ຜູ້ປົກຄອງ ຂອງນັກຮຽນ ຕົກເປັນເຫຍື່ອ ເສັຍເງິນໃຫ້ກຸ່ມ ນັກຕົ້ມຕຸນ

ພອນ ພູມມີທອນ
2023.05.25
ຜູ້ປົກຄອງ ຂອງນັກຮຽນ ຕົກເປັນເຫຍື່ອ ເສັຍເງິນໃຫ້ກຸ່ມ ນັກຕົ້ມຕຸນ ກະຊວງ ສຶກສາທິການ ແລະ ກິລາ.
RFA

ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ຈໍານວນຫລາຍ ຖືກກຸ່ມບໍຣິສັດເອກກະຊົນ, ບຸກຄົນແລະ ນິຕິບຸກຄົນ ທີ່ບໍ່ຫວັງດີ ຕົວະໃຫ້ເສັຍເງິນ ຍ້ອນຫລົງເຊື່ອ ຄໍາໂຄສະນາຜ່ານທາງ ເຟສບຸກຄ໌ ວ່າ ເປັນທີ່ປືກສາ ດ້ານການສຶກສາຕໍ່ຕ່າງປະເທດ ໂດຍສະເພາະ ຊ່ວຍນັກສຶກສາລາວ ໄປຮຽນຕໍ່ຢູ່ ປະເທດຈີນ ແລະ ປະເທດວຽດນາມ.

ໂດຍອ້າງເປັນທຶນ ຂອງຣັຖບານຈີນ CSC ແລະ ຣັຖບານວຽດນາມ ລະດັບປະຣິນຍາຕຣີ ມີເງິນເດືອນໃຫ້ໃຊ້ 1,500-2,500 ຢວນ ຕໍ່ ເດືອນ, ຄ່າຮຽນຟຣີ, ຟຣີຄ່າຫໍພັກ, ຟຣີຄ່າເດີນທາງ ແລະ ຟຣີປະກັນພັຍ. ຂະນະທີ່ ກົມກິຈການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮູ້ບັນຫາດັ່ງກ່າວແລ້ວ ແລະ ໄດ້ຂຽນບົດຣາຍງານ ຫາ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ແລ ະບໍ່ຮັບປະກັນວ່າ ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ຈະໄດ້ເງິນຄືນ ເນື່ອງຈາກ ກະຊວງ ບໍ່ໄດ້ອະນຸຍາດອອກໜັງສື ໃຫ້ດໍາເນີນທຸຣະກິຈ ໃນດ້ານແລ່ນທຶນທາງການສຶກສາ ແຕ່ຢ່າງໃດ, ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຜູ້ທີ່ 1 ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 25 ພືສພາ ນີ້ວ່າ:

“ມັນກໍຢູ່ກະຊວງສຶກສາເຮົາ ມັນຍັງບໍ່ທັນໄດ້ໃຫ້ພນັກງານ ບໍຣິສັດໃດ ມາແລ່ນທຶນການນີ້ນ່າ ຕ້ອງມາຜ່ານກະຊວງໂດຍຕົງ ໃນກໍຣະນີ ມີບັນຫາພວກເຮົາກໍ ມີແຕ່ຂຽນຣາຍງານ ຫາຣັຖມົນຕຣີ ໃຫ້ເນາະ ແລ້ວເພິ່ນຊິເອີ້ນຜູ້ກ່ຽວມາແນວໃດ ກໍແລ້ວແຕ່ ແຕ່ວ່າ ເຣື່ອງໄດ້ເງິນຄືນ ອ້າຍກໍບໍ່ຮູ້ຈະຄືນ ຫລືບໍ່ ເດີ້ ຫລາຍຢູ່ ພວກເຮົາ ກໍາລັງເກັບກໍາ ມັນຫລາຍຮູປແບບເນາະ ທຶນທັງວຽດນາມແດ່ ທາງຈີນແດ່ກໍມີ.”

ຕໍ່ບັນຫາ ການໂຄສະນາທຶນ ການສຶກສາ ຮຽນຕໍ່ຢູ່ປະເທດຈີນ ແລະ ປະເທດວຽດນາມ ຂອງກຸ່ມຄົນບໍ່ດີນີ້ ນຶ່ງໃນຮູປແບບການຕົວະ ຄື “ເອົາເງິນຂອງເຮົາ ຈ່າຍໃຫ້ເຮົາເອງ.”

