ບາງຄວາມເຫັນ, 10 ປີ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຫຼື BRI, ໃນປະເທດລາວ

ພູວົງສ໌
2023.10.02
ບາງຄວາມເຫັນ, 10 ປີ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຫຼື BRI, ໃນປະເທດລາວ ເຈົ້າໜ້າທີ່ປະຈຳສະຖານີຣົຖໄຟ ພວມຕ້ອນຮັບຜູ້ໂດຍສານ ທີ່ເດີນທາງມາເຖິງ ສະຖານີຣົຖໄຟວັງວຽງ ແຂວງວຽງຈັນ (TS). ເດືອນກັນຍາ ປີ 2023
RFA

ໃນປີ 2023 ນີ້, ເປັນເວລາຄົບຮອບ 10 ປີພໍດີ ທີ່ “ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ” ຫຼື Belt and Road Initiative ກ່າວງ່າຍໆວ່າ (BRI) ຂອງປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໄດ້ເກີດຂຶ້ນ ພາຍຫຼັງທີ່ທ່ານ ໄດ້ໄປຮ່ວມປະຊຸມ ຢູ່ປະເທດຄາຊັກສຖານ ເມື່ອເດືອນກັນຍາ ປີ 2013 ແລະ ໄດ້ຖແລງເຖິງຍຸທສາຕ ກ່ຽວກັບຂໍ້ຣິເຣີ່ມດັ່ງກ່າວ ໃນກອງປະຊຸມ ເຖິງການຕຣຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ຂໍ້ຣິເຣີ່ມດັ່ງກ່າວ ທີ່ເນັ້ນໜັກ ໃຫ້ບັນດາປະເທດຕ່າງໆ ທີ່ຈະເຂົ້າຮ່ວມຂໍ້ຣິເຣີ່ມນີ້ ໄດ້ນຳໄປຄຶດ ແລະ ພິຈາຣະນາ ເພື່ອເຂົ້າຮ່ວມກັບຣັຖບານຈີນ ຢ່າງເປັນທາງການ.

ຂໍ້ຣິເຣີ່ມນີ້, ມີຈຸດປະສົງຢ່າງເປັນທາງການ ໃນການຊ່ອຍເຫຼືອ ແລະ ໃຫ້ການຮ່ວມມື ກັບປະເທດຕ່າງໆ ໃຫ້ມີການພັທນໂຄງສ້າງພື້ນຖານ ຂອງປະເທດ ອັນທີ່ລວມເອົາຖນົນຫົນທາງ, ທາງດ່ວນ, ທາງຣົຖໄຟ, ທ່າເຮືອ ແລະ ເຄືອຂ່າຍການສື່ສານ ເພື່ອໃຫ້ມີການເຊື່ອມໂຍງກັນ ໄປເຖິງປະເທດຈີນ ພາຍໃຕ້ຄວາມເຂົ້າໃຈງ່າຍໆ “ຈີນເຊື່ອມໂລກ, ໂລກເຊື່ອມຈີນ” ເພື່ອໃຫ້ການຄ້າ ແລະ ການລົງທຶນ ລະວ່າງປະເທດຈີນ ແລະ ບັນດາປະເທດຕ່າງໆໃນໂລກ ສາມາດດຳເນີນການ ໄດ້ງ່າຍຂຶ້ນ ແລະ ມີປະສິດທິພາບສູງສຸດ ຜ່ານໂຄງການ ດ້ານໂຄງສ້າງພື້ນຖານ ທີ່ນອນຢູ່ໃນຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຂອງປະທານປະເທດຈີນ ທ່ານ ສີ ຈິ້ນຜິງ.

ຜ່ານໄປເປັນເວລາ 10 ປີ, ປະກົດວ່າ ມີ 155 ປະເທດ ໄດ້ເຊັນສັນຍາ ເຂົ້າຮ່ວມເປັນສະມາຊິກ ຂໍ້ຣິເຣີ່ມດັ່ງກ່າວ, ອີງຕາມຂໍ້ມູນຢ່າງເປັນທາງການ ຂອງຣັຖບານຈີນ.

