ສານສາກົລ ອອກໝາຍຈັບ ຜູ້ນຳຣັສເຊັຽ
2023.03.25

ສານອາຊຍາກັມ ລະຫວ່າງປະເທດ ໄດ້ພິພາກສາວ່າ ມັນເປັນຫຼັກຖານທີ່ເຊື່ອໄດ້ວ່າ ທ່ານ ປູຕິນ ຈະຕ້ອງຮັບຜິດຊອບ ຕໍ່ຄວາມຜິດທາງອາຊຍາກັມ ສ່ວນໂຕຂອງເພິ່ນ ໂດຍ ທ່ານ ປູຕິນ ໄດ້ກະທັມຄວາມຜິດຮ່ວມກັບຄົນອື່ນໆ ແລະ ຄວາມຫຼົ້ມເຫຼວ ໃນການຄວບຄຸມພົນລະເມືອງ ແລະ ທະຫານຂອງຕົນເອງ ກະທັມການລັກພາໂຕ ເດັກນ້ອຍຊາວຢູເຄຣນຫຼາຍ 1,000 ຄົນ.
ຂໍ້ກ່າວຫາ ຂອງສານອາຊຍາກັມ ລະຫວ່າງປະເທດ ທີ່ພົວພັນກັບ ການດຳເນີນການ ທີ່ເປັນອາຊຍາກັມ ທີ່ສຳນັກຂ່າວ ຕ່າງປະເທດ ໄດ້ຣາຍງານອອກໄປ ເປັນຄັ້ງທຳອິດ ທີ່ສານໄດ້ອອກໝາຍຈັບ ເຈົ້າໜ້າທີ່ຣັສເຊັຽ ນັບແຕ່ຣັສເຊັຽ ໂຈມຕີ ຢູເຄຣນ ໃນປີ 2022.
ທ່ານ ດະມິຕຣີ້ ເພສຄອບ ໂຄສົກຣັຖບານຣັສເຊັຽ ໄດ້ກ່າວວ່າ ພວກເຮົາໄດ້ພິຈາລະນາວ່າ ເປັນຄຳເວົ້າທີ່ຮ້າຍແຮງ ແລະ ຮັບບໍ່ໄດ້. ປະເທດຣັສເຊັຽ ກໍຄື ຫຼາຍໆປະເທດ ບໍ່ຮັບຮູ້ຄຳຕັດສິນ ຂອງສານ ແລະ ສຳລັບປະເທດຣັສເຊັຽແລ້ວ, ຄຳວິນິດໄສ ຂອງສານ ບໍ່ມີຜົລບັງຄັບໃຊ້ທາງກົດໝາຍ, ແຕ່ ທ່ານ ໂວໂລດິເມັຽ ເຊເລນຊະກີ້ ປະທານາທິບໍດີຢູເຄຣນ ໄດ້ກ່າວຂອບໃຈສານອາຊຍາກັມ ລະຫວ່າງປະເທດ ວ່າ ເປັນການຕິດສິນຄັ້ງປວັດສາດ ໂດຍ ທ່ານກ່າວໃນຖແລງການ ໃນວັນສຸກ ທີ່ຜ່ານມາວ່າ ການສອບສວນ ຂອງຢູເຄຣນ ໄດ້ລະບຸວ່າ ຣັດເຊັຽມີສ່ວນພົວພັນໂດຍກົງ ກັບການລັກພາໂຕເດັກນ້ອຍ ຊາວຢູເຄຣນ ໄປປະເທດຣັສເຊັຽ.
ທ່ານ ໂວໂລດິເມັຽ ເຊເລນຊະກີ້ ປະທານາທິບໍດີຢູເຄຣນ ໄດ້ກ່າວວ່າ: ໃນການດຳເນີນຄະດີອາຊຍາກັມ ທີ່ເຈົ້າໜ້າທີ່ ປະຕິບັດກົດໝາຍ ເປັນຜູ້ສືບສວນ ພົບວ່າ ທະຫານຣັສເຊັຽ ໄດ້ເຈັບເດັກນ້ອຍຢູເຄຣນ ຫຼາຍກວ່າ 16,000 ຄົນ ສົ່ງໄປປະເທດຣັສເຊັຽ, ແຕ່ ໃນຄວາມເປັນຈິງ ໂຕເລກຈຳນວນເດັກນ້ອຍທີ່ຖືກສົ່ງໄປ ຈະສູງກ່ວານັ້ນ. ການກໍ່ອາສຍາກັມດັ່ງກ່າວ ຈະເກີດຂຶ້ນບໍ່ໄດ້ເລີຍ ຖ້າວ່າ ບໍ່ມີຄຳສັ່ງຈາກຜູ້ນຳປະເທດໃດປະເທດນຶ່ງ.
