ໃຜໄດ້ປໂຍດ ຈາກ BRI ໃນລາວ ຫຼາຍທີ່ສຸດ

ສຸພັດຕາ
2023.07.11
ໃຜໄດ້ປໂຍດ ຈາກ BRI ໃນລາວ ຫຼາຍທີ່ສຸດ ຣົຖໄຟລາວ-ຈີນ, ສະຖານີ ນະຄອນຫຼວງພຣະບາງ ເດືອນ ຕຸລາ ປີ 2022.
RFA

ເຈົ້າໜ້າທີ່ ແລະນັກຊ່ຽວຊານ ລາວ-ຈີນ ຈັດກອງປະຊຸມ ຄົບຮອບ 10 ປີ ແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນ ຫຼື One Belt One Road Initiative (BRI) ໃນມື້ວັນທີ 5 ກໍຣະກະດາ 2023 ທີ່ນະຄອນຫຼວງວຽງຈັນ. ສໍາລັບປະເທດລາວ ໄດ້ນໍາເອົາແນວຄິດ ກ່ຽວກັບຜົລປໂຍດ ຂອງການນໍາໃຊ້ເສັ້ນທາງຣົຖໄຟລາວ-ຈີນ ຊຶ່ງເປັນສ່ວນນຶ່ງ ຂອງແນວຄິດຣິເຣີ່ມ ນຶ່ງແລວນຶ່ງເສັ້ນທາງ ແລະໂຄງການອື່ນໆ ທີ່ຕິດພັນກັນ ເພື່ອຊຸກຍູ້ວຽກງານ ການຮ່ວມມື ລະຫວ່າງສອງຊາຕ ໃຫ້ໜັກແໜ້ນຂຶ້ນ ແລະເປັນຄູ່ຮ່ວມຊະຕາກັມ ລາວ-ຈີນ ໃຫ້ກ້າວໜ້າເລື້ອຍໆ.

ອາຈານທ່ານນຶ່ງ ປະຈໍາຢູ່ຄະນະເສຖສາດ ແລະບໍຣິຫານທຸຣະກິຈ, ມະຫາວິທະຍາໄລແຫ່ງຊາຕ ກ່າວວ່າ ພາຍຫຼັງທີ່ປະເທດລາວ ໄດ້ເຂົ້າຮ່ວມ ແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນ ກໍສົ່ງຜົລຕໍ່ສະພາບເສຖກິຈຂອງລາວ ມີການຂຍາຍໂຕມາຢ່າງຕໍ່ເນື່ອງ ແລະໄດ້ສ້າງປໂຍດໃຫ້ກັບຣັຖບານລາວ ນັບມື້ນັບເພີ່ມຂຶ້ນເລື້ອຍໆ.

ດັ່ງອາຈານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 7 ກໍຣະກະດາ ນີ້ວ່າ:

“ກະພັທນາຫຼາຍ. ໂຕຢ່າງຄື ບຶງທາດຫຼວງຊິເນາະ. ເປັນໂຄງການທາງດ່ວນ, ການທ່ອງທ່ຽວ. ມັນມີຜົລຫຼາຍໆຫັ້ນແຫຼະໄປ໋ ຄົນອື່ນຈັບຕາເບິ່ງວ່າ ຈີນຕ້ອງມາກືນກິນລາວແຫຼະ ມັນບໍ່ແມ່ນຄວາມຈິງ ຄັນຖ້າວ່າ ລາວບໍ່ຜ່ານໃຫ້ ມັນຊິມີຜົລຕໍ່ເສັ້ນທາງສາຍໄມ ຊິໄປໄທຍ ມາເລເຊັຍ ລະສິງກິໂປ ແມ່ນເບາະ.”

