ເຂດເສຖກິຈ ພິເສດ ທ່າແຂກ ຍັງດຶງດູດ ການລົງທຶນ ໄດ້ໜ້ອຍ

ໄຊຍາ
2023.05.24
ເຂດເສຖກິຈ ພິເສດ ທ່າແຂກ ຍັງດຶງດູດ ການລົງທຶນ ໄດ້ໜ້ອຍ ກະຊວງແຜນການ ແລະ ການລົງທຶນ, ເດືອນກຸມພາ 2023.
ນັກຂ່າວ ພົລເມືອງ

ເຂດເສຖກິຈພິເສດ ທ່າແຂກ ແຂວງຄຳມ່ວນ ຍັງດຶງດູດການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດໄດ້ໜ້ອຍ ທັງທີ່ສ້າງມາແຕ່ຕົ້ນປີ 2012 ມາຮອດປັດຈຸບັນມີພຽງ 32 ບໍຣິສັດເທົ່ານັ້ນ ທີ່ໄດ້ເຂົ້າມາລົງທຶນຢູ່ໃນເຂດດັ່ງກ່າວ ແລະໃນນັ້ນມີ 8 ບໍຣິສັດ ເປັນຂອງຄົນຕ່າງ ປະເທດ.

ສ່ວນປັດໄຈສຳຄັນ ທີ່ເຮັດໃຫ້ເຂດເສຖກິຈ ພິເສດທ່າແຂກ ມີການລົງທຶນໜ້ອຍນັ້ນ ກໍມາຈາກສະພາບພື້ນທີ່ ສ່ວນໃຫຍ່ຍັງເປັນປ່າໄມ້ ຍັງບໍ່ມີການປັບປຸງທີ່ດິນ, ການພັທນາໂຄງຮ່າງພື້ນຖານ ສຳຄັນ ທັງໄຟຟ້າ, ນໍ້າປະປາ ແລະ ເສັ້ນທາງພາຍໃນ ເຂດກໍຍັງບໍ່ມີຄວາມສະດວກສະບາຍ ເທົ່າທີ່ຄວນ.

ດັ່ງເຈົ້າໜ້າທີ່ຄຸ້ມ ຄອງເຂດເສຖກິຈ ພິເສດທ່າແຂກ ແຂວງຄຳມ່ວນ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:

ມັນຊິບໍ່ສະດວກ ເຮົານີ້ແມ່ນຍັງປັບປຸງພື້ນທີ່ ຢູ່ຫັ້ນນ່າ ມັນຕ່າງກັນລະຫວ່າງ ເຂດເຮົາກັບເຂດອື່ນ ອັນອື່ນລະແມ່ນມີບໍຣິສັດ ຜູ້ລົງທຶນປັບປຸງພື້ນທີ່ ຮຽບຮ້ອຍແລ້ວ ກາເອົາບໍຣິສັດຫັ້ນມາເຊົ່າ-ສັມປະທານ ແຕ່ຂອງເຮົາລະຍັງເປັນພື້ນທີ່ ເປັນປ່າຢູ່ວ່າຊັ້ນສາ.

ທ່ານກ່າວຕື່ມວ່າ ເຂດເສຖກິຈພິເສດທ່າແຂກມີເນື້ອທີ່ທັງໝົດ 1,035 ເຮັກຕ້າຣ໌ ໂດຍຣັຖບານລາວ ເປັນຜູ້ລົງທຶນ 100% ຊຶ່ງຈະແຕກຕ່າງ ຈາກເຂດເສຖກິຈ ພິເສດອື່ນໆ ທີ່ບໍຣິສັດ ຕ່າງປະເທດ ຈະສັມປະທານ ທີ່ດິນຈາກຣັຖບານ ແລ້ວມີການພັທນາພື້ນທີ່ ແລະສິ່ງອຳນວຍຄວາມສະດວກ ເພື່ອໃຫ້ນັກລົງທຶນ ເຂົ້າມາເຊົ່າ-ສັມປະທານ.

ສຳລັບກິຈການ ທີ່ເຂົ້າມາລົງທຶນ ຢູ່ໃນເຂດເສຖກິຈພິເສດ ທ່າແຂກ ຈະມີສາງຂົນສົ່ງ-ປ່ຽນຖ່າຍສິນຄ້າ, ໂຮງງານຜລິດເມັດຢາງ, ເກມໄຟຟ້າ, ໂຮງແຮມ-ຣີສອດ ແລະ ອື່ນໆ ຊຶ່ງສ້າງລາຍຮັບໃຫ້ກັບຣັຖບານລາວ ໄດ້ເກືອບ 2 ຕື້ກີບ.

