ການສັນຈອນໃນນະຄອນຫຼວງ ວຽງຈັນ


2013.11.05
F-vientiane ການສັນຈອນ ໃນນະຄອນຫຼວງ ວຽງຈັນ ຕ້ອງຣະວັງເປັນພິເສດ
RFA/Lanxang

 

ການສັນຈອນ ໃນນະຄອນຫລວງວຽງຈັນ ນັບມື້ມີອັນຕຣາຍ ຫລາຍຂື້ນ ເພາະຜູ້ຂັບຂີ່ຣົດ ບໍ່ປະຕິບັດຕາມກົດຈາຣະຈອນຢ່າງເຄັ່ງຄັດ ພາໃຫ້ ເກີດອຸປຕິເຫດເລື້ອຍໆ ເຊັ່ນມັກລ່ວງໄຟແດງ ເມື່ອເຫັນໄພເຫລືອງ ແທນທີ່ຈະຊ້າລົງ ແຕ່ກັບແຮງເລັ່ງໄວຂື້ນ ຫລື ບາງເທື່ອ ພວກວັຍລຸ້ນພາ ກັນຂີ່ຣົດຈັກລຽນກັນເປັນໝູ່ ຕາມຖນົນຫົນທາງ ໃນກາງນະຄອນຫລວງວຽງຈັນ ເປັນເຫດໃຫ້ຣົດໃຫຍ່ ຈໍາເປັນຕ້ອງຣະມັດຣະວັງ ແລ່ນຊ້າລົງ ເພື່ອຫລີກລ້ຽງອຸປຕິເຫດ. ໃນເວລາມີງານບຸນໃຫຍ່ໆ ເຊັ່ນບຸນປີໃໝ່ລາວ ການສັນຈອນຢູ່ໃນເມືອງ ແຮ່ງອັນຕຣາຍ ເພາະຄົນຂັບຣົດ ເປັນຕົ້ນ ຜູ້ຂັບຣົດຈັກ ມັກລະເມີດກົດຣະບຽບຈາຣະຈອນ ແຕ່ ລະປີມີຄົນເສັຍຊີວິດ ຍ້ອນຫລາຍສິບຄົນ.

ນອກຈາກນັ້ນ ເຈົ້າໜ້າທີ່ ຕໍາຣວດຈາຣະຈອນ ກໍບໍ່ປະຕິບັດ ຕາມຣະບຽບກົດໝາຍ ການຈາຣະຈອນຢ່າງເຂັ້ມງວດເຊັ່ນກັນ ມັກແຕ່ຮັບສິນບົນ ເມື່ອເຫັນຄົນເມົາເຫລົ້າຂັບຣົດ ກໍປະປ່ອຍເຂົາໄປ ພາໃຫ້ເກີດອຸປຕິເຫດ ເລື້ອຍໆ ຈຳນວນຄົນເສັຍຊີວິດຍ້ອນຣົດຕໍາເພິ້ມຂື້ນທຸກໆປີ.

ຊາວນະຄອນຫລວງວຽງຈັນຜູ້ນຶ່ງຈົ່ມວ່າ ການສັນຈອນໃນນະຄອນຫລວງວຽງ ຈັນປັດຈຸບັນ ມີອັນຕະຣາຍຫລາຍກວ່າແຕ່ກ່ອນ ໜ້າເປັນຫ່ວງ ເພາະຜູ້ຂັບຣົດ ແລະເຈົ້າໜ້າທີ່ ບໍ່ປະຕິບັດຕາມຣະບຽບກົດໝາຍ.

ເສຖກິດຂອງລາວ ຂຍາຍຕົວຢ່າງໜ້ອຍ 8 ສ່ວນຮ້ອຍ ຕໍ່ປີໃນຣະຍະສອງສາມປີ ທີ່ຜ່ານມາ ໃນຂະນະດຽວກັນ ຈໍານວນຣົດໂດຍສານ ຢູ່ໃນ ເຂດນະຄອນຫລວງ ກໍເພິ້ມຂື້ນເລື້ອຍໆ ແຕ່ຖນົນຫົນທາງ ບໍ່ຂຍາຍຕົວໄປນໍາ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.