ຄົບ 30 ປີ ເປີດໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1
2024.04.23
ໃນວັນທີ 21 ເມສາ ປີ 2024, ໄດ້ມີພິທີສະເຫຼີມສະຫຼອງ ການເປີດໃຊ້ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ຄົບຮອບ 30 ປີ ຢູ່ພະແນກທາງຫຼວງໜອງຄາຍ ສົ້ນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແຂວງໜອງຄາຍ ປະເທດໄທຍ. ໂດຍການເປັນປະທານຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດລາວ, ທ່ານ ປຣານປຣີ ພະຫິດທານຸກອນ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດໄທ ແລະ ທ່ານ ນາງ ໂຣບິນ ມູດີ (Robyn Mudie), ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ອົດສະຕຣາລີ, ຮັບຜິດຊອບວຽກງານ ຂົງເຂດອາຊີຕາເວັນອອກສຽງໃຕ້.
ໃນໂອກາດດຽວກັນນີ້, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈັກກະພົງ ແສງມະນີ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດໄທ, ທ່ານ ສົມພົບ ສະມິຕະສິຣິ, ຜູ້ວ່າຣາຊະການ ຈັງຫວັດໜອງຄາຍ ຂອງໄທ ແລະ ບັນດາທູຕານຸທູດ ປະຈຳປະເທດໄທ ເຂົ້າຮ່ວມພິທີດັ່ງກ່າວດ້ວຍ.
ໃນພີທີດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງລາວ ໄດ້ກ່າວເຖິງຄວາມສຳຄັນ ຂອງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຕອນນຶ່ງວ່າ:
“ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການ ມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ໄທ. ທັງເປັນການສອດຄ່ອງກັບນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລເປັນປະເທດເຊື່ອມຈອດໃນພາກພື້ນ ແລະ ເປັນໜຶ່ງໃນບູລິມະສິດຂອງແຜນແມ່ບົດອາຊຽນ ໃນການເຊື່ອມໂຍງ ເຊື່ອມຈອດ 2025.”
ຂະນະທີ່ ທ່ານ ປຣານປຣີ ພະຫິດທານຸກອນ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງໄທ ກ່າວໃນພີທີດັ່ງກ່າວວ່າ: ຕະຫຼອດ 30 ປີທີ່ຜ່ານມາ, ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ມີບົດບາດສຳຄັນ ໃນການສົ່ງເສີມຄວາມສຳພັນ, ການພັດທະນາເສດຖະກິດ ແລະ ການໄປຫາສູ່ ລະຫວ່າງປະຊາຊົນລາວ-ໄທ ແລະ ມີຄວາມສຳຄັນຍິ່ງຂື້ນເລື້ອຍໆ ໃນລະບົບຄົມມະນາຄົມຂົນສົ່ງ ແລະ ໂລຈີສຕິກ ຂອງພາກພື້ນ. ຂົວແຫ່ງນີ້ ເປັນສາຍໃຍ ເຊື່ອມຄວາມສຳພັນໄທ-ລາວ ໂດຍເປັນຂົວຂ້າມແມ່ນ້ຳຂອງແຫ່ງທຳອິດ ທີ່ເຊື່ອມສອງປະເທດ ເຂົ້າດ້ວຍກັນ.
ທັງນີ້, ໃນຊ່ວງເຊົ້າ ໄດ້ມີພິທີຕັກບາດ ຢູ່ຕອນກາງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໂດຍການເປັນປະທານຮ່ວມ ຂອງທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ສົມພົບ ສະມິຕະສິຣິ, ຜູ້ວ່າຣາຊະການ ຈັງຫວັດໜອງຄາຍ ຂອງໄທ. ຊຶ່ງທາງການທັງສອງປະເທດ ໄດ້ປະກາດປິດດ່ານ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເປັນການຊົ່ວຄາວ ລະວ່າງເວລາ 6 ໂມງ ຫາ 7 ໂມງ 30 ນາທີ ຕອນເຊົ້າ.
ກ່ຽວກັບເລື່ອງທີ່ວ່ານີ້, ທ່ານ ພັນຕຳຫຼວດເອກ ກຣິດມົງກຸດ ບູຣະນະພັກດີ, ຜູ້ກຳກັບການ ຕຳຫຼວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ເມສາ 2024 ນີ້ວ່າ ໃນລະຫວ່າງທີ່ດ່ານປິດຊົ່ວຄາວ ທາງຕຳຫຼວດກວດຄົນເຂົ້າເມືອງຂອງໄທ ກໍໄດ້ມີການບໍລິການເຂົ້າໜົມ ແລະ ນ້ຳດື່ມ ໃຫ້ແກ່ຜູ້ທີ່ລໍຖ້າຂ້າມດ່ານ. ທັງນີ້, ຜູ້ທີ່ມາລໍຖ້າຂ້າມດ່ານ ສ່ວນຫຼາຍແມ່ນນັກທ່ອງທ່ຽວ ທັງຊາວໄທ ແລະ ລາວ. ຂະນະທີ່ ລົດໂດຍສານ ແລະ ລົດຂົນສົ່ງ ຍັງບໍ່ທັນແລ່ນເຂົ້າດ່ານ ໃນເວລານັ້ນ ຫຼາຍປານໃດ. ຈຶ່ງເຮັດໃຫ້ບໍ່ມີຄວາມຫຍຸ້ງຍາກເກີດຂື້ນ.
