ທະຫານວ້າ ຢູ່ພະມ້າ ຈັບແກ້ງຕົ້ມຕຸນ ຊາວຈີນ 1,000 ຄົນ

ອຸ່ນແກ້ວ
2023.09.17
ທະຫານວ້າ ຢູ່ພະມ້າ ຈັບແກ້ງຕົ້ມຕຸນ ຊາວຈີນ 1,000 ຄົນ ກອງທະຫານວ້າ.
ນັກຂ່າວ ພົລເມືອງ ຈາກ ເວບໄຊຂ່າວ ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ

ກຸ່ມທະຫານວ້າ ຢູ່ພະມ້າ ໄດ້ຈັບໂຕຄົນຈີນ 1,000 ປາຍຄົນ ໃນຂໍ້ຫາເຮັດວຽກຕອບແຊັດ ຫຼື ຄອນເຊັນເດີ ທີ່ຕົວະຕົ້ມເອົາເງິນຄົນທາງອອກນລາຍ ຫຼັງຈາກນັ້ນ ກຸ່ມທະຫານວ້າ ກໍສົ່ງໃຫ້ຄົນຈີນດັ່ງກ່າວ ໃຫ້ຕໍາຣວດຈີນ ຢູ່ເຂດຣັຖສານ ທີ່ຕິດກັບຊາຍແດນຈີນ.

ສໍານັກຂ່າວ ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຣາຍງານວ່າ ກຸ່ມທະຫານວ້າ ໄດ້ໃຊ້ເວລາເປັນ 2 ວັນ ຄື ໃນວັນພຸດ ແລະ ວັນພະຫັດທີ່ຜ່ານມາ ໃນການບຸກທະລາຍກຸ່ມແກ້ງຄົນຈີນດັ່ງກ່າວ ດ້ວຍການຊ່ວຍເຫຼືອຂອງເຈົ້າ ໜ້າທີ່ຕໍາຣວດຈີນ ຫຼັງຈາກທີ່ມີການຈັບກຸມແລ້ວ, ກໍມີການສົ່ງໂຕຄົນຈີນດັ່ງກ່າວ ກັບຄືນປະເທດຈີນ.   

ທະຫານວ້າ ໄດ້ຄວບຄຸມເຂດປົກຄອງພິເສດຣັຖສານ ແລະ ໄດ້ມີກອງກໍາລັງທະຫານເປັນຂອງໂຕເອງຈໍານວນ 30,000 ຄົນ ແລະ ມີສາຍພົວພັນຢ່າງໃກ້ຊິດກັບຣັຖບານຈີນ.

ນັກຂ່າວ ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຕິດຕໍ່ຫາ ພົນຕີ ຊໍມິນຕັນ ຮອງຣັຖມົນຕຣີກະຊວງຖແລງຂ່າວ ຂອງພະມ້າ ເພື່ອຖາມການຢັ້ງຢືນເຣື່ອງນີ້, ແຕ່ ທ່ານ ບໍ່ຮັບໂທລະສັບ.​

ນອກຈາກນີ້, ວິທຍຸ ເອເຊັຽເສຣີ ພະຍາຍາມໄດ້ສົ່ງອີເມລ ຫາສະຖານທູດຈີນ ປະຈໍານະຄອນຢ້າງກຸ້ງ ປະເທດພະມ້າ ແຕ່ ສະຖານທູດຈີນ ບໍ່ໄດ້ຕອບອີເມລມາ, ແຕ່ສໍານັກຂ່າວຊິນຫົວ ຂອງທາງການຈີນ ໄດ້ຣາຍງານວ່າ ທາງການພະມ້າ ໄດ້ສົ່ງຜູ້ຕ້ອງຫາຊາວບຈີນ ປະມານ 1,200 ຄົນ ໃຫ້ແກ່ທາງການຈີນ ລວມທັງຜູ້ທີ່ທາງການຈີນຕ້ອງການໂຕ ປະມານ 40 ຄົນ.

