ເຣື້ອງທີ່ເກັບບັນທຶກໄວ້
2022-05-26
ຕໍາຣວດຈະຣາຈອນ ຢູ່ຫລາຍແຂວງຂອງລາວ ຍັງຮຽກເອົາເງິນນໍາຜູ້ຂັບຂີ່ຣົຖ ທີ່ລະເມີດກົດຈະຣາຈອນ ໂດຍບໍ່ມີໃບສັ່ງໃຫ້ ໃນເວລາທີ່ມີການຕັ້ງດ່ານ ກວດກາຕາມທ້ອງຖນົນ ຊຶ່ງສ່ວນໃຫຍ່ເປັນຜູ້ຂັບຣົຖ ທີີ່ບໍ່ມີໃບຂັບຂີ່, ບໍ່ມີໃບກວດເຕັກນິກຣົຖ ແລະລືມໃບທະບຽນ.
2022-05-26
ບໍຣິສັດໄທຍຸ້ຍ ຈໍາກັດ ຂອງນັກລົງທຶນຈີນ ໄດ້ເຂົ້າມາເຊົ່າ-ສັມປະທານທີ່ດິນ ຂອງຊາວບ້ານ 60 ປາຍຄອບຄົວ ຢູ່ບ້ານຫ້ວຍຫົກ ເມືອງກາສີ ແຂວງວຽງຈັນ ທີ່ມີດິນ 90 ປາຍຕອນ ໃນເນື້ອທີ່ທັງໝົດ 60 ປາຍເຮັກຕ້າຣ໌ ເພື່ອສໍາຣວດ ຂຸດຄົ້ນແຮ່ເຫຼັກ ແຕ່ມາຮອດປັດຈຸບັນ ນັກລົງທຶນຈີນ ຍັງບໍ່ຈ່າຍຄ່າເຊົ່າ ຫຼືຄ່າຊົດເຊີຽທີ່ດິນ ໃຫ້ກັບຊາວບ້ານເທື່ອ.
2022-05-26
ປໍ້ານໍ້າມັນ ຢູ່ແຂວງຫລວງພຣະບາງ ສ່ວນຫລາຍປິດບໍຣິການ ຍ້ອນມາຕການ ຄຸ້ມຄອງລາຄານໍ້າມັນ ຂອງທາງການລາວ ເຮັດໃຫ້ປໍ້ານໍ້າມັນ ຂາຍນໍ້າມັນຂາດທຶນ ປະມານ 1,000 ກີບຕໍ່ລິດ ຊຶ່ງຊື້ນໍ້າມັນມາແພງ, ແຕ່ຕ້ອງໄດ້ຂາຍໃນລາຄາຖືກ ຕາມທີ່ທາງການກໍານົດ ຈຶ່ງເຮັດໃຫ້ຜູ້ປະກອບການ ປ້ຳນ້ຳມັນຢຸດບໍຣິການ.
2022-05-26
ການຄຸ້ມຄອງຄົນງານ ຢູ່ພາຍໃນເຂດ ເສຖກິຈສະເພາະ ບໍ່ເຕັນ ແຂວງຫຼວງນໍ້າທາ ຍັງມີຄວາມຫຍຸ້ງຍາກ ຍ້ອນທາງການລາວ ບໍ່ມີການບັງຄັບໃຊ້ ກົດໝາຍຢ່າງຈິງຈັງ ເຮັດໃຫ້ມີຄົນງານຈີນ ຈໍານວນຫຼາຍ ສາມາດເດີນທາງເຂົ້າ-ອອກ ພາຍໃນເຂດດັ່ງກ່າວ ຢ່າງຕໍ່ເນື່ອງ ຊຶ່ງກາຍເປັນບັນຫາ ໂດຍສະເພາະ ກຸ່ມຄົນຈີນທີ່ເຂົ້າມາ ໂດຍຜິດກົດໝາຍ ແລະສ້າງບັນຫາ ໃຫ້ຄົນງານລາວ.