ສຳລັບປະເທດລາວແລ້ວ ບໍ່ມີຂໍ້ມູນທີ່ຈະແຈ້ງວ່າ ໄດ້ເຂົ້າຮ່ວມຂໍ້ຣິເຣີ່ມດັ່ງກ່າວ ໃນວັນເດືອນປີໃດ, ແຕ່ຫາກໄດ້ມີການລົງນາມ ຂໍ້ຕົກລົງຮ່ວມມື ການກໍ່ສ້າງທາງຣົຖໄຟລາວ-ຈີນ ຢ່າງເປັນທາງການ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ໃນວັນທີ 13 ພຶສຈິກາ ປີ 2015, ອີງຕາມການຣາຍງານ ຂອງໜັງສືພິມ China Daily ສບັບວັນທີ 14 ພຶສຈິກາ ປີ 2015. ຈາກນັ້ນ, ກໍໄດ້ມີພິວາງສີລາລຶກ ລະວ່າງຜູ້ນຳລາວ ແລະ ຜູ້ນຳຈີນ ໂດຍແມ່ນທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດລາວ ໃນເວລານັ້ນ ແລະ ທ່ານ ຈ່າງ ເຕີ້ຈ່ຽງ, ປະທານຄະນະປະຈຳ ສະພາປະຊາຊົນແຫ່ງຊາຕຈີນ ໃນເວລານັ້ນ ໄດ້ມາທຳພິທີວາງສີລາລຶກ ໃນວັນທີ 2 ທັນວາ ປີ 2015, ອີງຕາມການຣາຍງານ ຂອງສຳນັກຂ່າວ ຂ່າວສານປະເທດລາວ ສບັບພາສາອັງກິດ ໃນວັນທີ 3 ທັນວາ 2015.

ສຳລັບປະເທດລາວແລ້ວ, ມີໂຄງການ ພາຍໃຕ້ຂໍ້ຣິເຣີ່ມດັ່ງກ່າວ 1 ໂຄງການ ນັ້ນກໍຄື ໂຄງການທາງຣົຖໄຟລາວ-ຈີນ ອັນມີມູລຄ່າການລົງທຶນ 5.9 ຕື້ໂດ່ລ້າຣ໌ສະຫະຣັຖ ທີ່ມີຄວາມຍາວ 422 ກິໂລແມັຕ ຈາກນະຄອນຫຼວງວຽງຈັນ ສູ່ດ່ານບໍ່ຫານ ນະຄອນຄຸນໝິງ, ມົນທົນຢຸນນານ ປະເທດຈີນ.

ໂຄງການດັ່ງກ່າວ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເມື່ອວັນທີ 2 ທັນວາ ປີ 2021 ຫຼືຄົບຮອບ 46 ປີ ວັນສະຖາປະນາ ສປປລາວ ວັນທີ 2 ທັນວາ, ແຕ່ໄດ້ມີພິທີເປີດຮ່ວມກັນ ຢ່າງເປັນທາງ ແມ່ນວັນທີ 3 ທັນວາ ປີ 2021, ເຊິ່ງ 2 ຜູ້ນຳລາວ-ຈີນ, ລະວ່າງປະທານປະເທດລາວ ທ່ານ ດຣ. ທອງລຸນ ສີສຸລິດ ແລະ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໄດ້ຮ່ວມກັນກ່າວເປີດ ຂະບວນຣົຖໄຟ ຈາກນະຄອນຫຼວງວຽງຈັນ ໄປຍັງດ່ານບໍ່ເຕັນ ແລະ ຂະບວນຣົຖໄຟ ຈາກນະຄອນຄຸນໝິງ ມາຍັງດ່ານບໍ່ຫານ.

ໃນວາຣະຄົບຮອບ 10 ປີ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ນີ້, ວິທຍຸເອເຊັຽເສຣີ ກໍໄດ້ມີໂອກາດສັມພາດ ບັນດານັກວິຊາການ ທັງໃນລາວ ແລະ ຕ່າງປະເທດ ທີ່ໄດ້ສະທ້ອນເຖິງຄວາມຄຶດເຫັນ ໃນຫຼາຍແງ່ ທັງທາງດ້ານເສຖກິຈ-ສັງຄົມ, ການເມືອງ ແລະ ຂໍ້ເປັນຫ່ວງບາງປະການ ຜ່ານການຕິດຕາມໂຕຈິງ ຕໍ່ໂຄງການ ທີ່ນອນຢູ່ໃນຂໍ້ຣິເຣີ່ມ ນັ້ນ ໃນປະເທດລາວ.

