ລາວ ພ້ອມຈະໃຫ້ຄວາມຮ່ວມມື ຮັກສາສັນຕິພາບ, ຄວາມໝັ້ນຄົງ ເພື່ອສ້າງເສດຖະກິດພາກພື້ນ
2024.10.08

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານຈັດກອງປະຊຸມ ລັດຖະມົນຕີອາຊ້ຽນໃນຕອນເຊົ້າຂອງວັນທີ 08 ຕຸລາ 2024 ນີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ສຳລັບການເປັນປະທານອາຊ້ຽນຂອງ ສປປ ລາວ ແມ່ນຈະເໜັ້ນໃສ່ການສ້າງປະຊາຄົມອາຊ້ຽນ 10 ປະເທດ ສະມາຊິກໃຫ້ມີການເຊື່ອມຈອດ ແລະເຂັ້ມແຂງຫຼາຍຂຶ້ນ ເພື່ອໃຫ້ອາຊ້ຽນສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນໍາໃຊ້ກາລະໂອກາດເພື່ອນໍາຜົນປະໂຫຍດ ມາສູ່ປະຊາຄົມອາຊ້ຽນ. ດັ່ງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມລັດຖະມົນຕີອາຊ້ຽນ ໃນຕອນໜຶ່ງກ່າວວ່າ:
“ການປະຊຸມຂອງເຮົາທີ່ຈັດຂຶ້ນ ໃນໄລຍະເວລາທີ່ພູມີພາກ ແລະໂລກຍັງຄົງຜະເຊີນກັບພູມິທັດ ທາງພູມິລັດຖະສາດ ທີ່ປ່ຽນແປງໄປຢ່າງວ່ອງໄວ ແລະຊັບຊ້ອນ ເຊິ່ງນໍາມາທັງໂອກາດແລະສິ່ງທ້າທາຍ ຄວາມພະຍາຍາມຮ່ວມກັນ ຂອງອາຊ້ຽນຈຶ່ງເປັນສິ່ງຈຳເປັນ ໃນການຕອບສະໜອງຕໍ່ຄວາມທ້າທາຍເລົ່ານີ້ ຢ່າງມີປະສິດທິພາບ ແລະເອກະພາບໂດຍມຸ້ງຫວັງ ທີ່ຈະຮັກສາແລະສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນລະດັບພູມີພາກແລະລະດັບໂລກ.”
ກອງປະຊຸມໃນຄັ້ງນີ້ ຍັງໄດ້ຍີນດີຕໍ່ຄວາມຄືບໜ້າ ຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດ ປະຊາຄົມອາຊ້ຽນປີ 2045 ແລະ ຊຸກຍູ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງສຳເລັດ ການສ້າງບັນດາແຜນຍຸດທະສາດ ດັ່ງກ່າວໃຫ້ສຳເລັດແລະສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາຄົມອາຊ້ຽນປີ 2045. ໃນປີ 2025 ພາຍໃຕ້ການເປັນປະທານ ຂອງປະເທດມາເລເຊັຍ.
ໃນກອງປະຊຸມ ຍັງໄດ້ຮັບຮອງເອົາ 3 ເອກະສານເພື່ອສືບຕໍ່ສະເໜີໃຫ້ຜູ້ນຳອາຊ້ຽນ ພິຈາລະນາໃນກອງປະຊຸມສຸດຍອດ ຜູ້ນໍາອາຊ້ຽງຄັ້ງທີ 44 ແລະ 45 ຄື:
- ຖະແຫຼງການຂອງ ຜູ້ນໍາອາຊ້ຽນກ່ຽວກັບການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ອາຊ້ຽນໃນປີ 2045.
- ຖະແຫຼງການ ຜູ້ນໍາອາຊ້ຽນ ວ່າດ້ວຍແນວຄວາມຄິດອາຊ້ຽນກ່ຽວກັບອິນໂດ-ປາຊິຟິກ ໃນໂຄງສ້າງພາກພື້ນ ທີ່ມີອາຊ້ຽນເປັນແກນກາງ ແລະມີຄວາມກຽມພ້ອມສຳລັບອະນາຄົດ.
- ເອກະສານ ທົບທວນແລະຄຳຕົກລົງຂອງຜູ້ນໍາອາຊ້ຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊ້ຽນ.
ໃນຂະນະດຽວກັນເຈົ້າໜ້າທີ່ ທະນາຄານພັດທະນານາເອເຊັຍ ຫຼື ADB ປະຈຳລາວກ່າວວ່າການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຜູ້ນໍາອາຊ້ຽນຄັ້ງທີ 44 ແລະ 45 ໃນປີ 2024 ນີ້ ແລະ ຖືເປັນຄັ້ງທີ 3 ຂອງປະເທດລາວ ໃນການເປັນເຈົ້າພາບຈັດກອງປະຊຸມເຖິງວ່າ ໃນຄັ້ງນີ້ ສປປ ລາວ ຈະຜະເຊີນກັບຄວາມທ້າທາຍ ແລະຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນບັນຫາເສດຖະກິດມະຫາພາກ, ບັນຫາເງິນເຟີ້, ບັນຫາໜີ້ສິນ ແລະ ບັນຫາອື່ນໆ.
