ເຊີນຮ່ວມປະທ້ວງຜູ້ຣະເມີດ ສັນຍາ 1973
2014.02.07

ຂະບວນການ ລາວເປັນລາວ ຍຸຄໃໝ່ ຈະ ປະທ້ວງ ການຣະເມີດ ສັນຍາ ວຽງຈັນ ໂຮມລາວ ປີ 1973 ທີ່ລາວ ສອງຝ່າຍ ເຊັນກັນ. ຜູ້ຕາງໜ້າ ຂະບວນການ ດ່ັງກ່າວ ປະກາດວ່າຊາວລາວ ຜູ້ຮັກ ຊາດ ແລະ ຮັກຄວາມເປັນລາວ ຈະທຳການປະທ້ວງ ທາງອອນ ລາຍ ໃນວັນທີ່ 20 ເດືອນ ກຸມພາ ນີ້ ນັບແຕ່ ເວລາ 10 ໂມງ ກາງຄືນຫາ 12 ໂມງທ່ຽງຄືນ ເວລາພາກກາງຂອງ ສະຫະຣັຖ. ຜູ້ຕາງໜ້າຂະບວນການລາວເປັນລາວ ຍຸຄໃໝ່ ຊໍຮຽກຮ້ອງ ໃຫ້ ຊາວລາວ ໃນທົ່ວໂລກ ໃຫ້ເຂົ້າຮ່ວມ ການປະທ້ວງ ແລະ ອອກ ຄຳຄິດຄຳເຫັນ ໃນຄັ້ງນີ້ດ້ວຍ.
ບາງທ່ານ ອາດຈະບໍ່ເຂົ້າໃຈ ວ່າສັນຍາ ໂຮມລາວ ປີ 1973 ນັ້ນ ເປັນສັນຍາ ແນວໃດ ແລະແມ່ນໃຜເປັນຜູ້ລະເມີດ? ຄົນລາວ ຜູ້ ມີອາຍຸແດ່ ກໍພໍເຂົ້າໃຈວ່າ ກ່ອນປີ 1973 ຄະນະຜູ້ນຳລາວ ແບ່ງ ອອກເປັນສອງຝ່າຍ ຝ່າຍນຶ່ງເອິ້ນວ່າ ຝ່າຍວຽງຈັນທີ່ນິຍົມໂລກ ເສຣີ ນຳໂດຍ ສະຫະຣັຖອະເມຣິກາ; ອີກຝ່າຍນຶ່ງເອິ້ນວ່າ ຝ່າຍ ແນວລາວ ຮັກຊາດ ຊຶ່ງເປັນຝ່າຍນິຍົມ ຄອມມຸຍນິສ.
ຫລັງຈາກສູ້ຣົບກັນເປັນເວລາຍາວນານເຖິງ 30 ປີ ສອງຝ່າຍຕົກ ລົງ ເຊັນສັນຍາ ໂຮມລາວ ເມື່ອວັນທີ່ 21 ເດືອນກຸມພາ ປີ 1973; ຈາກນັ້ນ ບໍ່ດົນ ກໍຮ່ວມກັນຈັດຕັ້ງ ຣັຖບານປະສົມຂື້ນ; ແຕ່ເມື່ອຕົກ ມາເຖິງປີ 1975 ຝ່າຍ ແນວລາວຮັກຊາດ ໂດຍການ ສນັບສນູນ ຈາກ ຄອມມຸຍນິສ ວຽດນາມເໜືອ ໄດ້ຍຶດອຳນາດ ທົ່ວປະເທດ ແລ້ວ ຈັບຜູ້ນຳ ຝ່າຍວຽງຈັນ ແລະ ເຈົ້າໜ້າທີ່ ຂັ້ນສູງ ໄປຂັງຄຸກ ຢູ່ຕາມປ່າດົງ ທີ່ເອີ້ນວ່າ "ສັມມະນາ" ສ່ວນຜູ້ທີ່ໄຫວຕົວທັນ ຮູ້ກ່ອນ ກໍໂຕນ ໄປຢູ່ ປະເທດທີ່ສາມ ເຊັ່ນ: ສະຫະຣັຖ ການາດາ ຝຣັ່ງເສສ ແລະ ອອສເຕຣເລັຍ.
ສະນັ້ນ ໃນການປະທ້ວງ ຄັ້ງນີ້ ຂະບວນການ ລາວເປັນລາວ ຍຸຄໃໝ່ເວົ້າວ່າ ຈະເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມ ປະທ້ວງ ອອກຄຳຄິດ ຄຳເຫັນວ່າ ແມ່ນຝ່າຍໃດ ເປັນຜູ້ຣະເມີດ ສັນຍາ ມີຈຸດປະສົງ ອັນໃດ ແລະ ແມ່ນໃຜເປັນຜູ້ ຢູ່ເບື້ອງຫລັງ ຂອງ ຄວາມວຸ້ນວາຍ ທຳຣາຍສັນຍາ ໂຮມລາວ ສະບັບນັ້ນ.