ຮອງສາສດາຈານ ດຣ. ປິຕິ ສຣີແສງນາມ, ຜູ້ອຳນວຍການບໍຣິຫານ ແຫ່ງມູລນິທິອາຊ້ຽນ ທີ່ມີສຳນັກງານ ຕັ້ງຢູ່ນະຄອນຫຼວງຈ່າກ່າຕ້າ ປະເທດອິນໂດເນເຊັຽ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອເດືອນກໍຣະກະດາ ທີ່ຜ່ານມາ ເຖິງຈຸດເຣີ່ມຕົ້ນ ທີ່ເຮັດໃຫ້ຣັຖບານລາວ ເຂົ້າຮ່ວມໂຄງການ ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ກັບຣັຖບານຈີນ ວ່າ ເຫດຜົລຫຼັກ ກໍແມ່ນທັງ 2 ຣັຖບານ ມີນະໂຍບາຍທີ່ສອດຄ່ອງກັນ.

1.jpg
ສະຖານີຣົຖໄຟບໍ່ເຕັນ ໃນແຂວງຫຼວງນ້ຳທາ ເປັນສະຖານີປາຍທາງ ຂອງຂະບວນຣົຖໄຟລາວ-ຈີນ ຈາກນະຄອນຫຼວງວຽງຈັນ ຫາ ແຂວງຫຼວງນ້ຳທາ (TS), ເດືອນກັນຍາ ປີ 2023. ຮູບພາບໂດຍ RFA.

“ສຳລັບປະເທດລາວແລ້ວ ທີ່ໄດ້ເປັນສ່ວນສຳຄັນ ຂອງໂຄງການດັ່ງກ່າວ ຂອງປະທານປະເທດຈີນ, ທ່ານ ສີ ຈິ້ນຜິງ ແມ່ນນະໂຍບາຍ ຂອງຣັຖບານລາວ ແລະ ຣັຖບານຈີນ ສອດຄ່ອງກັນພໍດີ ຫຼື Policy coordination ເພາະຣັຖບານລາວ ກໍຢາກໄດ້ຣົຖໄຟ ເພື່ອໃຫ້ປະເທດ ກາຍເປັນປະເທດທີ່ມີການເຊື່ອມໂຍງ ກັບພາກພື້ນ ໃຫ້ຫຼາຍຂຶ້ນ ຂະນະທີ່ຈີນ ກໍຢາກຂຍາຍການຄ້າ ແລະ ການລົງທຶນ ໄປຍັງປະເທດເອເຊັຽຕາເວັນອອກສຽງໃຕ້ ຜ່ານທາງຣົຖໄຟ ແລະ ນຳໃຊ້ຄວາມເຂັ້ມແຂງ ທາງດ້ານເຕັກໂນໂລຈີ້ ດ້ານຣົຖໄຟ ຂອງຈີນ ໃຫ້ເກີດປໂຍດສູງສຸດ.”

ດຣ. ປິຕິ ກ່າວຕື່ມວ່າ:

“ສະເພາະປະເທດລາວ ກໍສາມາດເວົ້າໄດ້ວ່າ ເປັນ 1 ໃນໂຄງການ ທີ່ປະສົບຜົລສຳເຣັດ. ແນ່ນອນວ່າ ຫຼາຍໂຄງການ ໃນປະເທດຕ່າງໆ ທີ່ນອນຢູ່ໃນຂໍ້ຣິເຣີ່ມນີ້ ກໍມີທັງໂຄງການ ທີ່ປະສົບຜົລສຳເຣັດ ແລະ ບໍ່ປະສົບຜົລສຳເຣັດ ເປັນຕົ້ນວ່າ ທ່າເຮືອທີ່ປະເທດສຣີລັງກາ. ແຕ່ວ່າໂດຍລວມແລ້ວ ໂຄງການສ່ວນໃຫຍ່ ມັນກໍປະສົບຄວາມສຳເຣັດ ບໍ່ຊັ້ນ ມັນບໍ່ຢູ່ມາໄດ້ຮອດ 10 ປີ ແລະ ມັນກໍຈະຂຍາຍໂຄງການ ອອກໄປເລື້ອຍໆ. ພຽງແຕ່ວ່າ ເຮົາເລືອກທີ່ຈະເບິ່ງໂຄງການ ທີ່ປະສົບຄວາມສຳເຣັດ ຫຼືເຮົາເລືອກທີ່ຈະເບິ່ງໂຄງການ ທີ່ມັນມີບັນຫາ ຫຼາຍກວ່າກັນ.”