ເປັນທີ່ຮູ້ຈັກກັນດີວ່າ ກຸ່ມເຮັດວຽກຕອບແຊັດ ດໍາເນີນການຢູ່ເຂດ ເຂດປົກຄອງພິເສດ ເພື່ອຫຼອກລວງຄົນພະມ້າ ແລະ ຕ່າງປະເທດ ໂດຍສເນີໃຫ້ວຽກເຮັດງານທໍາ ທີ່ມີເງິນເດືອນສູງ ແລະ ນໍາໃຊ້ຊ່ອງທາງເຟສບຸກ ເພື່ອຫຼອກລວງຄົນໃຫ້ມາລົງທຶນ ໃນດ້ານຄຼິບໂຕ ແລະ ຮູບແບບອື່ນໆ.​

ປະຊາຊົນ ຢູ່ເມືອງມົງເປືອກ ທີ່ຫ່າງຈາກຊາຍແດນຈີນ 10 ກິໂລແມັດ ໄດ້ກ່າວວ່າ ລາວເຫັນເຈົ້າໜ້າທີ່ຈັບກຸມຄົນຈີນ ແລະ ສົ່ງໃຫ້ທາງການຈີນ.

ປະຊາຊົນທ້ອງຖິ່ນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ່າ ເຈົ້າໜ້າທີ່ນໍາໂຕຜູ້ທີ່ຖືກຈັບ ຂຶ້ນໃສ່ຣົຖບັນທຸກທະຫານ 6 ຄັນ ໃນວັນທີ 7 ກັນຍາ ແລະ ອີກປະມານ 100 ຄົນ ໄດ້ຖືກຈັບໃນວັນທີ 9 ກັນຍາ.

ປະຊາຊົນ ທ່ານນີ້​ ກ່າວຕື່ມອີກວ່າ ພວກຜູ້ທີ່ຖືກຈັບເປັນພວກຕົ້ມຕຸນຫຼອກລວງ ເປັນຄົນຈີນ ຖືກສົ່ງໃຫ້ເຈົ້າໜ້າທີ່ຕໍາຣວດຈີນ.

ປະຊາຊົນ ທີ່ເຮັດວຽກຢູ່ເຂດດັ່ງກ່່າວ ໄດ້ເວົ້າວ່າ: ຢາກໃຫ້ພໍ່ແມ່ ຜູ້ປົກຄອງ ຕິດຕໍ່ຫາລູກຫຼານຂອງຕົນເອງ ວ່າ ເຂົາເຈົ້າຖືກຈັບໄປທາງໃດບໍ່.​

ໃນວັນທີ 26 ສິງຫາ ທີ່ຜ່ານມາ, ສະຖານທູດຈີນ ຢູ່ນະຄອນ ຢ້າງກຸ້ງປະເທດພະມ້າ ໄດ້ກ່າວວ່າ ຕໍາຣວດພະມ້າ ໄດ້ ສົ່ງມອບຄົນຈີນ 24 ຄົນ ລວມທັງຫົວໜ້າແກ້ງເຮັດວຽກຕອບແຊັດ ຫຼື Call Center.  

ອີງຕາມການຣາຍງານ ຂອງ ສະຫະປະຊາຊາຕ ໃນວັນທີ 29 ສິງຫາ, ມີປະຊາຊົນຫຼາຍ ຫຼາຍແສນຄົນ ຢູ່ປະເທດອາຊ້ຽນ ລວມທັງພະມ້າ ຖືກນາບຂູ່ ແລະ ຖືກຕົວະ ໃຫ້ມາເຮັດວຽກຕອບແຊັດ.

ບົດຣາຍງານ ຂອງ ສະຫະປະຊາຊາຕ ຍັງລະບຸວ່າ ປະຊາຊົນຢູ່ພະມ້າ 120,000 ຄົນ ແລະ ກັມພູຊາ 100,000 ຄົນ ຖືກບັບຄັບໃຫ້ມາເຮັດວຽກ.

