ຄົນລາວບໍ່ໜ້ອຍ ຕົກເປັນເຫຍື່ອ ການລົງທຶນ ຜ່ານທາງ ອອນລາຍນ໌
2023.05.25

ໃນໄລຍະປີປາຍມານີ້ ຍັງມີຄົນລາວຈໍານວນນຶ່ງ ຕົກເປັນເຫຍື່ອການຖືກຕົວະຕົ້ມ ໃຫ້ລົງທຶນ ເຮັດທຸຣະກິຈ ອອນລາຍນ໌ ເປັນຕົ້ນ ສິນຄ້າເສີມຄວາມງາມ ຮູປແບບຕ່າງໆ ແລະການຫລີ້ນຫຸ້ນ ຫລື ຊິງລາງວັນ ເຊິ່ງດໍາເນີນການໂດຍຄົນໄທຍ ຫລື ຄົນລາວ ທີ່ອາໄສຢູ່ປະເທດໄທຍ.
ດັ່ງ ຄົນລາວ ທີ່ເຄີຍຕົກເປັນເຫຍື່ອ ການເຮັດທຸຣະກິຈ ອອນລາຍນ໌ ນໍານັກລົງທຶນ ຈາກທາງຝັ່ງປະເທດໄທຍ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສພາ 2023 ນີ້ວ່າ:
“ເຮົາເຄີຍເຮັດຢູ່ ແຕ່ວ່າເຮັດແຕ່ດົນແລ້ວຫັ້ນນ່າ ແຕ່ວ່າເຮົາເຄີຍເຮັດເທື່ອດຽວຫັ້ນນ່າ ເຮັດນໍາຄົນໄທຍຫັ້ນນ່າ ແຕ່ບາດນີ້ມັນ ມັນບໍ່ໄດ້ກໍາໄລ ມັນບໍ່ມີເງິນເຂົ້າມາຫັ້ນນ່າ ຂ້ອຍກໍເລີຍເຊົາເຮັດ ມີຫລາຍຄົນເຊົາເຮັດ ມັນບໍ່ໄດ້ກໍາໄລຫັ້ນນ່າ ບໍ່ໄດ້ເງິນເຂົ້າມາ ມີແຕ່ລົງທຶນໄປຊື່ໆ ບໍ່ໄດ້ຈັກກີບເລີຍນ່າ ດົນແລ້ວ ປີກາຍນີ້ນ່າ ເຮັດນ່າ ຫລາຍຄົນເຕີບບໍ່ໄດ້ເງິນຄືນ ແລ້ວກໍພາກັນເຊົາ ຄົນລະ 1,000-2,000 ບາດ ນີ້ແຫລະ ຫລາຍຄົນກໍເປັນອັນພຸ້ນແຫລະ 7,000-8,000 ສໍາລັບຂ້ອຍນີ້ ຂ້ອຍລົງທຶນ 2,000-3,000.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາ ມັກມີນັກລົງທຶນ ຈາກປະເທດໄທຍ ຫລື ຄົນລາວທີ່ເປັນນາຍໜ້າ ໃຫ້ແກ່ນັກລົງທຶນຊາວໄທຍ ເຂົ້າມາຊັກຊວນຄົນລາວ ໃຫ້ລົງທຶນຂາຍເຄື່ອງອອນລາຍນ໌ ເຊິ່ງເປັນສິນຄ້າໄທຍ ທີ່ຄົນລາວຮູ້ຈັກ, ທັງນີ້ ການລົງທຶນ ກັບ ທຸຣະກິຈ ກຸ່ມດັ່ງກ່າວນີ້ ຄົນລາວຈະຕ້ອງລົງທຶນເປັນເງິນ ຕາມທີ່ ກໍານົດ ຈາກນັ້ນ ກໍລໍຖ້າຜົລປະກອບການ ແຕ່ເມື່ອເວລາຜ່ານໄປຫລາຍເດືອນ ພັດບໍ່ໄດ້ຮັບເງິນຕົ້ນ ແລະ ກໍາໄຣແນວໃດຄືນ ເຮັດໃຫ້ຄົນລາວ ທີ່ຕັດສິນໃຈລົງທຶນໄປກ່ອນໜ້າ ເຊົາການລົງທຶນລົງດ້ວຍຕົວເອງ.
