ແຂວງບໍ່ແກ້ວ ຍັງເປັນທາງຜ່ານການລັກລອບ ຂົນຢາເສບຕິດຂອງຈີນ-ມຽນມ້າ

ໄຊຍາ
2024.11.13
ແຂວງບໍ່ແກ້ວ ຍັງເປັນທາງຜ່ານການລັກລອບ ຂົນຢາເສບຕິດຂອງຈີນ-ມຽນມ້າ ນີ້ເປັນພຽງຮູບປະກອບ ເຊິ່ງພໍ່ຄ້າຢາເສບຕິດລາຍໃຫຍ່ຢູ່ແຂວງບໍ່ແກ້ວຖືກຈັບ ພ້ອມຢາເສບຕິດ 14 ລ້ານເມັດ. ວັນທີ 12 ພຶດສະພາ 2024.
Photo: Screen Captured ຂ່າວ ປກສ ແຂວງບໍ່ແກ້ວ

ປັດຈຸບັນຍັງມີຢາເສບຕິດໂດຍສະເພາະຢາບ້າ ແລະຝຸ່ນສີຂຽວຈຳນວນຫຼາຍຖືກຂົນສົ່ງ ຈາກປະເທດຈີນ, ໄທ ແລະ ມຽນມ້າເຂົ້າມາກະຈາຍຢູ່ທົ່ວປະເທດລາວ ໂດຍໃຊ້ແຂວງບໍ່ແກ້ວເປັນທາງຜ່ານ. ການຂົນສົ່ງຢາເສບຕິດຈຳນວນຫຼາຍນັ້ນຍ້ອນແຂວງບໍ່ແກ້ວ ເປັນແຂວງທີ່ມີຊາຍແດນຕິດຈອດກັບປະເທດໄທ ແລະ ມຽນມ້າ. ອີກທັງມີແມ່ນໍ້າຂອງເປັນແມ່ນໍ້າທີ່ເຊື່ອມຕໍ່ກັບປະເທດຈີນ, ມຽນມ້າ ແລະ ໄທ ຈຶ່ງເຮັດໃຫ້ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຍັງມີການແຜ່ລະບາດຂອງຢາເສບຕິດຢູ່ ແລະເປັນບັນຫາທີ່ແກ້ໄຂໄດ້ຍາກ. ດັ່ງຄະນະກຳມະການ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພະຈິກ ວ່າ:

“ເຮົາກໍອາດກໍານົດບໍ່ໄດ້ມີການຈໍາໜ່າຍຢູ່ໃນຄາສິໂນບໍ່, ເຂດເສດຖະກິດພິເສດຫັ້ນນ່າສ່ວນຫຼາຍກໍ່ຂ້າມມາແຕ່ປະເທດພະມ້າ ນີ້ແຫຼະແຕ່ວ່າທາງແຂວງບໍ່ແກ້ວເຮົານີ້. ຖືວ່າເປັນແຂວງເຮັດເປັນທາງຜ່ານຫັ້ນນ່າໄປທາງໄຊຍະບູລີບາງເທື່ອກໍ່ອາດຈະໄປທາງຫຼວງພະບາງ ໄປຫຼວງນໍ້າທານີ້ນ່າກໍ່ຈະໄປສູ່ນະຄອນຫຼວງວຽງຈັນແລ້ວໄປກະຈາຍຢູ່ແຂວງ ອື່ນຄັນວ່າທາງຈີນນີ້ມັນອາດຈະເປັນຝຸ່ນເປັນແປ້ງຊິມີຢູ່.”

ເຖິງແມ່ນວ່າຄະນະກຳມະການແກ້ໄຂ ຢາເສບຕິດທຸກຂັ້ນຂອງແຂວງບໍ່ແກ້ວໄດ້ຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະຕ້ານຢາເສບຕິດເພື່ອເຮັດໃຫ້ແຂວງບໍ່ແກ້ວ ປອດຢາເສບຕິດແລ້ວກໍ່ຕາມ ແຕ່ບໍ່ແກ້ໄຂໄດ້ເທື່ອຍ້ອນກຸ່ມຄົນຂົນສົ່ງຢາເສບຕິດ ໂດຍສະເພາະຄົນມຽນມ້າ ແລະ ຄົນຈີນມີການລົບໜີຈຸດກວດກາ, ອັດປ່ອງຂ້າມລອຍເຮັດໃຫ້ເຈົ້າໜ້າທີ່ຈັບບໍ່ໄດ້, ໄລ່ບໍ່ທັນຈຶ່ງເຮັດໃຫ້ຢາເສບຕິດຍັງມີການແຜ່ລະບາດ ຢູ່ທົ່ວປະເທດລາວ. ດັ່ງຄະນະກຳມະການແກ້ໄຂ ບັນຫາຢາເສບຕິດຂັ້ນແຂວງ ກ່າວຕື່ມວ່າ:

ມັນກໍ່ມີການລັກລອບຫັ້ນແຫຼະ ແຕ່ວ່າມັນຈະມານໍາສິນຄ້າເນາະ ອາດຈະຂົນສົ່ງໂດຍກົງມັນມີຫຼາຍຈຸດຫຼາຍບ່ອນຫັ້ນນ່າ ຈຸດຂ້າມຫັ້ນນ່າຕາມໄລ່ບໍ່ທັນສ່ວນຫຼາຍກໍ່ຄົນຈີນນີ້ແຫຼະ ພະມ້າກໍ່ບໍ່ມີສິດກວດອາດຈະໄປນໍາເຮືອບາງເທື່ອກໍ່ໄປນໍາຈະໄປທ້ອງລົດ ບາງເທື່ອຫາກມີເຈົ້າໜ້າທີ່ເປັນຜູ້ຕັ້ງຈຸດກວດກາ ອັດປ່ອງຂ້າມລອຍບາງເທື່ອກໍ່ເປ້ຍ່າງລັດພູລັດປ່າໄປຫັ້ນນ່າ.”

ຫວ່າງເດືອນມິຖຸນາ 2023 ຫາເດືອນຕຸລາ 2024 ລວມເປັນໄລຍະເວລາ 1 ປີ ກ່ວາທີ່ແຂວງບໍ່ແກ້ວສາມາດຈັບຜູ້ລັກລອບຄ້າ-ຂາຍຢາເສບຕິດ ທັງລາຍໃຫຍ່ ແລະລາຍນ້ອຍ ໄດ້ທັງໝົດ 200 ກ່ວາຄົນໃນນັ້ນມີທັງຄົນລາວ ແລະຄົນຕ່າງປະເທດເຊິ່ງສ່ວນຫຼາຍຜູ້ກ່ຽວຈະຊຸກເຊື່ອງໄວ້ເພື່ອຫາໂອກາດຂົນສົ່ງໄປຈຳໜ່າຍຢູ່ແຂວງອື່ນພາຍໃນປະເທດລາວ. ອີງຕາມທ່ານ ພັນໂທ ປັນຍາ ແສງວິຈິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວກ່າວຕໍ່ວິທຍຸກະຈາຍສຽງ ແຫ່ງຊາດລາວໃນວັນທີ 22 ຕຸລາ 2024 ຜ່ານມາ.

ຂະນະທີ່ຄະນະກຳມະການ ແກ້ໄຂບັນຫາຢາເສບຕິດຂັ້ນຮາກຖານ ແຂວງບໍ່ແກ້ວຢ້ງຢືນວ່າ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວເປັນເມືອງສຳຄັນ ທີ່ເປັນທາງຜ່ານການລັກລອບຂົນຢາເສບຕິດ ໄປກະຈາຍຢູ່ແຂວງອື່ນໆ ໃນປະເທດລາວຍ້ອນເປັນເມືອງ ມີຊາຍແດນຕິດຈອດກັບປະເທດມຽນມ້າ ແລະ ໄທ ແລ້ວກຸ່ມຄົນບໍ່ດີລັກຂົນສົ່ງຢາເສບຕິດ ຜ່ານຊ່ອງທາງທຳມະຊາດ ຢູ່ເຂດຫ່າງໄກສອກຫຼີກ.

ການອັດປ່ອງຂ້າມ ລອຍກ່ຽວກັບບັນຫາເສັ້ນທາງ ທາງຜ່ານຢາເສບຕິດນີ້ມີມີຢູ່ຕະຫຼອດ ເມືອງຕົ້ນເຜິ້ງມັນມີໄທ ພະມ້າອັນນີ້ມັນມີຫຼາຍຈຸດຫຼາຍບ້ານຫັ້ນນ່າ. ທາງຜ່ານໂຕນີ້ຢູ່ເໜືອພຸ້ນຈີນມັນຕິດອັນຫຼວງນໍ້າທາ ພຸ້ນ.”