ທ່ານກ່າວຕື່ມອີກວ່າ ແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ບໍ່ໄດ້ມີແຕ່ເສັ້ນທາງຣົຖໄຟ ລາວ-ຈີນ ເທົ່ານັ້ນ ແຕ່ຍັງຮວມເຖິງ ເສັ້ນທາງດ່ວນ, ເຂດເສຖກິຈພິເສດ, ແຫຼ່ງພະລັງງານ ແລະໂຄງການລົງທຶນອື່ນໆ ທີ່ຕິດພັນກັບແນວຄິດດັ່ງກ່າວ ລ້ວນແລ້ວແຕ່ສ້າງຜົລກໍາໄຣ ແລະຍົກລະດັບປະເທດລາວ ໃຫ້ຫຼຸດພົ້ນຈາກປະເທດດ້ອຍພັທນາ ເພື່ອກ້າວໄປສູ່ງປະເທດກໍາລັງພັທນາ ໃນອະນາຄົດອັນໃກ້ນີ້.

ຂະນະທີ່ ປະຊາຊົນລາວຈໍານວນນຶ່ງ ເຫັນວ່າ ເຖິງແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນ ຈະສ້າງຜົລກໍາໄຣ ແລະປໂຍດຢ່າງມະຫາສານ, ເຮັດໃຫ້ປະເທດລາວ ມີຄວາມຈະເຣີນ, ໄປ-ມາ ສະດວກສະບາຍ ແຕ່ກໍຕ້ອງແລກມາດ້ວຍ ຈໍານວນໜີ້ສິນ ມະຫາສານ ແລະຊັພຍາກອນທັມມະຊາຕ ທີ່ຕ້ອງສູນເສັຍໃຫ້ກັບແນວຄິດດັ່ງກ່າວ.

ໂຕຢ່າງ ມີປະຊາຊົນລາວຈໍານວນຫຼາຍ ຕ້ອງສູນເສັຍທີ່ດິນ ທໍາການກະເສດ ແລະຖືກໂຍກຍ້າຍ ອອກຈາກພື້ນທີ່ ເພື່ອຫຼີກທາງໃຫ້ກັບເສັ້ນທາງຣົຖໄຟ ລາວ-ຈີນ, ເສັ້ນທາງດ່ວນ, ເຂື່ອນໄຟຟ້າ, ເຂດເສຖກິຈພິເສດ, ການຂຸດຄົ້ນແຮ່ທາດ ແລະໂຄງການປູກພືດຕ່າງໆ ທັງໝົດ ບໍ່ມີການຕິດຕາມ-ປະເມີນຜົລວ່າ ພັທນາໄປແລ້ວ ປະຊາຊົນລາວ ໄດ້ຮັບຜົລປໂຍດຫຼາຍ-ໜ້ອຍແນວໃດ ຫຼື ຍັງທຸກຍາກຄືເກົ່າ.

ດັ່ງຊາວລາວຜູ້ນີ້ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເຮັດໃຫ້ມີການພັທນາ ເຮັດໃຫ້ມີຄວາມຈະເຣີນ ກ້າວໜ້າ ເປີດຫູເປີດຕາໃໝ່ ແຕ່ວ່າ ຜົລສຸດທ້າຍມາ ມັນກະເຮັດໃຫ້ເຮົານີ້ແຫຼະ ນັບມື້ນັບເປັນໜີ້ ເປັນຂ້ອຍເພິ່ນຢູ່ ການຕອບສນອງຄວາມຕ້ອງການ ຂອງປະຊາຊົນເຮົານີ້ ມັນບໍ່ໄດ້ພໍເທົ່າໃດ.”

ຜູ້ປະກອບການຂາຍເຄື່ອງ ອຸປະໂພກ-ບໍຣິໂພກ ໃນແຂວງຫຼວງພຣະບາງ ກ່າວວ່າ ນັບຕັ້ງແຕ່ປະເທດລາວ ເຂົ້າຮ່ວມແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນ ກໍເຮັດໃຫ້ຄົນຈີນ ພາກັນເຂົ້າມາລົງທຶນໃນປະເທດລາວ ເປັນຈໍານວນຫຼາຍ ນັບມື້ຈະເພີ່ມຂຶ້ນເລື້ອຍໆ ທັງໂຄງການນ້ອຍ ແລະໂຄງການຂນາດໃຫຍ່. ນອກຈາກນີ້ ຍັງມີຄົນຈີນຈໍານວນຫຼາຍ ທີ່ເຂົ້າມາລົງທຶນເປີດທຸຣະກິຈຄ້າ-ຂາຍ, ນໍາເຂົ້າ-ສົ່ງອອກສິນຄ້າ ແຂ່ງຂັນກັບຄົນລາວ ເຊິ່ງຂ້ອນຂ້າງຈະມີຜົລກະທົບ ຕໍ່ຊາວຄ້າ-ຂາຍໃນລາວໜັກສົມຄວນ.