ນອກຈາກນີ້ ເມື່ອວັນທີ 11 ກັນຍາ 2023 ທີ່ຜ່ານມານີ້ ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ຂອງລາວ ໄດ້ຈັດພິທີສົ່ງໂຕຜູ້ຕ້ອງຫາຊາວຈີນ ຈໍານວນ 164 ຄົນ ທີ່ຮ່ວມກັນເປັນແກ້ງສໍ້ໂກງຊັບ ຫຼື ແກ້ງຄໍເຊັນເຕີ້ ມອບໃຫ້ເຈົ້າໜ້າທີ່ ຕໍາຣວດຈີນ ຢູ່ສນາມບິນສາກົລວັດໄຕ ເພື່ອໃຫ້ຕໍາຣວດຈີນຮັບໂຕໄປດໍາເນີນຄະດີຢູ່ປະເທດຈີນ ພາຍຫຼັງທີ່ເຈົ້າໜ້າທີ່ຕໍາຣວດລາວ ສາມາດຈັບແກ້ງດັ່ງກ່າວໄດ້ ຕາມການຂໍຄວາມຮ່ວມມື ຈາກເຈົ້າໜ້າທີ່ຕໍາຣວດຈີນ, ອີງຕາມການຣາຍງານ ຂອງໜັງສືພິມປ້ອງກັນຄວາມສງົບ ວັນທີ 11 ກັນຍາ 2023.

ສໍາລັບແກ້ງຄໍເຊັນເຕີ້ ຊາວຈີນດັ່ງກ່າວ ແມ່ນຖືກຈັບໄດ້ໃນຫຼາຍແຂວງ ຂອງລາວ ປະກອບດ້ວຍ ຖືກຈັບຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນ 46 ຄົນ, ຖືກຈັບຢູ່ນະຄອນຫຼວງວຽງຈັນ 77 ຄົນ, ຖືກຈັບຢູ່ແຂວງວຽງຈັນ 22 ຄົນ ແລະຖືກຈັບຢູ່ແຂວງສວັນນະເຂດ 19 ຄົນ, ເຊິ່ງການຈັບຜູ້ຕ້ອງຫາຈີນທີ່ວ່ານັ້ນ ເກີດຂຶ້ນໂດຍອີງຕາມບົດບັນທຶກ ຄວາມຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສງົບລາວ ແລະກະຊວງປ້ອງກັນ ຄວາມສງົບຈີນ ແລະ ອີງຕາມຄວາມຮ່ວມມື ຂອງ 2 ກໍາລັງຕໍາຣວດ ລາວ-ຈີນ ໃນການມ້າງກຸ່ມແກ້ງດັ່ງກ່າວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ປະຈໍາຫ້ອງການກວດຄົນເຂົ້າເມືອງ ຢູ່ສນາມບິນສາກົລວັດໄຕ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນຕອນແລງ ຂອງວັນທີ 11 ກັນຍາ ທີ່ຜ່ານມາວ່າ:

“ການສົ່ງມອບໂຕ ຜູ້ຕ້ອງຫາຊາວຈີນດັ່ງກ່າວ ໄດ້ມີຂຶ້ນ ໃນຊ່ວງຕອນເຊົ້າ ຂອງວັນທີ 11 ກັນຍາ 2023 ໂດຍເຈົ້າໜ້າທີ່ຕໍາຣວດຈີນ ໄດ້ຂີ່ເຮືອບິນ ຖຽວບິນພິເສດ ຂອງສາຍການບິນ China Southern ຈາກປະເທດຈີນ ມາຮັບຜູ້ຕ້ອງຫາຈໍານວນດັ່ງກ່າວ ຢູ່ສນາມບິນສາກົລວັດຕັຍ ສ່ວນຣາຍລະອຽດເພີ່ມຕື່ມ ບໍ່ສາມາດໃຫ້ຂໍ້ມູນຫຼາຍໄປກວ່ານີ້ໄດ້.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ຢູ່ຄະນະຄຸ້ມຄອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສໍາພາດ ແລະກໍໄດ້ຕິດຕໍ່ໄປຍັງ ສະຖານທູດຈີນ ປະຈໍາປະເທດລາວ ເຊິ່ງເຈົ້າໜ້າທີ່ ຜູ້ທີ່ຮັບໂທຣະສັບ ລະບຸພຽງແຕ່ວ່າ ທາງສະຖານທູດໄດ້ຮັບຣາຍງານດັ່ງກ່າວແລ້ວ ແຕ່ບໍ່ສະດວກທີ່ຈະໃຫ້ຄໍາເຫັນເພີ່ມຕື່ມ.

