ຝົນຕົກໜັກ ຢູ່ເຂດພາກເໜືອ ເກີດນໍ້າຖ້ວມ ກະທັນຫັນ

ໄຊຍາ
2022.05.23
ຝົນຕົກໜັກ ຢູ່ເຂດພາກເໜືອ ເກີດນໍ້າຖ້ວມ ກະທັນຫັນ ຮູບໂຕຢ່າງນ້ຳຖ້ວມ: ເຫຼົ່າທະຫານ ແຂວງຫຼວງນໍ້າທາ ອອກຊ່ວຍເຫຼືອ ປະຊາຊົນ ໜີນໍ້າຖ້ວມ ໃນວັນທີ 19 ກໍຣະກະດາ 2021 ຜ່ານມາ.
ຮູບພາບ: ປະກາດ

ຫຼາຍພື້ນທີ່ທາງພາກເໜືອຂອງລາວ ມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ເກີດນໍ້າຖ້ວມສູງ ຂະນະທີ່ຊາວບ້ານຈຳນວນນຶ່ງ ໄດ້ຮັບຜົລກະທົບຍ້ອນເກັບມ້ຽນເຄື່ອງຂອງ ບໍ່ທັນຈົນໄຫຼໄປກັບກະແສນໍ້າ ແລະໄດ້ສ້າງຄວາມເສັຽ ດ້ານຊັພສິນຂອງປະຊາຊົນ.

ເຈົ້າຂອງຮ້ານອາຫານເຮືອນແພ ແຫ່ງນຶ່ງໃນເມືອງສິງ ແຂວງຫຼວງນໍ້າທາກ່າວວ່າ ເກີດຝົນຕົກຕິດຕໍ່ກັນຫຼາຍມື້ຈົນເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າທາເພີ່ມສູງຂຶ້ນຢ່າງໄວວາ ແລະເຄື່ອງຂອງທີ່ເຮືອນແພກໍໄຫຼໄປກັບກະແສນໍ້າ. ປັດຈຸບັນກໍຢູ່ລະຫວ່າງ ການຊອກຫາເຮືອນແພຢູ່ ຍັງບໍ່ທັນພົບເຫັນເທື່ອ.

ດັ່ງເຈົ້າຂອງຮ້ານອາຫານເຮືອນແພ ແຫ່ງນຶ່ງໃນເມືອງສິງ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 23 ພຶສພານີ້ວ່າ:

ແມ່ນລະວ້າໄປ 3 ເຫຼັ້ມ (ຫຼັງ) ນໍ້າມັນມາແຮງເພາະວ່າ ອັນນ່າອ້າຍນ້ອງເຂົາບໍ່ເອົາທັນນ່າ ມັນກາງຄືນ່າຕົກແຮງ 2-3 ມື້ນີ້ມັນຕົກແຮງລະເບາະ ແລ້ວເຂົາກາປ່ອຍເຂື່ອນແດ່ (ເສັຽຫາຍ) ມັນກາປະມານແສນກວ່າບາດ ນີ້ແຫຼະ.

ເຈົ້າຂອງຮ້ານອາຫານຜູ້ນີ້ກ່າວອີກວ່າ ປຣິມານນໍ້າໄຫຼຂ້ອງຂ້າງແຮງຫຼາຍ ສາເຫດນຶ່ງກໍເປັນຍ້ອນເຂື່ອນໄຟຟ້ານໍ້າທາ 3 ປ່ອຍນໍ້າ ອອກຈາກເຂື່ອນ ຍິ່ງສົງຜົລກະທົບໃຫ້ປຣິມານນໍ້າສູງ ແລະແຮງໄຫຼແຮງກວ່າປົກກະຕິ. ຂະນະທີ່ຊາວບ້ານທ້າຍເຂື່ອນ ກໍບໍ່ໄດ້ຮັບການແຈ້ງເຕືອນໃດໆ ຈາກທາງການລາວ ແລະເຂື່ອນໄຟຟ້ານໍ້າທາ 3.

