ຈຳນວນ ນັກຮຽນ ປະລະການຮຽນ ເພີ່ມຂຶ້ຫຼາຍ

ໂຮງຮຽນ ຊັ້ນປະຖົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ໂຮງຮຽນ ຊັ້ນປະຖົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (ນັກຂ່າວ ພົລເມືອງ)

0:00 / 0:00

ນັກຮຽນຊັ້ນປະຖົມ ແລະມັທຍົມຢູ່ ສປປ ລາວ ປະລະການຮຽນຫລາຍ ເວົ້າສະເພາະສົກຮຽນ 2021-2022 ອັດຕຣາການປະລະ ການຮຽນຊັ້ນປະຖົມສຶກສາ ມີ 4.9% ແລະຊັ້ນມັທຍົມຕົ້ນ ສູງເຖິງ 11%. ໃນໂອກາດ ວັນສາກົລ ແຫ່ງການຮຽນຮູ້ ໜັງສື ທ່ານ ພຸດ ສິມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກໍໄດ້ຮຽກຮ້ອງ ໃຫ້ໄດ້ຮຽນຈົບການສຶກສາ ພາກບັງຄັບ, ອີງຕາມຂ່າວ ອິນໄຊຕ໌ລາວ ວັນທີ 23 ກັນຍານີ້.

ເມື່ອຕົ້ນເດືອນກັນຍານີ້ ຢູ່ຫລາຍແຂວງຂອງລາວ ມີນັກຮຽນຈຳນວນຫລາຍ ບໍ່ສມັກເຂົ້າຮຽນ ຮວມທັງນັກຮຽນຊົນເຜົ່າ ຢູ່ແຂວງບໍຣິຄໍາໄຊ ຍ້ອນພໍ່ແມ່ຜູ້ປົກຄອງ ຢ້ານຜົລກະທົບ ຈາກການສັກວັກຊິນ ປ້ອງກັນໂຄວິດ-19, ບໍ່ພາລູກຫລານຂອງພວກຕົນ ໄປສັກ 2 ເຂັມຕາມກົດ ຂອງໂຮງຮຽນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກດ້ານການສຶກສາ ຢູ່ພາກໃຕ້ຂອງລາວ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 23 ກັນຍານີ້.

" ໃນຊ່ວງໂຄວິດ-19 ມີການຣະບາດ ນັກຮຽນກໍຢູ່ຫ່າງໄກ ແລະເຂົາເຈົ້າບໍ່ສາມາດ ໂຮມກັນໄດ້ຫລາຍ ແລ້ວກໍນັກຮຽນ ບໍ່ໄດ້ຮັບວັກຊິນນ່າ ເຂົາເຈົ້າກໍບໍ່ໄດ້ຮັບ ການສຶກສາ ກໍນ່າເປັນຫ່ວງຄືກັນ ເພາະວ່າເດັກເນາະ 1 ກໍຄືເປັນຄົນ ກືກໜັງສືເລີຍຫັ້ນແຫລະ 2 ເນາະ ການຊອກວຽກເຮັດ ງານທໍາ ໃນອະນາຄົຕກໍຈະເປັນການຍາກ ແລ້ວກໍໄປເຮັດງານ ຖືກນອກລະບົບ ອາຈຖືກກົດຂີ່ຫລາຍ ບໍ່ໄດ້ຕາມຣັຖບານກໍານົດ. "

ຢູ່ແຂວງພາກເໜືອ ຂອງລາວ ພວກນັກຮຽນ ເປັນຕົ້ນນັກຮຽນ ຢູ່ເຂດຫ່າງໄກ ທີ່ປະລະການຮຽນ ພາກບັງຄັບ ຈະແບ່ງອອກເປັນ 2 ກຸ່ມ ຄືກຸ່ມທີ່ບໍ່ມີອຸປະກອນສື່ສານ ໃນການຮຽນທາງອອນລາຍນ໌ ແລະກຸ່ມທີ່ຫຍຸ້ງຍາກ ໃນການເດີນທາງ ໄປໂຮງຮຽນໃນເມືອງ ເປັນຕົ້ນໃນໄລຍະທີ່ ມີການລຣະບາດ ຂອງໂຄວິດ-19.