ໝາຍຄວາມວ່າ ບໍ່ມີທຶນຮຽນຕໍ່ຈີນຟຣີ ຍ້ອນ ພາຫລັງ ທີ່ມີນັກຮຽນ ຫລື ພໍ່ແມ່ຜູ້ປົກຄອງ ມີຄວາມສົນໃຈທຶນ ທີ່ກຸ່ມຄົນບໍ່ດີໂຄສະນາລົງ ເຟສບຸກຄ໌ ແລ້ວ ຈາກນັ້ນຈະມີການລົມກັນ ຜ່ານການໂທ ຫລື ຂຽນຂໍ້ຄວາມ ເພື່ອຮຽກຄ່າໃຊ້ຈ່າຍ ແລ່ນທຶນນໍາພໍ່ແມ່ ຜູ້ປົກຄອງ ມູນຄ່າ 15-20 ພັນ ໂດລ້າຣ໌ສະຫະຣັຖ ເຊິ່ງເງິນຈ່າຍ ຄ່າແລ່ນທຶນທັງໝົດນັ້ນ ຄື ຄ່າຮຽນ ຄ່າຫໍພັກ ແລະ ຄ່າເດີນທາງທີ່ອອກເອງ ບໍ່ໄດ້ຮັບທຶນ.

ບາງກໍຣະນີ ນັກສຶກສາ ຮຽນຕໍ່ລະດັບປະຣິຍາຕຣີ ຢູ່ຈີນ ໄດ້ 1-2 ປີ ກໍຈະໄດ້ຈ່າຍເງິນເພີ່ມ ເຊິ່ງບໍ່ໄດ້ເປັນໄປຕາມ ການຕົກລົງທີ່ວ່າ ຈະໃຫ້ຮຽນຟຣີ ຈົນຈົບລະດັບປະຣິນຍາຕຣີ.

ດັ່ງ ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຜູ້ທີ່ 1 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

“ໄປປະເທດຈີນ ເຈົ້າຕ້ອງເສັຍເດ້ ສົມມຸດວ່າ 15 ພັນດອນລ່າ ຢູ່ໃນນີ້ ມີທັງຄ່າຮຽນ ຄ່າກິນ ຄ່າຢູ່ ມີເບັ້ຍລ້ຽງ ໃຫ້ພ້ອມຫັ້ນນ່າ ທີ່ຈິງ ຖ້າໄປໃນທຶນຂອງຣັຖບານ ເຮົາຈະບໍ່ໄດ້ໃຊ້ຈ່າຍຫຍັງ ເພິ່ນກໍຊິເກັບເອົານໍາພວກນ້ອງຫັ້ນແຫລະ ສົມມຸດວ່າ ພວກນ້ອງຫັ້ນສົນໃຈໄປເນາະ ສົມມຸດວ່າ ເຂົາເຈົ້າວ່າ ເອ ທັງໝົດຫັ້ນ 2 ໝື່ນຫລຽນ ມີຄ່າຮຽນ ຄ່າຫໍພັກ ບ່ອນຢູ່ ບ່ອນກິນຟຣີ ຄ່າເດີນທາງຟຣີ ກໍຢູ່ໃນເງິນ 20 ຫລ່ຽນຫັ້ນແຫລະ ຂອງເຮົາຫັ້ນແຫລະ ຈ່າຍໃຫ້ເຮົາເອງຫັ້ນນ່າ ບາງເທື່ອ ພວກນ້ອງຮຽນໄປຮອດປີນຶ່ງ ປີສອງ ບາດນັ້ນ ມັນຊິໄດ້ຈ່າຍດູ້ ບາດນັ້ນໃຜຊິຮັບຜິດຊອບ ບໍ່ໄດ້ມີຂໍ້ຕົກລົງຂອງກະຊວງສຶກສາ.”