ເຊິ່ງກໍຖືເປັນໂອກາດ ສໍາຄັນທີ່ລັດຖະບານລາວ ຈະສະແຫວງຫາໂອກາດຈາກການເປັນເຈົ້າພາບ ຈັດກອງປະຊຸມໃນຄັ້ງນີ້ເພື່ອດຶງດູດ ການລົງທຶນ ຈາກປະເທດອາຊ້ຽນ ແລະປະເທດອື່ນໆ, ດຶງດູູດການທ່ອງທ່ຽວ, ຮັບຮູ້ ແລະເຂົ້າໃຈສະຖານະການຕ່າງໃນພາກພື້ນ ເພື່ອເຮັດໃຫ້ປະເທດລາວສາມາດ ເຊື່ອມໂຍງດ້ານຕ່າງໆ ກັບພາກພື້ນແລະສາກົນໄດ້ຢ່າງສະດວກ ສະບາຍ ແລະກ້າວໄປທາງໜ້າໃຫ້ທັນກັບປະເທດໃນອາຊ້ຽນ. ດັ່ງເຈົ້າໜ້າທີ່ທະນາຄານ ພັດທະນາເອເຊັຍກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ຕຸລາ ນີ້ວ່າ:
“ເທື່ອນີ້ກາຖືວ່າ Connectivity ແລ້ວມັນຊິຈັ່ງໃດວ່າສົ່ ງເສີມການທ່ອງທ່ຽວການລົງທຶນ ໂດຍລວມລາວເຮົາກາເປີດກ້ວາງ ເຖິງວ່າລາວເຮົາຈະມີບັນຫາເລື່ອງ ສະຖຽນລະພາບ ດ້ານເສດຖະກິດມະຫາພາກຈະເປັນປັດໄຈໜຶ່ງ ທີ່ເຮັດໃຫ້ຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ ໃນໄລຍະສັ້ນ ຫາໄລຍະກາງເນາະ ແຕ່ວ່າຢູ່ເມືອງລາວນີ້ມັນກາມີຫຼາຍປັດໄຈ ເພາະວ່າບັນຫາໜີ້ສິນບັນຫາອີ່ຫຍັງ ມັນກາຕິດພັນກັບພາກລັດ.”
ປະຊາຊົນໃນນະຄອນຫຼວງພະບາງ ແຂວງຫຼວງພະບາງທີ່ເຮັດວຽກນຳອົງການຈັດຕັ້ງ ທາງສັງຄົມກ່າວວ່າຖືເປັນໂອກາດ ທີ່ສຳຄັນທີ່ລັດຖະບານລາວໃນການສະແຫວງຫາ ຜົນປະໂຫຍດຈາກການເປັນເຈົ້າພາບຈັດກອງປະຊຸມ ໃນຄັ້ງນີ້ເພື່ອດຶງດູດການລົງທຶນ ຈາກປະເທດອາຊ້ຽນແລະປະເທດອື່ນໆ, ດຶງດູດການທ່ອງທ່ຽວ ເພື່ອເຮັດໃຫ້ເສດຖະກິດການເງິນ ຂອງປະເທດຟື້ນຕົວໄດ້ດີຂຶ້ນ.
ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນໍາອາຊ້ຽນ ໃນຄັ້ງນີ້ລັດຖະບານລາວຄວນຈະເປີດກ້ວາງ ຮັບຟັງຄວາມຄິດຄວາມເຫັນ ຈາກສັງຄົມແລະອົງການຈັດຕັ້ງອື່ນໆ ເພື່ອຊຸກຍູ້ ສົ່ງເສີມປະຊາຄົມອາຊ້ຽນ ໃຫ້ເກີດສັນຕິພາບ ແລະຄວາມໝັ້ນຄົງແຕ່ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ ໃນຄັ້ງນີ້ຂອງລັດຖະບານລາວຍັງຂາດຄວາມຈິງໃຈ ທີ່ຈະປະຕິບັດຕາມເງື່ອນໄຂຕ່າງໆ ຂອງປະຊາຄົມອາຊ້ຽນເປັນຕົ້ນແຜນການປົກປ້ອງ ແລະຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ ໃນພາກພື້ນໃນຂະນະທີ່ລັດຖະບາລາວໃຫ້ສໍາປະທານ ເນື້ອທີ່ປ່າໄມ້ ເພື່ອສ້າງເຂື່ອນໄຟຟ້າ ແລະຂຸດຄົ້ນແຮ່ທາດ. ດັ່ງປະຊາຊົນນະຄອນຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:
“ໃນມຸມມອງຂອງລັດຖະບານແລ້ວ ກາຄືເປັນໂອກາດຈະໄດ້ຟື້ນຟູເສດຖະກິດແດ່ ແລ້ວກາສົ່ງເສີມດຶງດູດການລົງທຶນ ອີ່ຫຍັງຕ່າງໆ ຕາມຄວາມຄາດຫວັງຫັ້ນແຫຼະ ແຕ່ວ່າໃນນາມທີ່ເຮົາເປັນອົງການຈັດຕັ້ງທາງສັງຄົມ ເຮົາເປັນຜູ້ສັງເກດການເນາະ ຕົວຢ່າງວ່າໃຫ້ລາງວັນນັກພັດທະນາດີເດັ່ນ ຂອງອາຊ້ຽນທັງໆ ບໍ່ມີຜົນງານອີ່ຫຍັງ.”
ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະການຄ້າກ່າວວ່າລັດຖະບານລາວ ຕ້ອງພະຍາຍາມຊອກຫາໂອກາດຈາການເປັນເຈົ້າພາບ ຈັດກອງປະຊຸມໃນຄັ້ງນີ້ເພື່ອດຶງດູດການລົງທຶນ ຈາກປະເທດອາຊ້ຽນ ແລະປະເທດອື່ນໆ. ດຶງດູດການທ່ອງທ່ຽວເພື່ອເຮັດໃຫ້ສະພາບເສດຖະກິດ, ສັງຄັມ ແລະ ການເງິນຂອງປະເທດລາວກ້າວໄປພ້ອມກັນກັບປະເທດອື່ນໆ ໃນພາກພື້ນ. ດັ່ງເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະການຄ້າກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ລັດຖະບານເພິ່ນກາຊິເບິ່ງນັ້ນເບິ່ງນີ້ ຄ່ອຍປັບຕົວເອັງໃຫ້ມັນກັບເງື່ອນໄຂ ແລະສະພາບຄັນເຈົ້າບໍ່ທັນກາຕ້ອງໄດ້ຍອມເສັຍປຽບຄືວ່າຫັ້ນແຫຼະ.”
ໃນມື້ດຽວກັນນີ້ ສປປ ລາວຍັງເປັນປະທານຈັດກອງປະຊຸມສະພາ ປະຊາຄົມອາຊ້ຽນ-ຄວາມໝັ້ນຄົງອາຊ້ຽນຄັ້ງທີ 28 ທີ່ໄດ້ທົບທວນຄືນ ແລະຕີລາຄາສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າການເມືອງ-ຄວາມໝັ້ນຄົງອາຊ້ຽນປີ 2025 ເຊິ່ງມາຮອດປັດຈຸບັນໄດ້ສຳເລັດແລ້ວ 99.6% ແລະ ຍັງເຫຼືອພຽງບາງກິດຈະກຳ ທີ່ອາຊ້ຽນຈະຕ້ອງສືບຕໍ່ ຈັດຕັ້ງປະຕິບັດໃຫ້ສຳເລັດພາຍໃນປີ 2025 ເປັນຕົ້ນການຕ້ານອາດຊະຍາກຳຂ້າມຊາດ, ການຄຸ້ມຄອງພະລັງງານປະລໍາມະນູ ຂອງອາຊ້ຽນ ແລະເລື່ອງສິດທິມະນຸດ ໃນອາຊ້ຽນ.
ໃນມື້ດຽວກັນນີ້ ຍັງກອງປະຊຸມສະພາ ປະສານງານອາຊ້ຽນຄັ້ງທີ 35 ເພື່ອປຶກສາຫາລື ແລະຮັບຊາບຄວາມຄືບໜ້າກ່ຽວກັບການກະກຽມເຂົ້າ ເປັນສະມາຊິກອາຊ້ຽນແບບສົມບູນ ຂອງປະເທດຕິມໍຣ໌ເລສເຕ້. ທີ່ປະຊຸມຄັ້ງນີ້ ຍັງຮັບຮອງແລະແຕ່ງຕັ້ງຮອງເລຂາທິການ ອາຊ້ຽນຄົນໃໝ່ຕາມຮອບວຽນຕົວອັກສອນ ເຊິ່ງແມ່ນທ່ານ San Lwin ຈາກປະເທດມຽນມ້າ ໂດຍທ່ານຈະປະຕິບັດໜ້າທີ່ແຕ່ປີ 2024-2027 ນີ້.
ກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນຄັ້ງທີ 44 ແລະ 45 ທີ່ ສປປ ລາວເປັນເຈົ້າພາບນີ້ ແມ່ນໄດ້ດຳເນີນຈັດກອງປະຊຸມລະຫວ່າງວັນທີ 6-11 ຕຸລາ 2024 ໂດຍມີບັນດາປະເທດສະມາຊິກອາຊ້ຽນ ແລະປະເທດພັນທະມິດເຂົ້າຮ່ວມກອງປະຊຸມ ທັງໝົດ 26 ປະເທດ ແລະມີ ສື່ມວນຊົນຕ່າງປະເທດເດີນທາງມາລາຍງານ ຂ່າວກອງປະຊຸມຄັ້ງນີ້ ຫຼາຍກ່ວາ 800 ຄົນ.