ນັກລົງທຶນຈີນ ຫັນທິດລົງພາກໃຕ້ ຂໍເຊົ່າດິນ ປູກກ້ວຍຫອມ ຫຼາຍຂຶ້ນ

ພູວົງສ໌
2023.05.24
ນັກລົງທຶນຈີນ ຫັນທິດລົງພາກໃຕ້ ຂໍເຊົ່າດິນ ປູກກ້ວຍຫອມ ຫຼາຍຂຶ້ນ ສວນກ້ວຍ ຂອງນັກລົງທຶນຈີນແຫ່ງນຶ່ງ ໃນແຂວງພາກເໜືອ ຂອງລາວ ເມື່ອຫຼາຍປີ ກ່ອນທີ່ນັກລົງທຶນຈີນ ຈະເຣີ່ມຂຍາຍລົງໄປຫຼາຍແຂວງ ທາງພາກໃຕ້ຂອງລາວ ໃນປັດຈຸບັນ (AS).
RFA

ໄລຍະ 3 ຫາ 4 ປີ ມານີ້, ພວກກຸ່ມນັກລົງທຶນ ດ້ານການກະເສດ ທີ່ເປັນນັກລົງທຶນຈີນ ເຣີ່ມຫັນທິດລົງພາກໃຕ້ ຂອງລາວ ໃນການມາຂໍເຊົ່າ ຫຼືຂໍສັມປະທານເນື້ອທີ່ດິນ ເພື່ອປູກກ້ວຍຫອມ ທັງຈາກປະຊາຊົນ ແລະ ຈາກອຳນາດການປົກຄອງແຂວງ ໃນບັນດາແຂວງພາກໃຕ້ຫຼາຍຂຶ້ນ ເປັນຕົ້ນວ່າ ໃນແຂວງສາຣະວັນ, ຈຳປາສັກ ແລະ ແຂວງອັດຕະປື.

ຫຼາຍຄັ້ງ ການສັມປະທານເນື້ອທີ່ດິນ ກໍເປັນໄປດ້ວຍດີ ເພາະອຳນາດການປົກຄອງ ຂັ້ນແຂວງ ສາມາດຈັດສັນເນື້ອທີ່ດິນ ຫຼືເຈຣະຈາ ໃນການເຊົ່າເນື້ອທີ່ດິນ ກັບປະຊາຊົນ ສນອງໃຫ້ພວກກຸ່ມນັກລົງທຶນຈີນ ດຳເນີນການປູກກ້ວຍຫອມໄດ້, ແຕ່ບາງຄັ້ງ ເນື້ອທີ່ດິນທີ່ເໝາະສົມ ໃນການປູກກ້ວຍຫອມ ພັດມີຢ່າງຈຳກັດ, ກໍມັກຈະມີປະກົດການ ເກີດຂໍ້ຂັດແຍ້ງດ້ານທີ່ດິນ ກັບປະຊາຊົນ ໃນເຂດບ້ານ, ເມືອງ ແລະ ແຂວງນັ້ນ ທີ່ທຳມາຫາກິນມາກ່ອນ.

ໂຕຢ່າງທີ່ເຫັນໄດ້ຢ່າງຈະແຈ້ງ ກໍແມ່ນອຳນາດການປົກຄອງ ແຂວງອັດຕະປື ໄດ້ໃຫ້ສັມປະທານ ປູກກ້ວຍຫອມ ແລະ ໝາກໄມ້ຊະນິດອື່ນໆ ເພື່ອສົ່ງໄປຂາຍຕ່າງປະເທດ ແກ່ບໍຣິສັດ ຈຽ່ນຕ້າ ອັດຕະປື ພັທນາກະສິກັມ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທີ່ນັກລົງທຶນຈີນ ເປັນເຈົ້າຂອງ ໃນເຂດບ້ານໄຊດອນໂຂງ ເນື້ອທີ່ 110 ເຮັກຕ້າຣ໌ ດ້ວຍອາຍຸສັມປະທານ 30 ປີ ແລະ ບ້ານປິ່ນດົງ ເມືອງສນາມໄຊ ແຂວງອັດຕະປື ເນື້ອທີ່ 320 ເຮັກຕ້າຣ໌ ດ້ວຍອາຍຸສັມປະທານ 25 ປີ, ເຊິ່ງບໍຣິສັດດັ່ງກ່າວ ກໍໄດ້ດຳເນີນການ ປູກກ້ວຍຫອມ ແລະ ໝາກໄມ້ຊະນິດອື່ນໆມາແລ້ວ ຕັ້ງແຕ່ເດືອນພຶສພາ ປີ 2020 ເປັນຕົ້ນມາ.