ອີກນຶ່ງ ໃນຮູປແບບການຕົວະ ໃຫ້ພໍ່ແມ່ຜູ້ປົກຄອງເສັຍເງິນໃຫ້ກຸ່ມຄົນບໍ່ດີ ທີ່ໂຄສະນາຊ່ວຍຫາທຶນ ຮຽນຕໍ່ຢູ່ຈີນ ແລະ ວຽດນາມ ຄື “ຕົວະໃຫ້ວາງມັດຈໍາ” ເປັນຕົ້ນ ບາງກໍຣະນີ ໃຫ້ພໍ່ແມ່ຜູ້ປົກຄອງ ວາງເງິນມັດຈໍາ ນໍາກຸ່ມຄົນບໍ່ດີນັ້ນ ຈໍານວນ 4-5 ພັນດອນລ່າ ສຫຣັຖ ຫລື ບາງກຸ່ມຄົນບໍ່ດີ ກໍໃຫ້ວາງມັດຈໍາເຄິ່ງນຶ່ງ ຫລື 10 ພັນໂດລ້າຣ໌ສະຫະຣັຖ ເພື່ອເປັນຄ່າແລ່ນເອກກະສານ ຊອກຫາທຶນຕາມມະຫາວິທະຍາໄລ ຢູ່ຈີນ ແລະ ວຽດນາມ ໃຫ້, ແຕ່ເວລາຜ່ານໄປຫລາຍເດືອນ ລູກ-ຫລານ ກໍບໍ່ໄດ້ທຶນ ຈຶ່ງເຂົ້າມາແຈ້ງກົມ ກິຈການ ນັກສຶກສາ.

ດັ່ງ ຜູ້ປົກຄອງ ຂອງນັກຮຽນ ກ່າວໃນມື້ດຽວກັນນີ້ວ່າ:

“ພວກເຮົາເຫັນບໍ່ ຢູ່ໃນ ເຟສບຸກຄ໌ ເນາະ ເຂົາເຈົ້າຈະໄປໂຄສະນາ ຢູ່ຫັ້ນ ບາງຄົນໄປມັດຈໍາເງິນນໍາເຂົາເຈົ້າເນາະ 4-5 ພັນຫລຽນ ບາງຄົນກໍຈ່າຍກ່ອນເຄິ່ງນຶ່ງເນາະ ແລ້ວບາດບໍ່ໄດ້ໄປ ຈັ່ງຊີ້ນ່າ ແລ້ວບາດບໍ່ໄດ້ ກໍມາແຈ້ງຫາກົມ.”

ການໂຄສະນາ ການສຶກສາຕໍ່ ຢູ່ຕ່າງປະເທດຈີນ ແລະ ວຽດນາມ ແບບບໍ່ເປັນທາງການ ຂອງກຸ່ມຄົນບໍ່ດີ ມີມາແຕ່ຫລາຍປີແລ້ວ ເປັນຕົ້ນ ປີທີ່ແລ້ວ ກໍມີບໍຣິສັດ ພູນຊັບ ຈໍາກັດຜູ້ດຽວ ທີ່ຕົວະເອົາເງິນນໍານັກຮຽນ ແລະ ພໍ່ແມ່ຜູ້ປົກຄອງໄປຈໍານວນຫລາຍ ຈົນໄດ້ຖືກສັ່ງຍຸບ ບໍຣິສັດ, ມາປີນີ້ ກໍມີບໍຣິສັດໃໝ່ ຈັດຕັ້ງຂຶ້ນມາດໍາເນີນການ ເປັນທີ່ປຶກສາດ້ານການສຶກສາ ຮຽນຕໍ່ຕ່າງປະເທດ ເອົານັກສຶກສາລາວໄປຮຽນຕໍ່ຢູ່ ປະເທດຈີນ ແລະ ປະເທດວຽດນາມ.

ດັ່ງ ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຜູ້ທີ 2 ກ່າວ ໃນມື້ດຽວກັນນີ້ວ່າ:

“ແຕ່ກີ້ແມ່ນ ພູນຊັພເນາະ ຈະດັງກວ່າໝູ່ ພູນຊັພກໍຍຸບແລ້ວ ດຽວນີ້ນ່າ ເອົາໄປເອົາມາ ບໍຣິສັດໃໝ່ມາອີກ ດຽວນີ້ນ່າ ເພາະວ່າ ເຂົາເຈົ້າ ຕ້ອງເອົາເງິນນໍາພວກເຈົ້າກ່ອນຢູ່ແລ້ວ ຍາກບໍ່ຍາກ ພວກເຈົ້າຮູ້ບໍ່ ພວກເຈົ້າຊິໄດ້ທຶນບໍ່ ຫລືຍັງບໍ່ໄດ້ ພວກເຈົ້າຕ້ອງມັດຈໍາເງິນກ່ອນ ໄປລົງທະບຽນມັດຈໍາເງິນ ບໍ່ ສອງ ຫລື ສາມພັນຫລຽນ ພວກເຈົ້າຕ້ອງເອົາເງິນໃຫ້ເຂົາເຈົ້າກ່ອນແລ້ວ ເຂົາເຈົ້າຈຶ່ງຄ່ອຍຊິໄປຊອກທຶນໃຫ້ ສົມມຸດວ່າ ທຶນມັນບໍ່ໄດ້ເດ້ຊັ່ນ ເງິນພວກເຈົ້າ ສອງສາມພັນກໍຕ້ອງເສັຍຖິ້ມລ້າໆ.”

