ຕຣຽມເຊື່ອມຕໍ່ ສະຖານີ ຣົຖໄຟລາວ-ຈີນ ວຽງຈັນໃຕ້ ກັບສະຖານີ ທ່າບົກ-ທ່ານາແລ້ງ

ສຸພັດຕາ
2022.05.25
ຕຣຽມເຊື່ອມຕໍ່ ສະຖານີ ຣົຖໄຟລາວ-ຈີນ ວຽງຈັນໃຕ້ ກັບສະຖານີ ທ່າບົກ-ທ່ານາແລ້ງ ຣົຖບັນທຸກ ທີ່ພວມຂົນຕູ້ຄອນເທັນເນີ້ຣ໌ ໄປໃສ່ຂະບວນຣົຖໄຟສິນຄ້າ ທີ່ຈະສົ່ງຜ່ານທາງຣົຖໄຟລາວ-ຈີນ ທີ່ສະຖານີຣົຖໄຟ ສະຖານີວຽງຈັນໃຕ້ (TS), ຮິບຖ່າຍ ເມື່ອວັນທີ 1 ພຶສພາ 2022.
RFA

ອີງຕາມການຣາຍງານ ຂອງທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍຣິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ຣາຍງານໃນວັນທີ່ 23 ພຶສພາ 2022 ນີ້ວ່າ ຈະເປີດການເຊື່ອມຕໍ່ຣົຖໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ່ 26 ມິຖຸນາ 2022 ນີ້.

ເຊິ່ງຈະໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ ຍ້ອນວ່າ ໄລຍະທີ່ຜ່ານມາ ມີການເປີດການນໍາໃຊ້ຣົຖໄຟລາວ-ຈີນ ເພື່ອຂົນສົ່ງສິນຄ້າ ສຸດຢູ່ພຽງ ສະຖານີວຽງຈັນໃຕ້ເທົ່ານັ້ນ ກໍຍັງບໍ່ໄດ້ສະດວກເທົ່າທີ່ຄວນ ເວລາຈະຂົນສົ່ງສິນຄ້າຈາກຈີນ ໄປປະເທດໄທຍ ຫຼື ປະເທດອື່ນໆ ກໍຈະຄ່ຽນຖ່າຍສິນຄ້າ ຢູ່ຈຸດນີ້ຈຸດດຽວ ຖ້າຫາກມີການເປີດການເຊື່ອມຕໍ່ ສະຖານນີທ່າບົກທ່ານາແລ້ງ ກໍຈະສະດວກຫຼາຍຂຶ້ນ ແລະສິນຄ້າຈາກຈີນ ກໍຈະເຂົ້າມາຫຼາຍຂຶ້ນ.

ດັ່ງເຈົ້າໜ້າທີ່ຄຸ້ມຄອງຣົຖໄຟ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ່ 25 ພຶສພາ ນີ້ວ່າ:

“ການຂົນສົ່ງມັນກະວ່ອງໄວຂຶ້ນຫັ້ນແຫຼະ ເພາະວ່າຜ່ານມາ ເຂົາກໍຫາກໍແລ່ນຣົຖໄຟຫັ້ນເນາະ ສິນຄ້າມາແຕ່ຈີນເນາະ ປັດຈຸບັນນີ້ ກໍມາແຕ່ພຸ້ນໝົດ ຈະມາຈອດຢູ່ວຽງຈັນ ແຕ່ວ່າແລ່ນມັນຍັງບໍ່ທັນສະດວກເດ້ ເຮົາໄດ້ຄ່ຽນຈາກຣົຖໄຟລົງມາ ຈຶ່ງເອົາມາໃສ່ຣົຖອໍ້ໂຕ້ນີ້ໄປເນາະ ສິນຄ້າບໍ່ມາຫຼາຍເນາະ ແລ້ວຕໍ່ໄປຄັນຖ້າວ່າ ແລ້ວໂຕຈຸດຄ່ຽນຖ່າຍເນາະ ມັນກໍຊິໄວຂຶ້ນ.”

ທ່ານກ່າວຕື່ມວ່າ ຜູ້ຈະຮັບຜົນປໂຍດ ກໍຈະແມ່ນຈີນ ເພາະມີແຕ່ສິນຄ້າຈາກຈີນ ເຂົ້າມາເປັນສ່ວນໃຫຍ່ ສ່ວນສິນຄ້າລາວ ຍັງບໍ່ຄ່ອຍມີການສົ່ງອອກຫຼາຍເທົ່າທີ່ຄວນ ສ່ວນຣັຖບານລາວ ຫຼັກໆກໍຈະໄດ້ຈາກການ ເກັບພາສີແລະການບໍຣິການເທົ່ານັ້ນ.