ເພື່ອປະກອບສ່ວນ ເຂົ້າໃນການຊ່ອຍ ແກ້ໄຂບັນຫາດັ່ງກ່າວ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ກໍໄດ້ຊຸກຍູ້ ໃຫ້ຜູ້ປົກຄອງພາ ລູກຫລານຂອງຕົນ ໄປໂຮງຮຽນ ແຕ່ກໍປະຕິບັດໄດ້ 80%. ສ່ວນອີກ 20% ຍັງປະລະ ການຮຽນຢູ່.

ດັ່ງເຈົ້າໜ້າທີ່ ດ້ານການສຶກສາ ຂອງອົງການນີ້ຢູ່ເຂດ ພາກເໜືອຂອງລາວ ເວົ້າໃນມື້ດຽວກັນນີ້ວ່າ:

" ນ່າເປັນຫ່ວງຢູ່ ເພາະວ່າ ເຮົາບໍ່ໄດ້ເປີດການຮຽນ ການສອນ. ເວລາອອກນີ້ເຂົາກໍຊິບໍ່ມີອັນ ການສຶກສາ ແລ້ວກໍຊິບໍ່ມີວຽກເຮັດ ງານທໍາຫັ້ນແຫລະ ຈັ່ງຊີ້ວ່າ... ການສຶກສາອົບຮົມ ການຮຽນຮູ້ອີ່ຫຍັງ ເພິ່ນກໍບໍ່ກວ້າງຂວາງ ບາດນີ້ໃນການຕັດສິນໃຈ ຂອງເຂົາເຈົ້ານີ້ ບໍ່ມີທີ່ປຶກສານ່າ ຄວາມໝາຍເນາະ ບໍ່ມີບ່ອນຮຽນຮູ້ ແລ້ວຈະຕັດສິນໃຈ ແນວທາງທີ່ວ່າບໍ່ຖືກ ຕໍ່ໄປເລີຍຫັ້ນນ່າ ຫລິ້ນພະນັນບໍ່, ຫລິ້ນຢາບໍ່, ຫລິ້ນເກມອີ່ຫຍັງຕ່າງໆນີ້ແຫລະ ຜົນເສັຽຫາຍນ່າ. "

ໃນໄລຍະໂຄວິດ-19 ຣະບາດ ຢູ່ເມືອງຂວາ ແຂວງຜົ້ງສາລີ ນັກຮຽນຊົນເຜົ່າ ແຕ່ ມ.1 ຫາ ມ.7 ຢູ່ເຂດຫ່າງໄກ ເປັນກຸ່ມນັກຮຽນ ທີ່ປະລະການຮຽນຫລາຍ ຍ້ອນບໍ່ມີອຸປະກອນ ການຮຽນທາງອອນລາຍນ໌, ບໍ່ມີສັນຍານໄປເຖິງ.

ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງຂວາ ກ່າວໃນມື້ວັນທີ 23 ກັນຍານີ້ວ່າ:

" ກໍປະລະຫລາຍເຕີບເດ໋ ອາຈານສ່ວນຫລາຍແມ່ນ ມ.1 ຫາ ມ.-7 ເປັນຫ່ວງ. ສົມມຸດວ່າ ເຮົາຮຽນບໍ່ຈົບກໍເວລາໄປຊອກຫາຢູ່ ຫາກິນກໍຊິໄປບໍ່ຊ່າງ ຍ່າງບໍ່ເປັນ ຄືເທົ່າທຽມກັບຜູ້ອື່ນ ຜູ້ທີ່ຮຽນໄດ້ ຮຽນຈົບຫັ້ນນ່າ ບາງເທື່ອໄປຊອກຫາຢູ່ ຫາກິນ ກໍຢ້ານຊິບໍ່ກຸ້ມຢູ່ ກຸ້ມກິນຈັ່ງຊີ້ນ່າ. "

