ເຣື້ອງທີ່ເກັບບັນທຶກໄວ້
2023-10-03
ໂຄງການດັ່ງກ່າວ ໄດ້ຂຍາຍໄປກາຍຂອບເຂດ ຂອງການຄ້າ ແລະ ພະລັງງານ, ໂດຍກວມເອົາທັງໂຄງການດ້ານເຕັກໂນໂລຈີ້ ດິຈິຕັລ, ສຸຂພາບ ແລະ ຄວາມໝັ້ນຄົງ.
2023-10-02
ຄົບຮອບ 10 ປີ ຂອງ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຫຼື BRI, ເຊິ່ງປະເທດລາວ ເປັນນຶ່ງໃນປະເທດ ທີ່ເຂົ້າຮ່ວມ. ວິທຍຸເອເຊັຽເສຣີ ຈະນຳສເນີ ປວັດຄວາມເປັນມາບາງສ່ວນ ແລະ ຄວາມເຫັນ ຂອງບັນດານັກວິຊາການ ແລະ ຜູ້ນຳລາວ ຕໍ່ຂໍ້ຣິເຣີ່ມນັ້ນ.
2023-10-01
ກຸ່ມທະຫານພະມ້າ ໄດ້ຈັບແລະກັກຂັງສະມາຊິກ ພັກສັກນິບາດແຫ່ງຊາຕ ເພື່ອປະຊາຊົນທິປະໄຕ ຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າ ເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ.
2023-09-24
ຂແນງການອະສັງຫາລິມະຊັບ ຂອງຈີນ ຊະລໍໂຕ ເຮັດໃຫ້ສົ່ງຜົລຕໍ່ເສຖກິຈຂອງຈີນ ໂດຍລວມ ໃນຂະນະທີ່ປະເທດລາວ ທີ່ເປັນປະເທດລູກໜີ້ ຂອງຈິີນ ກໍຍັງປະສົບກັບບັນຫາ ເງິນເຟີ້.
2023-09-17
ກອງກໍາລັງຊົນກຸ່ມນ້ອຍ ໃນພະມ້າ ຈັບແກ້ງຕອບແຊັດ ຫຼື Call Center ທີ່ເປັນຊາວຈີນ 1,000 ປາຍຄົນ ແລ້ວ ສົ່ງມອບໃຫ້ເຈົ້າໜ້າທີ່ຈີນ.
2023-09-02
ມິນນີ້ ມິນລະດາ ແອ໋ງມະນີ ທີ່ຖືກແຕ່ງຕັ້ງ ໃຫ້ເປັນໂຕແທນ ນາງສາວ ຈາກ ສປປ ລາວ ໄປປະກວດ Miss Equality World ປະຈໍາປີ 2023 ທີ່ ບາຫຼີ, ປະເທດ ອິນໂດເນເຊຍ ປະກວດນາງສາວ ເພື່ອຄວາມເທົ່າທຽມ ເປັນກາງ ການປະກວດດັ່ງກ່າວ ແມ່ນຄັດເລືອກ ເອົາຄວາມງາມ ຈາກພາຍໃນ ສູ່ພາຍນອກ.
2023-08-19
ເທເລີ້ ສີສົມບັດ ດາລາ ນັກສະແດງ ທີ່ມີຊື່ສຽງໂດ່ງດັງ, ເປັນພະເອກ ຊີຣີ ສະບາຍດີ ຊໍາເໜືອ ປັດຈຸບັນ ກໍກໍາລັງຖ່າຍລະຄອນ ເລື່ອງ “ມົນຮັກລູກທົ່ງ” ຢູ່ປະເທດໄທ ແລະຍັງໄດ້ຮັບລາງວັນ Asia Top Award 2023 ສາຂາ ນັກສະແດງຊາຍດີເດັ່ນ ນໍາດ້ວຍ.
2023-08-08
ຜ່ານມາ ລາວ ແລະ ຈີນ ໄດ້ສືບຕໍ່ຮ່ວມມື ແລະ ແລກປ່ຽນຂໍ້ມູນນຳກັນ ໃນຫຼາຍດ້ານ ແລະ ຫຼາຍຂແນງການເຊິ່ງນອນຢູ່ໃນການ ຂຍາຍຄວາມສັມພັນລະຫວ່າງ ລາວ-ຈີນ ເປັນຕົ້ນໃນວຽກງານຮ່ວມມືດ້ານ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ວຽກງານຮ່ວມມື ດ້ານອາຊີວະສຶກສາລວມເຖິງການຮ່ວມການຮ່ວມມື ໃນວຽກງານແນວໂຮມ.
