ໄທຈະຊ່ວຍສ້າງສູນຊ່ວຍເຫຼືອ ຜູ້ເຄາະຮ້າຍຈາກການຄ້າມະນຸດ ໃນນະຄອນຫຼວງວຽງຈັນ

ທາງການໄທ ຈະຊ່ວຍສ້າງສູນຊ່ວຍເຫຼືອຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ທ່ານ ນິກອນເດດ ພະລາງກູນ ຫົວໜ້າກົມຂ່າວ ກະຂວງການຕ່າງປະເທດຂອງໄທ ກ່າວໃນຍາມມີກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 45 ທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ່ 9 ເດືອນຕຸລາ ປີ 2024 ນີ້ວ່າ ທາງການໄທ ພ້ອມທີ່ຈະສ້າງສູນພັດທະນາສັງຄົມມິດຕະພາບໄທ-ລາວ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ໂດຍສະເພາະຜູ້ທີ່ຕົກເປັນເຫຍື່ອຂອງກຸ້ມແກ໊ງສໍ້ໂກງອອນລາຍ ຫຼື ຄໍເຊນເຕີ ຊຶ່ງທາງການໄທຄາດວ່າ ຈະສ້າງສູນໃຫ້ສຳເຫຼັດແລະມອບໃຫ້ທາງການລາວພາຍໃນປີໜ້າ ປີ 2025.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ທ່ານນຶ່ງ ຈາກກະຊວງການຕ່າງປະເທດໄທ ຊຶ່ງຂໍສະຫງວນຊື່ແລະຕຳແໜ່ງ ໄດ້ຢືນຢັນການຊ່ວຍເຫຼືອດັ່ງກ່າວ ກັບວິທະຍຸເອເຊັຍເສຣີໃນວັນທີ່ 10 ຕຸລາ 2024 ນີ້ວ່າ:
“ໂຄສົກຂອງຄະນະຝ່າຍໄທ ໄດ້ເປີດເຜີຍເຖິງການຫາລືກັນລະຫວ່າງໄທແລະລາວ ກ່ຽວກັບເລື່ອງການແກ້ໄຂບັນຫາອອນລາຍ ຫຼືສະແກມເມີ; ແລ້ວທາງຝ່າຍໄທ ກໍຈະເລີ້ມດຳເນີນໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບໄທ-ລາວ ທີ່ເມືອງໄຊທານີ.”
ທາງດ້ານເຈົ້າໜ້າທີ່ນະຄອນຫຼວງວຽງຈັນນາງໜຶ່ງ ກ່າວວ່າ ທາງການນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ຮັບລາຍລະອຽດຢ່າງເປັນທາງການ ກ່ຽວກັບການສ້າງສູນດັ່ງກ່າວນີ້ເທື່ອ ແຕ່ອີງຕາມຂໍ້ມູນທີ່ຮູ້ຢ່າງບໍ່ເປັນທາງການ ສູນຊ່ວຍເຫຼືອຜູ້ເຄາະຮ້າຍຈາກການຄ້າມະນຸດແຫ່ງນີ້ ຈະມີທັງຫ້ອງພັກ ຫ້ອງໃຫ້ຄຳປຶກສາ ແລະຫ້ອງຝຶກອົບຮົມວິຊາອາຊີບ ດັ່ງເຈົ້າໜ້າທີ່ນາງນີ້ ໄດ້ກ່າວຕື່ມວ່າ:
“ພວກເອື້ອຍ ກໍມີແຜນເດ່ໃນການສ້າງສູນພັກພິງຫັ້ນນ່າ ຖ້າຫາກວ່າມີບັນຫາໂດຍສະເພາະເວລາມັນຍັງບໍ່ທັນໄດ້ສົ່ງອີຫຍັງຫັ້ນນ່າ ອັນນີ້ແມ່ນເພິ່ນຕົກລົງກັນແນວໃດ ພວກເອື້ອຍກໍຍັງບໍ່ຮູ້ ໄດ້ຍິນແຕ່ກ່ອນເນາະ ວ່າສິເຮັດສີ່ຫ້ອງພັກ ຫ້ອງຫຍັງຄັກແນ່ ມີຫ້ອງໃຫ້ຄຳປຶກສາແນ່ ມີບ່ອນທີ່ອັນນ່າອີຫຍັງໃຫ້ວິຊາຊີບແນ່ ແມ່ນຫຍັງຫຼາຍໆອັນຫັ້ນນ່າ ສູນແບບນັ້ນຫັ້ນນ່າ.”
ສຳຫຼັບເຈົ້າໜ້າທີ່ເມືອງໄຊທານີທ່ານໜຶ່ງກ່າວວ່າ ທີ່ຜ່ານມາ ການຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ສ່ວນຫຼາຍ ຈະເປັນວຽກງານຂອງເຈົ້າໜ້າທີ່ຕຳຫຼວດ ສະຫະພັນແມ່ຍິງລາວ ແລະເຈົ້າໜ້າທີ່ແຮງງານແລະສະຫວັດດີການສັງຄົມ ດັ່ງເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ:
“ມີແຕ່ຮ່ວມກັນລະຫວ່າງເປັນແບບແຕ່ງຕັ້ງ ຄະນະກຳມະການມິຫຍັງ ມັນຈັ່ງຮ່ວມ ປກສ ກັບອັນແຮງງານສະຫວັດດີການສັງຄົມ ຊ່ວຍທາງດ້ານອີຫຍັງຕ່າງໆ ເຂົາເຈົ້າມາ ມີການຊ່ວຍທາງເມືອງເຮົາໄດ້ຫຼາຍຢ່າງເນາະ ໂຕນີ້ ຄັນວ່າ ມີແທ້ ກໍດີທາງດ້ານນິຕິກຳບໍ່.”