ເຖິງແມ່ນວ່າ ຈະມີຄົນລາວຫລາຍຄົນ ຕົກເປັນເຫຍື່ອ ໃນການລົງທຶນໃນທຸຣະກິຈ ອອນລາຍນ໌ຢ່າງຕໍ່ເນື່ອງ ແລະ ເກີດຂຶ້ນເປັນໄລຍະເວລາດົນແລ້ວ ແຕ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພັດຍັງບໍ່ມີແນວທາງ ໃນການປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວນີ້ ຢ່າງຈິງຈັງ ຈຶ່ງເຮັດໃຫ້ຄົນລາວທີ່ຖືກຕົວະ ຈໍາເປັນຕ້ອງໄດ້ອອກມາເຕືອນພັຍ ກັນເອງຫລາຍກ່ອນ.
ດັ່ງ ຄົນລາວ ທີ່ເຄີຍລົງທຶນອອນລາຍນ໌ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຄີຍຢູ່ໆ ເປັນຄໍລາເຈນອິຫຍັງ ເປັນອາຫານເສີມ ບໍາຣຸງຜີວອິຫຍັງນີ້ແຫລະ ກໍມັນຈະມີຫລາຍ ສິນຄ້າອິຫຍັງກໍ ກໍມາແຕ່ໄທຍຫລາຍກ່ອນ ສ່ວນຫລາຍຂະເຈົ້າກໍແນະນໍາ ບອກຕໍ່ກັນ ແບບໃຜກະຢ້ານຖືກຕົວະຫັ້ນນ່າເນາະ ສ່ວນຫລາຍກໍບໍ່ໄດ້ຕົວະດອກ ແຕ່ວ່າ ຂະເຈົ້າບໍ່ໝັ້ນໃຈ ແມ່ນໆ ຂະເຈົ້າບໍ່ໝັ້ນໃຈແລ້ວ ກໍບໍ່ເຮັດເອງ ສ່ວນຫລາຍແມ່ນບໍ່ໄດ້ຕົວະດອກ.”
ທ່ານກ່າວຕື່ມວ່າ ຄົນລາວຈໍານວນຫລາຍ ນິຍົມສິນຄ້າອອນລາຍນ໌ ທີ່ນໍາເຂົ້າມາຈາກປະເທດໄທຍ ແລະ ຕ່າງປະເທດ ອີກທັງ ຍັງມີການເປີດຮັບສມັກ ໂຕແທນຂາຍສິນຄ້ານໍາດ້ວຍ ເຊິ່ງທີ່ຜ່ານມາ ມັກມີກະແສວ່າ ການສມັກເປັນໂຕແທນ ຂາຍເຄື່ອງອອນລາຍນ໌ ຫລື ລົງທຶນອອນລາຍນ໌ ມັກຖືກໂກງ ຈຶ່ງເຮັດໃຫ້ຄົນລາວຈໍານວນຫລາຍ ຮູ້ສືກບໍ່ສບາຍໃຈທີ່ຈະເຮັດທຸຣະກິຈດັ່ງກ່າວນີ້, ຂະນະທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ທັນໄດ້ອອກມາແກ້ໄຂ ຫລື ສ້າງຄວາມໝັ້ນໃຈ ໃຫ້ແກ່ການເຮັດທຸຣະກິຈອອນລາຍນ໌ ໃຫ້ມີມາຕຖານພໍເທົ່າໃດ.