ຂະນະດຽວກັນ, ນັກເສຖສາຕລາວ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ທີ່ໄດ້ຕິດຕາມ ໂຄງການທາງຣົຖໄຟລາວ-ຈີນ ອັນເປັນສ່ວນນຶ່ງ ຂອງຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ໃນມິຕິທາງດ້ານເສຖກິຈ ແລະ ການພັທນາ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນເດືອນດຽວກັນນັ້ນວ່າ ໂດຍລວມແລ້ວ ໂຄງການດັ່ງກ່າວ ຍັງຕ້ອງໃຊ້ເວລາ ເພື່ອໃຫ້ທຸກຢ່າງ ເປັນໄປຕາມແຜນ, ແຕ່ໃນເບື້ອງຕົ້ນ ກໍນຳມາເຊິ່ງຜົລປໂຍດບາງປະການ ແກ່ເສຖກິຈລາວແດ່ແລ້ວ.

ທ່ານກ່າວວ່າ:

“ຜົລປໂຍດໄລຍະທຳອິດ ພາຍຫຼັງທີ່ສ້າງແລ້ວ ສາມາດເຫັນໄດ້ທັນທີ ກໍແມ່ນການສ້າງຄວາມສະດວກ ໃນການເດີນທາງທີ່ສະດວກ, ໄວ ແລະ ປອດພັຍ ຂອງຄົນລາວ ແລະ ຄົນຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ ແລະ ເດີນທາງໄປມາ ໃນເຂດພາກເໜືອ, ແຕ່ໃນເບື້ອງຕົ້ນ ກໍເປັນການກະຕຸ້ນການທ່ອງທ່ຽວ ແລະ ການຄ້າຂາຍ ເປັນສ່ວນສຳຄັນ ໃນກຸ່ມນັກທຸຣະກິຈລາວ. ແຕ່ສິ່ງທີ່ໄດ້ມີການວາງແຜນ ວ່າຈະເປັນການກະຕຸ້ນໃຫ້ມີ ການສົ່ງເສີມການພັທນາ ດ້ານອຸດສາຫະກັມ ແລະ ການກະເສຕ ໂດຍນຳໃຊ້ທາງຣົຖໄຟ ໃຫ້ເກີດປໂຍດສູງສຸດ ແມ່ນຍັງຢູ່ໃນຂັ້ນຕົ້ນຢູ່ ແລະ ຍັງບໍ່ທັນມີການພັທນາໃດໆ ຫຼືຕ້ອງໃຊ້ເວລາຕື່ມອີກ ເພື່ອໃຫ້ທຸກຢ່າງເຂົ້າທີ່ເຂົ້າທາງ ແລະ ຍັງບໍ່ເຫັນຜົລ ຈາກສິ່ງນັ້ນເທື່ອ.”

ເຖິງຢ່າງໃດກໍຕາມ, ນັກເສຖສາຕ ທ່ານນີ້ ເນັ້ນຢ້ຳວ່າ:

“ເຖິງວ່າຂໍ້ຣິເຣີ່ມ BRI ຈະນຳມາເຊິ່ງການເຊື່ອມໂຍງປະເທດລາວ ໄປສູ່ປະເທດຕ່າງໆ ໄດ້ດີຂຶ້ນ ແລະ ສະດວກຂຶ້ນ ທັງເອື້ອອຳນວຍ ຕໍ່ການເພີ່ມມູລຄ່າການຄ້າ ແລະ ການລົງທຶນ, ແຕ່ສິ່ງນຶ່ງ ທີ່ອົດເປັນຫ່ວງບໍ່ໄດ້ນັ້ນ ກໍແມ່ນການເຂົ້າມາຕັ້ງຖິ່ນຖານ ຂອງຄົນຈີນ ໃນປະເທດລາວ ທີ່ອາຈສ້າງບັນຫາບາງຢ່າງ ໃນອະນາຄົດ ກໍເປັນໄດ້, ເຊິ່ງໃນປັດຈຸບັນ ກໍເຣີ່ມເຫັນບັນຫານັ້ນແລ້ວ ໃນບາງແຂວງ ແລະ ນະຄອນຫຼວງວຽງຈັນ. ບັນຫາທີ່ເຫັນໄດ້ຢ່າງຈະແຈ້ງ ກໍແມ່ນການເຂົ້າມາ ລົງທຶນໃນລາວ ແລ້ວຢູ່ກັນເປັນກຸ່ມຄົນຈີນ ຈົນສ້າງອິດທິພົລໃນລາວ ແລ້ວບໍ່ເຄົາຣົບກົດໝາຍລາວ.”