ເມື່ອປີ 2022, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີສປປລາວ ໃນເວລານັ້ນ ໄດ້ໄປຢ້ຽມຢາມປະເທດໄທ ແລະໄດ້ຫາລືກັບພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທແລະ ນາຍົກລັດຖະມົນຕີໄທ ໄດ້ຕົກລົງຈະໃຫ້ການຊ່ວຍເຫຼືອສ້າງສູນພັດທະນາສັງຄົມມິດຕະພາບໄທ-ລາວດັ່ງກ່າວ.
ກ່ອນນີ້ ວິທະຍຸເອເຊັຍເສຣີ ລາຍງານວ່າ ເມື່ອປີ 2022 ບໍລິສັດທະວີຊັບກໍ່ສ້າງຈໍາກັດ ແລະຄະນະກໍາມະການຕ້ານການຄ້າມະນຸດ ແຂວງຫລວງນໍ້າທາ ກໍໄດ້ຮ່ວມກັນສ້າງສູນພັກຊົ່ວຄາວ ສໍາລັບຜູ້ເຄາະຮ້າຍຈາກການຄ້າມະນຸດ ຊຶ່ງເຖິງປັດຈຸບັນ ກໍສ້າງເກືອບສຳເຫຼັດແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫລວງນໍ້າທາ.
ເຈົ້າໜ້າທີ່ຕຳຫຼວດທ່ານນີ້ ກ່າວຕື່ມວ່າ ສູນພັກຊົ່ວຄາວສໍາລັບຜູ້ເຄາະຮ້າຍ ຈາກການຄ້າມະນຸດແຫ່ງນີ້ ສ່ວນຫຼາຍຈະຮັບຊ່ວຍເຫຼືອແມ່ຍິງແລະເດັກນ້ອຍ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຈາກປະເທດຈີນ ຍ້ອນວ່າທີ່ຜ່ານມາ ແມ່ຍິງແລະເດັກນ້ອຍຫຼາຍໆຄົນຈາກແຂວງຫຼວງນ້ຳທາ ໂດຍສະເພາະຈາກເມືອງລອງ ແລະເມືອງສິງ ຖືກຕົວະຍົວະໃຫ້ແຕ່ງດອງກັບຄົນຈີນ ໄປຢູ່ຈີນ ແລ້ວພວກເຂົາ ກໍຖືກບັງຄັບໃຫ້ເຮັດວຽກໜັກ, ຖືກກັກຂັງ, ຖືກກົດຂີ່ຂູດຮີດທາງເພດ ຫຼືຖືກຂາຍໃຫ້ຄົນອື່ນ. ນອກຈາກນັ້ນ ສູນພັກຊົ່ວຄາວແຫ່ງນີ້ ຍັງຖືວ່າເປັນສູນພັກຂອງຜູ້ເຄາະຮ້າຍຈາກການຄ້າມະນຸດ ປະຈໍາພາກເໜືອຂອງລາວນັ້ນນຳ ເພາະວ່າ ນອກຈາກແຂວງຫລວງນໍ້າທາແລ້ວ ແຂວງອື່ນໆໃນພາກເໜືອຂອງລາວ ທີ່ມີຊາຍແດນຕິດກັບປະເທດຈີນ ກໍມີຜູ້ຍິງຖືກຫລອກລວງໄປຈີນ ຫຼາຍຄືກັນ.
ເມື່ອເດືອນພຶດສະພາ ປີ 2023, ກອງທຶນສະຫະປະຊາຊາດສຳລັບປະຊາກອນແລະລັດຖະບານຍີ່ປຸ່ນ ກໍໄດ້ຮ່ວມທຶນສ້າງສູນພັກຊົ່ວຄາວສຳຫຼັບຜູ້ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກການໃຊ້ກຳລັງຮຸນແຮງ ທີ່ແຂວງອັດຕະປືໃນພາກໃຕ້ຂອງລາວ.
ສູນແຫ່ງນີ້ ໃຫ້ບໍລິການຫຼາຍຢ່າງ ເຊັ່ນໃຫ້ທີ່ພັກຊົ່ວຄາວແກ່ແມ່ຍິງແລະເດັກນ້ອຍ ໃຫ້ການຊ່ວຍເຫຼືອທາງດ້ານສຸກຂະພາບ ທັງທາງດ້ານຈິດໃຈແລະຮ່າງກາຍ.
ເມື່ອເດືອນເມສາ ປີ 2023, ກອງທຶນສະຫະປະຊາຊາດສຳລັບປະຊາກອນ ແລະລັດຖະບານອົດສະຕຣາລີ ກໍໄດ້ຊ່ວຍສ້າງສູນຊົ່ວຄາວສຳຫຼັບຜູ້ເຄາະຮ້າຍຈາກການຄ້າມະນຸດຢູ່ແຂວງອັດຕະປືໃນພາກໃຕ້ຂອງລາວ ແລະເມື່ອປີ 2020, ສະຖານທູດອັງກິດປະຈຳລາວແລະກອງທຶນສະຫະປະຊາຊາດສຳລັບປະຊາກອນ ກໍຊ່ວຍສ້າງສູນຊົ່ວຄາວເພື່ອແມ່ຍິງແລະເດັກນ້ອຍຢູ່ແຂວງສະຫວັນນະເຂດ.