2022-05-25
ວຽດນາມຍັງເດີນໜ້າ ເຂົ້າມາລົງທຶນໃນລາວ ເປັນຈຳນວນຫຼາຍໂຄງການ ໃນຂະນະ ທີ່ປະຊາຊົນລາວ ບໍ່ເຂົ້າໃຈວ່າ ເປັນຫຍັງຄົນວຽດນາມ ເຂົ້າມາທຳມາຫາກິນໃນລາວໄດ້ ແບບສະບາຍ ແຖມມາຍາດແຍ່ງອາຊີບຄົນລາວ ໂດຍບໍ່ມີພາກສ່ວນໃດ ເຂົ້າມາແກ້ໄຂບັນຫານີ້.
2022-05-25
ບໍຣິສັດ ທ່າບົກ-ທ່ານາແລ້ງ ຈຳກັດຜູ້ດຽວ ຈະເປີດການເຊື່ອມຕໍ່ຣົຖໄຟລາວ-ຈີນ ຈາກສະຖານີວຽງຈັນມໃຕ້ ຫາສະຖານີທ່າບົກ-ທ່ານາແລ້ງ, ຖ້າຫາກຈຸດປ່ຽນຖ່າຍສິນຄ້າແຫ່ງນີ້ ເປີດໃຫ້ບໍຣິການ ຊຶ່ງຣົຖບັນທຸກຣົຖຂົນສົ່ງສິນຄ້າ ຂອງບໍຣິສັດຕ່າງໆ ທີ່ຈະສົ່ງສິນຄ້າ ໄປຕ່າງປະເທດ ແລະປ່ຽນຖ່າຍສິນຄ້າງ່າຍຂຶ້ນ.
2022-05-25
ທາງການໄທຍ ຮຽກຮ້ອງໃຫ້ ຄະນະກັມມະການ ແມ່ນໍ້າຂອງສາກົນ Mekong River Commission (MRC) ແບ່ງປັນຂໍ້ມູນນໍ້າ ແລະຕິດຕາມຜົລກະທົບ ຂ້າມຊາຍຈາກເຂື່ອນໃນແມ່ນໍ້າຂອງ ໂດຍສະເພາະ ເຣື່ອງຜົລກະທົບ ກັບຊາວບ້ານ ທີ່ຢູ່ຕາມແຄມນ້ຳຂອງ.
2022-05-25
ຄົນລາວເສັຍ ຊີວິດຍ້ອນພຍາດ ທີ່ເກີດຈາກການສູບຢາ ສເລັ່ຽ 19 ຄົນຕໍ່ມື້ ອີງຕາມ ບົດຣາຍງານ ຂອງ ສະມາພັນ ຄວບຄຸມຢາສູບອາຊ້ຽນ ໃນປີ 2021 ໂດຍສະເພາະ ພຍາດຫົວໃຈ-ເສັ້ນເລືອດ, ມະເຮັງ ແລະ ພຍາດປອດຊຳເຮື້ອ.
2022-05-25
ເຂື່ອນໄຟຟ້ານໍ້າອູ 4 ຕຣຽມປ່ອຍນໍ້າອອກ ຕັ້ງແຕ່ມື້ວັນທີ 23 ຫາ 31 ພຶສພານີ້ ຍ້ອນຝົນຕົກໜັກ, ຊຶ່ງການປ່ອຍນ້ຳໃນຄັ້ງນີ້ ອາຈເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບ ໂດຍສະເພາະຜູ້ທີ່ ຢູ່ແຄມນ້ຳອູ ແລະ ນ້ຳຂອງ ໂດຍສ້າງຄວາມຫຍຸ້ງຍາກ ໃຫ້ຊາວບ້ານທີ່ທຳມາຫາກິນ ຢູ່ບໍຣິເວນແຄມນ້ຳ.