ຊາວບ້ານອີກຜູ້ນຶ່ງ ໃນເມືອງສິງກ່າວວ່າ ຊາວບ້ານບໍ່ໄດ້ຮັບການແຈ້ງເຕືອນໃດໆ ຈາກທາງການລາວ ແລະເຂື່ອນໄຟຟ້ານໍ້າທາ 3 ກ່ຽວກັບເຣື່ອງການປ່ອຍນໍ້າ ອອກຈາກເຂື່ອນ ແລະ ຕຣຽມພ້ອມຮັບມືເຣື່ອງຄວາມປອດພັຍຕ່າງໆ . ສ່ວນລະດັບນໍ້າໃນແມ່ນໍ້າທາ ໃນມື້ນີ້ຍັງບໍ່ອັນຕະຣາຍ ແຕ່ກໍມີແນວໂນ້ມເພີ່ມສູງຂຶ້ນເລື້ອຍໆ ພາຍຫຼັງຈາກທີ່ເກີດຝົນຕົກໜັກ ຕິດຕໍ່ກັນຫຼາຍມື້.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງສິງ ແຂວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພານີ້ວ່າ:

ເອີ! ປານກາງບໍ່ສູງແທ້ເທື່ອ ຫາກໍຂຶ້ນວານນີ້ບໍ່ໆ ບໍ່ແຈ້ງເຕືອນນ່າ ນາຍບ້ານກໍບໍ່ປະກາດ ບໍ່ແຈ້ງເລີຍນ່າ.

ຊາວບ້ານອີກຜູ້ນຶ່ງກ່າວວ່າ ຫຼັງຈາກຊາວບ້ານສັງເກດເຫັນວ່າ ຝົນຕົກໜັກຕິດຕໍ່ກັນຫຼາຍມື້ ແລະອາດຈະເກີດນໍ້າຖ້ວມໄດ້ ຊາວບ້ານໄດ້ເກີດມີສະຕິ ແລ້ວພາກັນເກັບມ້ຽນເຄື່ອງຂອງ ແລະມັດເຮືອຂອງໃຜລາວ ເອົາໄວ້ຢ່າງປອດພັຍ ແຕ່ຊາວບ້ານບໍ່ໄດ້ຮັບການແຈ້ງເຕືອນໃດໆ ຈາກທາງການລາວ ແລະເຂື່ອນໄຟຟ້ານໍ້າທາ 3 ເຣື່ອງການປ່ອຍນໍ້າອອກຈາກເຂື່ອນ ແລະຄວາປອດພັຍຕ່າງໆ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງສິງ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພານີ້ວ່າ:

ກາມ້ຽນເຮືອໃຜເຮືອມັນແຫຼະ ຊ່ວງນີ້ນໍ້າກຳລັງຂຶ້ນເດ້ໂດຍກາມີແຕ່ມີສະຕິ ເບິ່ງເຮືອເບິ່ງແພຫັ້ນແຫຼະ ປະຊາຊົນກະດາຍ ກາບໍ່ຮູ້ວ່າມັນສິຂຶ້ນຫຼາຍຂຶ້ນໜ້ອຍສໍ່າໃດ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ພຶສພານີ້ວ່າ ເຫັນແຕ່ຊາວບ້ານຖ່າຍຄລິບ ວີດີໂອເຂື່ອນໄຟຟ້ານໍ້າທາ 3 ປ່ອຍນໍ້າອອກຈາກເຂື່ອນ ຜ່ານສື່ສັງຄົມອ໋ອນລາຍນ໌ ແຕ່ກໍບໍ່ໄດ້ຮັບໜັງສືແຈ້ງເຕືອນໃດໆ ຈາກໂຄງການເຂື່ອນດັ່ງກ່າວ ຈຶ່ງບໍ່ໄດ້ປະກາດແຈ້ງເຕືອນຊາວບ້ານ ຕາມແຄມແມ່ນໍ້າທາ ແລະພື້ນທີ່ລຸ່ມເຂື່ອນ.

ດັ່ງທ່ານໄດ້ກ່າວວ່າ:

ເຫັນຂະເຈົ້າຖ່າຍລົງ ຫັກບໍ່ໄດ້ເອກະສານ ຈາກຂະເຈົ້າໄດ້ຮັບໜັງສືໜັງກໍ.