ທ່ານ ກາວຣິມ ຄານ ໄອຍະການສານອາຊຍາກັມ ລະຫວ່າງປະເທດ ໄດ້ໃຫ້ສັມພາດຕໍ່ສຳນັກຂ່າວ CNN ວ່າ ບໍ່ມີໃຜຄິດວ່າ ເຂົາເຈົ້າຈະເຮັດໄດ້ງ່າຍໆ. ບໍ່ມີໃຜຄິດວ່າວ່າ ເຂົາເຈົ້າຈະເຮັດຫຍັງໂດຍລຳພັງ ແລະ ບໍ່ມີໃຜຄິດວ່າ ເຂົາເຈົ້າສາມາດເຮັດອັນໃດອັນນຶ່ງ ແລະ ຂ້າລ້າງເຜົ່າພັນ ຫຼື ກໍ່ອາຊຍາກັມ ຕໍ່ມະນຸສຊາຕ ຫຼື ອາຊຍາກັມສົງຄາມ ດ້ວຍຄວາມມີອັກຄະຕິ.
ເມື່ອນັກຂ່າວຖາມວ່າ ທ່ານ ມີຄວາມເຊື່ອບໍ່ວ່າ ມື້ນຶ່ງ ປະທານາທິບໍດີ ປູຕິນ ຈະຖືກນຳມາຂຶ້ນສານ, ທ່ານ ກາວຣິມ ຄານ ໄອຍະການສານອາຊຍາກັມ ລະຫວ່າງປະເທດ ໄດ້ຍົກໃຫ້ເຫັນເຖິງກໍຣະນີ ອາະດີດປະທານາທິບໍດີ ປະເທດ ຢູໂກສລາເວັຽ ທ່ານ ມີໂລເຊີວິກ ແລະ ອາດີດຜູ້ນຳປະເທດ ລິເບີເຣັຽ ທັງສອງຄົນເປັນບຸກຄົນທີ່ຍິ່ງໃຫຍ່ເຄີຍມີອຳນາດ ແຕ່ ເຂົາເຈົ້າກໍພົບວ່າ ສຸດທ້າຍ ໂຕເອງກໍຕ້ອງຖືກນຳຂຶ້ນສານ.
ປະເທດຣັດເຊັຽ ກໍຄື ສະຫະຣັຖອາເມຣິກາ, ຢູເຄຣນ ແລະ ຈີນ ບໍ່ໄດ້ເປັນສະມາຊິກ ສານອາສຍາກັມລະຫວ່າງປະເທດ. ໃນຂະນະທີ່ ສານ ບໍ່ສາມາດດຳເນີນຄະດີ ຕໍ່ຜູ້ທີ່ບໍ່ມາປະກົດໂຕຢູ່ສານໄດ້, ແລະ ໃນກໍລະນີນີ້ ຣັຖບານຣັດເຊັຽ ຈະຕ້ອງຈັບ ແລະ ສົ່ງມອບ ເຈົ້າໜ້າທີ່ຣັດເຊັຽ ຢູ່ນອກປະເທດຣັດເຊັຽ.
ເຈົ້າໜ້າທີອາວຸໂນຂອງຢູເຄຣນ ໄດ້ກ່າວຕໍ່ສຳນັກຂ່າວ CNN ໃນວັນຈັນທີ່ຜ່ານມາວ່າ ຣັຖບານຢູເຄຣນ ໄດ້ສເນີໃຫ້ ສາອາສຍາກັມລະຫວ່າງປະເທດ ອອກໝາຍຈັບບຸກຄົນທີ່ເປັນສັນຊາດຣັດເຊັຽ ທີ່ມີສ່ວນພົວພັນກັບສົງຄາມໃນປະເທດຢູເຄຣນ.
ຣັຖບານຣັດເຊັຽ ບໍ່ໄດ້ປະຕິເສດ ການລັກພາໂຕເດັກນ້ອຍຢູເຄຣນ ແລະ ມອບໃຫ້ຄອບຄົວຊາວຣັດເຊັຽຮັບເອົາເປັນບຸດບຸນທຳ ເພື່ອຈຸດປະສົງທາງດ້ານການໂຄສະນາຊາວນເຊື່ອ.
