ໂຮງຮຽນ ຫຼາຍແຫ່ງ ຢູ່ເຂດຊົນນະບົດ ບໍ່ມີຄວາມປອດພັຍ

ຈຳປາທອງ
2022.09.22
ໂຮງຮຽນ ຫຼາຍແຫ່ງ ຢູ່ເຂດຊົນນະບົດ ບໍ່ມີຄວາມປອດພັຍ ໂຮງຮຽນ ຊັ້ນປະຖົມ ແຫ່ງນຶ່ງ ໃນເຂດຊົນນະບົດ ຂອງ ສປປ ລາວ.
ຮູບພາບ: ນັກຂ່າວພົລເມືອງ

ໂຮງຮຽນປະຖົມສຶກສາ ຢູ່ຕາມເຂດຊົນນະບົດ ຂອງລາວຫລາຍແຫ່ງເປ່ເພ, ເປິເປື້ອນ, ​ມີນ້ຳ (ຖ້ວມຂັງ), ​ເປັນຂີ້ຕົມ ຍ້ອນຝົນຕົກໜັກ ນໍ້າຖ້ວມໃນທ້າຍ​ເດືອນສິງຫາທີ່ຜ່ານມາ, ແຕ່ເດັກນ້ອຍ ຈໍາເປັນຕ້ອງໄດ້​ທົນນັ່ງຮຽນໄປ​ ໂດຍທີ່ຍັງບໍ່ມີການປັບປຸງໃຫ້ດີຂຶ້ນ ຮວມທັງນັກຮຽນຊົນເຜົ່າອາຂ່າ ຊັ້ນປໍ 5 ຂອງ ໂຮງຮຽນ ປະຖົນສຶກສາ ລະຮາງໃຫຍ່ ເມືອງຂວາ ແຂວງຜົ້ງສາລີ ທີ່ຊາວລາວ ໄດ້ເຜີຍແພ່ໃຫ້ສັງຄົມຮູ້ທາງສື່ສັງຄົມອອນລາຍນ໌ ໃນມື້ວັນທີ 21 ກັນຍານີ້.

ຄລິບວິດີໂອນັ້ນ ໄດ້ຖືກລຶບໄປແລ້ວ. ແຕ່ຕໍ່ມາຂ່າວນັ້ນກໍຖືກເຜີຍແພ່ ທາງເຟສບຸກຄ໌ ໃນມື້ດຽວກັນ ໂດຍໄດ້ສະແດງຄວາມເປັນຫ່ວງ ນໍາການຮຽນຂອງເດັກນ້ອຍ ເປັນຈໍານວນບໍ່ໜ້ອຍ.

ສົກຮຽນປີນີ້ ຈໍານວນນັກຮຽນອະນຸບານ ແລະ ປ.5 ຢູ່ໂຮງຮຽນປະຖົນສຶກສາ ລະຮາງໃຫຍ່ ເພີ່ມຂຶ້ນ ເຮັດໃຫ້ນັກຮຽນ ປ.5 ຕ້ອງໄດ້ຮຽນຢູ່ຫ້ອງເກົ່າ ຂອງນັກຮຽນຊັ້ນມັທຍົມຊໍາຊາໄປກ່ອນ, ງົບປະມານທີ່ໄດ້ຮັບຈາກກອງທຶນຫລຸດຜ່ອນ ຄວາມທຸກຍາກຈາກສູນກາງ ທີ່ສ້າງຫ້ອງຮຽນໄດ້ 2 ຫ້ອງນັ້ນ ກໍມີນັກຮຽນອະນຸບານ ແລະ ປ.1 ຫາ ປ.4 ຮຽນນໍາກັນເຕັມແລ້ວ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ​ທີ່​ກ່ຽວ​ຂ້ອງ​ແຂວງ​ຜົ້ງ​ສາ​ລີ ຕໍ່​ວິ​ທ​ຍຸ​ເອ ​ເຊັຽ​ເສ​ຣີ​ ໃນ​ມື້​ວັນ​ທີ 22 ກັນ​ຍານີ້.