ວິທຍຸເອເຊັຽເສຣີພະຍາຍາມຕິດຕໍ່ ໄປຫາຜແນກພລັງງານ ແລະບໍ່ແຮ່ ແຂວງຫຼວງນໍ້າທາ ເພື່ອສອບຖາມເຣື່ອງການປ່ອຍນໍ້າ ອອກຈາກເຂື່ອນນໍ້າທາ 3 ວ່າໄດ້ປ່ອຍມາຫຼາຍເທົ່າໃດ ແລະຄວາມປອດພັຍຂອງເຂື່ອນດັ່ງກ່າວ ແຕ່ເຈົ້າໜ້າທີ່ປະຕິເສດບໍ່ໃຫ້ຂໍ້ມູນ.

ນອກຈາກນີ້ ແມ່ນໍ້າຊອງທີ່ໄຫຼຜ່ານເມືອງວັງວຽງ ແຂວງວຽງຈັນ ກໍຍັງເພີ່ມສູງຂຶ້ນຢ່າງໄວວາ ຈົນເຮັດໃຫ້ຮ້ານອາຫານເຮືອນແພ ຢ່າງໜ້ອຍ 10 ຫຼັງທີ່ຕັັ້ງຢູ່ແຄມນໍ້າຊອງ ໄຫຼໄປຕາມກະແສນໍ້າເພາະເກັບມ້ຽນ ບໍ່ທັນສ້າງຄວາມເສັຽຫາຍ ໄປບໍ່ໜ້ອຍຍ້ອນບໍ່ຄິດວ່າ ລະດັບນໍ້າຈະເພີ່ມສູງຂຶ້ນ ແລະໄຫຼແຮງ.

ດັ່ງຊາວບ້ານ ຜູ້ນຶ່ງໃນເມືອງວັງວຽງ ແຂວງວຽງຈັນກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 23 ພຶສພານີ້ວ່າ:

ເພິ່ນເອົາຕູບລົງມາໃສ່ຕີນນໍ້າ ມັນກາສຸໄປໂລດແຫຼະ ຂາດເຄີ່ງເລີຍນ່າ ຂົວຂ້າມນໍ້າຊອງເຂົາເຮັດຂົວໃໝ່ ຂ້າມໄປຟາກນັ້ນເດ້ເນາະ ລຸແລ້ວຝົນຕົກມາສູປີລຸໂລດ.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມໄດ້ແຈ້ງເຕືອນ ຝົນຕົກໜັກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມແຮງ ໃນວັນທີ 22 ພຶສພາ 2022 ນີ້ ຣະບຸວ່າ ລະຫວ່າງວັນທີ 22-23 ພຶສພາ 2022 ນີ້ລົມມໍຣະສຸມຕາເວັນຕົກສຽງໃຕ້ ຍັງມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວຊຶ່ງຈະເກີດຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງ ເປັນບໍຣິເວັນກ້ວາງ ແລະຈະເຮັດໃຫ້ມີຝົນຕົກໜັກ, ຟ້າຜ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ທີ່ອາສັຍຢູ່ແຂວງຜົ້ງສາລີ, ຊຽງຂວາງ, ຫຼວງນໍ້າທາ, ໄຊຍະບູຣີ, ບໍ່ແກ້ວ, ອຸດົມໄຊ, ຫຼວງພຣະບາງ ແລະ ແຂວງວຽງຈັນ ຈຶ່ງມີສະຕິ ຣະມັດຣະວັງ ຕໍ່ສະພາບຝົນຕົກໜັກ ທີ່ຈະເກີດໃຫ້ມີຕົ້ນໄມ້ຫັກ , ປ້າຍໂຄສະນາຫັກລົ້ມ ແລະ ເຮືອນຊານເປ່ເພ.

ສ່ວນທາງດ້ານຄະນະກັມມະການ ຄຸ້ມຄອງພັຍພິບັດຂັ້ນສູງກາງ ອອກແຈ້ງການໃນມື້ວັນທີ 23 ພຶສພາ 2022 ນີ້ ຣະບຸວ່າໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕຣຽມຄວາມພ້ອມຮັບມື ກັບສະພາບເຫດການພັຍພິບັດ ທີ່ອາດຈະເກີດຂຶ້ນ ໃນໄລຍະຣະດູຝົນປີ 2022 ນີ້ ເປັນຕົ້ນການເຝົ້າຣະວັງ, ການເຕືອນພັຍ, ການຕອບໂຕ້ຢ່າງວ່ອງໄວ ເພື່ອປ້ອງກັນຄວາມສ່ຽງທຸກຮູບແບບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.