ທີ່ອາໄສຢູໃນປະເທດໄທຍ ເຮັດໃຫ້ມີຜູ້ສູນເສັຍຈຳນວນນຶ່ງ ຂະນະທີີ ທາງການລາວຍັງບໍ່ມີແຈ້ງເຕື່ອນ ຫຼື ມາຕການໃດນຶ່ງ ເພື່ອບໍ່ໃຫ້ຄົນລາວ ຕົກເປັນເຫຍື່ອອີກ.
2023-05-25
ເດັກນ້ອຍລາວ ບໍ່ຕໍ່າກວ່າ 30 ຄົນ ທີ່ຖືກຕົວະຍົວະ ໄປເຮັດວຽກ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ຍັງຄອງຖ້າ ການຊ່ອຍເຫຼືອ ຈາກທາງການລາວ ຂະນະທີ່ພໍ່ແມ່ ຂອງເດັກນ້ອຍເຫຼົ່ານັ້ນ ຫວັງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ແລະພະມ້າ ຊ່ວຍລູກຫຼານຂອງຕົນ.
2023-05-25
ຣັຖບານລາວ ສັ່ງໂຈະວິສາຫະກິຈ ຂອງຄົນຕ່າງປະເທດ ເກືອບ 100 ແຫ່ງ ທີ່ບໍ່ໄດ້ແຈ້ງ ທີ່ມາຂອງແຫລ່ງທຶນ ໃນການລົງທຶນ ໃຫ້ກົມການຄ້າພາຍໃນຮູ້ ເຊິງໃນນັ້ນມີເຈົ້າຂອງ ເປັນຄົນຈີນ 67 ແຫ່ງ, 24 ແຫ່ງເປັນຂອງຄົນປະເທດອື່ນໆ.
2023-05-24
ເຂດເສຖກິຈພິເສດ ທ່າແຂກ ແຂວງຄຳມ່ວນ ຍັງດຶງດູດການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດໄດ້ໜ້ອຍ ທັງທີ່ສ້າງມາແຕ່ຕົ້ນປີ 2012 ມາຮອດປັດຈຸບັນມີພຽງ 32 ບໍຣິສັດເທົ່ານັ້ນ ທີ່ໄດ້ເຂົ້າມາລົງທຶນຢູ່ໃນເຂດດັ່ງກ່າວ ແລະໃນນັ້ນມີ 8 ບໍຣິສັດ ເປັນຂອງຄົນຕ່າງ ປະເທດ.
2023-05-24
ພົບແປ້ງນົວປອມ ຂາຍຢູ່ຕາມຮ້ານ, ຕລາດໃນຫຼາຍເມືອງ ເຊິ່ງລັກສະນະ ຂອງແປ້ງນົວປອມ ທີ່ລາວຊື້ນັ້ນ ແມ່ນ ເມັດແປ້ງນົວ ຈະເປັນເມັດນ້ອຍໆ ຄືກັບເມັດນ້ຳຕານຊາຍ ຫຼື ເມັດເກືອມີຣົສຊາດເຄັມ ຫຼາຍກວ່າ ຣົສຊາດນົວ, ລັກສະນະຂອງຖົງ ຈະເປັນຖົງແຂງກວ່າຖົງແປ້ງນົວແທ້.
2023-05-24
ເຈົ້າໜ້າທີ່ ຂອງແຂວງຫົວພັນ ກຳລັງເລັ່ງກວດສອບ ສາເຫດ ທີ່ເຮັດໃຫ້ປາຕາຍ ຈຳນວນຫຼາຍ ໃກ້ກັບຈຸດ ກຳລັງກໍ່ສ້າງ ເຂື່ອນໄຟຟ້ານໍ້າຊໍາ 3, ແຕ່ໃນເບື້ອງຕົ້ນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະກາດຫ້າມ ນຳເອົາປາຕາຍເຫຼົ່ານັ້ນໄປກິນ ເພາະອາດເປັນອັນຕຣາຍ ເນື່ອງຈາກຍັງບໍ່ຮູ້ສາເຫດ.
2023-05-24
ໄລຍະ 3 ຫາ 4 ປີມານີ້, ພວກກຸ່ມນັກລົງທຶນຈີນ ທີ່ຊອກສັມປະທານເນື້ອທີ່ດິນ ເພື່ອປູກກ້ວຍຫອມ ຫັນທິດລົງພາກໃຕ້ຫຼາຍຂຶ້ນ ຈົນໃນບາງແຂວງ ເກີດມີບາງບັນຫາຕາມມາ ເປັນຕົ້ນແມ່ນຂໍ້ຂັດແຍ້ງ ດ້ານທີ່ດິນ ແລະ ຄວາມເປັນຫ່ວງ ໃນເຣື່ອງການໃຊ້ສານເຄມີ.