ດັ່ງຜູ້ປະກອບການທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຂະເຈົ້າມາເອງ ຂະເຈົ້າກະເຮັດເອງ ຂະເຈົ້າບໍ່ຄ່ອຍຈະກະຈາຍລາຍໄດ້ຢູ່ແລ້ວ. ເຂົາກະມີຮ້ານອາຫານເຂົາເອງ. ເຂົາກະມີ ມິນິມາດ ຂອງເຂົາເອງ. ເຂົາມາເຮັດມິນິມາດ ຫຼາຍໄດ໋ ດຽວນີ້.”

ທາງດ້ານເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຫຼວງນໍ້າທາ ກ່າວວ່າ ແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນ ຖືກພັທນາຢູ່ໃນປະເທດລາວ ເປັນຈໍານວນຫຼາຍໂຄງການ ຍົກໂຕຢ່າງ ໂຄງການເສັ້ນທາງຣົຖໄຟ ລາວ-ຈີນ ແລະເຂດເສຖກິຈພິເສດ ບໍ່ເຕັນແດນງາມ ເຊິ່ງເປັນໂຄງການຂນາດໃຫຍ່ ແລະມີມູນຄ່າການລົງທຶນສູງ. ເຖິງວ່າ ໂຄງການຈະຖືກພັທນາ ໃນແຂວງຫຼວງນໍ້າທາ ແຕ່ປະຊາຊົນລາວ ບັນດາເຜົ່າ ພັດບໍ່ໄດ້ຮັບຜົລປໂຍດເທົ່າທີ່ຄວນ ແລະມີຄົນລາວໄດ້ເຂົ້າໄປເຮັດວຽກ ນໍາໂຄງການເຫຼົ່ານັ້ນ ພຽງເລັກໜ້ອຍເທົ່ານັ້ນ ເນື່ອງຈາກ ຫາກເປັນໂຄງການຂນາດໃຫຍ່ ຄົນຈີນ ກໍມັກຈະອ້າງວ່າ ຕ້ອງການຄົນງານທີ່ເກັ່ງ ມີຄວາມຮູ້-ຄວາມສາມາດ ແລະທີ່ສໍາຄັນ ສາມາດເວົ້າພາສາຈີນໄດ້.

ຣົຖໄຟສິນຄ້າລາວ-ຈີນ (2).jpg
ຂະບວນຣົຖໄຟ ສິນຄ້າລາວ-ຈີນ ທີ່ພວມເດີນທາງເຂົ້າສູ່ສະຖານີ ນະຄອນຫຼວງວຽງຈັນ ອັນເປັນສະຖານີຂົນສົ່ງສິນຄ້າ ຈາກໄທຍມາລາວ ແລ້ວໄປສູ່ຈີນ ແລະ ຈາກຈີນມາລາວ ແລ້ວໄປສູ່ໄທຍ (TS). ເດືອນພຶສພາ 2022. ຮູບພາບ: RFA

ຂະນະດຽວກັນ ຄົນງານພາຍໃນແຂວງຫຼວງນໍ້າທາ ສ່ວນຫຼາຍ ກໍຍັງເປັນຊາວບ້ານ ມີຄວາມທຸກຍາກ, ຂາດຄວາມຮູ້-ຄວາມສາມາດ ຕາມເງື່ອນໄຂທີ່ຈີນກໍານົດ ຈຶ່ງເປັນອີກສາເຫດຜົລນຶ່ງ ທີ່ເຮັດໃຫ້ໂຄງການລົງທຶນຂອງຈີນ ບໍ່ເປັນປໂຍດສໍາລັບຄົນລາວ ພໍເທົ່າໃດ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຂະເຈົ້າກະຮັບເຂົ້າເຮັດວຽກຢູ່ ຂະເຈົ້າກະເນັ້ນໃສ່ ບັນດາເມືອງ ທີ່ມີເສັ້ນທາງຣົຖໄຟຜ່ານຫັ້ນ ແຕ່ວ່າ ຜູ້ທີ່ຢາກເຮັດນີ້ກະມີ ແຕ່ວ່າ ມັນບໍ່ໄດ້ຕາມເງື່ອນໄຂຂອງຂະເຈົ້າ ກໍານົດອາຍຸນີ້ກະຕໍ່າເນາະ ບໍ່ມີຄວາມຮູ້ເທົ່າກັບ ເຂົາຕ້ອງການຫັ້ນນ່າ ມີຈໍານວນໜ້ອຍ ທີ່ໄດ້ໄປເຮັດຫັ້ນນ່າ.”