ໃນຂະນະທີ່ ຊາວລາວທີ່ຮູ້ຂ່າວດັ່ງກ່າວ ຫຼາຍຄົນກໍຮູ້ສຶກຍິນດີ ທີ່ເຈົ້າໜ້າທີ່ຕໍາຣວດລາວ ສາມາດມ້າງກຸ່ມແກ້ງໄດ້ກ່າວໄດ້ ຍ້ອນເປັນໄພອັນຕລາຍຕໍ່ສັງຄົມ ແລະກໍມີສ່ວນ ທີ່ຕົວະໃຫ້ຊາວລາວຕົກໄປເປັນເຫຍື່ອຄ້າມະນຸສ ຢູ່ເຂດສາມຫຼ່ຽມຄໍາ ແລະກໍຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ລົງຕິດຕາມກວດກາເລື້ອຍໆ, ຕອບແຊັດ ເຊິ່ງແກ້ງເຮັດວຽກຄອບແຊັດ ຈະມາຕັ້ງທີ່ທໍາການຢູ່ເຂດຂາຍແດນ ປະເທດທີ່ມີຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ການທະຫານ.​

ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກັນຍາ ນີ້ວ່າ:

“ເອີ່ ກະໄດ້ຍິນຢູ່ ກະຫຼາຍຢູ່ໄດ໋ ມັນກະເຮັດໃຫ້ອັນນີ້ແຫຼະ ພວກກ້ອນແກ້ງຄໍເຊັນເຕີ້ ອິຫຍັງນີ້ ມັນກະຫຼຸດໆລົງ ອິິຫຍັງປະມານນີ້.”

ສະເພາະຢູ່ປະເທດລາວ ກໍມີໄວໜຸ່ມລາວຫຼາຍຄົນຖືກຕົວະ ໄປເຮັດວຽກຕອບແຊັດ ຢູ່ປະເທດພະມ້າ ແລະ ຫຼາຍກໍລະນີ ພໍ່ແມ່ຜູ້ປົກຄອງຕ້ອງໄດ້ເອົາເງິນໄຖ່ໂຕ ລູກຫຼານຂອງຕົນເອງ.

ໃນວັນທີ 30 ສິງຫາ 2023 ນີ້ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ລູກເຕົ້າຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ແຈ້ງໃຫ້ເອເຊັຽເສຣີ ຮູ້ວ່າ ນາຍຈ້າງຄົນຈີນ ຢູ່ໂຮງກາສິໂນ ດັ່ງກ່າວ ໄດ້ປ່ອຍໂຕເດັກນ້ອຍ ຈໍານວນ 23 ຄົນ ທີ່ເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ມາໄດ້ 5-6 ເດືອນນັ້ນ ແມ່ນໄດ້ປ່ອຍໂຕພວກເຂົາອອກແລ້ວ.

ສ່ວນອີກ 12 ຄົນ ທີ່ຍັງເຮັດວຽກຫາເງິນໃຫ້ເຂົາໄດ້ ຍັງສືບຕໍ່ເຮັດວຽກຢູ່ ແລະອີກປະມານ 2-3 ເດືອນ ນາຍຈ້າງຈີນ ຈຶ່ງຈະປ່ອຍໃຫ້ກັບບ້ານ.

ແມ່ຂອງເດັກນ້ອຍຊາຍຄົນດັ່ງກ່າວ ຍັງເວົ້າເຖິງຄວາມຮູ້ສຶກ ຕອນທີ່ຮູ້ວ່າ ລູກຂອງຕົນ ເປັນ 1 ໃນ 23 ຄົນ ທີ່ໄດ້ອອກມາຈາກ ກາສິໂນ ນັ້ນວ່າ: ແມ່ກໍດີໃຈຕື່ນເຕັ້ນແລ້ວກໍ ບໍ່ຮູ້ແນວຊິເວົ້າເລີຍ ກໍວ່າ ໂອ່ຍ...ເປັນແຕ່ບຸນແຕ່ໂຊກບຸ ແມ່ນແລ້ວໆ ບໍ່ຄຶດວ່າ ຊິໄດ້ຍິນຄໍານີ້ເລີຍຫັ້ນນ່າ (ລູກໄດ້ອອກມາ).