ຫຼ້າສຸດນີ້ ໃນວັນທີ 11 ເດືອນເມສາ ປີ 2023 ທີ່ຜ່ານມາ, ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງ ແຂວງອັດຕະປື ກໍໄດ້ເຊັນຂໍ້ຕົກລົງ ສບັບເລຂທີ 470/ຈຂອປ.ຄລທ.ຂ ໃນນາມປະທານຄະນະກັມມະການ ການລົງທຶນແຂວງ ຂັ້ນທ້ອງຖິ່ນ ແຂວງອັດຕະປື ວ່າດ້ວຍການອະນຸຍາດ ໃຫ້ບໍຣິສັດ ລາວຢ່ຽນຕາ ພືດການຄ້າ ຈຳກັດຜູ້ດຽວ ເຊັນສັນຍາສັມປະທານ ໂຄງການປູກໄມ້ ເພື່ອຟື້ນຟູປ່າ ແລະ ພັທນາກະສິກັມປ່າໄມ້ ໃນເນື້ອທີ່ດິນ ຈຳນວນ 150 ເຮັກຕ້າຣ໌ ຢູ່ເຂດບ້ານຈັນຕໍ, ເມືອງສນາມໄຊ ແຂວງອັດຕະປື ຈົນເກີດມີຂໍ້ຂັດແຍ້ງກັນ ດ້ານທີ່ດິນ ລະຫວ່າງຊາວບ້ານ ທີ່ທຳມາຫາກິນ ໃນເຂດດິນດັ່ງກ່າວ ກັບພວກກຸ່ມນັກລົງທຶນຈີນ ເມື່ອວັນທີ 14 ພຶສພາ ທີ່ຜ່ານມາ ເຖິງວ່າພວກຊາວບ້ານ ຈະບໍ່ມີກັມມະສິດ ໃນເນື້ອທີ່ດິນ ເຂດນັ້ນກໍຕາມ.

ກ່ຽວກັບການຫັນທິດລົງແຂວງພາກໃຕ້ ຂອງພວກກຸ່ມນັກລົງທຶນຈີນ ເພື່ອຂໍສັມປະທານເນື້ອທີ່ດິນ ໃນການປູກກ້ວຍຫອມ ນີ້, ເຈົ້າຂອງຜລິດຕະພັນກາເຟ ຈາກໝາກກາເຟຂີ້ເຫງັນອົ້ມ ທ່ານນຶ່ງ ທີ່ເມືອງປາກຊ່ອງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 10 ພຶສພາ ປີ 2023 ທີ່ຜ່ານມາວ່າ ປະກົດການດັ່ງກ່າວ ແມ່ນມີຫຼາຍແທ້ ແລະ ໄລຍະຫຼັງໆມານີ້ ແມ່ນເຫັນຫຼາຍ ໃນແຂວງອັດຕະປື ແລະ ເຂດເມືອງອື່ນໆແດ່ ທີ່ມີເງື່ອນໄຂ ປູກໝາກກ້ວຍຫອມ.

“ຜູ້ສື່ຂ່າວຖາມ: ປະກົດວ່າ ມັນມີ ຊິເວົ້າວ່ານາຍໜ້າ ກະວ່າແມ່ນເນາະ ນາຍໜ້ານັກລົງທຶນຈີນ ຫຼືວ່າ ນັກລົງທຶນວຽດນາມ ຫັ້ນນ່າ ຢາກເຂົ້າມາເຊົ່າດິນແຖວບ້ານ ເພື່ອປູກໝາກກ້ວຍນີ້ ມີແມ່ນບໍໂຕນີ້? ຕອບ: ກະມີຢູ່ ແຕ່ແຖວອັດຕະປືພຸ້ນໄດ໋, ມີຢູ່. ເມືອງອື່ນແມ່ນ ເປັນເມືອງແບບປູກຢາພາຣາ ແບບເມືອງບາຈຽງບໍ່, ຫັ້ນນ່າ ໂຕນັ້ນໄປຫັ້ນແມ່ນ. ຫຼາຍໆ, ແຕ່ມັນຂອບເຂດຊາຍແດນ ອັດຕະປືພຸ້ນ, ຫັ້ນນ່າ. ສ່ວນຫຼາຍເຂົາໄປເຊົ່າດິນ, ສັມປະທານດິນ, ຊື້ດິນ ຢູ່ແຖວອັດຕະປືພຸ້ນນ່າ.”

ນັກທຸຣະກິຈລາວ ທີ່ເມືອງປາກຊ່ອງ ກໍເຄີຍກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 9 ພຶສພາ ປີ 2023 ທີ່ຜ່ານມາວ່າ ທ່ານກໍສັງເກດເຫັນ ພວກກຸ່ມນັກລົງທຶນຈີນ ຫັນທິດລົງສູ່ພາກໃຕ້ ເພື່ອຂໍສັມປະທານດິນ ເພື່ອປູກກ້ວຍຫອມ ຫຼາຍຂຶ້ນແທ້ ແລະ ໃນໄລຍະຫຼັງໆມານີ້ ໃນແຂວງອັດຕະປື ປະກົດວ່າ ມີຫຼາຍກວ່າແຂວງອື່ນ.

