ເຣື້ອງທີ່ເກັບບັນທຶກໄວ້
2024-04-25
ແຂວງວຽງຈັນ ມີແຜນການແກ້ໄຂຄອບຄົວທຸກຍາກ ຫລື ເຮັດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ໄດ້ 1,600 ຄອບຄົວ ໃນປີ 2024 ນີ້ ຂະນະທີ່ໃນປັດຈຸບັນ ທົ່ວແຂວງມີຄອບຄົວທຸກຍາກ 3,720 ຄອບຄົວ ເທົ່າກັບ 4.72% ຂອງຄອບຄົວທັງໝົດ 78,738 ຄອບຄົວ.
2024-04-25
ທາງການລາວ ສົ່ງໂຕຄົນຈີນ ຈຳນວນ 250 ຄົນ ໃຫ້ທາງການຈີນ ໃນຂໍ້ຫາສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມແດນ, ແຕ່ທາງການລາວ ຍັງບໍ່ໄດ້ອອກຂ່າວ ກ່ຽວກັບເລື່ອງດັ່ງກ່າວເທື່ອ.
2024-04-25
ກະຊວງການເງິນ ໄດ້ອອກແຈ້ງການ ໃຫ້ບັນດາຫົວໜ່ວຍທຸລະກິດ ຄິດໄລ່ເກັບອາກອນມູນຄ່າເພີ່ມ ໃນອັດຕາ 10% ນັບແຕ່ ວັນທີ 1 ພຶດສະພາ 2024 ເປັນຕົ້ນໄປ ພາຍຫຼັງທີ່ປະທານປະເທດ ໄດ້ອອກ ລັດຖະບັນຍັດ ວ່າດ້ວຍການປັບປຸງອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ເປັນ 10%.
2024-04-24
ທະນາຄານ ສະເພາະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານແຫ່ງ ສປປ ລາວ ໄດ້ວາງແຜນການສະໜອງສິນເຊື່ອ ເງິນກູ້ຢືມ ໃຫ້ກັບປະຊາຊົນ ເພື່ອສົ່ງເສີມການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ຫຼຸດລົງ ແຕ່ຄວາມເປັນຈິງອາດຍັງບໍ່ສາມາດປະຕິບັດໄດ້.
2024-04-24
ລາວ ແລະ ຈີນ ຂະຫຍາຍການຮ່ວມມື ຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ໂດຍຈະປັບປຸງໂຄງຮ່າງພື້ນຖານ ແລະຄວາມປອດໄພ ຮວມທັງຈະຊຸກຍູ້ວຽກງານຂອງໂຄງການຕ່າງໆ ນໍາດ້ວຍ.
2024-04-24
ອົງການ ນິລະໂທດສະກຳ ສາກົນ ຫຼື Amnesty International ໄດ້ຈັດງານຖະແຫຼງຂ່າວ ເປີດບົດລາຍງານ ສະຖານະການສິດທິມະນຸດ ທົ່ວໂລກ ປະຈຳປີ 2023-2024 ຊຶ່ງໃນນີ້ລວມເຖິງປະເທດລາວ ຊຶ່ງສະພາບການສິດທິມະນຸດ ບໍ່ມີພັດທະນາການ ໃນທາງທີ່ດີຂຶ້ນກວ່າໄລຍະທີ່ຜ່ານມາ.
2024-04-24
ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກລາຍງານ ກ່ຽວກັບການປະຕິບັດ ສິດທິມະນຸດຢູ່ ສປປ ລາວ ວັນທີ 22 ເມສານີ້ວ່າ ບໍ່ມີການປ່ຽນແປງທີ່ສໍາຄັນໃດໆ ເລື່ອງສະພາບສິດທິມະນຸດ ຢູ່ລາວໃນປີ 2023.
2024-04-24
ເດັກນ້ອຍແມ່ຍິງ ອາຍຸ 17 ປີ ຈາກບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໄປເຮັດວຽກ ຢູ່ເມືອງຕົ້ນເຜິ້ງ, ຂາດການຕິດຕໍ່ ກັບຄອບຄົວ ໄດ້ເດືອນປາຍ
2024-04-23
ຄົນງານລາວ 14 ຄົນ ທີ່ຕິດຄ້າງໃນມຽນມາ ເປັນກັງວົນ ເລື່ອງຄວາມປອດໄພ ຍ້ອນວ່າ ການຕໍ່ສູ້ກັນ ຮຸນແຮງຂຶ້ນ
2024-04-23
ລັດຖະບານຈີນ ຊ່ອຍຍານພາຫະນະ ເປັນລົດຕ່າງໆ 79 ຄັນ ແກ່ລາວ ໃນການເປັນເຈົ້າພາບ ກອງປະຊຸມ ສຸດຍອດອາຊຽນ
2024-04-23
ລັດຖະບານລາວ ແລະ ໄທ ສະຫຼອງຄົບຮອບ 30 ປີ ເປີດນຳໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ
2024-04-23
ເດັກນ້ອຍ ໃນແຂວງເຊກອງ ອາຍຸຕໍ່າກ່ວາ 5 ປີ ຂາດສານອາຫານ ຊຳເຮື້ອ
2024-04-23
ປະຊາຊົນຈໍານວນນຶ່ງ ທີ່ໄດ້ເສຍດິນ ໃຫ້ເຂດເສດຖະກິດພິເສດ ສີທັນດອນ ຂອງຈີນ ຍັງບໍ່ຍອມຮັບເອົາ ຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ
2024-04-23
ຊາວບ້ານ ຢູ່ແຂວງສາລະວັນ ພົບເຫັນລົດແກ່ໄມ້ ຂົນໄມ້ໄປຫວຽດນາມ ຈຳນວນຫຼາຍ
2024-04-23
ຄົນງານລາວ ກັບຄືນໄປປະເທດໄທ ເພື່ອສືບຕໍ່ເຮັດວຽກ ພາຍຫຼັງລາພັກຍາວ ໃນໄລຍະບຸນປີໃໝ່ລາວ ພ.ສ 2567