ອີງຕາມ ຂໍ້ມູນຈາກກອງບັນຊາການ ປກສ ແຂວງບໍ່ແກ້ວຍັງລະບຸຕື່ມວ່າ ເຈົ້າໜ້າທີ່ຕຳຫຼວດບໍ່ມີສິດໄປກວດສິນຄ້າທຸກປະເພດ ທີ່ນໍາເຂົ້າຈາກຕ່າງປະເທດເພື່ອມາຊົມໃຊ້ຢູ່ພາຍໃນປະເທດ ລາວຍ້ອນເຈົ້າໜ້າທີ່ບໍ່ມີສິດໄປເປີດສິນຄ້າ ທີ່ຫໍ່ຫຸ້ມເປັນຢ່າງດີ ແລະຖ້າເຈົ້າໜ້າທີ່ເປີດສິນຄ້ານັ້ນກໍ່ຈະຕ້ອງໄດ້ເສັຍຄ່າສິນຄ້າ, ເສັຍຫາຍຈຶ່ງເຮັດໃຫ້ບໍ່ສາມາດກວດກາ ພົບຢາເສບຕິດໄດ້. ຂະນະທີ່ຢາເສບຕິດຈຳນວນບໍ່ໜ້ອຍຖືກຊຸກເຊື່ອງຢູ່ໃນສິນຄ້າ ນໍາເຂົ້າຈາກຕ່າງປະເທດຈຶ່ງເປັນອີກສາເຫດ ເຮັດໃຫ້ທົ່ວປະເທດລາວຍັງມີການແຜ່ລະບາດຂອງຢາເສບຕິດ.

ຫຼ້າສຸດເມື່ອ 2 ອາທິດທີ່ຜ່ານມາເຈົ້າໜ້າທີ່ຕຳຫຼວດ ນະຄອນຫຼວງວຽງຈັນສາມາດຈັບຜູ້ຄ້າຢາເສບຕິດ ລາຍນ້ອຍຢູ່ບ້ານໄຊສະຫວ່າງ ເມືອງໄຊທານີໄດ້ອັນສະແດງໃຫ້ເຫັນເຖິງການແກ້ໄຂບັນຫາຢາເສບຕິດທີ່ບໍ່ເດັດຂາດເຮັດໃຫ້ຊາວໜຸ່ມລາວຕົກເປັນທາດຢາເສບຕິດ. ດັ່ງຊາວບ້ານໄຊສະຫວ່າງກ່າວວ່າ:

ຫວ່າງອັນນ່າ 2 ອາທິດແລ້ວນີ້ເພິ່ນກໍ່ແກ້ໄຂຈັບຜູ້ຄ້າຜູ້ຂາຍຢາເສບຕິດໄປ 2 ຄົນ, 3 ຄົນ ອັນລູກຫຼານພົວພັນຢາເສບຕິດ ຢູ່ນີ້ນີ້ມັນມີແຕ່ຢູ່ຮ້ານອິນເຕີເນັດ, ຮ້ານເກມບັນຫາຢາເສບຕິດຂອງບ້ານໄຊສະຫວ່າງ ມັນກໍ່ເປັນຊໍ້າເຮື້ອຢູ່ເພາະວ່າມັນຮ້ານເກມສ໌, ຮ້ານອິນເຕີເນັດ. ມັນຫຼາຍສ່ວນຫຼາຍມີແຕ່ພວກເສບ, ພວກອັນນ່າເປັນຜູ້ມົ້ວສຸມ.”

ເມື່ອບໍ່ດົນມານີ້ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງ ແຂວງບໍ່ແກ້ວ ກໍໄດ້ເໜັ້ນໃຫ້ຄະນະກຳມະການແກ້ໄຂບັນຫາຢາເສບຕິດ, ພ້ອມກັນຕ້ານ ແລະ ສະກັດກັ້ນອັດປ່ອງຂ້າມລອຍເພີ່ມຄວາມເອົາໃຈໃສ່ແກ້ໄຂທຳລາຍທັບມ້າງກຸ່ມຄ້າຂາຍຢາເຖື່ອນ ແລະຢາເສບຕິດທີ່ຜິດກົດໝາຍ ເຊິ່ງໄລຍະຜ່ານມາທາງເຈົ້າໜ້າທີ່ລາວກໍ່ເຄີຍແກ້ໄຂ ບັນຫານີ້ມາຫຼາຍເທື່ອ ແລ້ວແຕ່ຍັງບໍ່ປະສົບຜົນສຳເລັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.