ພາຍໃນເຂດເສຖກິຈ ພິເສດ ທ່າແຂກຍັງມີການລົງທຶນ ກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ ກາຊວນຂອງບໍຣິສັດ ເອນີຈີ້ ດີເວີລອບເມັ້ນລາວ ຈຳກັດ ໃນມູນຄ່າການລົງທຶນ ປະມານ 65 ຕື້ກີບ ກວມເອົາເນື້ອທີ່ 23 ເຮັກຕ້າຣ໌ ຊຶ່ງປະກອບມີໂຮງງານ, ສາງນໍ້າມັນ ແລະກິຈການທີ່ກ່ຽວຂ້ອງ ໂດຍຄາດວ່າຈະສາມາດປຸງແຕ່ງນໍ້າມັນ ໄດ້ 120 ລ້ານລິດຕໍ່ປີ, ແຕ່ປັດຈຸບັນຍັງຢູ່່ ລະຫວ່າງການກໍ່ສ້າງ ຊຶ່ງຈະໃຊ້ເວລາ ປະມານ 15 ເດືອນຕາມສັນຍາ.

ດັ່ງເຈົ້າໜ້າທີ່ຄຸ້ມຄອງ ເຂດເສຖກິຈພິເສດ ທ່ານດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂຮງກັ່ນນໍ້າມັນ ເຮົາກາມີແຕ່ພຽງແຕ່ ເປັນຂອບມັນສື່ໆ ມີແຕ່ແທ່ງສື່ໆ ເຂົາຍັງບໍ່ທັນໄດ້ຈັດຕັ້ງ ປະຕິບັດເທື່ອເພື່ອລໍໜັງສື ອະນຸຍາດຈາກຂັ້ນສູນກາງນີ້ ຈຳນວນນຶ່ງສ່ວນ ແບບພິສັງເຂົາກາໄດ້ເອົາມາຍື່ນສເນີເບື້ອງຕົ້ນແລ້ວ.”

ທາງດ້ານເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງຄຳມ່ວນກ່າວວ່າ ໄລຍະ 10 ປີທີ່ຜ່ານມານີ້ກໍມີຫຼາຍບໍຣິສັດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງໂຮງຈັກ ໂຮງງານ ແຕ່ພໍສຶກສາສຳເຣັດ ກໍບໍ່ເຊັນສັນຍາລົງທຶນ ເນື່ອງຈາກເຂດເສຖກິຈພິເສດ ທ່າແຂກ ຍັງບໍ່ມີຄວາມພ້ອມ ໃນເຣື່ອງພື້ນທີ່ ແລະຂາດສິ່ງອຳນວຍຄວາມສະດວກ.

ບໍຣິສັດ ທີ່ຈະເຂົ້າມາລົງທຶນ ເຖິງວ່າຈະໄດ້ຮັບສິດທິພິເສດ ຈາກຣັຖບານລາວ ໃນເຣື່ອງຂອງພາສີ-ອາກອນ ແຕ່ກາຕ້ອງບຸກເບີກພື້ນທີ່ ແລະສ້າງສິ່ງອຳນວຍຄວາມສະດວກຕ່າງໆ ດ້ວຍຕົນເອງ ຊຶ່ງເປັນຂໍ້ຫຍຸ້ງຍາກ ໃຫ້ກັບນັກລົງທຶນຫຼາຍສົມຄວນ ເມື່ອທຽບກັບເຂດເສຖກິຈພິເສດ ສະຫັວນ-ເຊໂນ ໃນແຂວງສວັນນະເຂດ ທີ່ມີຄວາມພ້ອມຫຼາຍກ່ວາ.

ດັ່ງເຈົ້າໜ້າທີ່ ທ່ານນີ້ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຢູ່ໃນເຂດເສຖກິຈພິເສດ ມັນກາຍາກ ປະເທດນັ້ນ ປະເທດນີ້ ມັກມາສຳຣວດ ດອກ ແຕ່ວ່າຍັງບໍ່ທັນໄດ້ມີປະສິດທິຜົນຫຍັງດອກຫັ້ນນ່າ ມັນມີແຕ່ສຶກສາຄວາມເປັນໄປໄດ້ສື່ໆ ເຣື່ອງກໍ່ສ້າງໂຮງຈັກ ໂຮງງານຜລິດຊິ້ນສ່ວນຫຍັງໆ ນີ້ໆ ຫັ້ນ ຄິດວ່າບໍ່ຢາກມີໃຜມາລົງທຶນ.

ຂະນະທີ່ ຊາວບ້ານໃນເມືອງທ່າແຂກ ແຂວງຄຳມ່ວນກ່າວວ່າ ປັດຈຸບັນກໍເຫັນສຳນັກງານ ແລະຫ້ອງການຄຸ້ມຄອງ ເຂດເສຖກິຈພິເສດ ທ່າແຂກເປີດໃຫ້ບໍຣິການ ຢູ່ທຸກມື້ແຕ່ກາບໍ່ຄ່ອຍເຫັນ ນັກລົງທຶນເຂົ້າມາໃນເຂດດັ່ງກ່າວ ຫຼາຍປານໃດ, ສ່ວນບັນຫາເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ກໍບໍ່ມີຄວາມກັງວົນເພາະເຂດດັ່ງກ່າວ ຢູ່ໄກຈາກຊຸມຊົນ ແລະສ່ວນໃຫຍ່ ຍັງເປັນປ່າໄມ້ ບໍ່ທັນມີໂຮງຈັກ ໂຮງງານ ມາເປີດຫຼາຍ.