ຫາກໍເປັນ ມັນຖືກພັຍພິບັດຊ່ວງແລ້ວນີ້ຫັ້ນເດ໋ ນໍ້າຖ້ວມ ຝົນຕົກແຮງ ແລະກໍເຮັດໃຫ້ມັນເປ່ເພ ລົມພັດຊ່ວງແລ້ວຫັ້ນ ກໍສຸກເສີນເດ໋ ແລ້ວກໍໃຫ້ເຂົາມາຮຽນຢູ່ຫັ້ນກ່ອນ ທລຍ ເນາະ ສູນກາງນີ້ ຊ່ວຍນີ໋ ຫລັງນຶ່ງ 2 ຫ້ອງ ແລ້ວມັນບໍ່ພໍ ຍັງອີກປະມານ 2-3 ຫ້ອງມັນຈັ່ງຊິພໍຫັ້ນນ່າ ສະນັ້ນປ.5 ຈັ່ງໄດ້ຮຽນຫ້ອງຮຽນເກົ່າຂອງມັທຍົມນ່າ ກໍຊຸດໂຊມຫລາຍ.

ທ່ານກ່າວຕື່ມວ່າ ສຳລັບນັກຮຽນມັຍົມ ລະຮາງໃຫຍ່ນັ້ນ ແມ່ນໄດ້ຍ້າຍໄປຮຽນ ຢູ່ໂຮງຮຽນຫລັງໃໝ່ ທີ່ຍີ່ປຸ່ນຊ່ອຍສ້າງໃຫ້.

ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຄຳ ແຂວງຊຽງຂວາງ ກໍເວົ້າໃນມື້ດຽວກັນນີ້ວ່າ ບໍ່ພຽງແຕ່ເມືອງຂວາ ແຂວງຜົ້ງສາລີ ເທົ່ານັ້ນ ທີ່ໂຮງຮຽນປະຖົມ ຂອງນັກຮຽນຊົນເຜົ່າຊຸດໂຊມ, ໂຮງຮຽນປະຖົນພູນໂຮມເມືອງຄຳ ທີ່ເດັກນ້ອຍນັຮຽນຊົນເຜົ່າມົ້ງ, ຊົນເຜົ່າອາຂ່າ ຮຽນ ກໍຊຸດໂຊມ​​ມາໄດ້ປະມານ 10 ປີແລ້ວ, ບໍ່ມີງົບປະມານ ຈາກຂັ້ນເທິງຊ່ອຍສ້ອມແປງ ໃຫ້ດີເທົ່າທີ່ຄວນ, ມີແຕ່ປະຊາຊົນເລື່ອຍໄມ້ມາເຮັດເອງ.

ປະຊາຊົນເລື່ອຍໄມ້ມາເຮັດເອງຫັ້ນນ່າ ທາງຂັ້ນເທິງເຮົາກໍສນອງສັງກະສີ ມຸງໃຫ້ ແຕ່ວ່າມັນຫລາຍປີແລ້ວ ມັນກະໂດກເນາະກະຊຸດໂຊມ ໄດ້ຮຽນຢູ່ແຕ່ກໍລໍາບາກຫັ້ນແຫລະ ບາງເທື່ອກໍຝົນຕົກ ບາງເທື່ອກໍຟ້າແດດໃສ່. ກໍລໍາບາກຫັ້ນແຫລະ ຝົນຕົກແຮງຈັ່ງຊີ້ກໍເຮັດໃຫ້ເຮືອນຮົ່ວບໍ່ ຫລື ວ່າພັດລົມນີ້ກໍ ມີການຊະນໍ້າຝົນໃສ່ເນາະ ກໍຢາກໃຫ້ທາງພາກຣັຖນີ້ຊ່ວຍງົບປະມານ ສົມທົບກັບທ້ອງຖິ່ນບໍ່ ໃຫ້ສ້າງອາຄານຮຽນຫລັງໃໝ່ໃຫ້ເຂົາເຈົ້າຫັ້ນແຫລະເນາະ.

