ເຣື້ອງທີ່ເກັບບັນທຶກໄວ້
2022-09-30
ທ້າວ ປັນຍາ ອັບດຸລລາ ອາຍຸ 34 ປີ ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ໃນພື້ນທີ່ ເມືອງບາງບົວທອງ ແຂວງນົນທະບູຣີ ປະເທດໄທຍ ທີ່ເປັນຜູ້ຖືກກ່າວຫາວ່າ ຂົ່ມຂືນ ແລະທໍາຮ້າຍຮ່າງກາຍ ນາງນ້ອຍ (ນາມສົມມຸດ) ແມ່ຍິງລາວ ອາຍຸບໍ່ເກີນ 20 ປີ ໄດ້ເດີນທາງ ເຂົ້າມອບໂຕ ຕໍ່ເຈົ້າໜ້າທີ່ຕໍາຣວດແລ້ວ.
2022-09-28
ແມ່ຍິງລາວ ຖືກນາຍຈ້າງ ຊາວໄທຍຜູ້ນຶ່ງ ຕົວະມາໃຫ້ເຮັດວຽກ ຢູ່ຮ້ານອາຫານແຫ່ງນຶ່ງ ໃນພື້ນທີ່ ເມືອງບາງບົວທອງ ແຕ່ຖືກນາຍຈ້າງຄົນດັ່ງກ່າວ ຍຶດໜັງສືເດີນທາງ (Passport) ໄວ້ ແລ້ວຂົ່ມຂືນນາງ ພ້ອມທັງທຳຮ້າຍຮ່າງກາຍ, ກັກຂັງ ແລະ ຂົ່ມຂູ່ ບໍ່ໃຫ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ.
2022-09-26
ວັນຄຸມກໍາເນີດ ສາກົລທຸກປີ ເປັນວັນທີ່ ສ້າງຈິຕສໍານຶກ ກ່ຽວກັບການຄຸມກໍາເນີດ, ຄວາມເຂົ້າໃຈ ໃນການຕັດສິນໃຈ ກ່ຽວກັບການ ສ້າງຄອບຄົວ ແລະການວາງແຜນ ຄອບຄົວໃນອະນາຄົຕ ຂະນະທີ່ ສປປ ລາວ ຍັງມີບັນຫາ ການຄຸມກຳເນີດ ທີ່ບໍ່ທົ່ວເຖິງ ໂດຍສະເພາະ ກຸ່ມແມ່ຍິງ ຜູ້ທຸກຍາກ ແລະ ຍາກຕໍ່ການເຂົ້າເຖິງ ການຄຸມກຳເນີດ.
2022-09-23
ພາກປະຊາສັງຄົມ ແລະຣັຖບານລາວ ເປັນຫ່ວງນໍານັກຮຽນ ທີ່ປະລະການຮຽນຫລາຍ ນັບຕັ້ງແຕ່ ໂຄວິດ-19 ຣະບາດມານີ້ ເປັນຕົ້ນ ສົກຮຽນ 2021-2022 ມີນັກຮຽນ ຊັ້ນປະຖົມ ປະລະການຮຽນ 4.9% ແລະ ຊັ້ນມັທຍົມຕົ້ນ ສູງເຖິງ 11%.
2022-09-22
ເຂດຊົນນະບົດ ຂອງລາວ ຍັງມີໂຮງຮຽນ ຫລາຍແຫ່ງເປ່ເພ, ເປິເປື້ອນ, ມີນ້ຳຖ້ວມຂັງ, ເປັນຂີ້ຕົມ ເຮັດໃຫ້ການຮຽນ-ການສອນ ບໍ່ປອດພັຍ ແລະ ເພີ່ມຄວາມລຳບາກ ສຳລັບເດັກນ້ອຍນັກຮຽນ ແຕ່ບໍ່ມີທາງເລືອກ ນັກຮຽນເຫຼົ່ານັ້ນ ກໍຕ້ອງໄດ້ທົນທຸກ ຮຽນໄປຕາມມີ ຕາມເກີດ.
2022-09-20
ອົງການສາກົລ ສືບຕໍ່ປັບປຸງ ຄວາມສເມີພາບ ລະຫວ່າງຍິງ-ຊາຍ ແລະ ສົ່ງເສີມ ການເຂົ້າເຖິງ ຄວາມຍຸຕິທັມ ຂອງເເມ່ຍິງລາວ ແລະ ເດັກນ້ອຍໃນລາວ ໃຫ້ດີຂຶ້ນ.
2022-09-19
ພໍ່ແມ່ ຜູ້ປົກຄອງ ໃນແຂວງຫລວງພຣະບາງ ຮູ້ສຶກດີໃຈ ທີ່ມີແຈ້ງການຫ້າມ ໂຮງຮຽນ ສາມັນຂອງພາກຣັຖ ທົ່ວແຂວງ ເກັບຄ່າທຳນຽມ ນຳນັັກຮຽນ ທີ່ມາສເນີຕົວ ເຂົ້າໂຮງຮຽນໃໝ່ ຂະນະທີ່ ໂຮງຮຽນບາງແຫ່ງ ຍັງບໍ່ໄດ້ປະຕິບັດ ຕາມນະໂຍບາຍ ຫ້າມເກັບເງິນ.
2022-09-12
ເປີດສົກຮຽນໃໝ່ແລ້ວ ແຕ່ບັນຫາຄຣູບໍ່ພຽງພໍ ກັບຈຳນວນນັກຮຽນ ທີ່ເພີ່ມຂຶ້ນ ຍັງລໍຖ້າໃຫ້ຣັຖບານ ແກ້ໄຂໃຫ້ຖືກຈຸດ ໂດຍສະເພາະ ຄຣູອາສາ ທີ່ເຂົ້າມາສອນ ນັກຮຽນໂດຍບໍ່ໄດ້ເງິນເດືອນ ຍິ່ງຮ້າຍໄປກວ່ານັ້ນ ບາງຄົນ ສອນມາໄດ້ຫຼາຍປີ ແຕ່ຜົລສຸດທ້າຍ ຕ້ອງລາອອກ ໄປປະກອບອາຊີບອື່ນ.
2022-09-09
ຍີ່ປຸ່ນ ມອບປາກະປ໋ອງ 402 ຕັນ, ມູນຄ່າປະມານ 3.6 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ຣັຖບານລາວ ຜ່ານອົງການອາຫານໂລກ ສໍາລັບໂຄງການ ອາຫານທ່ຽງ ເດັກນ້ອຍນັກຮຽນ ປະຖົມຢູ່ 31 ເມືອງໃນ 8 ແຂວງ ຊຶ່ງມີໂຮງຮຽນ 1,423 ແຫ່ງ ແລະ ນັກຮຽນ 132,450 ຄົນ.