ທ່ານກ່າວຕື່ມວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ທາງຫ້ອງການສຶກສາເມືອງນີ້ ກໍໄດ້ສົມທົບກັບໂຮງຮຽນ ແລະອໍານາດການປົກຄອງທ້ອງຖິ່ນ ລະດົມໃຫ້ນັກຮຽນໄປເຂົ້າໂຮງຮຽນ, ແຕ່ກໍສາມາດລະດົມໄດ້ແຕ່ພຽງ 1 ຫາ 2 ອາທິດ ທີ່ນັກຮຽນໄປເຂົ້າໂຮງຮຽນ ຕາມປົກກະຕິ, ຫລັງຈາກນັ້ນກໍກັບມາ ປະລະການຮຽນຢູ່ຄືເກົ່າ.

ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນສົກຮຽນ 2021-2022 ນັກຮຽນມັທຍົມຕົ້ນປາກງາວ ທີ່ເປັນຊົນເຜົ່າກຶມຸ ແລະຊົນເຜົ່າມົ້ງ ແຕ່ຊັ້ນ ມ. 2 ຫາ ມ.5 ປະລະການຮຽນ ປະມານ 30 ຄົນ ຍ້ອນຄອບຄົວທຸກຍາກ, ບໍ່ມີອຸປະກອນ ການຮຽນທາງອອນລາຍນ໌, ກັບບ້ານບໍ່ສະດວກ, ເຊົ່າຫ້ອງແຖວຢູ່ເພື່ອຮຽນ. ພວກເຂົາເຈົ້າພາກັນໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌.

ດັ່ງນາຍຄຣູ ຢູ່ໂຮງຮຽນມັທຍົມສຶກສາ ຕອນຕົ້ນປາກງາວ ເວົ້າໃນມື້ດຽວກັນນີ້ວ່າ:

" ມັນຊ່ວງຫັ້ນນ່າ ເຮົາເປີດໂຮງຮຽນບໍ່ໄດ້ເນາະ ເພິ່ນໃຫ້ຮຽນແບບອອນລາຍນ໌ ເຮົາມັນຢູ່ຊົນບົດ ເຂົາບໍ່ມີຮອດໂທຣະສັບຫັ້ນນ່າ ຍັງລຸ້ນ 030 ມັນບໍ່ຊ່າງອອນລາຍນໍາເຂົາ ແລ້ວກໍທາງຄຣູອາຈານ ມີແຕ່ວ່າເຮັດວຽກບ້ານສົ່ງໃຫ້ ແລ້ວກໍເຂົາເຈົ້າຕອບມາ ແບບນັ້ນແຫລະ ປະມານ 2-3 ເດືອນທໍາອິດ ແລ້ວມັນບໍ່ໄດ້ມາໂຮງຮຽນ ນັກຮຽນມັນເສົ້າໃຈແນວໃດບໍ່ຮູ້ ແລ້ວເອົາກັນອອກໂຮງຮຽນຫລາຍເຕີບ ຈໍານວນນຶ່ງກໍເຂົ້າໄປທໍາງານຮັບຈ້າງ ຢູ່ກາສິໂນ ອີ່ຫຍັງພຸ້ນນ່າ ຈຸ ມ.4 ນ່າ ໂອ໋ ນ່າເປັນຫ່ວງ ຊົນເຜົ່າ ຊົ່ວຊິຮູ້ພາສາລາວເນາະ ກໍທັງຍາກ ຂຽນກໍບໍ່ໄດ້ ອ່ານກໍບໍ່ໄດ້. "

