ກົດຣະບຽບທີ່ບາງກຸ່ມຝ່າຝືນ ໄດ້
2014.02.19

ຊາວນະຄອນຫລວງວຽງຈັນຮຽກຮ້ອງໃຫ້ເຈົ້າໜ້າທີ່ ປະຕິບັດໜ້າທີ່ ຢ່າງເປັນທັມຕໍ່ກັບທຸກຄົນ ໃນການລ໊ອກຕີນລົດ ທຸກຄັນທີ່ຈອດບໍ່ຖືກ ຕາມ ກົດຣະບຽບ. ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ໄດ້ກາຍເປັນທີ່ວິພາກວິຈານ ໃນສັງຄົມຢ່າງກວ້າງຂວາງທີ່ສຸດ ນັ້ນຄືບັນຫາ ການລ໊ອກຕີນລົດ ທີ່ຂາດ ຄວາມເປັນທັມ ແລະຖືກວິພາກວິຈານ ໃນສື່ສັງຄົມ ອອນລາຍນ໌ ວ່າເປັນການເລືອກ ປະຕິບັດ ແຕ່ກັບ ປະຊາຊົນ ທັມມະດາ ເທົ່ານັ້ນ.
ມີປະຊາຊົນທ່ານນຶ່ງ ທີ່ໄປຈອດຣົດຢູ່ແຄມທາງ ເຊິ່ງເປັນບ່ອນທີ່ຫ້າມຈອດ ເລີຍຖືກຕຳຫຣວດຈະລາຈອນ ມາລ໊ອກຕີນລົດຂອງຜູ້ກ່ຽວໄວ້ ຕໍ່ມາ ເຈົ້າຂອງຣົດ ກໍໄປຫາເຈົ້າໜ້າທີ່ ຢູ່ປ້ອມຍາມ ຈຶ່ງໄດ້ຄຳຕອບວ່າ: “ຈອດບໍ່ຖືກຣະບຽບ ກີດຂວາງການສັນຈອນ ຖືວ່າຜິດກົດ ຈະຣາຈອນ”.
ແຕ່ປະຊາຊົນ ທ່ານນັ້ນ ພັດສັງເກດເຫັນ ຣົດສີດຳຄັນນຶ່ງ ກໍຈອດຢູ່ຈຸດດຽວກັນ ແຕ່ເຈົ້າໜ້າທີ່ຕຳຫຣວດ ພັດບໍ່ໄປລ໊ອກຕີນຣົດ ທັງໆທີ່ຈອດຜິດ ກົດຣະບຽບ ເຊັ່ນດຽວກັນ. ແຕ່ສັງເກດເຫັນວ່າຣົດຄັນນັ້ນຕິດປ້າຍສີຟ້າຊຶ່ງເປັນປ້າຍຂອງກະຊວງ ຫລືເປັນຣົດປະຈຳຕຳແໜ່ງ ຂອງພະນັກງານ ຣັດຂັ້ນສູງ ຕີນຣົດ ຈຶ່ງບໍ່ຖືກລ໊ອກໄວ້ ແລະ ເຈົ້າໜ້າທີ່ ກໍບໍ່ກ້າທີ່ຈະໄປ ເຮັດຫຍັງ ກັບຣົດຄັນນັ້ນໄດ້.
ເຫດການແບບນີ້ໄດ້ກາຍເປັນເຣື້ອງປົກກະຕິໄປແລ້ວ ສຳລັບການໃຊ້ມາດຕະການ ຂອງເຈົ້າໜ້າທີ່ຕຳຫຣວດ ທີ່ເລືອກປະຕິບັດ. ໂດຍຈະເລືອກ ປະຕິບັດ ກັບປະຊາຊົນ ແຕ່ບໍ່ກ້າ ປະຕິບັດ ກັບພະນັກງານຣັດ ທີ່ມີຕຳແໜ່ງສູງ ເຖິງວ່າຈະເຮັດ ຜິດກົດໝາຍກໍຕາມ.