ທ່ານກ່າວວ່າ: “ຄົນຮ່ວມງານ ໜ້າຈະປະມານ 500 ກວ່າຄົນເຈົ້າ. ທາງເຮົາກໍຈັດໃຫ້ມີເຂົ້າໜົມ ແລະ ນ້ຳ ໄວ້ຮອງຮັບ ເພາະວ່າ ເຮົາຈະເລື່ອນເປີດຂົວ ໄປຊົ່ວໂມງນຶ່ງ ເພາະວ່າມີງານພິທີ ກໍໃຫ້ຄົນຮ່ວມກັນຕ້ອນຮັບນັກທ່ອງທ່ຽວ ແລ້ວກໍຄົນທີ່ມາຮ່ວມງານ. ເມື່ອເຊົ້າບໍ່ຫຼາຍປານໃດ ຄົນສ່ວນຫຼາຍຈະມາກໍຊ່ວງສວາຍ. ລົດຂົນສົ່ງ ຍັງບໍ່ທັນມາຫຼາຍປານໃດ ກໍມີລົດທຽວທຳອິດມາທໍ່ນັ້ນ.”
ໂດຍວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າອອກເມືອງ ຂອງລາວ ເພື່ອສອບຖາມກ່ຽວກັບ ກິດຈະກຳສະຫຼອງຂົວມິດຕະພາບ ຄົບຮອບ 30 ປີ ຢູ່ເບື້ອງລາວ ແລະ ບັນຫາຄວາມຫຍຸ້ງຍາກ ລະຫວ່າງໄລຍະເວລາປິດດ່ານຊົ່ວຄາວ. ແຕ່ບໍ່ສາມາດຕິດຕໍ່ໄດ້.
ທາງດ້ານ ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ບັນຍາກາດການຂ້າມດ່ານ ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເບື້ອງລາວ ກໍບໍ່ໄດ້ຄຶກຄັກຫຼາຍປານໃດ. ແລະ ການປິດດ່ານຊົ່ວຄາວ ເພື່ອເຮັດພິທີຕັກບາດ ກໍບໍ່ໄດ້ສ້າງຄວາມເດືອດຮ້ອນ ແກ່ຜູ້ຂ້າມດ່ານ ແຕ່ຢ່າງໃດ.
“ແມ່ນແຫຼະໆ. ບໍ່ຫຼາຍເຈົ້າ, ບໍ່ຫຼາຍ. ບໍ່ໄດ້ປິດ ເຂົາເຈົ້າເຮັດສະຫຼອງຂົວດ່ານໜ້ອຍນຶ່ງເຈົ້າ.”
ແຈ້ງການ ຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ ທີ່ວາງອອກໃນວັນທີ 19 ເມສາ 2024 ທີ່ຜ່ານມາ ລະບຸວ່າ ໃຫ້ລົດຜູ້ໂດຍສານ ທີ່ມີຈຸດປະສົງ ອອກໄປປະເທດໄທ ແລະ ລົດຂອງຜູ້ປະກອບການທຸລະກິດ ຢູ່ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແມ່ນໃຫ້ຈອດລໍຖ້າ ຢູ່ຖະໜົນທ່າເດື່ອ ໂດຍບໍ່ໃຫ້ເຂົ້າມາໃນດ່ານ ໃນເວລາດັ່ງກ່າວ ເພື່ອເປັນການຮັກສາຄວາມປອດໄພ ໃຫ້ແກ່ບັນດາການນຳຝ່າຍລາວ ທີ່ຈະເຂົ້າຮ່ວມພິທີຕັກບາດ ດັ່ງກ່າວ.
ໂດຍຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເປັນຂົວເບຕົງອັດແຮງເສີມເຫຼັກ ມີລວງຍາວທັງໝົດ 1,170 ແມັດ ພື້ນທາງປະກອບດ້ວຍແລວທາງ 2 ແລວ ລວງກວ້າງແລວລະ 3.5 ແມັດ. ມີທາງຍ່າງທັງສອງເບື້ອງ ເບື້ອງລະ 1.5 ແມັດ ແລະ ແລວທາງລົດໄຟກາງຂົວ ກວ້າງ 1 ແມັດ. ທັງນີ້, ທ່ານ ປຣານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດໄທ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນໄທວ່າ ທາງການຂອງທັງສອງປະເທດ ມີແຜນທີ່ຈະກໍສ້າງ ຂົວລົດໄຟຄວາມໄວສູງ ເພື່ອຂະຫຍາຍຄວາມອາດສາມາດ ໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ທີ່ຈະສ້າງມູນຄ່າການຄ້າຊາຍແດນ ລະຫວ່າງທັງສອງປະເທດ ໃຫ້ຫຼາຍຂື້ນ.