ໂຄງການປູກພືດເສຖກິຈ ເພື່ອສົ່ງອອກໄປຈີນ ກໍເປັນນຶ່ງໃນໂຄງການລົງທຶນຂອງຈີນ ທີ່ຢູ່ພາຍໃຕ້ແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ໂດຍການນໍາໃຊ້ເສັ້ນທາງຣົຖໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ, ເຊິ່ງປັດຈຸບັນ ມີບໍຣິສັດຈີນ ເຂົ້າມາປູກກ້ວຍ, ໝາກເດືອຍ, ເຂົ້າ, ສາລີ, ມັນຕົ້ນ, ໝາກໂມ ແລະ ໃນອະນາຄົດ ຈະມີການລົງທຶນປູກໝາກຖົ່ວລຽນ ໃນຫຼາຍພື້ນທີ່ຂອງປະເທດລາວ, ແຕ່ການເຂົ້າມາລົງທຶນຂອງຄົນຈີນ ແມ່ນເຂົ້າມາໃນລັກສະນະ ຂອງການສັມປະທານທີ່ດິນຈາກຣັຖ ຫຼື ການເຊົ່າທີ່ດິນຈາກປະຊາຊົນລາວ ເພື່ອລົງທຶນປູກ, ເກັບຜົລຜລິດ ແລະ ຂົນສົ່ງອອກໄປຈີນດ້ວຍໂຕເອງທັງໝົດ ໂດຍບໍ່ໄດ້ຈ້າງບໍຣິສັດລາວ ຫຼືຄົນລາວຜລິດໃຫ້ແຕ່ຢ່າງໃດ.

ສະນັ້ນແລ້ວ ປະເທດລາວ ກໍເປັນພຽງແຫຼ່ງຜລິດສິນຄ້າຂນາດໃຫຍ່ຂອງຄົນຈີນ ສ່ວນປະຊາຊົນລາວ ທີ່ເປັນເຈົ້າຂອງພື້ນທີ່ ແລະຊັພຍາກອນທັມມະຊາຕ ທັງທີ່ດິນ ແລະແຫຼ່ງນໍ້າ ພັດອັບປໂຍດ ຫຼາຍກວ່າຈະໄດ້ຮັບຜົລປໂຍດ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຈີນນີ້ ລັກສະນະວ່າ ມັນເອົາລາວນີ້ ເປັນແຫຼ່ງຜລິດ ເປັນສິນຄ້າຂອງຈີນ ທີ່ຜລິດຢູ່ລາວເລີຍໄດ໋ ຄັນຖ້າຣັຖບານປະເທດໃດ ຫາກບໍ່ມີຄວາມເຂັ້ມແຂງນີ້ ບໍ່ໄດ້ໄດ໋. ປັດຈຸບັນນີ້ ຂະບວນການປູກພືດ ເປັນຂະບວນກວ້າງຂວາງ. ຂະເຈົ້າ (ຈີນ) ລົງທຶນເອງໄດ໋. ເບື້ອງປະຊາຊົນຜູ້ທຸກຍາກ ຜູ້ທີ່ວ່າຢູ່ຊົນນະບົດ ຈະບໍ່ໄດ້ລາຍຮັບຈາກຂະເຈົ້າໃດ໋.”