2023-07-21
ຄົນງານລາວ ທີ່ເຮັດວຽກຢູ່ບໍ່ແຮ່ ຈຳນວນຫຼາຍ ຖືກລອຍແພ ຫຼັງຈາກທີ່ ຄົນງານຈີນ ຈຳນວນນັບພັນ ຫຼັ່ງເຂົ້າມາບໍ່ເກືອໂປຕາສ ທີ່ແຂວງຄຳມ່ວນ ທາງພາກກາງຂອງລາວ. ຄົນງານລາວ ຈົ່ມວ່າ ຈຳນວນທີ່ຄົນງານລາວ ຕໍ່ຄົນງານຈີນ ບໍ່ສົມສ່ວນ ຄື ຄົນລາວ 100 ຄົນຕໍ່ຄົນງານຈີນ 3,000 ຄົນ ເຊິ່ງເຮັດໃຫ້ຄົນງານລາວ ຍ່ອມລະເມີດຂໍ້ຕົກລົງ ແລະຢາກໃຫ້ເຈົ້າຂອງໂຄງການ ຈ້າງຄົນງານພາຍໃນປະເທດ ເພີ່ມຂຶ້ນໃຫ້ຫຼາຍກວ່າຄົນງານຈີນ. ໂຄງການບໍ່ແຮ່ ທີ່ດຳເນີນການ ພາຍໃຕ້ຣັຖບານຈີນ ໄດ້ຈັດສົ່ງແຮ່ທາດ ທີ່ຂຸດຄົ້ນໄດ້ ກັບຄືນປະເທດຈີນ ເຊິ່ງມີຂນາດເສຖກິຈ ທີ່ໃຫຍ່ກວ່າ ປະເທດເພື່ອນບ້ານ. ເຈົ້າຂອງໂຄງການບໍ່ແຮ່ ກ່າວວ່າ ພວກເຂົາຕ້ອງນຳຄົນງານ ເຂົ້າມາເອງ ເພາະວ່າ ຄົນງານລາວ ບໍ່ມີທັກສະສີມື.
2023-07-11
ເນື່ອງໃນໂອກາດ ຄົບຮອບ 10 ປີ ແນວຄິດຣິເຣີ່ມ ນຶ່ງແລວນຶ່ງເສັ້ນທາງ ຫຼື One Belt One Road Initiative ຂອງຈີນ ປະຊາຊົນລາວ ຍັງບໍ່ໄດ້ຮັບປໂຍດ ຈາກແນວຄິດດັ່ງກ່າວ ເທົ່າທີ່ຄວນ ແລະປໂຍດສ່ວນຫຼາຍ ຕົກເປັນຂອງຝ່າຍຈີນ ຂະນະທີ່ ສປປ ລາວ ແລະປະຊາຊົນ ຕ້ອງແບກຮັບພາຣະໜີ້ມະຫາສານ.
2023-05-27
ໃນປະເທດພະມ້າ, ທະຫານ ບໍ່ພຽງແຕ່ກໍ່ການຮ້າຍ ຕໍ່ປະຊາຊົນຂອງຕົນເອງ ແລະ ການທໍາລາຍລ້າງ ແລະ ທະຫານພະມ້າ ໄດ້ທໍາລາຍສະຖານທີ່ ປວັດສາດ ແລະ ສະຖານທີ່ທາງດ້ານວັທນະທັມ, ສາສນະສະຖານ.
2023-05-20
ຜູ້ມີຄົນເຣີ່ມຫັນມາໃຊ້ Podcast ໃນການຮັບຟັງຂ່າວ ແລະ ກະຈ່າຍຂ່າວກັນຢູ່ປະເທດລາວແລ້ວ, ການຮັບຟັງ ຜ່ານທາງ Podcast ຈະສາມາດຟັງຂ່າວໄດ້ ຜ່ານທາງໂທລະສັບມືຖື ອັບໂລດເຂົ້າທາງໂທລະສັບມືຖື ທ່ານ ສາມາດຮັບຟັງໄດ້ທຸກຍາມ ທີ່ຢາກຈະຟັງ.
2023-05-15
ສະມາຄົມກິລາລາວ ແລະ ຊາວລາວສ່ວນຫຼາຍ ພໍໃຈຕໍ່ຜົລງານ ຂອງນັກກິລາລາວ ໃນການແຂ່ງຂັນກິລາຊີເກມສ໌ ທີ່ປະເທດກັມພູຊາເປັນເຈົ້າພາບ, ເຊິ່ງມາເຖິງວັນທີ 15 ພຶສພາ 2023 ນັກກິລາລາວ ຊິງໄດ້ 6 ຫຼຽນຄຳ ແລ້ວ, ອັນຖືວ່າ ເກີນເປົ້າໝາຍ ທີ່ວາງໄວ້ພຽງແຕ່ 5 ຫຼຽນຄຳ.
2023-05-13
ບັນດາສື່ມວນຊົນ ວິທຍຸ ເອເຊັຽ ເສຣີ ຢູ່ປະເທດອາຊ້ຽນ ແລະ ນັກນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ຢູ່ລາວ ຍັງຄົງຖືກນາບຂູ່, ຖືກຈັບຂັງຄຸກ ແລະ ຖືກລອບຍິງ.
2023-05-07
ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ກັມພູຊາ ຖືກປະນາມ ຈາກກຸ່ມວິພາກວິຈານ ຣັຖບານ ແລະ ປະຊາຊົນກັມພູຊາ ທີ່ບໍ່ໃຫ້ ພຣະມະຫາ ກະສັດ ກັມພູຊາ ເປັນຜູ້ເປີດງານ ມະຫາກັມກິລາ ສີເກມສ໌ (SEA Games) ກຸ່ມດັ່ງກ່າວເວົ້າວ່າ ທ່ານ ຮຸນເຊນ ເປັນຄົນທໍລະຍົດຊາຕ.