​ຢູ່​ເມືອງ​ສິງ ຫລື​ເວົ້າ​ທົ່ວ​ໄປ​ຢູ່​ທົ່ວແຂວງ​ຫລວງນ້ຳ​ທາ ຫ້ອງ​ຮຽນ​ຂອງ​ນັກ​ຮຽນ​ປະ​ຖົມ ຮວມ​ທັງ​ນັກ​ຮຽນ​ຊົນ​ເຜົ່າ​ອາ​ຂ່າ ຍັງ​ຕິດ​ພື້ນ ທີີ່ບໍ່​ແມ່ນ​ພື້ນ​ຊີ​ມັງ, ເມື່ອ​ຝົນ​ຕົກ​ລົງ​ມາ ພື້ນ​ດິນ​ຈະ​ມີ​ນ້ຳ​ຊຶມ.

ດັ່ງ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ເມືອງ​ສິງ ເວົ້າ​ໃນ​ມື້​ວັນ​ທີ 22 ກັນ​ຍານີ້​ວ່າ:

ເຂດຊຽງແຂວງເຮົານີ້ ຍັງຕິດພື້ນດິນຢູ່ເດ໋ ພື້ນດິນ ເນາະ ບໍ່ແມ່ນພື້ນຊີເມັນເນາະ ຝົນຕົກຫັ້ນແຫລະ ກໍຄືວ່າຫັ້ນແຫລະ ກໍສິເປິະໜ້ອຍນຶ່ງ ຈະເປັນນໍ້າແບບ ຊຶມໆ ຈະເປັນຮອຍເກີບຮອຍຫຍັງເຂົານີ້ນ່າ ຂີ້ຕົມກໍ ທາງນອກໄດ້ເປັນ ທາງໃນກໍມັນມຸງເຂົ້າມາ ມັນ ເປັນກໍບໍ່ເປັນຫລາຍປານໃດຫັ້ນນ່າ ກໍຢາກສເນີີຄັນມີທຶນ ກໍຢາກສເນີຫລັງໃໝ່ຫັ້ນແຫລະ ຄັນວ່າ ບໍ່ມີທຶນ ກໍຊ່ວຍສັງກະສີບໍ່ ໄມ້ນີ້ກໍໃຫ້ຊຸມຊົນອອກບໍ່.

ໂດຍ​ທົ່ວ​ໄປ​ແລ້ວ ໂຮງ​ຮຽນປະ​ຖົມ​ຢູ່​ເຂດ​ຫ່າງ​ໄກ ທີ່ບໍ່​ມີ​ໜ່ວຍ​ງານ​ໃດ​ເຂົ້າ​ເຖິງ​ໄດ້​ງ່າຍ ຈະ​ເປັນໂ​ຮງ​ຮຽນ​ແບບ​ປະ​ຖົມ​ປະ​ຖານ, ເຮັດ​ໃຫ້ມີ​ຜົ​ລ​ກະ​ທົບ ​ຕໍ່​ການ​ຮຽນ​ຂອງ​ພວກ​ນັກ​ຮຽນ ​ແຕ່​ຊັ້ນ​ອະ​ນຸ​ບານ ​ເຖິງ​ຊັ້ນ​ປະ​ຖົມ.

ດັ່ງ​ປະ​ຊາ​ຊົນ​ຢູ່​ບ້ານ ລະ​ຮາງ​ໃຫ​ຍ່ ເມືອງ​ຂວາ ແຂວງ​ຜົ້ງ​ສາ​ລີ ເວົ້າ​ຕໍ່​ວິ​ທ​ຍຸ ​ເອ​ເຊັຍ​ເສ​ຣີ ​ໃນ​ມື້​ດຽວ​ກັນ​ນີ້​ວ່າ:

ສົ່ງຜົນກະທົບຕໍ່ການຮຽນ ຂອງເດັກນ້ອຍແລ໋ວ ເຂົາເຈົ້າບໍ່ຊ່າງມານັ່ງແລ້ວນີ໊ ຕັ່ງກໍແມ່ນຕັ່ງຝັງດິນ ຕັ່ງແບບປະຖົມປະຖານ ຕັ່ງກໍບໍ່ຊ່າງເຄື່ອນຍ້າຍໄດ້ ຄັນວ່າຝົນຕົກແລ້ວກໍໄດ້ເຊົາ ໃນການຮຽນ ເຂົາເຈົ້າເຂົ້າບໍ່ໄດ້ແລ້ວ ຢູ່ໃນຂັ້ນປະຖົມ ຕັ້ງແຕ່ອານຸບານຈົນຮອດ ປ.5 ມັນເປັນຂັ້ນເຣີ່ມຕົ້ນ ຈາກການຮຽນພາສາລາວ ຄະນິດສາຕ ມັນສໍາຄັນເລີຍ ເພາະວ່າການສຶກສານີ້ ມັນເປັນທຶນຂອງມະນຸສ ຄັນເດັກນ້ອຍເຮົາ ບໍ່ເອື້ອອໍານວຍຄວາມສະດວກ ຢູ່ໃນຂັ້ນພື້ນຖານເຂົາໄປມັທຍົມ ເຂົາເປັນຜູ້ໃຫຍ່ແລ້ວນ່າ ເຂົາຈະບໍ່ສົນໃຈ ຈະກັບກາຍເປັນນັກຮຽນ ທີ່ບໍ່ເກັ່ງຫັ້ນນ່າ.

ກ່ຽວ​ກັບ​ບັນ​ຫາ​ທີ່​ວ່ານີ້ ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​​ທີ່ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ ທີ່​ເຮັດ​ວຽກ​ດ້ານ​ສິທ​ທິ​ເດັກ​ນ້ອຍ​ໃນ​ລາວ ເວົ້າ​ໃນ​ມື້​ດຽວ​ກັນ​ນີ້​ວ່າ ສະ​ພາບ​ຫ້ອງ​ຮຽນ​​ຂອງ​ນັກ​ຮຽນ ​ຊົນ​ເຜົ່າ​ຢູ່​ເຂດ​ພາກ​ເໜືອ​ຂອງ​ລາວ ຊຸດ​ໂຊມ ແລະ​ເປິ​ເປື້ອນ ​ເປັນ​ການສະ​ທ້ອນ​ໃຫ້​ເຫັນ​ວ່າ ພວກ​ນັກ​ຮຽນ​ບໍ່​ມີ​ຄວາມ​ປອດ​ພັຍ​ ໃນ​ການ​ຮ່ຳ​ຮຽນ, ເມື່ອ​ເວ​ລາ​ມີ​ພະ​ຍຸລົມ, ຝົນ​ມາ ກໍ​ອາ​ຈ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ. ສະ​ນັ້ນ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຄວນ​ມີ​ໂຮງ​ຮຽນ ​ທີ່​ປອດ​ພັຍ​ໃຫ້​ພວກ​ເຂົາ​ເຈົ້າ ​ໄດ້​ຮຽນ​ໜັງ​ສື.

ດັ່ງ​ທີ່​ທ່ານ​ກ່າວ​ວ່າ:

ດີແທ້ ມັນບໍ່ຄວນເປັນລັກສະນະແບບນີ້ນ່າ ມັນເປັນ ສິ່ງທີ່ບໍ່ປອດພັຍ ສໍາລັບເດັກນ້ອຍທີ່ສຸດເລີຍ ຝາໄມ້ເຮັ້ຽ, ໄມ້ແຕະເນາະ ແລະເປັນໄມ້ໄຜ່ຫັ້ນນ່າ ພະຍຸລົມ ຝົນມາທາງພາກເໜືອ ມັນມີຫລາຍຫັ້ນນ່າ ເຈົ້າຄິດວ່າຈັ່ງໃດ ເດັກນ້ອຍເຂົາຊິປອດພັຍ! ຣັຖຄວນເອົາ ໃຈໃສ່ເຣື່ອງການບໍຣິຫານຈັດການ ໂດຍສະເພາະແມ່ນ ຄວນຊຸກຍູ້ໃຫ້ເຂົາມາຮຽນ ພາຍໃນເມືອງ ໂດຍສະ ເພາະແມ່ນໃຫ້ມູນນິທິບໍ່ໃຫ້ອີ່ຫຍັງ ເປັນສະຖານທີ່ ທຶນສໍາລັບເດັກດ້ອຍໂອກາດ ແລ້ວກໍເປັນບ່ອນພັກພິງ ຂອງເດັກນ້ອຍຫັ້ນນ່າ ອັນນີ້ເປັນການ ເຂົາເອີ້ນວ່າ ຊ່ວຍເຫລືອ ໃນຄັ້ງທໍາອິດກ່ອນເນາະ.