ເຈົ້າໜ້າທີ່ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ກ່າວວ່າ ແນວຄິດຣິເຣີ່ມ “ນຶ່ງແລວນຶ່ງເສັ້ນທາງ” ຂອງຈີນ ຖືເປັນໂຄງການຄູ່ຮ່ວມຊະຕາກັມ ລະຫວ່າງລາວ ກັບຈີນ ໂດຍບໍ່ປະຖິ້ມກັນ ເຊິ່ງຣັຖບານຈີນ ກໍມີຄວາມຈິງໃຈ ທີ່ຈະພັທນາໂຄງການຕ່າງໆ ຕາມແນວຄິດ ເຖິງແມ່ນວ່າ ຫຼາຍໂຄງການ ທີ່ພັທນາສໍາເຣັດໄປແລ້ວ ຫຼື ກໍາລັງຢູ່ລະຫວ່າງການພັທນາ ຈະສ້າງຜົລກະທົບໜັກ ຕໍ່ວິຖີຊີວິດ ຂອງປະຊາຊົນ ຫຼື ສ້າງຄວາມບໍ່ສະບາຍ ຕໍ່ປະຊາຊົນລາວ ກໍຈະມີການເວົ້າລົມກັນ ເພື່ອຫາແນວທາງແກ້ໄຂ ແລະຫຼຸດຜ່ອນຜົລກະທົບ ທີ່ຈະເກີດຂຶ້ນ.

ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຈີນຫັ້ນ ເຮົາຊິເຮັດຈັ່ງໃດກະເຮັດ. ຂະແນມໃຫ້ 2 ສັນຊາຕນີ້ ມັນຢູ່ນໍາກັນໄດ້ ໃນພື້ນທີ່. ຖ້າເຂົາອົພຍົບມາ ກົດໝາຍຂອງເຮົາ ມັນຕ້ອງແໜ້ນ. ເຮົາຫຼີກຫຼ້ຽງບໍ່ໄດ້ເດ້. ເຮົາມີແຕ່ຫຼຸດຜ່ອນຜົລກະທົບ ໃຫ້ມັນໜ້ອຍລົງ ເທົ່າທີ່ຈະໜ້ອຍໄດ້ຫັ້ນນ່າ.”

ອາຈານ ອະດິສອນ ເສມແຍ້ມ ເຊິ່ງເປັນອາຈານ ແລະນັກວິໄຈ ຈາກສະຖາບັນ ເອເຊັຽ ສຶກສາ, ຈຸລາລົງກອນ ມະຫາວິທະຍາໄລ ປະເທດໄທຍ ໄດ້ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ວ່າ ຈີນ ຈະໄດ້ຮັບຜົລປໂຍດຫຼາຍກວ່າລາວ ຈາກແນວຄິດຣິເຣີ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ຂອງຈີນ ບໍ່ໄດ້ມີແຕ່ເສັ້ນທາງຣົຖໄຟລາວ-ຈີນ ແລະ ເສັ້ນທາງດ່ວນເທົ່ານັ້ນ ແຕ່ຍັງມີອີກຫຼາຍໂຄງການ ທີ່ຈີນວາງແຜນຈະລົງທຶນ ແລະພັທນາ ໂດຍນໍາໃຊ້ທາງຣົຖໄຟ ແລະທາງດ່ວນ ເປັນໂຕຂັບເຄື່ອນ ທັງເຣື່ອງການຂົນສົ່ງສິນຄ້າ, ການຂົນຍ້າຍແຮງງານ ແລະການທ່ອງທ່ຽວ.

ທ່ານກ່າວອີກວ່າ ຫາກເບິ່ງແຜນການຂອງລາວ ຈະເຫັນວ່າ ໂຄງການເສັ້ນທາງຣົຖໄຟ ມີເປົ້າໝາຍ ເພື່ອການເດີນທາງທ່ອງທ່ຽວ ເປັນຫຼັກ ແຕ່ສໍາລັບຍຸດທະສາດຂອງຈີນ ເສັ້ນທາງຣົຖໄຟ ລາວ-ຈີນ ມີເປົ້າໝາຍຫຼັກ ຄື ນໍາໃຊ້ເປັນເສັ້ນທາງຂົນສົ່ງສິນຄ້າ ຈາກອາຊ້ຽນໄປຈີນ ແລະສິນຄ້າຈາກຈີນ ມາຍັງອາຊ້ຽນ, ສ່ວນເຣື່ອງການທ່ອງທ່ຽວ ເປັນຮອງ, ເຊິ່ງປັດຈຸບັນ ກໍຈະເຫັນວ່າ ມີບໍຣິສັດຂອງຈີນ ເປັນຈໍານວນຫຼາຍ ເຂົ້າມາລົງທຶນປູກພືດເສຖກິຈຕ່າງໆ ແລະຂຸດຄົ້ນແຮ່ທາດໃນລາວ ເພື່ອຂົນສົ່ງອອກໄປຈີນ.