ທ່ານກ່າວວ່າ: “ເນື່ອງຈາກຂົວນີ້ ເປັນຂົວທີ່ສ້າງຄວາມສຳເລັດ ແກ່ປະເທດໄທ ແລະ ປະເທດລາວ ຢ່າງຫຼວງຫຼາຍ. ເຮັດໃຫ້ການຄ້າລະຫວ່າງສອງປະເທດ ໂດຍສະເພາະທາງການຄ້າຊາຍແດນ ມີປະລິມານເພີ່ມຂື້ນເຖິງ 35% ມູນຄ່າປະມານແສນກວ່າລ້ານບາດ ຊຶ່ງເປັນປະລິມານທີ່ສູງຫຼາຍ. ໃນອະນາຄົດ, ກໍຈະມີການສ້າງທາງລົດໄຟ ຄວາມໄວສູງຂ້າມຂົວ ຊຶ່ງກໍຈະເປັນສ່ວນສຳຄັນ ທີ່ເຮັດໃຫ້ພາກພື້ນນີ້ ໄດ້ຮັບປະໂຫຍດ ຈາກການມີລົດໄຟ ທີ່ສາມາດຂົນສົ່ງ ທັງປະຊາຊົນ ທັງສອງຝ່າຍ ແລະກໍ ນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາ ຕໍ່ໄປໃນອະນາຄົດ.”
ສຳລັບປະຫວັດ ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນີ້, ໃນປີ 1988, ທ່ານ ໄກສອນ ພົມວິຫານ, ນາຍົກລັດຖະມົນຕີລາວ ແລະ ທ່ານ ພົນເອກ ຊາດຊາຍ ຊຸນຫະວັນ ນາຍົກລັດຖະມົນຕີໄທ ໃນເວລານັ້ນ ໄດ້ອອກຖະແຫຼງການຮ່ວມ ຕົກລົງໃນຫຼັກການ ໃຫ້ມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ເຊື່ອມລະຫວ່າງໜອງຄາຍ ຫາ ນະຄອນຫຼວງວຽງຈັນ. ໂດຍທ່ານ ໂຣເບີດ ຮ໊ອກ, ນາຍົກລັດຖະມົນຕີອົດສະຕຣາລີ ໃນເວລານັ້ນ ໄດ້ປະກາດສະໜັບສະໜູນ ເງິນຊ່ວຍເຫຼືອຄ່າກໍ່ສ້າງຂົວຂ້າມແມ່ນ້ຳຂອງນີ້ ຈຳນວນ 42 ລ້ານໂດລາອົດສະຕຣາລີ ແລະ ໄດ້ມີພິທີເປີດໂຄງການກໍ່ສ້າງຂົວ ໃນເດືອນພະຈິກ ປີ 1991.
ຊຶ່ງການກໍ່ສ້າງຂົວ ໃຊ້ເວລາ 2 ປີເຄິ່ງ ຈຶ່ງສຳເລັດ ແລະ ໄດ້ມິີພີທີເປີດນຳໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ 8 ເມສາ 1994 ໂດຍມີທ່ານ ໜູຮັກ ພູມສະຫວັນ, ປະທານປະເທດລາວ ແລະ ພຣະບາດສົມເດັດ ພຣະມະຫາພູມີພົນ ອະດຸນຍະເດດ, ພຣະມະຫາກະສັດໄທ ເປັນປະທານຮ່ວມ. ແລະ ມີທ່ານ ຄຳໄຕ ສີພັນດອນ, ນາຍົກລັດຖະມົນຕີລາວ, ທ່ານ ຊວນ ຫຼີກໄພ, ນາຍົກລັດຖະມົນຕີໄທ ແລະ ທ່ານ ພອລ ຄີດຕິງ ນາຍົກລັດຖະມົນຕີ ອົດສະຕຣາລີ ໃນເວລານັ້ນ ກ່າວມອບ-ຮັບ ຂົວດັ່ງກ່າວ.
ໃນໂອກາດດຽວກັນນີ້, ພຣະບາດສົມເດັດ ພຣະມະຫາພູມີພົນ ອະດຸນຍະເດດ, ພຣະມະຫາກະສັດໄທ ໄດ້ສະເດັດຢ້ຽມຢາມລາວ ຢ່າງເປັນທາງການ ເປັນເວລາ 3 ມື້ ຊຶ່ງຖືວ່າ ເປັນເຫດການປະຫວັດສາດຢ່າງສູງສຸດ ໃນສາຍພົວພັນລະຫວ່າງລາວ ແລະ ໄທ.