ຕໍ່ສະພາບການດັ່ງກ່າວ ທາງກະຊວງສຶກສາທິການແລະກິລາ ຈຶ່ງແຈ້ງມາຍັງ ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງ ໃຫ້ມີສຕິລະວັງໂຕ ບໍ່ໃຫ້ຫລົງເຊື່ອຕໍ່ການໂຄສະນາ ຈາກກຸ່ມຄົນດັ່ງກ່າວ ຢ່າງເດັດຂາດ.

ດັ່ງ ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຜູ້ທີ່ 3 ກ່າວໃນມື້ດຽວກັນນີ້ວ່າ:

“ກໍຫລັກໆ ລະແມ່ນ ທຶນຈີນກັບວຽດນາມ ຊ່ວງນີ້ ກໍມີຄົນໄປຮຽນຫລາຍເດ້ເນາະ ກໍໃຫ້ມີສຕິຫັ້ນແຫລະເຈົ້າ ໂຄສະນາທັງ CSC ພ້ອມ ທັງອີ່ຫຍັງພ້ອມຫັ້ນແຫລະ ຍ້ອນວ່າ ພວກເຂົາເຈົ້າ ໂຄສະນາທາງອັນນ່າ WeChat ບໍ່ ທາງອັນນ່າ ເຟສບຸກຄ໌ ອິຫຍັງຕ່າງໆ ຫັ້ນນ່າ ແລ້ວຄັນປະສານງານນໍາເຂົາແລ້ວ ໄດ້ເສັຍເງິນເສັຍຄໍາ ອິຫຍັງຫັ້ນນ່າເນາະ ພວກເຮົາໃຫ້ແຕ່ລະຄົນມີສຕິ ແນວນັ້ນແຫລະເຈົ້າ ຄັນໄປລົມກັບເຂົາ ຈັກໜ່ອຍເຂົາໃຫ້ຈ່າຍເງິນ ມັກຈອກມັກຈໍາກ່ອນ ພັນນຶ່ງ ສອງພັນ ດອ່ນລ່າ ຈັກໜ່ອຍແລ້ວ ຮອດຍາມ ພັດບໍ່ໄດ້ທຶນຫຍັງມາ ມັນກໍວຸ້ນວາຍກັນ ກໍຮູ້ວ່າ ມີຫລາຍ ເທົ່ານັ້ນເນາະ.”

ທ່ານກ່າວຕື່ມວ່າ ຫາກນັກຮຽນ-ນັກສຶກສາ ມີບັນຫາທີ່ບໍ່ເຂົ້າໃຈ ໃນການໄປຮຽນຕໍ່ຢູ່ຕ່າງປະເທດ ກໍໃຫ້ປະສານ ແລະຕິດຕໍ່ມາຍັງ ກົມກິຈການນັກສຶກສາ ແລະ ມີຄໍາແນະນໍາຕື່ມວ່າ ຫາກສົນໃຈເປັນນັກຮຽນທຶນຢູ່ຈີນ ແລະ ວຽດນາມແທ້ ໃຫ້ເບິ່ງໄລຍະການເປິດຮັບສມັກທຶນ ເປັນຫລັກ ເປັນຕົ້ນ ທຶນຮຽນຕໍ່ປະເທດຈີນ CSC ຈະເປີດຮັບສມັກ ແຕ່ ເດືອນທັນວາ ຫາ ເດືອນ ມົກກະຣາ ແລະ ທຶນຮຽນຕໍ່ລະດັບປະຣິນຍາຕຣີ ສ່ວນໃຫຍ່ ຈະບໍ່ຂໍໃຫ້ວາງເງິນມັດຈໍາ ຫລື ຂໍໃຫ້ຈ່າຍຄ່າແລ່ນເອກກະສານ ຂໍທຶນຫລາຍພັນ ຫລືຫລາຍສິບພັນ ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.