ຂະນະດຽວກັນ ຖ້າຫາກຄົນລາວ ໃນພື້ນທີ່ເຂດນອກ ທີ່ຕ້ອງການຮ້ອງຮຽນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການກວດສອບ ທຸຣະກິຈອອນລາຍນ໌ ທີ່ເຂົ້າຂ່າຍຕົວະຕົ້ມປະຊາຊົນນັ້ນ ພວກຂະເຈົ້າສາມາດຮ້ອງຮຽນ ໄປຍັງໜ່ວຍງານຂັ້ນເມືອງ ຫລື ຂັ້ນແຂວງໄດ້ ແຕ່ການກວດສອບ ທາງເຕັກໂນໂລຍີ ຈະເປັນໜ້າທີ່ຂອງກະຊວງເຕັກໂນໂລຍີ ແລະ ການສື່ສານ ຂັ້ນສູນກາງ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວວ່າ:
“ກໍວ່າ ໂຕນີ້ລະກໍແມ່ນຂັ້ນແຂວງ ນ່າຈະແມ່ນຂັ້ນສູນກາງຂະເຈົ້າ ຄືຂັ້ນຢູ່ນະຄອນຫລວງ ຂະເຈົ້າຈະຮຽກກະຊວງໂຕນຶ່ງ ສາມາດໃຫ້ຄໍາແນະນໍາປືກສາໄດ້ ຖ້າຂັ້ນນີ້ເນາະ ແຕ່ຖ້າເປັນຂັ້ນທ້ອງຖິ່ນຫັ້ນນ່າ ພວກເຮົາບໍ່ສາມາດ ພວກເຮົາກໍຈະບໍ່ຮູ້ ທາງດ້ານໂຕນີ້ຫັ້ນນ່າ.”
ກ່ອນໜ້ານີ້ ນັກຕົວະຕົ້ມຄົນລາວຈຳນວນນຶ່ງ ເດີນທາງມາດໍາເນີນທຸຣະກິຈ ຊັກຊວນໃຫ້ຄົນລາວ ມາລົງທຶນອອນລາຍນ໌ ດ້ວຍການໂອນເງິນມາ ໃຫ້ພວກຂະເຈົ້າ ຜ່ານບັນຊີ ທນາຄານໃນປະເທດໄທຍ ແຕ່ມາຮອດປັດຈຸບັນ ການກະທໍາດັ່ງກ່າວນີ້ ຫລຸດຈໍານວນລົງແລ້ວ ຍ້ອນທາງການໄທຍບໍ່ອນຸຍາດ ໃຫ້ຄົນລາວທີ່ບໍ່ມີເງິນ ຫລື ບໍ່ມີວຽກເຮັດໃນໄທຍ ເປິດບັນຊີ ທນາຄານໃນໄທຍໄດ້ ເພື່ອປ້ອງກັນການຟອກເງິນ.
ດັ່ງ ນັກລົງທຶນອອນລາຍນ໌ ທ່ານນຶ່ງກ່າວວ່າ:
“ເພາະວ່າ ສ່ວນຫລາຍມັນຍາກແລ້ວຢູ່ໄທຍ ສ່ວນຫລາຍຄົນລາວຈະໄປເປິດ ບັນຊີ ທນາຄານຢູ່ພຸ້ນ ມັນບໍ່ໄດ້ແລ້ວ ເພາະວ່າ ມັນມີເຣຶ່ອງການຟອກເງິນຫລາຍບໍ່ ທາງທນາຄານໄທຍເຂົາຈະຈໍາກັດ ຖ້າຄົນລາວຈະເປິດ ໄດ້ຢູ່ຫັ້ນ ຕ້ອງເປັນແບບຮຽນຢູ່ພຸ້ນ ຫລືວ່າ ເຮັດວຽກຢູ່ພຸ້ນ ມັນຍາກໃນການທີ່ຈະເຮັດແບບທຸຣະກິຈ ແບບເຄືອຂ່າຍ ມີແຕ່ອາສັຍວ່າ ມີໃຜຢາກຊື້ ຊື້ແລ້ວກໍເອົາມາຕໍ່ໆ ຄົນໄທຍ ແລ້ວອາສັຍແບບຄົນໄທຍ ເຂົາອາຈເປິດບັນຊີ ແລ້ວເຂົາໂອນເງິນມາ ໃຫ້ຢູ່ລາວ.”