4.jpg
ຣາງຣົຖໄຟ ທີ່ແຂວງວຽງຈັນ ໃນປະເທດລາວ ໄດ້ສື່ໃຫ້ເຫັນເຖິງໂຄງການ ດ້ານໂຄງສ້າງພື້ນຖານ ທີ່ນອນຢູ່ໃນ “ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ” BRI ຂອງປະທານປະເທດຈີນ ທ່ານ ສີ ຈິ້ນຜິງ (TS), ເດືອນກັນຍາ ປີ 2023. ຮູບພາບໂດຍ RFA

ແຕ່ວ່າ ທ່ານ ດຣ. ເຈ່ອັ້ນ ມີນ່ອນ, ນັກເສຖສາຕອາວຸໂສ ທີ່ຮັບຜິດຊອບໂຄງການ ເສຖກິຈໃນພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ປະຈຳສະຖາບັນ ຢູຊອຟ ໄອຊັກ (Yusof Ishak Institute) ທີ່ປະເທດສິງກະໂປ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນເດືອນກັນຍາ ທີ່ຜ່ານມາວ່າ ພາຍຫຼັງທີ່ໄດ້ສຶກສາ ໂຄງການທາງຣົຖໄຟລາວ-ຈີນ ແລະ ຂໍ້ຣິເຣີ່ມ BRI ໃນປະເທດລາວ ກໍເຫັນໄດ້ວ່າ ໂຄງການດັ່ງກ່າວ ເປັນສິ່ງທີ່ດີ, ແຕ່ມັນກໍນຳມາເຊິ່ງ ພາຣະໜີ້ສິນເກີນໂຕ ຈົນເຮັດໃຫ້ຣັຖບານລາວ ປະສົບບັນຫາດ້ານໜີ້ສິນ ໃນປັດຈຸບັນ.

“ບໍ່ຕ້ອງສົງໃສເລີຍວ່າ ໜີ້ສິນຈາກໂຄງການ BRI ຖືເປັນສ່ວນສຳຄັນ ຕໍ່ບັນຫາໜີ້ສິນສາທາຣະນະ ຂອງຣັຖບານລາວ ທີ່ສະສົມມານັ້ນ. ມັນເປັນໜີ້ສິນ ຈາກໂຄງການກໍ່ສ້າງເສັ້ນທາງຣົຖໄຟ ລະວ່າງຄຸນໝິງ ຫາ ວຽງຈັນ ແລະ ຕົ້ນທຶນໃນການກໍ່ສ້າງ ຕໍ່ GDP ມັນສູງຫຼາຍ. ຂ້າພະຈົ້າຄຶດວ່າ ມັນອາຈເປັນຍ້ອນ ຣັຖບານລາວ ຖືຫຸ້ນໃນໂຄງການດັ່ງກ່າວ ສູງຫຼາຍ ເຖິງວ່າມັນຈະເປັນການຖືຫຸ້ນພຽງແຕ່ 30% ກໍຕາມ, ຈຶ່ງຖືເປັນນຶ່ງໃນສາເຫດ ທີ່ເຮັດໃຫ້ພົບພໍ້ ຄວາມຫຍຸ້ງຍາກ ຈາກໜີ້ສິນ ຈົນມາເຖິງປັດຈຸບັນ. ອີກຢ່າງນຶ່ງ, ເງິນກູ້ຢືມ ຈາກໂຄງການ BRI ດອກເບັ້ຽກໍບໍ່ໄດ້ຖືກໆ ຫຼືຢ່າງໜ້ອຍ ມັນສູງກວ່າດອກເບັ້ຽ ຈາກບັນດາທນາຄານ ລະວ່າງປະເທດ ເປັນຕົ້ນ ທນາຄານພັທນາເອເຊັຽ ADB ແລະ ທນາຄານໂລກ World Bank. ແຕ່ຂໍ້ໄດ້ປຽບ ຂອງເງິນກູ້ຈາກ BRI ກໍຄືວ່າ ເງື່ອນໄຂຕ່າງໆ ມັນບໍ່ຫຍຸ້ງຍາກ. ຣັຖບານລາວ ບໍ່ຕ້ອງປະຕິບັດນະໂຍບາຍ ທີ່ມີມາຕຖານສູງ ເປັນຕົ້ນວ່າ ນະໂຍບາຍກ່ຽວກັບສິ່ງແວດລ້ອມ ແລະ ການຈັດສັນທີ່ຢູ່ອາສັຍ.”