“ກ້ວຍຫອມນີ້ ຊາວບ້ານອາຈຊິປູກ ກະປະຣິມານທີ່ໜ້ອຍທີ່ສຸດ, ແຕ່ບໍຣິສັດ ເປັນຜູ້ປູກ ເພາະວ່າບໍຣິສັດເຂົາເຈົ້າ ໄດ້ການສັມປະທານ ຈາກຣັຖບານ ເປັນບໍຣິສັດ ຂອງຈີນນ່າ. ຊິຢູ່ຊາຍແດນລະຫວ່າງ ປາກຊ່ອງ ກັບສນາມໄຊ ກັບແຂວງອັດຕະປື. ຖ້າເລີຍໄປເບື້ອງເຂື່ອນຫ້ວຍເຫາະ, ແຕ່ເປັນປະເພດໝາກໄມ້ນີ້ ມັນປູກໄດ້ ໝາກກ້ວຍ, ໝາກຖົ່ວຫຼອກ-ຖົ່ວລຽນ ໝາກທຸກຢ່າງ ທີ່ເປັນໝາກໄມ້ຢູ່ຕົ້ນ.”

ກ່ຽວກັບເຣື່ອງການຫັນທິດ ລົງສູ່ພາກໃຕ້ ຂອງພວກກຸ່ມນັກລົງທຶນຈີນ ທີ່ຊອກຂໍສັມປະທານເນື້ອທີ່ດິນ ເພື່ອປູກກ້ວຍຫອມ ນີ້, ຜູ້ທີ່ຮູ້ ກ່ຽວກັບເຣື່ອງດັ່ງກ່າວ ທີ່ຂໍສງວນຊື່ ແລະ ສຽງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ເດືອນພຶສພາ ວ່າ ປະກົດການດັ່ງກ່າວ ທີ່ພວມເກີດຂຶ້ນ ໃນບັນດາແຂວງພາກໃຕ້, ໂດຍສະເພາະໃນແຂວງອັດຕະປື ນີ້ ບໍ່ແມ່ນເຣື່ອງບັງເອີນ, ແຕ່ຫາກນອນຢູ່ໃນແຜນການ ແລະ ທິດທາງ ຂອງອຳນາດການປົກຄອງ ແຂວງອັດຕະປື ໃນການດຶງດູດການລົງທຶນ ຢູ່ແລ້ວ ຈົນປະຊາຊົນ ໄປແຕະຕ້ອງເຂົາເຈົ້າບໍ່ໄດ້.

ທ່ານວ່າ:

“ຖືວ່າແນວນີ້ເນາະ ກ່ຽວກັບຢູ່ເມືອງສນາມໄຊເຮົາ, ກະຊິບໍ່ມີຄວາມແຕກຕ່າງຫຍັງ ກັບອັນນັ້ນເນາະ ໝາຍເຖິງແຂວງອື່ນໆ, ເວົ້າເຣື່ອງການປູກ ການຫຍັງເນາະ ເພາະວ່າ ອີງຕາມແຜນການ-ທິດທາງ ຂອງຣັຖບານເພິ່ນ ລະດົມສົມໃສ່, ຫັ້ນນ່າ. ປ່າດົງວົງກົດ ກະບໍ່ຍັງແຫຼະ, ລະດັບປ່າສງວນແຫ່ງຊາຕ ກະຍັງບໍ່ຢູ່, ວ່າຊັ້ນສາ. ໃນ 2-3 ຢ່າງຫັ້ນ, ຈີນມາລົງທຶນເດ້, ພວກກ້ວຍຫອມ ກ້ວຍອັນນັ້ນນ່າ. ຈຳນວນຫຼາຍເຮັກຕ້າຣ໌ເບາະ ຢູ່ສນາມໄຊກະດາຍ. ຫວງຫ້າມໄວ້ກະບໍ່ໄດ້ ປະຊາຊົນແຫ່ງໄປແຕະບໍ່ໄດ້ເລີຍ ດຽວນີ້ນ່າ, ຍອມເລີຍ ຕາມທິດທາງ ຂອງພັກ-ຣັຖ.”

