ທຸຣະກິຈຕ່າງຊາຕ ໃນລາວ ຕ້ອງແຈ້ງແຫຼ່ງທຶນ ຫຼືບໍ່ກໍຖືກສັ່ງໂຈະ ກິຈການ

ຈຳປາທອງ
2023.05.25
ທຸຣະກິຈຕ່າງຊາຕ ໃນລາວ ຕ້ອງແຈ້ງແຫຼ່ງທຶນ ຫຼືບໍ່ກໍຖືກສັ່ງໂຈະ ກິຈການ ກະຊວງອຸດສາຫະກັມ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ສັ່ງໂຈະຊົ່ວຄາວ ທຸຣະກິຈຂາຍຍົກ-ຂາຍຍ່ອຍ ຂອງນັກລົງທຶນຕ່າງປະເທດ ເປັນຕົ້ນແມ່ນຄົນຈີນ ແລະຮວມທັງຄົນລາວ 97 ທຸຣະກິຈ ໃນທົ່ວປະເທດ ເມື່ອວັນທີ 22 ພຶສພາ 2023 ນີ້ ຍ້ອນບໍຣິສັດຈໍານວນດັ່ງກ່າວ ບໍ່ໄດ້ແຈ້ງທີ່ມາຂອງແຫຼ່ງທຶນ ສໍາລັບການລົງທຶນ ເຮັດທຸຣະກິຈຢູ່ລາວ ໃຫ້ກົມການຄ້າພາຍໃນຮູ້. ຫຼັງຈາກໄດ້ອອກແຈ້ງການໄປແລ້ວ ກົມການຄ້າພາຍໃນ ໃຫ້ເວລາ 90 ມື້ ເພື່ອໃຫ້ບໍຣິສັດເຫລົ່ານັ້ນ ນໍາເອກະສານເຂົ້າມາແຈ້ງ ແລະອະທິບາຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງຮູ້ ບໍ່ດັ່ງນັ້ນກໍຈະຖືກລົບລ້າ ງໃບອະນຸຍາດ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກົມການຄ້າພາຍໃນ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 25 ພຶສພານີ້.

ຕາມໃບໂຕແຈ້ງການຫັ້ນແຫຼະ ເພາະວ່າພາຍຫລັງໄດ້ອອກອະນຸຍາດແລ້ວ ເຈົ້າຕ້ອງແຈ້ງການນໍາເຂົ້າທຶນ ຫຼື ການນໍາທຶນເຂົ້າມານ່າ ນໍາຄະນະຮັບຜິດຊອບເຮົາພີ້ ເພິ່ນໃຫ້ເວລາ 90 ວັນນີ້ແຫຼະ.

ກ່ຽວກັບເຣື່ອງນີ້ ພະນັກງານຂອງບໍຣິສັດຈີນ ແຫ່ງນຶ່ງ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ເວົ້າເຖິງບໍຣິສັດ ທີ່ມີຣາຍຊື່ ຢູ່ໃນແຈ້ງການໃຫ້ໂຈະນັ້ນວ່າ ເຫັນຫຼາຍບໍຣິສັດ ແລະທັງບໍຣິສັດ ຂອງຕົນຍັງດໍາເນີນທຸຣະກິຈຕາມປົກກະຕິຢູ່ ຍ້ອນຍັງບໍ່ທັນຮູ້ ເຣື່ອງການຖືກສັ່ງໃຫ້ໂຈະ ຊົ່ວຄາວນັ້ນເທື່ອ ເນື່ອງຈາກບໍ່ເຫັນມີເອກະສານ ແຈ້ງການຈາກກົມການຄ້າພາຍໃນ ແຈ້ງມາໃຫ້ທາງບໍຣິສັດຮູ້.

ເປີດ! ເປີດ! ຂ້ອຍຢູ່ໂພນໂຮງເດ໋ ບໍ່ຮູ້ເດ໋ ໂພນໂຮງບໍ່ເຫັນເຂົາແຈ້ງອິຫຍັງເດ໋ລະ ມີຫຍັງຂາຍຢູ່ໄດ໋ ຍັງເປີດຮ້ານຢູ່ໄດ໋.

ພ້ອມດຽວກັນນັ້ນ ພະນັກງານບໍຣິສັດຂອງຈີນ ອີກແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ມີລາຍຊື່ຢູ່ໃນແຈ້ງການນັ້ນ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ຍັງເປີດດໍາເນີນທຸຣະກິຈ ແລະມີການຄ້າຂາຍກັບລູກຄ້າ ຢູ່ຕາມປົກກະຕິ ແລະກໍຍັງບໍ່ທັນຮູ້ເທື່ອວ່າ ທາງບໍຣິສັດນີ້ ໄດ້ຖືກກົມການຄ້າ ພາຍໃນແຈ້ງໃຫ້ໂຈະຊົ່ວຄາວ.

ໂດຍ. ເປີດຢູ່່ນ່າ ເຈົ້າ ເປີດຢູ່ ແມ່ນ ບໍຣິສັດເປີດປົກກະຕິ. ສັ່ງໂຈະແບບໃດ. ໂຈະແບບວ່າບໍ່ນໍາເຂົ້າສິນຄ້າເບາະ.

ພະນັກງານບໍຣິສັດ ຂອງຈີນອີກແຫ່ງນຶ່ງ ທີ່ໃຫ້ບໍຣິການດ້ານການຂົນສົ່ງ ສິນຄ້າຂາເຂົ້າ-ຂາອອກ ຢູ່ແຂວງສວັນນະເຂດ ກໍເວົ້າວ່າ ຍັງເປີດຢູ່ຕາມປົກກະຕິ ແຕ່ກໍໄດ້ຮູ້ແຈ້ງການສະບັບນັ້ນແລ້ວ ແລະກໍກໍາລັງໄປຕິດຕໍ່ພົວພັນ ເພື່ອແຈ້ງທີ່ມາຂອງແຫຼ່ງທຶນ ໃຫ້ກົມການຄ້າພາຍໃນ ຊາບຢູ່ ເພື່ອຫຼີກລ້ຽງການຖືກຖອນໃບອະນຸຍາດນັ້ນ.