ສໍາລັບຜູ້ເປັນແມ່ອີກຄົນນຶ່ງ ທີ່ລູກຊາຍ ຍັງຕິດຄ້າງຢູ່ພະມ້າ ຍັງບໍ່ຖືກປ່ອຍໂຕກັບບ້ານນັ້ນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ແມ່ກະບໍ່ຢາກດີໃຈປານໃດ ເພາະລູກຊາຍບໍ່ທັນໄດ້ອອກ ກໍດີໃຈນໍາເຂົາຫັ້ນແຫຼະ ດີໃຈນໍາເຂົາທີ່ວ່າເອີ ໄດ້ຮູ້ຂ່າວວ່າ ເຂົາປ່ອຍມາ 23 ຄົນລະເດີ້ ບໍ່ຕ້ອງແລ່ນບ່ອນໃດແລ້ວ ວ່າແບບນີ້ ລູກກະ ບໍ່ດົນກະຊິໄດ້ອອກແລ້ວວ່າແນວນີ້.”

ໃນຂະນະທີ່ ແມ່ຂອງເດັກນ້ອຍຊາຍ ຄົນທີ່ 2 ທີ່ລູກຊາຍ ຍັງຕິດຄ້າງຢູ່ພະມ້າ ເຊັ່ນກັນ ກໍກ່າວວ່າ: ຄັນເປັນແບບຄືເຂົາເວົ້າ ກະດີໃຈນໍາ ຢ້ານແຕ່ວ່າ ເຂົາເຮັດວຽກໄດ້ລະ ຊິຕົວະວ່າ ໂອ້ວ່າ ເດືອນ 10 ຊິປ່ອຍ ຮອດເດືອນ 10 ມາລະວ່າ ເດືອນ 11 ຊິປ່ອຍ ພັດວ່າ ຕົວະໄປຕິກໆແນວນີ້ນ່າ ກະມີແຕ່ວ່າ ລໍຖ້າເຈົ້າໜ້າທີ່ຂັ້ນເທິງເພິ່ນໄປ.”

ສ່ວນຜູ້ປົກຄອງອີກຄົນນຶ່ງ ທີ່ລູກສາວຖືກຄ້າມະນຸສໄປພະມ້າ ແລະເຮັດວຽກຢູ່ບ່ອນດຽກັນນີ້  ກໍກ່າວວ່າ ລູກສາວ ບໍ່ສົ່ງຂ່າວມາ ໄດ້ ມື້ແລ້ວ ບໍ່ຮູ້ເລີຍ ວ່າລາວ ໄດ້ອອກມານໍາເດັກນ້ອຍ ຈໍານວນ 23 ຄົນນັ້ນບໍ່ ມີແຕ່ລໍຖ້າຟັງເບິ່ງມື້ທີ່ຕໍາຣວດໄທຍ ເອົາໄປກັກໂຕຢູ່ໃສ ເພາະບໍ່ມີໃຜ ຕິດຕໍ່ຫາພໍ່ແມ່ ໄດ້ຈັກຄົນເລີຍ.

ກ່ຽວເຣື່ອງເດັກນ້ອຍລາວ 23 ຄົນ ທີ່ນາຍຈ້າງຈີນ ປ່ອຍໂຕອອກມານີ້ ທາງພໍ່ແມ່ຜູ້ປົກຄອງແຕ່ຄົນ ຍັງບໍ່ມີໃຜ ຮູ້ຣາຍຊື່ລະອຽດ ແລະເປັນຍິງຈັກຄົນ ຊາຍຈັກຄົນ ແລະມີຄົນແຂວງໃດແດ່ ກໍຍັງບໍ່ຮູ້ແນ່ນອນ ຈຶ່ງຍັງບໍ່ໄດ້ແຈ້ງເຣື່ອງດັ່ງກ່າວນີ້ ໃຫ້ເຈົ້າໜ້າທີ່ພາກສ່ວນໃດໃນລາວ ຮັບຊາບເທື່ອ.

ນັບແຕ່ ເດືອນກັນຍາ ປີ 2022 ທີ່ຜ່ານມາ ມີເດັກນ້ອຍໄວໜຸ່ມ-ຍິງສາວ ລາວ ອາຍຸລະຫວ່າງ 14-23 ປີ ຈໍານວນ 47 ຄົນ ຈາກເມືອງວຽງພູຄາເມືອງນາແລເມືອງສິງເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຖືກກຸ່ມແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.