ເຣື້ອງທີ່ເກັບບັນທຶກໄວ້
2024-11-15
ໃນໄລຍະວັນທີ 10 ຫາ 12 ເດືອນພະຈິກ 2024 ທີ່ຜ່ານມານີ້ ມີການຈັບຄົນຈີນ ຫຼາຍສິບຄົນ ຢູ່ບໍ່ລິເວນຕະຫຼາດ ຊຽງຂວາງເຊັນເຕີ້ ເມືອງແປກ ແຂວງຊຽງຂວາງ ແລະຖືກນໍາໂຕ ສົ່ງໄປໃຫ້ທາງການຈີນດໍາເນີນຄະດີ ແຕ່ບໍ່ໄດ້ອອກເປັນຂ່າວ ແບບເປັນທາງການ.
2024-11-13
ປັດຈຸບັນຍັງມີຢາເສບຕິດໂດຍສະເພາະຢາບ້າ ແລະຝຸ່ນສີຂຽວຈຳນວນຫຼາຍ ຖືກຂົນສົ່ງ ຈາກປະເທດຈີນ, ໄທ ແລະ ມຽນມ້າເຂົ້າມາກະຈາຍຢູ່ທົ່ວປະເທດລາວ ໂດຍໃຊ້ແຂວງບໍ່ແກ້ວເປັນທາງຜ່ານ ແລະການຂົນສົ່ງຢາເສບຕິດ ຍ້ອນບໍ່ແກ້ວ ເປັນແຂວງທີ່ມີຊາຍແດນຕິດຈອດກັບປະເທດໄທ ແລະ ມຽນມ້າ.
2024-10-30
ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ລົງມາກວດກາ ບໍລິສັດທີ່ລັກລອບເຄື່ອນໄຫວຕອບແຊັດ ຫຼື ສໍ້ໂກງທາງໂທລະຄົມ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາຫຼາຍເທື່ອ ຈຶ່ງເຮັດໃຫ້ບໍລິສັດ ຍ້າຍໄປຢູ່ມຽນມາ ແລະກໍາປູເຈັ້ຍແທນ ເນື່ອງຈາກ ບໍ່ຖືກກວດກາຢ່າງເຂັ້ມງວດ.
2024-10-23
ເຖິງແມ່ນວ່າ ຜູ້ປະກອບການໃນແຂວງບໍ່ແກ້ວປະຕິເສດຮັບຄົນງານພະມ້າເຮັດວຽກ ແຕ່ກໍຍັງມີຄົນງານຊາວພະມ້າ ລັກລອບເຂົ້າມາເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ຈະຖືກສົ່ງໂຕ ກັບປະເທດທັງໝົດ ໃນອີກບໍ່ດົນນີ້.
2024-10-23
ສໍານັກງານສິດທິມະນຸດສະຍະຊົນແຫ່ງຊາດໄທ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີໄທ ທົບທວນການຊື້ໄຟຟ້າຈາກເຂື່ອນແມ່ນ້ໍາຂອງ 4 ແຫ່ງ ຍ້ອນ ກັງວົນເລື່ອງຜົນກະທົບຂ້າມພົມແດນ.
2024-10-22
ກະຊວງອຸດສາຫະກໍາ ແລະການຄ້າ ຮຽກຮ້ອງໃຫ້ປະຊາຊົນ ແຈ້ງການສູນເສຍໃຫ້ບໍລິສັດ ດິໄອຄອນ ກຣຸບ ຂອງໄທຍ ສໍ້ໂກງຊັບ ເຊິ່ງຍັງບໍ່ຜູ້ປະສົງແຈ້ງຄວາມເທື່ອ ເນື່ອງຈາກອາດຈະມີ ມີຄວາມກັງວົນນໍາເລື່ອງລະບຽບກົດໝາຍ ແລະບໍ່ຕ້ອງການສະແດງຕົວຕົນ ໃຫ້ຄົນອື່ນຮັບຮູ້.
2024-10-21
ທາງການໄທ ພ້ອມທີ່ຈະສ້າງສູນພັດທະນາສັງຄົມ ມິດຕະພາບໄທ-ລາວ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ ໂດຍສະເພາະຜູ້ທີ່ຕົກເປັນເຫຍື່ອຂອງກຸ້ມແກ້ງສໍ້ໂກງອອນລາຍ ຫຼື ຄໍເຊນເຕີ.