ໂດຍ ຍັງເປີດຢູ່ ຍັງສັ່ງໄດ້ຢູ່ ເຈົ້າ ໂອ໋ ແຈ້ງການໂຈະຊົ່ວຄາວຫັ້ນຫວະ. ໂຕນັ້ນຫັ້ນ ດຽວເຮົາລອງຖາມເພິ່ນກ່ອນເດີ.

ແລະກໍຍັງມີບໍຣິສັດ ຂອງຈີນ ທີ່ໄດ້ປິດໄປກ່ອນທີ່ກົມການຄ້າ ພາຍໃນຈະອອກແຈ້ງການ ທີ່ວ່ານັ້ນ ຍ້ອນເຈົ້າຂອງບໍຣິສັດ ໄດ້ກັບໄປປະເທດຈີນ, ຍັງບໍ່ກັບມາເທື່ອ ເພື່ອແຈ້ງທີ່ມາຂອງແຫຼ່ງທຶນ ໃຫ້ທາງການລາວຮູ້ ຊຶ່ງຕາມຄໍາເວົ້າຂອງພະນັກງານ ບໍຣິສັດຈີນແຫ່ງນຶ່ງ ທີ່ໄດ້ປິດໄປ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສພານີ້ວ່າ ເຈົ້າຂອງບໍຣິສັດນີ້ ກັບໄປຈີນ, ຈະບໍ່ມາອີກ.

ດຽວນີ້ຫັ້ນ ເຖົ້າແກ່ກັບຈີນແລ້ວ. ໂຈະໄປໄດ້ 6 ເດືອນແລ້ວເດ໋. ເຖົ້າແກ່ເພິ່ນກັບຈີນແລ້ວ ເພິ່ນເມືອນ່າ ຖາວອນນ່າ.

ນັກວິຊາການ ດ້ານທຸຣະກິຈ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ເວົ້າເຖິງແຈ້ງການ ສະບັບດັ່ງກ່າວ ຂອງກົມການຄ້າ ພາຍໃນວ່າ ບໍຣິສັດຂອງຄົນຈີນ ຫຼື ຄົນປະເທດອື່ນໆ ທີ່ມາດໍາເນີນທຸຣະກິຈ ຢູ່ລາວ ແມ່ນຈໍາເປັນ ຕ້ອງໄດ້ປະຕິບັດຕາມກົດໝາຍ ສປປ ລາວ ຢ່າງເຂັ້ມງວດ ແລະຈໍາເປັນຕ້ອງຊີ້ແຈງ ທີ່ມາຂອງແຫຼ່ງເງິນລົງທຶນ ເພື່ອຄວາມໂປ່ງໃສ ຂອງການເຮັດທຸຣະກິຈ, ບໍ່ດັ່ງນັ້ນ ກໍອາຈເກີດບັນຫາ ຕ່າງໆຕາມມາພາຍຫຼັງ.

ໃນຈໍານວນທຸຣະກິຈ 97 ແຫ່ງ ທີ່ຖືກກົມການຄ້າ ພາຍໃນ ແຈ້ງໃຫ້ໂຈະຊົ່ວຄາວນັ້ນ ມີບໍຣິສັດ ຂອງນັກລົງທຶນຈີນ 67 ແຫ່ງ ເປັນຕົ້ນ ບໍຣິສັດລາວ ອີ້ຊິນ ລົງທຶນ ສາກົລ ຈໍາກັດ, ບໍຣິສັດ ຈີນເຄີ ເຄື່ອງໃຊ້ໄຟຟ້າ ລາວ ຈໍາກັດຜູ້ດຽວ, ບໍຣິສັດ ຈີໂອເຕັກນິກໂກ ອິນດັສຕຽນ ລາວ ຈໍາກັດ ແລະອີກ 24 ບໍຣິສັດ ເປັນຂອງນັກລົງທຶນ ປະເທດອື່ນໆ ຄື ວຽດນາມ, ໄທຍ, ສິງກະໂປ, ມາເລເຊັຍ,​ ເກົາຫລີໃຕ້ ແລະອິນເດັຍ. ສ່ວນທີ່ເຫຼືອອີກ 6 ທຸຣະກິຈ ແມ່ນເປັນຂອງນັກລົງທຶນລາວ.

ບໍຣິສັດເຫຼົ່ານັ້ນ ເປັນບໍຣິສັດທີ່ດໍາເນີນທຸຣະກິຈ ຂາຍຍົກ-ຂາຍຍ່ອຍ, ຂົນສົ່ງສິນຄ້າ ຂາເຂົ້າອອກ-ຂາອອກ, ຂາຍເຄື່ອງໃຊ້ໄຟຟ້າ, ຂາຍເຄື່ອງກໍ່ສ້າງ ແລະອື່ນໆ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຢູ່ ນະຄອນຫຼວງວຽງຈັນ. ບໍຣິສັດທັງໝົດ ໄດ້ໃບອະນຸຍາດ ດໍາເນີນທຸຣະກິຈ ຈາກກົມການຄ້າພາຍໃນ ຕັ້ງແຕ່ປີ 2022 ເປັນຕົ້ນມາ ແຕ່ບໍ່ໄດ້ຊີ້ແຈງ ທີ່ມາຂອງແຫຼ່ງທຶນ ໃຫ້ກົມການຄ້າພາຍໃນ ຮູ້ຢ່າງຈະແຈ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.