2022-05-24
ຄົນລາວຈຳນວນຫຼາຍ ມີຄວາມກັງວົນວ່າຈະເສັຍອາຊີບ ທີ່ສງວນໄວ້ໃຫ້ຄົນລາວເຮັດ ໃນຂະນະດຽວກັນ ທາງການລາວ ພັດມີນະໂຍບາຍອະນຸຍາດ ໃຫ້ຊາວຕ່າງປະເທດ ເປັນຕົ້ນຄົນຈີນ ແລະຄົນວຽດນາມ ເຂົ້າມາດຳເນີນທຸຣກິຈ ທຸກປະເພດໄດ້ ຖ້າມີເງິນທຶນ ຕັ້ງແຕ່ 20 ຕື້ກີບຂຶ້ນໄປ.
2022-05-24
ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການເຂື່ອນນໍ້າຊໍາ 1A ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຮັບເງິນຊົດເຊີຽຄົບໝົດແລ້ວ, ແຕ່ຊາວບ້ານ ຍັງຕ້ອງການໃຫ້ທາງໂຄງການ ຊ່ອຍພັທນາບ້ານ ໃຫ້ເປັນຕາຢູ່ຫຼາຍກວ່ານີ້.
2022-05-24
ຊາວບ້ານ ຈຳນວນນຶ່ງ ຢູ່ເມືອງກາສີ ແຂວງວຽງຈັນ ເສັຍພື້ນທີ່ການກະເສຕ ໃຫ້ກັບການສັມປະທານ ຂອງໂຄງການ ຂຸດຄົ້ນຄຳຕົກຂ້ອນ ຂອງບໍຣິສັດຈີນ ໄດ້ຮັບຄ່າຊົດເຊີຽ ທີ່ບໍ່ເໝາະສົມ ແຕ່ຈຳເປັນຕ້ອງຮັບ.
2022-05-24
ຍັງມີເຈົ້າໜ້າທີ່ຣັຖ ຈໍານວນນຶ່ງ ສວຍໃຊ້ໜ້າທີ່ຕໍາແໜ່ງ ຮັບແລ່ນເອກກະສານ ປື້ມຜ່ານແດນ ໃຫ້ປະຊາຊົນ ໂດຍເກັບເງິນ ໃນລາຄາສູງເກີນຄວາມເປັນຈິງ ຊຶ່ງການຈະແກ້ໄຂ ບັນຫາດັ່ງກ່າວນີ້ ປະຊາຊົນກໍເຫັນວ່າ ເປັນເຣື່ອງຍາກ.
2022-05-23
ປະຊາຊົນ, ນັກທຸຣະກິຈ ແລະ ເຈົ້າໜ້າທີ່ຣັຖ ຍັງບໍ່ເຊື່ອໝັ້ນວ່າ ການເປີດສາຍດ່ວນ ເພື່ອຮັບຟັງຄວາມຄິດເຫັນ, ບັນຫາ ແລະຂໍ້ສເນີແນະນຳ ຂອງປະຊາຊົນ ຈະນຳໄປສູ່ການແກ້ໄຂ ບັນຫາ ເພາະວ່າບາງເທື່ອສາຍດ່ວນ ທີ່ວ່ານັ້ນກໍບໍ່ມີຄົນຮັບສາຍ.
2022-05-23
ປະຊາຊົນ ຢູ່ເມືອງສິງ ແຂວງຫຼວງນ້ຳທາ ຈຳນວນນຶ່ ງໄດ້ຮັບຜົນກະທົບຈາກ ຍ້ອນລະດັບນ້ຳທີ່ຂຶ້ນສູງ ເພາະຝົນຕົກໜັກ, ເຂື່ອນນ້ຳທານ 3 ປ່ອຍນ້ຳ ແລະ ສິ່ງທີ່ສຳຄັນ ປະຊາຊົນ ບໍ່ໄດ້ຮັບການ ແຈ້ງເຕື່ອນລ່ວງໜ້າ ເປັນເຫດໃຫ້ເກີດ ຄວາມເສັຍຫາຍ ກັບຊັບສິນ ຂອງປະຊາຊົນ ຈຳນວນນຶ່ງ.