ສ່ວນໃນມຸມ ຂອງຜູ້ນຳລາວແລ້ວ ກໍເຫັນວ່າ ໂຄງການທາງຣົຖໄຟລາວ-ຈີນ ຖືເປັນສ່ວນສຳຄັນ ຂອງຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ, ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກຣັຖມົນຕຣີ ທີ່ເປັນຜູ້ມີສ່ວນສຳຄັນ ໃນການສົ່ງເສີມ ໃຫ້ໂຄງການທາງຣົຖໄຟລາວ-ຈີນ ດຳເນີນການກໍ່ສ້າງໄດ້ ກໍກ່າວຍ້ອງຍໍ ໃນກອງປະຊຸມ ວາຣະຄົບຮອບ 10 ປີ ຂອງ BRI ທີ່ຈັດຂຶ້ນໃນນະຄອນຫຼວງວຽງຈັນ ເມື່ອວັນທີ 5 ກໍຣະກະດາ ທີ່ຜ່ານມາວ່າ:

“ແນວຄິດຣິເຣີ່ມ ຂອງປະທານ ສີ ຈິນຜີ້ງ, ປະທານປະເທດແຫ່ງ ສປ ຈີນ ກໍຄືພັກ-ຣັຖບານ ກ່ຽວກັບການສ້າງ ນຶ່ງແລວ ນຶ່ງເສັ້ນທາງ ຫຼື ການສ້າງຄູ່ຮ່ວມຊະຕາກັມ ຂອງມວນມະນຸສ, ເຊິ່ງອັນນີ້ ແມ່ນແນວຄິດ ຂອງຜູ້ນໍາປະເທດມະຫາອໍານາດ ທີ່ມີຄວາມຮັບຜິດຊອບແທ້ ເພາະວ່າ ມະນຸສເຮົາ ມີຄວາມມຸ່ງຫວັງ ຢາກຢູ່ດີ-ກິນດີ ຢາກຢູ່ໃນສັນຕິພາບ ບໍ່ມັກສົງຄາມ ຈຶ່ງມາຮ່ວມກັນ ສ້າງຄູ່ຮ່ວມຊະຕາກັມດຽວກັນ.”

“ນອກນັ້ນ, ທາງຣົຖໄຟລາວ-ຈີນ ເຮັດໃຫ້ການຄ້າ, ການຂາຍ, ການຂົ່ນສົ່ງສິນຄ້າໄປມາ ລະວ່າງລາວ-ຈີນ ດີຂຶ້ນກວ່າທີ່ຜ່ານມາ ຫຼາຍເທົ່າ. ພ້ອມດຽວກັນ, ເສັ້ນທາງຣົຖໄຟລາວ-ຈີນ ຈະນໍາຜົລປໂຍດ ມາໃຫ້ແກ່ປະເທດຊາຕ ກໍຄືປະຊາຊົນ ຢ່າງຫຼວງຫຼາຍ ແລະ ຈະຊ່ອຍເຮັດໃຫ້ປະເທດລາວ ສາມາດຫຼຸດພົ້ນ ອອກຈາກຄວາມດ້ອຍພັທນາ ໃນອະນາຄົດ ອັນໃກ້ນີ້ອີກດ້ວຍ.”, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວປິດທ້າຍ.

ທັງໝົດນັ້ນ, ກໍແມ່ນປວັດຄວາມເປັນມາໂດຍຫຍໍ້ ຂອງຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ທີ່ດຳເນີນມາຄົບຮອບ 10 ປີເຕັມ ແລະ ບາງຄວາມຄຶດເຫັນ ຈາກຫຼາຍພາກສ່ວນ ຕໍ່ຂໍ້ຣິເຣີ່ມດັ່ງກ່າວ ທີ່ມີທັງຂໍ້ດີ ແລະ ຂໍ້ທີ່ໜ້າເປັນຫ່ວງ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.