“ເຂົາຊິລໍເບິ່ງເຣື່ອງການກໍ່ສ້າງຕິ ເພາະວ່າການກໍ່ສ້າງຈຸດຄ່ຽນຖ່າຍ ມັນຊິແລ້ວ ໃນທ້າຍເດືອນມິຖຸນາ ນີ້ແຫຼະ ລາວເຮົາກະ ມີແຕ່ຊິໄດ້ແຕ່ນໍາພາສີ ກັບການບໍຣິການເທົ່ານັ້ນແຫຼະ ສິນຄ້າຢູ່ລາວ ບໍ່ມີແນວຈະສົ່ງອອກນ່າ ກະຊິມີສ່ວນໄດ້ນໍາກັນຫັ້ນແຫຼະ ຈະເປັນຈີນ ບໍ່ວ່າຈະເປັນລາວ ຕ່າງແຕ່ວ່າໄດ້ໜ້ອຍໄດ້ຫຼາຍຊື່ໆ.”

ທ່ານຍັງກ່າວເພີ່ມຕື່ມວ່າ ຖ້າຫາກຈຸດປ່ຽນຖ່າຍສິນຄ້າ ຢູ່ສະຖານີທ່າບົກທ່ານາແລ້ງ ເປີດໃຫ້ບໍຣິການ ຣົຖບັນທຸກຣົຖຂົນສົ່ງສິນຄ້າ ຂອງບໍຣິສັດຕ່າງໆ ທີ່ຈະສົ່ງສິນຄ້າໄປຍັງປະເທດໄທຍ ຫຼືປະເທດອື່ນໆ ກໍຈະຂົນສົ່ງປ່ຽນຖ່າຍສິນຄ້າງ່າຍຂຶ້ນ.

ກ່ຽວກັບເຣື່ອງດັ່ງກ່າວນນີ້ ຜູ້ປະກອບການນໍາເຂົ້າສິນຄ້າ ມາຈາກຕ່າງປະເທດ ທ່ານນຶ່ງກ່າວວ່າ ປັດຈຸບັນ ກໍຍັງບໍ່ຢາກໃຊ້ບໍຣິການຂົນສົ່ງສິນຄ້າ ດ້ວຍຣົຖໄຟລາວ-ຈີນ ເທື່ອ ຍ້ອນວ່າເຈົ້າໜ້າທີ່ ບໍ່ໄດ້ແຈ້ງຣາຍລະອຽດຫຍັງ ບໍ່ວ່າຈະເປັນເຣື່ອງຄ່າຂົນສົ່ງ ແລະອື່ນໆ ເຊິ່ງກໍຄິດວ່າຍັງມີຄວາມຫຍຸ້ງຍາກ ໃນການປ່ຽນຖ່າຍສິນຄ້າ ຕ້ອງເອົາຣົຖໄປຮັບອີກຕໍ່ນຶ່ງ ອີກຄືເກົ່າ ບໍ່ຄືກັນກັບການຂົນສົ່ງຜ່ານຣົຖບັນທຸກ ທີ່ມາສົ່ງເຖິງທີ່ເລີຍ.

“ກະບໍ່ຮູ້ລາຄາມັນຈັ່ງໃດ ຍັງບໍ່ໄດ້ຄິດໄລ່ເທື່ອ ຄັດເປັນກະສະດວກມັນໄວ ລາຄາໂອເຄກວ່າ ເຮົາຂົນສົ່ງທາງຣົຖທົ່ວໄປ ອາຈສົນໃຈ ຄິດວ່າມັນຈະຫຍຸ້ງຍາກແນ່ຣົຖໄຟ ມັນຕ້ອງໄດ້ໄປລົງສາງ ມັນຕ້ອງໄດ້ມາເອົາອີກຕໍ່ຊິຫັ້ນນ່າ ມັນກໍຍາກ ຍາກບ່ອນນີ້.”

ໃນຂະນະດຽວກັນ ຜູ້ປະກອບການຄ້າຂາຍສິນຄ້າອີກທ່ານນຶ່ງ ກໍໄດ້ກ່າວວ່າ ສໍາລັບຕົນເອງແລ້ວ ແມ່ນຍັງບໍ່ໄດ້ສຶກສາຂໍ້ມູນ ກ່ຽວກັບການໃຊ້ບໍຣິການຂົນສົ່ງສິນຄ້າ ດ້ວຍຣົຖໄຟລາວ-ຈີນ ນີ້ເທື່ອ ແລະກໍຍັງບໍ່ທັນເຫັນທາງການ ແຈ້ງການເຣື່ອງລາຄາຄ່າຂົນສົ່ງ ແລະຈຸດບໍຣິການ ວ່າເຣີ່ມແຕ່ໃສຮອດໃສ ໃຫ້ສໍາລັບຜູ້ທີ່ຕ້ອງການ ໃຊ້ບໍຣິການນັ້ນຮັບຮູ້ ເຊິ່ງກໍຖືວ່າ ຍັງເປັນເຣື່ອງທີ່ຫຍຸ້ງຍາກ.

