ເຣື້ອງທີ່ເກັບບັນທຶກໄວ້
2023-05-02
ວັນເສຣີພາບ ສື່ມວນຊົນ ໄດ້ເຕືອນວ່າ ຍັງມີສື່ມວນຊົນ ຈຳນວນນຶ່ງ ທີ່ຖືກຈຳກັດສິດ ຫຼື ຈັບຂັງຄຸກ ຊຶ່ງການປະກາດຮັບຮອງ ວັນເສຣີພາບ ສື່ມວນຊົນ ສາກົລ ຂອງອົງການສະຫະປະຊາຊາຕ ນັ້ນ ວິທຍຸ ເອເຊັຽ ເສຣີ ເອງກໍໄດ້ເນັ້ນຢ້ຳເຖິງ ນັກຂ່າວ ແລະ ບລອກເກີ ທີ່ຖືກຈັບ ຢູ່ໃນຫຼາຍປະເທດ ຍ້ອນການຈຳກັດສິດເສຣີພາບຂອງສື່ມວນຊົນ ຂອງບັນດາປະເທດເຫຼົ່ານັ້ນ.
2023-04-30
ກອງທັບພະມ້າ ໄດ້ໂຈມຕີ ຣັຖຊາແກງ ພາກເໜືອຂອງປະເທດ ເຮັດໃຫ້ປະຊາຊົນພະມ້າ ອົບພະຍົບ ໜີຈາກເຂດດັ່ງກ່າວ ຫຼາຍກົ່ວ 7 ພັນຄົນ ຂະນະທີ່ ຫລາຍຄົນໄດ້ຮັບບາດເຈັບ ແລະເສັຽຊີວິດ ຍ້ອນການສູ້ຣົບກັນ.
2023-04-29
ທາງການວຽດນາມ ຫ້າມສືມວນຊົນ ລົງຂ່າວ ການເສັຽຊີວິດ ຂອງນັກວຽດນາມ ທີ່ຕໍ່ຕ້ານຣັຖບານ ແລະ ຍັງມີນັກຂ່າວ ແລະ ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ ຖືກຈັບ ຂະນະດຽວກັນ ຢູ່ໃນປະເທດກັມພູຊາ ແລະ ພະມ້າກໍມີນັກສື່ສານ ມວນຊົນຖືກຈັບ.
2023-04-23
ສາເຫດ ເບື້ອງຫລັງ ທີ່ເຮັດໃຫ້ມີໝອກຄວັນ ປົກຫຸ້ມຢ່າງໜາແໜ້ນ ໃນເຂດພາກ ເໜືອຂອງໄທຍ ລາວ, ແລະພະມ້າ ເປັນຍ້ອນ ການຈູດປ່າເຮັດໄຮ່ ແລະຈູດສິ່ງເສດເຫລືອ ຈາກສວນເຂົ້າໂພດ ຂອງຊາວບ້ານຫລັງຈາກເກັບກ່ຽວ ແລ້ວລາມໄປເປັນໄຟໄໝ້ປ່າ ທີ່ບໍ່ສາມາດຄວບຄຸມໄດ້.
2023-04-22
ທະຫານພະມ້າ ໄດ້ບຸກໂຈມຕີເຂດສະກາງອີກຄັ້ງ ແລະ ເຮັດໃຫ້ມີປະຊາຊົນ ປະມານ 20,000 ຄົນ ອົບພະຍົບ ຈາກບ້ານເຮືອນຂອງຕົນເອງ ແລະບ້ານເຮືອນຖືກທຳລາຍ ລວມທັງທີ່ຜ່ານມາ ກໍມີຊາວບ້ານຫຼາຍຄົນຖືກຈັບ ໃນຂໍ້ຫາຕໍ່ຕ້ານ ຣັຖບານທະຫານພະມ້າ.
2023-04-19
ສະຫະພັນກິລາລາວ ຝຶກຊ້ອມນັກກິລາ ທີ່ຈະສົ່ງໄປແຂ່ງຂັນ ຊີເກມສ໌ ຄັ້ງທີ 32 ທີ່ປະເທດກັມພູຊາ ເປັນເຈົ້າພາບ ຕັ້ງແຕ່ວັນນທີ 5-17 ພຶສພາ 2023 ນີ້ ເຊິ່ງລາວຈະສົ່ງໄປ 656 ຄົນ, ໃນຈໍານວນນັກກິລາ ທີ່ຈະເຂົ້າຮ່ວມທັງໝົດ 12,404 ຄົນ.
2023-04-15
ທະຫານພະມ້າ ໂຈມຕີທາງອາກາດ ຕໍ່ພົນລະເມືອງຂອງຕົນເອງ ເຮັດໃຫ້ມີປະຊາຊົນ ເສັຽຊີວິດປະມານ 100 ຄົນ ແລະ ບາດຈັບ 50 ຄົນ ໂດຍທີ່ຝ່າຍທະຫານພະມ້າອ້າງວ່າ ເພາະວ່າ ກຸ່ມກອງກຳລັງ ຕິດອາວຸດ ຢູ່ໃນງານພິທີເປີດຫ້ອງການ.