ທ່ານ​ກ່າວ​ຕື່ມ​ວ່າ ການ​ແກ້​ໄຂບັນ​ຫາ​ຫ້ອງ​ຮຽນ​ຊຸດ​ໂຊມ ແລະ​ເປິ​ເປື້ອນໃນ​ໄລ​ຍະ​ຍາວ ພາກ​ຣັ​ຖຄວນ​ປະ​ເມີນ​ພື້ນ​ທີ່​ປຸກ​ສ້າງ​ ໃຫ້​ເໝາະ​ສົມ​ຄັກ​ແນ່, ແລ້ວ​ຊອກ​ຫາ​ທຶນມາ​ສ້າງ​ໃຫ້​ແໜ້ນ​ໜາ ແລະ​ມີ​ຄວາມ​ປອດ​ພັຍ.

ປັດ​ຈຸ​ບັນ ທະ​ນາ​ຄານ​ລາວ ແລະ​ວຽດ​ນາມ ຢູ່​ແຂວງ​ຊຽງ​ຂວາງ ຈະ​ໃຫ້​ທຶນ​ຊ່ອຍ​ເຫລືອ ສ່ວນ​ໃດ​ສ່ວນ​ນຶ່ງ​ ໃນ​ການ​ປັບ​ປຸງ​ ໂຮງ​ຮຽນ​ປະ​ຖົມ​ ລະ​ຮາງ​ໃຫ​ຍ່​ນັ້ນ​ແລ້ວ ແລະຫ້ອງ​ການ​ສຶກ​ສາ​ທິ​ການ​ ແລະ​ກິ​ລາເມືອງ ​ແລະ​ຜ​ແນກສຶກ​ສາ​ທິ​ການ​ ແລະ​ກິ​ລາ​ແຂວງ​ນີ້ ກໍ​ຈະ​ໄດ້​ສົມ​ທົບ ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ມຸງ​ສັງ​ກະ​ສີ, ແອ້ມ​ແປ້ນ ແລະເຮັດ​ຮ່ອງ​ລະ​ບາຍ​ນ້ຳ ແລະ​ທັງ​ຈະ​ສ​ເນີ​ຂໍ​ງົບ​ປະ​ມານ​ ຈາກ​ທາງ​ພາກ​ຣັ​ຖ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ​ນັກ​ທຸ​ຣະ​ກິຈ ເພື່ອ​ປັບ​ປຸງ​ໂຮງ​ຮຽນ​ແຫ່ງນີ້​. ຄາດ​ວ່າ ຈະ​ມີ​ນັກ​ຮຽນ​ເພີ່​ມຂຶ້ນ​ແ​ນ່ນອນ ຍ້ອນ​ມັນ​ເປັນ​ເຂດ​ເຕົ້າ​ໂຮງ 2 ບ້ານ ຄື​ບ້ານ​ລະ​ຮາງ​ໃຫ​ຍ່ ແລະ​ບ້ານ​ໝົກ​ແທດ ທີ່​ມີ​ນັກ​ຮຽນ​ຊົນ​ເຜົ່າ​ກຶ​ມຸນຳ​ດ້ວຍ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ​ອົງ​ການ​ຈັດ​ຕັ້ງ​​ ທີ່ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.