“ບໍ່ທັນໄດ້ສຶກສາຫຼາຍເທື່ອນ່າ ຄືເຮົາສົ່ງທຸກມື້ນີ້ ເຮົາກໍສົ່ງແຕ່ຂົນສົ່ງ ຣົຖໄຟກະບໍ່ຮູ້ວ່າຈະສະດວກບໍ່ຫັ້ນນ່າ ເພາະເຮົາບໍ່ຮູ້ວ່າມັນໄປຮອດຈຸດໃດ ໄປຮອດເຖິງບໍ່ ຊິເຮົາກະບໍ່ຮູ້ເທື່ອ ເພິ່ນກະຍັງບໍ່ທັນໄດ້ແຈ້ງອອກມາເທື່ອ ວ່າເທົ່າໃດເຮົາກະບໍ່ຮູ້ ຈຸດຮັບບ່ອນໃດເຮົາກະບໍ່ຮູ້.”

ພ້ອມດຽວກັນນີ້ ນັກວິຊາການທີ່ກ່ຽວຂ້ອງທ່ານນຶ່ງ ກໍໄດ້ໃຫ້ຄວາມເຫັນ ກ່ຽວກັບເຣື່ອງບໍຣິການຂົນສົ່ງສິນຄ້າ ຂອງຣົຖໄຟລາວ-ຈີນ ນີ້ວ່າ ຕົນເອງກໍຍັງບໍ່ເຂົ້າໃຈດີປານໃດ ເຊິ່ງກໍບໍ່ໄດ້ມີຂໍ້ມູນລະອຽດ ແລະຕົນຄິດວ່າ ການຂົນສົ່ງສິນຄ້າ ຜ່ານຣົຖໄຟລາວ-ຈີນນີ້ ກໍຈະມີແຕ່ບໍຣິສັດໃຫຍ່ໆເທົ່ານັ້ນທີ່ໃຊ້ບໍຣິການ ເພາະບໍ່ເຫັນທາງການ ເປີດເຜີຍຣາຍລະອຽດ ດ້ານບໍຣິການ ວ່າໃຫ້ຜູ້ປະກອບການຂນາດນ້ອຍ ຫຼືຂນາດກາງ ໄປໃຊ້ບໍຣິການ.

“ເວົ້າເຣື່ອງບໍຣິການນີ້ ຂ້ອຍບໍ່ເຂົ້າໃຈ ບໍ່ຮູ້ເປັນຂັ້ນຕອນແນວໃດ ບໍ່ມີຂໍ້ມູນ ກະບໍ່ຮູ້ນໍາເຂົາເຈົ້າ ແນ່່ນອນແລ້ວ ມັນຕ້ອງມີອົງກອນຮັບຜິດຊອບວຽກຫັ້ນແຫຼ້ວ ກະຜ່ານບໍຣິສັດບໍ ຜ່່ານແມ່ນຫັຍງຕ່າງໆ ຕາມສັນຍາ ຂອງເຂົາເຈົ້າເອງ.”

ອີງຕາມການຣາຍງານ ຂອງທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍຣິິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ຍັງຣາຍງານເພີ່ມຕື່ມວ່າ ນັບແຕ່ຣົຖໄຟລາວ-ຈີນ ເປີດເປັນທາງການ ໃນວັນທີ່ 4 ທັນວາ 2021 ມາຮອດເດືອນເມສາ 2022 ບໍຣິສັດທ່າບົກທ່ານາແລ້ງ ຢູ່ນະຄອນຫຼວງວຽງຈັນ ໄດ້ບໍຣິການຂົນສົ່ງສິນຄ້າ ຜ່ານຣົຖໄຟລາວ-ຈີນ ແລ້ວ 11,000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊິ່ງເປັນສິນຄ້າ ຈາກ ສປ.ຈີນ ຜ່ານລາວ ໄປປະເທດໄທຍ, ພະມ້າ, ກັມພູຊາ, ວຽດນາມ ແລະມາເລເຊັຽ ໃນນີ້ ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກັມແລະການຄ້າ ໂດຍມີເຄື່ອງອຸປະກອນອິເລັກໂທຣນິກ, ປຸ໋ຍ, ຊິ້ນສ່ວນເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດຫຍິບ ແລະແຜ່ນແພ ສ່ວນທີ່ເຫຼືອແມ່ນການບໍຣິການສິນຄ້າ ຈາກລາວແລະໄທຍ ໄປຈີນ ສ່ວນໃຫຍ່ສົ່ງອອກແມ່ນ ແຮ່ເຫຼັກ, ແປ້ງມັນຕົ້ນ, ຢາງພາຣາ, ໝາກໄມ້ ແລະແຮ່ທາດອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.