ຢູ່ເມືອງຄົງເຊໂດນ ແຂວງສາຣະວັນ ບາງຄອບຄົວທີ່ທຸກຍາກ ກໍຊຸກຍູ້ໃຫ້ລູກຫລານ ຂອງຕົນເຂົ້າໂຮງຮຽນ ແລະພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງ ແລະແຂວງ ກໍໄດ້ສົມທົບກັບ ທາງໂຮງຮຽນ ໃນການປຸກລະດົມໃຫ້ຜູ້ປົກຄອງ ເອົາລູກຫລານ ຂອງຕົນໄປເຂົ້າໂຮງຮຽນ ໃຫ້ຈົບການສຶກສາພາກບັງຄັບ.

ດັ່ງປະຊາຊົນ ຢູ່ບ້ານນາເຕີຍ ເມືອງຄົງເຊໂດນ ເວົ້າໃນມື້ວັນທີ 23 ກັນຍານີ້ວ່າ:

" ເປັນລາວລຸ່ມເຮົານີ້ແຫລະ ແຕ່ວ່າມັນເປັນບ້ານສອກຫລີກ ເຂົາກໍໃຫ້ຄວາມຮ່ວມມື ເຂົາກໍຊຸກຍູ້ລູກຫລານເຂົາຢູ່ດອກ ເຂດນີ້ກະດາຍກໍມີບາງຄອບຄົວທຸກຍາກ ແຕ່ກໍບໍ່ຫລວງຫລາຍອີ່ຫຍັງຫັ້ນນ່າ ແຕ່ວ່າຍາກປານໃດເຂົາກໍຊຸກຍູ້ ໃຫ້ລູກຫລານໃຫ້ມາຮຽນ ແລ້ວເຂົາກໍຢາກໃຫ້ລູກຫລານ ເຂົາເປັນອີ່ຫຍັງຫັ້ນນ່າ ຢາກໃຫ້ລູກຫລານເຂົາອ່ານໄດ້ ຂຽນເປັນຫັ້ນແຫລະ ເຂົາກໍຊຸກຍູ້ມາ. "

ພວກນັກຮຽນ ທີ່ປະລະການຮຽນ ຫລາຍພາກສ່ວນເວົ້າວ່າ ເປັນກຸ່ມນັກຮຽນທີ່ໜ້າເປັນຫ່ວງ, ພວກເຂົາເຈົ້າບໍ່ມີຄວາມຮູ້, ໄປເຮັດວຽກກໍຈະບໍ່ໄດ້ ຄ່າແຮງງານຫລາຍ, ອາຈກາຍເປັນຄົນຕິດຢາເສບຕິດ, ຕິດການພະນັນ ແລະເຮັດສິ່ງບໍ່ດີອື່ນໆ ຫລືຜູ້ປົກຄອງນັກຮຽນຈໍານວນນຶ່ງ ເຂົ້າໃຈວ່າ ຮຽນຈົບໄປແລ້ວກໍບໍ່ໄດ້ເຂົ້າເປັນຣັຖກອນ.

ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງການປຶກສາຫາລື ດ້ານການສຶກສາລະດັບຊາຕ ແລ້ວທາງການລາວ ກໍເວົ້າວ່າ ຈະສຸມໃສ່ 4 ເນື້ອໃນສໍາຄັນຄື ການຟື້ນຟູການຮຽນ-ການສອນ ພາຍຫລັງການຣະບາດ ຂອງໂຄວິດ-19, ສົ່ງເສີມນະວັຕກັມການສຶກສາ, ຈັດສັນງົບປະມານ ທີ່ເໝາະສົມ ແລະຍືນຍົງ ແລະ ການຮ່ວມມືກັບບັນດາຄູ່ຮ່ວມພັທນາ ໃນການຈັດຕັ້ງປະຕິບັດ ວຽກງານບູລິມະສິທ ແລະແຜນງານພັທນາ ຂອງຂແນງການສຶກສາ ແລະກິລາ.