ກ່ອນໜ້ານີ້, ເມື່ອເດືອນມົກກະຣາ ປີ 2023 ຫຼືຕົ້ນປີນີ້, ບໍຣິສັດ ເຈຊິງ ພັທນາກະສິກັມ ແລະ ເທັກໂນໂລຢີ ຂອງນັກລົງທຶນຈີນ ພະຍາຍາມມາຂໍເຊົ່າດິນ ເພື່ອປູກກ້ວຍຫອມ ໃນເນື້ອທີ່ຈຳນວນປະມານ 100 ເຮັກຕ້າຣ໌ ກັບຊາວບ້ານ ຈຳນວນ 40 ຄອບຄົວ ຢູ່ບ້ານວຽງຄຳ, ເມືອງສາຣະວັນ ແຂວງສາຣະວັນ, ແຕ່ພວກຊາວບ້ານ ບໍ່ຍອມໃຫ້ເຊົ່າ. ສຸດທ້າຍ, ອຳນາດການປົກຄອງຂັ້ນເມືອງ ຈຶ່ງໄປຊອກດິນເຂດບ້ານອື່ນ ໃຫ້ກຸ່ມນັກລົງທຶນຈີນ ນັ້ນແທນ.

ເມື່ອເດືອນເມສາ 2023 ທີ່ຜ່ານມາ, ອີງຕາມການໃຫ້ຂໍ້ມູນ ຂອງຊາວບ້ານ ໃນເຂດບ້ານວັງເວີນໃຫຍ່ ແລະ ບ້ານວັງເວີນເມືອງນ້ອຍ, ທີ່ຂຶ້ນກັບເມືອງຊະນະສົມບູນ ແຂວງຈຳປາສັກ, ເຊິ່ງພວກເຂົາກ່າວວ່າ ອຳນາດການປົກຄອງເມືອງ ມີແຜນຈະໃຫ້ນັກລົງທຶນຈີນ ສັມປະທານທີ່ດິນ ເພື່ອປູກກ້ວຍ ໃນເນື້ອທີ່ປະມານ 500 ເຮັກຕ້າຣ໌, ຈົນເກີດມີຂໍ້ຂັດແຍ້ງກັນ ລະຫວ່າງຊາວບ້ານ ໃນເຂດບ້ານດັ່ງກ່າວ ກັບເຈົ້າໜ້າທີ່ ອຳນາດການປົກຄອງເມືອງ ທີ່ພະຍາຍາມຈະຕັດຖນົນ ຜ່ານດິນ ຂອງຊາວບ້ານ ເພື່ອຈະກະຕຣຽມດິນ ໃຫ້ພວກນັກລົງທຶນຈີນ ເຂົ້າມາສັມປະທານປູກກ້ວຍ.

ນອກຈາກບັນຫາດ້ານທີ່ດິນແລ້ວ, ການປູກກ້ວຍຫອມ ຍັງຖືວ່າ ເປັນກິຈກັມດ້ານເສຖກິຈ ທີ່ມີການປູກພືດ ທີ່ຖືກຈັດເຂົ້າເປັນກຸ່ມພືດ ທີ່ມີສ່ວນສຳຄັນ ເຮັດໃຫ້ທີ່ດິນກະສິກັມ ຫຼື ດິນການກະເສດ ເສື່ອມໂຊມລົງໄວ ເພາະພວກມັນດູດເອົາທາດອາຫານໃນດິນ ສູງກວ່າພືດຊະນິດອື່ນໆ ແລະ ພືດບາງຊະນິດ, ອີງຕາມຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ການນຳໃຊ້ທີ່ດິນກະສິກັມ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ສບັບເລຂທີ 265/ຈຂ.ຈສ ລົງວັນທີ 6 ເດືອນມີນາ 2023 ທີ່ຜ່ານມານີ້.

ສຳລັບພືດ ປະເພດກ້ວຍຫອມ ໄດ້ກາຍມາເປັນນຶ່ງ ໃນສິນຄ້າຫຼັກ ດ້ານການກະເສດ ຂອງລາວ ເພື່ອສົ່ງອອກໄປຂາຍຕ່າງປະເທດ ມາໄດ້ຫຼາຍປີແລ້ວ. ສັງເກດໄດ້ຈາກ ມູລຄ່າການສົ່ງອອກສິນຄ້າ ຂອງລາວ ໃນຮອບປີ 2022 ທີ່ຜ່ານມາ ສິນຄ້າປະເພດກ້ວຍຫອມ ມີມູລຄ່າການສົ່ງອອກ ສູງເຖິງ 235 ລ້ານໂດ່ລ້າຣ໌ສະຫະຣັຖ ຈາກເນື້ອທີ່ການປູກກ້ວຍ ໃນທົ່ວປະເທດ ຈຳນວນ 26,190 ເຮັກຕ້າຣ໌ (ກົມປູກຝັງ 2023), ຕາມການຣາຍງານ ສຣຸບມູນຄ່າ ການສົ່ງອອກ-ນຳເຂົ້າສິນຄ້າ ຂອງປະເທດລາວ ປະຈຳປີ 2022 ຂອງກະຊວງ ອຸດສາຫະກັມ ແລະ ການຄ້າ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.