2024-10-18
ນັກທ່ອງທ່ຽວຈີນ ຍາດກັນຂຶ້ນລົດໄຟຟ້າ ຮັບ-ສົ່ງຕາດກວາງສີ ນະ ຄອນຫຼວງພະບາງ ເປັນບັນຫາຈົນເຮັດໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງຫາວິທີແກ້ໄຂ.
2024-10-17
ພາຍໃນແຂວງໄຊສົມບູນ ມີຄົນງານຈີນ 38 ຄົນ ແລະ ຄົນງານຫວຽດນາມ 39 ຄົນ, ລັກລອບເຂົ້າມາເຮັດວຽກ (ຜິດກົດໝາຍ) ເຊິ່ງບໍ່ມີໜັງສືເອກະສານຖືກຕ້ອງ ເບື້ອງຕົ້ນເຂົ້າມາເຮັດວຽກ ດ້ານບໍ່ແຮ່ເປັນສ່ວນໃຫຍ່.
2024-10-10
ລາວ-ໄທ ລົງນາມຮ່ວມມື 6 ສະບັບເຊິ່ງຊາວລາວ ກໍເຫັນດີ ຫາກເປັນໄປຕາມຂໍ້ຕົກລົງ ຂະນະທີ່ເຄືອຂ່າຍ ລຸ່ມນ້ໍາຂອງຝັ່ງໄທ ຄາດຫວັງການຈັດການນ້ໍາ ແບບມີສ່ວນຮ່ວມຫລາຍຂຶ້ນ.
2024-10-10
ອາຊ້ຽນແລະຈີນ ໄດ້ມີການຕົກລົງຄວາມຮ່ວມມືກັນ ເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ໂດຍສະເພາະ ບັນຫາອາດຊະຍາກໍາທາງໄຊເບີ້, ຄວາມຂັດແຍ່ງໃນມຽນມາ ແລະຂໍ້ຂັດແຍ່ງ ໃນທະເລຈີນໃຕ້ ທີ່ຄວນຈະມີການຫາແນວທາງແກ້ໄຂ ຢ່າງມີປະສິດທິພາບ.
2024-10-09
ໃນໂອກາດ ທີ່ສປປ ລາວ ຈັດພິທີເປີດກອງປະຊຸມ ສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 9 ຕຸລາ 2024 ນີ້ ໂດຍ ສປປ ລາວ ສະເໜີໃຫ້ປະຊາຄົມອາຊຽນ ເພີ່ມທະວີການຮ່ວມມືກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.
2024-10-08
ກອງປະຊຸມ ລັດຖະມົນຕີອາຊ້ຽນ ໃນຕອນເຊົ້າຂອງວັນທີ 08 ຕຸລາ 2024 ນີ້ ໂດຍການເປັນປະທານອາຊ້ຽນຂອງ ສປປ ລາວ ແມ່ນຈະເໜັ້ນໃສ່ການສ້າງ ປະຊາຄົມອາຊ້ຽນ ໃຫ້ມີການເຊື່ອມຈອດ ແລະເຂັ້ມແຂງຫຼາຍຂຶ້ນ.
2024-10-08
ທ່ານ ສະເຫຼິມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານຈັດກອງປະຊຸມລັດຖະມົນຕີ ປະເທດອາຊ້ຽນ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 8 ຕຸລາ 2024 ນີ້.
2024-10-07
ສູນຂ່າວ (Media Center) ກອງປະຊຸມສຸດຍອດຜູ້ນຳອາຊ້ຽນ ຄັ້ງທີ່ 44 ແລະ 45 ໂດຍມີການນຳໃຊ້ສູນຝຶກອົບຮົມຮ່ວມມືສາກົນ ລາວ-ຍີ່ປຸ່ນ ເປັນບ່ອນປະຕິໜ້າທີ່ຂອງສື່ມວນຊົນ ທັງຈາກພາຍໃນ ແລະຕ່າງປະເທດ ເຊຶ່ງໄດ້ມີການລົງທະບຽນມາເຮັດຂ່າວໃນສປປລາວ ຫຼາຍກວ່າ 800 ຄົນ ລະວ່າງວັນທີ່ 6-11 ຕຸລາ 2024 ນີ້.