2023-04-08
ບັນຫາທີ່ດິນ ຢູ່ປະເທດ ກັມພູຊາ ແລະ ວຽດນາມ ເກີດຂຶ້ນເປັນປະຈໍາ ແລະ ເປັນບັນຫາທີ່ເຄັ່ງຮ້ອນ ຄືກັນ ກັບປະເທດລາວ ເຊິ່ງຢູ່ ສປປ ລາວ ມີປະຊາຊົນ ທີ່ຮຽກຮ້ອງເຣື່ອງທີ່ດິນ ຈຳຫຼາຍຄົນຖືກຈັບ ແລະມີຫຼາຍກໍຣະນີ ຊາວບ້ານຖືກລະເມີດສິດ.
2023-04-02
ສຫະຣັຖເພີ່ມ ແສນຍານຸພາບ ທາງດ້ານທະຫານຫລາຍຂຶ້ນ ໃນເຂດທະເລຈີນໃຕ້ ເພື່ອຕ້ານການຂຍາຍອິດຕິພົນ ຂອງຈີນ ທີ່ເປັນພັຍຄຸກຄາມ ຕໍ່ພັນມິດສະຫະຣັຖ ແລະເສຣີພາບ ການແລ່ນເຮືອຜ່ານ ບໍຣິເວນ ທະເລຈີນໃຕ້.
2023-04-01
ທະຫານພະມ້າ ໄດ້ປະກາດ ຍຸບພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຫຼື ພັກ NLD ຂອງ ນາງ ອອງ ຊານ ຊູຈີ ໃນວັນທີ 21 ມີນາ ທີ່ຜ່ານມາ ຂະນະທີ່ ນາງ ອອງ ຊານ ຊູຈີ ແລະ ສະມາຊິກພັກ ຈຳນວນຫຼາຍຄົນ ຖືກຕັ້ງຂໍ້ຫາ ຫຼາຍຂໍ້ຫາ.
2023-03-26
ປະຊາຊົນພະມ້າກວ່າ 1 ແສນຄົນ ອົບພະຍົບ ຍ້ອນການສູ້ຣົບ ກັນລະຫວ່າງທະຫານຣັຖບານ ກັບກຳລັງປະກອບອາວຸດ ຊົນກຸ່ມນ້ອຍຊາວກະຫຣ່ຽງ (Karen) ວ່າງ 2 ອາທິດຜ່ານມາ ເພີ່ມຈຳນວນຜູ້ອົບພະຍົບໃນພະມ້າ ທັງໝົດເປັນ 1,700,000 ຄົນທົ່ວປະເທດ ເຮັດໃຫ້ນານາຊາຕເປັນຫວ່ງ.
2023-03-25
ສານອາຊຍາກັມ ລະຫວ່າງປະເທດ ຫຼື ICC ໃນວັນສຸກ ທີ່ຜ່ານມາ ໄດ້ອອກໝາຍຈັບ ທ່ານ ວະລາດີເມັຽ ປູຕິນ ປະທານາທິບໍດີ ຣັສເຊັຽ ໃນຂໍ້ຫາ ທີ່ຈັບເດັກນ້ອຍຢູເຄຣນ ສົ່ງໄປປະເທດຣັສເຊັຽ.
2023-03-18
ປະຊາຊົນ 10,000 ຄົນ ຢູ່ເຂດບາໂຄ ພະມ້າ ຕ້ອງໜີອອກຈາກບ້ານ ເປີດການໂຈມຕີ ຂອງທະຫານພະມ້າ ແລະ ທະຫານພະມ້າ ສັງຫານປະຊາຊົນ 21 ຄົນ ຢູ່ເຂດຣັຖສານ.
2023-03-12
ສານກັມພູຊາ ຕັດສິນລົງໂທດ ຫົວຫນ້າພັກຝ່າຍຄ້ານ ທ່ານແຄມ ໂສຄາ ໃຫ້ຕິດຄຸກເປັນເວລາ 27 ປີ ໃນຂໍ້ກ່າວຫາ ທໍລະຍົດຊາດ ຊຶ່ງເປັນແຜນການ ເພື່ອທັບມ້າງ ພັກຝ່າຍຄ້ານ ກ່ອນການເລືອກຕັ້ງ ໃນເດືອນກໍຣະກະດາ ປີນີ້.
2023-03-11
ເຍົາວະຊົນພະມ້າ 2 ຄົນ ຖືກທະຫານ ຂ້າຕັດຄໍ ໃນອາທິດທີ່ຜ່ານມາ ແລະ ຜູ້ຣາຍງານ ພິເສດຂອງສະຫະປະຊາຊາດ ໄດ້ກ່າວໄວ້ວ່າ ມັນເປັນຄວາມປ່າເຖື່ອນ ຈາກການກະທຳ ຂອງກອງກຳລັງ ທະຫານພະມ້າ.