ນອກຈາກນີ້ ທ່ານຍັງຄາດການ ແນວຄິດຣິເຣີ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ຂອງຈີນ ວ່າ ຫຼາຍໂຄງການ ທີ່ໄດ້ເຂົ້າມາລົງທຶນໃນລາວ ອາດບໍ່ປະສົບຜົລສໍາເຣັດຕາມຍຸດທະສາດ ທີ່ວາງໄວ້ ເປັນຕົ້ນ ການພັທນາເຂດເສຖກິຈພິເສດ ບຶງທາດຫຼວງ ເຊິ່ງເຣີ່ມມີການຊະລໍໂຕ ເພາະປະເທດລາວ ຍັງບໍ່ແມ່ນເປົ້າໝາຍຫຼັກ ທີ່ຄົນຈີນ ທີ່ຈະເຂົ້າມາພັກອາໄສໃນໄລຍະຍາວ ຫຼື ພັກຜ່ອນໃນຊ່ວງຣະດູຮ້ອນ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງ ບໍ່ມີຄວາມຄືບໜ້າເທື່ອ.

ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຈີນ ມັນໄດ້ປໂຍດແນ່ນອນ ເພາະນຶ່ງ ທາງການເມືອງມັນກະດີ ແລ້ວອີກຢ່່າງ ອິດທິພົນຂອງຈີນ ທີ່ມີຕໍ່ລາວ, ໄດ້ ຫຼື ເສັຍຕ່າງກັນ. ມັນຢູ່ທີ່ອໍານາດການຕໍ່ລອງ ເພາະສະນັ້ນ ຖ້າຕໍ່ລອງໄດ້ໜ້ອຍ ມັນກໍຈະເສັຍປຽບ, ບ່ອນນີ້ ຈີນໄດ້ປຽບຢູ່ແລ້ວ. ໃນເຣື່ອງຂອງການພັທນາ ຫຼືການເຊື່ອມໂຍງ ໃຫ້ຕິດຕໍ່ກັບທາງອາຊ້ຽນ ໂດຍຜ່ານລາວ.”

ໃນມື້ວັນທີ 3 ທັນວາ 2022 ທີ່ຜ່ານມານີ້ ເປັນມື້ຄົບຮອບ 1 ປີ ການເປີດໃຫ້ບໍຣິການ ເສັ້ນທາງຣົຖໄຟລາວ-ຈີນ ເຊິ່ງເປັນເສັ້ນທາງຍຸດທະສາດ ຂອງ 2 ຣັຖບານ (ລາວ-ຈີນ) ໂດຍຕລອດໄລຍະ 1 ປີທີ່ຜ່ານມາ ເສັ້ນທາງຣົຖໄຟ ລາວ-ຈີນ ມີການຂົນສົ່ງສິນຄ້າ ໄດ້ເກືອບ 10 ລ້ານຕັ່ນ ແລະການຂົນສົ່ງຜູ້ໂດຍສານ ສູງເຖິງ 7.5 ລ້ານເທື່ອຄົນ ແລະນັບມື້ຈະເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ປັດຈຸບັນ ນັກລົງທຶນຈີນ ໄດ້ເຂົ້າມາລົງທຶນໃນລາວເປັນອັນດັບ 1 ໂດຍມີໂຄງການລົງທຶນໄປແລ້ວ ຈໍານວນ 933 ໂຄງການ ດ້ວຍມູນຄ່າການລົງທຶນສະສົມ 16.4 ຕື້ໂດລ້າຣ໌ສະຫະຣັຖ ນັບຕັ້ງແຕ່ປີ 1989 ຈົນຮອດກາງປີ 2022, ອີງຕາມຂໍ້ມູນຂອງ ກະຊວງແຜນການ ແລະການລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.