ດັ່ງຊາວບ້ານ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເຂົາກາເປີດຢູ່ (ການລົງທຶນ) ແຕ່ວ່າຕັນຖືກຜົລກະທົບແນວໃດໆ ມັນກາຍັງຕ້ອງໄດ້ເວົ້າກັນ ຫຼາຍເຕີບຢູ່ແຕ່ວ່າຊ່ວງຫຼັງໆນີ້ ຄືວ່າເພິ່ນບໍ່ໄດ້ເຄື່ອນໄຫວຫຍັງ.”

ຊາວບ້ານໄດ້ກ່າວອີກວ່າ ຫາກເປັນໂຮງຈັກ-ໂຮງງານ ຂນາດໃຫຍ່ ແລະມີຄວາມສ່ຽງສູງ ທີ່ຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ກໍຂໍໃຫ້ທາງການລາວພິຈາຣະນາ ການລົງທຶນຢ່າງຮອບດ້ານ ກ່ອນຈະອະນຸມັດໂຄງການ ຫຼື ຫາກຈະລົງທຶນແທ້ໆ ກໍຕ້ອງໄປສ້າງຕັ້ງໂຮງຈັກ-ໂຮງງານ ຢູ່ບ່ອນເຂດຫ່າງໄກຊຸມຊົນ.

ສ່ວນຊາວບ້ານອີກທ່ານນຶ່ງ ໃນເມື່ອງທ່າແຂກ ແຂວງຄຳມ່ວນກ່າວວ່າ ເຫັນແຕ່ບໍຣິສັດຈີນ ທີ່ເຂົ້າມາລົງທຶນ ໃນເຂດດັ່ງກ່າວ ສ່ວນນັກລົງທຶນ ຈາກປະເທດອື່ນໆ ບໍ່ຄ່ອຍເຫັນປານໃດ ເພາະສະພາບພື້ນທີ່ ບໍ່ມີສິ່ງອຳນວຍຄວາມສະດວກ ແນວໃດ.

ດັ່ງຊາວບ້ານ ກ່າວໃນມື້ດຽວກັນວ່າ:

ຢູ່ຈຸດໂຕນັ້ນ ມັນກາຢາກງຽບແດ່ ພວກນັກລົງທຶນຂອງຈີນ ຫັ້ນຫຼາຍ ຜູ້ລົງທຶນ ນັກທຸຣະກິຈ ກາບໍ່ມີໃຜເຂົ້າມາດອກ.

ເມື່ອປີ 2022 ທີ່ຜ່ານມາ ກໍມີບໍຣິສັດຂຸດຄົ້ນ ບໍ່ແຮ່ ທຽນຊຸນດາ ກວາງຕົງ ຈາກປະເທດຈີນ ໄດ້ເຂົ້າມາສຶກສາຄວາມເປັນໄປໄດ້ ເພື່ອສ້າງໂຮງງານຫຼອມເຫຼັກກ້າ ເນື້ອທີ່ 150 ເຮັກຕ້າຣ໌ ໃນເຂດເສຖກິຈພິເສດທ່າແຂກ ຊຶ່ງປັດຈຸບັນຢູ່ລະຫວ່າງ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຍັງບໍ່ທັນສຳເຣັດ ຂະນະທີ່ຊາວບ້ານ ໃນເມືອງທ່າແຂກ ທີ່ອາໄສຢູ່ອ້ອມຂ້າງ ເຂດດັ່ງກ່າວ ພາກັນເປັນກັງວົນ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມເປັນຕົ້ນນຳເສັຍ, ສຽງດັງ ແລະ ກິ່ນເໝັນຂີວຈາກໂຮງງານ ດັ່ງກ່າວ.

ກະຊວງແຜນການ ແລະການລົງທຶນ ຣາຍງານວ່າ ໃນໄລຍະປີ 2006-2020 ທາງການລາວ ໄດ້ປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດສັນຍາ ຂອງບັນດາເຂດເສຖກິຈພິເສດ 19 ແຫ່ງທົ່ວປະເທດພົບວ່າເຂດທີ່ມີຄວາມຄືບໜ້າ ໃນການພັທນາຫຼາຍກ່ວາໝູ່ ມີເຂດເສຖກິຈພິເສດ ສະຫວັນ-ເຊໂນ, ເຂດເສຖກິຈພິເສດບໍ່ເຕັນ, ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ເຂດເສຖກິຈພິເສດກວມລວມໄຊເສດຖາ ແລະ ເຂດເສຖກິຈພິເສດປາກເຊ-ຢີ່ປຸ່ນ.

ສ່ວນເຂດທີ່ມີຄວາມຄືບໜ້າໜ້ອຍ ຫາ ປານກາງມີເຂດເສຖກິຈພິເສດ ບຶງທາດຫຼວງ, ເຂດເສຖກິຈພິເສດລ່ອງແທ່ງ-ວຽງຈັນ, ເຂດເສຖກິຈພິເສດ ວັງເຕົ່າ-ໂນນທອງ, ເຂດເສຖກິຈພິເສດ ທ່າແຂກ-ພູເຂົາຂຽວ ແລະ ເຂດເສຖກິຈພິເສດ ໃໝ່ສີທັນດອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.