ສາເຫດໄຟໄໝ້ຕລາດຍັງເປັນ ປຣິສນາ
2014.04.10
ມາຮອດ ປັດຈຸບັນ ເຈົ້າໜ້າທີ່ ສືບສວນ ຍັງ ບໍ່ສາມາດ ສລຸບ ສາເຫດ ໄຟໄໝ້ ຕລາດ ທົ່ງຂັນຄຳ ຢູ່ໃຈກາງ ນະຄອນຫລວງ ວຽງຈັນ ໄດ້ເທື່ອ. ເຫດການ ໄຟໄໝ້ ໄດ້ ເກີດຂຶ້ນ ໃນວັນທີ 26 ມິນາ 2014. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ສລຸບ ລວມແລ້ວ ກໍຄືເວົ້າ ຫັ້ນລະ ມັນໄໝ້ ໝົດກ້ຽງນະ ທາງ ເຕັກນິກ ທາງການ ສືບສວນ ກະບໍ່ ສາມາດ ຢັ້ງຢືນວ່າ ມັນເກີດ ຈາກ ອີສັງ ຫັ້ນນະ".
ເຈົ້າໜ້າທີ່ ວ່າ ເນື່ອງຈາກ ໄຟໄດ້ ໄໝ້ ທຸກສິ່ງ ທຸກຢ່າງ ຈົນ ບໍ່ເຫລືອ ຫລັກຖານ ທີ່ ຈະສາມາດ ຄົ້ນຫາ ຕົ້ນເຫດ ໄດ້. ແຕ່ ເຈົ້າໜ້າທີ່ ກໍຕັ້ງ ຂໍ້ສົງໄສ ວ່າ ໄຟໄໝ້ ຄັ້ງນີ້ ອາຈເປັນຍ້ອນ ໄຟຟ້າ ຣັດ ວົງຈອນ, ໄຟຟ້າ ຊ໊ອດ, ຫລື ເກີດຈາກ ເຄື່ອງ ໄຟຟ້າ ຕ່າງໆ ທີ່ ພໍ່ຄ້າ ແມ່ຄ້າ ເປີດປະໄວ້ ດົນຈຶ່ງ ເຮັດໃຫ້ ໄຟໄໝ້ ແຕ່ ກໍບໍ່ ສາມາດ ສລຸບໄດ້ ເພາະ ທຸກຢ່າງ ໄໝ້ໝົດ.
ແຕ່ສຳລັບ ການ ຈ່າຍຄ່າ ຊົດເຊີຍ ໃຫ້ແກ່ ຜູ້ໄດ້ຮັບ ເຄາະຮ້າຍ ໃນຄັ້ງນີ້ ກໍຍັງ ບໍ່ສາມາດ ບອກໄດ້ ວ່າຈະມີ ໃຜ ເປັນຜູ້ ຮັບຜິດຊອບ ຕ້ອງລໍຖ້າ ໃຫ້ທາງ ຄະນະ ທີ່ ກ່ຽວຂ້ອງ ຊີ້ແຈ້ງ ຣາຍຣະອຽດ ຕໍ່ໄປ.
ເຫດໄຟໄໝ້ ຕລາດ ທົ່ງຂັນຄຳ ເປັນເຫດ ອັກຄີພັຍ ຄັ້ງໃຫຍ່ ໃນຮອບ ຫລາຍປີ ທີ່ເກີດຂຶ້ນ ໃນ ນະຄອນຫລວງ ວຽງຈັນ ແລະ ຜູ້ໃຊ້ ສື່ສັງຄົມ ອອນລາຍ ໄດ້ວິພາກ ວິຈານ ກັນວ່າ ໄຟໄໝ້ ຄັ້ງນີ້ ບໍ່ແມ່ນ ອຸບັດຕິເຫດ, ແຕ່ເປັນຍ້ອນ ມີຄົນ ຢູ່ ເບື້ອງຫຼັງ ຂອງ ສາເຫດ.