ກ່ອນໜ້ານີ້ ເມື່ອວັນທີ 22 ພືສພາ ທີ່ຜ່ານມາ ກອງບັງຄັບການປາບປາມ ການກະທໍາຜິດກ່ຽວກັບ ອາຊຍາກັມ ທາງເສຖກິຈ ຕໍາຣວຈສອບສວນກາງ (Central Investigation Bureau ຫລື CIB) ຂອງໄທຍ ຈັບກຸມ ທ້າວ ຄານເຊ ອາຍຸ 21 ປີ ສັນຊາຕລາວ ເປັນສະມາຊິກກຸ່ມຕົວະຄົນລາວ ໃຫ້ມາລົງທຶນອອນລາຍນ໌ ໃນຖານຄວາມຜິດ ຮ່ວມກັນສໍ້ໂກງປະຊາຊົນ ແລະ ຮ່ວມກັນນໍາຂໍ້ມູນປອມ ເຂົ້າສູ່ ຣະບົບຄອມພິວເຕີຣ໌ ຢູ່ບໍຣິເວນ ດ່ານກວດຄົນເຂົ້າເມືອງ ຕາແສງມີໄຊ ເມືອງໜອງຄາຍ ແຂວງໜອງຄາຍ.
ກ່ຽວກັບເຣຶ່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ໄປຍັງ ກອງບັງຄັບການ ປາບປາມການກະທໍາຜິດ ກ່ຽວກັບອາຊຍາກັມ ທາງເສຖກິຈ ຕໍາຣວດສອບສວນກາງ ເພື່ອສອບຖາມກ່ຽວກັບຄວາມຄືບໜ້າ ຄະດີ ແລະ ຂບວນການຕົວະຕົ້ມ ແຕ່ບໍ່ສາມາດຕິດຕໍ່ໄປ ໃນຂະນະນີ້.
ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ຕໍາຣວດໄທຍ ລະບຸວ່າ ກ່ອນໜ້ານີ້ ມີຜູ້ເສັຍຫາຍ ເຂົ້າມາຮ້ອງຮຽນວ່າ ຖືກ ທ່ານ ຄານເຊ ແລະພວກ ໃຊ້ເຟສບຸກຄ໌ປອມ ຕິດຕໍ່ເຂົ້າມາ ແລະຊັກຊວນໃຫ້ລົງທຶນອອນລາຍນ໌ ຈາກນັ້ນ ຜູ້ເສັຍຫາຍໄດ້ໂອນເງິນເຂົ້າໄປຍັງ ແອບພລິເຄຊັນ (Application) Okx888 ເປັນມູນຄ່າເກືອບ 1 ລ້ານບາທ ແຕ່ບໍ່ສາມາດຖອນອອກມາໄດ້ ເຊິ່ງ ແອບພລິເຄຊັນ ດັ່ງກ່າວນີ້ ພັດບໍ່ໄດ້ຮັບອານຸຍາດ ຈາກສໍານັກງານ ຄະນະກັມມະການຫລັກຊັບ ແລະ ຕລາດຫລັກຊັບຂອງໄທຍເທື່ອ ແລະ ຈາກການສືບສວນພົບວ່າ ພວກຜູ້ກ່ຽວ ມີເງິນໝູນວຽນໃນບັນຊີ ຕ່າງປະເທດ ຫຼາຍກວ່າ 2,000 ລ້ານກີບ ຫລື ປະມານ 3.5 ລ້ານບາທ.
ນອກຈາກນີ້ ເຈົ້າໜ້າທີ່ຕໍາຣວດໄທຍ ກໍໄດ້ປະສານໄປຍັງທາງການລາວ ແລະ ໄດ້ຮັບຮູ້ຂໍ້ມູນເພີ່ມຕື່ມວ່າ ທ້າວ ຄານເຊ ມີປະວັຕກ່ຽວກັບຢາເສບຕິດ, ລັກຊັບ ແລະ ພົວພັນການຟອກເງິນ ໃຫ້ກັບກຸ່ມທຸຣະກິຈສີເທົາ ໃນປະເທດລາວ ເຊິ່ງທາງການລາວກໍາລັງຕ້ອງການໂຕ ເພື່ອດໍາເນີນຄະດີ ຕາມກົດໝາຍ.