ໃນເດືອນເມສາປີ 2022, ຫ້ອງການຄະນະກັມມາທິການຣັສເຊັຽ ເພື່ອສິດທິເດັກນ້ອຍ ໄດ້ກ່າວວ່າ ມີເດັກນ້ອຍປະມານ 600 ຄົນ ຈາກປະເທດຢູເຄຣນ ທີ່ເປັນເດັກນ້ອຍກຳພ້າ ຢູ່ໃນເມືອງ Kursh ແລະ ເມືອງ Nizhny Novgorod ກ່ອນທີ່ເຂົາເຈົ້າທັງໝົດຈະຖືກສົ່ງໄປ ຢູ່ກັບຄອບຄົວ ຢູ່ໃນເຂດນະຄອນຫລວງ Moscow ປະເທດຣັສເຊັຽ. ໃນກາງເດືອນຕຸລາ 2022, ມີເດັກນ້ອຍຊາວຢູເຄຣນ 800 ຄົນ ຈາກເຂດ Donbas ໄດ້ມາດຳລົງຊີວິດ ນະຄອນຫລວງ Moscow, ຫຼາຍຄົນ ກໍດຳລົງຊີວິດ ຢູ່ກັບຄອບຄົວ ອີງຕາມຂໍ້ມູນ ຈາກຣັຖບານທ້ອງຖິ່ນ Moscow. ເດັກນ້ອຍບາງຄົນ ກໍຢູ່ຫ່າງໄກຈາກປະເທດ ຢູເຄຣນ ຫຼາຍ 1,000 ກິໂລແມັດ ກ່ອນທີ່ຈະມາຮອດ ນະຄອນຫລວງ Moscow. ສຳນັກຂ່າວ ວໍຊິງຕັ້ນ ໂພສ ໄດ້ຣາຍງານ ໃນເດືອນເມສາ ປິ 2022 ວ່າ ຖ່າມກາງສົງຄາມ ລະຫວ່າງ ຣັສເຊັຽ ກັບ ຢູເຄຼນ ນັ້ນສະແດງ ໃຫ້ເຫັນເຖິງ ຜົລກະທົບທີ່ເປັນຕ່ອງໂສ້ ຢູ່ໃນ ກອງປະຊຸມທາງດ້ານເສຖກິຈ ໂລກ ຫຼື World Economic Forum ຢູ່ເມືອງ ດາວອດສ໌ ປະເທດວິສເຊີຣ໌ແລນ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ ຜູ້ນຳຫຼາຍປະເທດ ວິຈານ ຣັສເຊັຽ ທີ່ໃຊ້ກຳລັງທະຫານ ບຸກຢູເຄຼນ. ໃນການປາໄສ ຕໍ່ບັນກຸ່ມນັກການເມືອງ ແລະ ຜູ້ບໍຣິຫານລະດັບສູງ, ພົນເອງ Jens Stoltenberg ເລຂາທິການ ອົງການສົນທິສັນຍາ ປົກປ້ອງແອັດແລນດ໌ຕິກເໜືອ ຫຼື NATO ໄດ້ຕຳນິ ວ່າ:
“ເປັນຄວາມຜິດພາດໃຫຍ່ ຂອງ Vladimir Putin ຜູ້ນຳຣັດເຊັຍ ທີ່ໃຊ້ກຳລັງທະຫານ ຮຸກຮານ ຢູເຄຼນ.”
ທ່ານ ຍັງກ່າວຕື່ມວ່າ ມັນເປັນ “ໂຕປ່ຽນເກມ” ໃນທາງດ້ານຄວາມໝັ້ນຄົງ ຂອງ ຢູໂຣບ ແລະ ລະບຽບໂລກ ທີ່ກວ້າງຂຶ້ນກວ່າເກົ່າ. ຈາກຜົລຂອງສົງຄາມ, ຜູ້ນຳຣັສເຊັຽ ຍິ່ງເຮັດໃຫ້ພັນທະມິຕ ຂອງ NATO ເຂົ້າມາປະຊິດຊາຍແດນຂອງຣັສເຊັຽ ໂດຍ ທີ່ NATO ຈະຮັບເອົາສະມາຊິກໃໝ່ ເພີ່ມເຕີມ ຄື ສວີເດັນ (Sweden) ແລະ ຟິນແລນດ໌ (Finland) ເຊິ່ງປັດຈຸບັນ NATO ມີສະມາຊິກ 30 ປະເທດ ທີ່ຍັງບໍ່ທັນລວມເອົາທັງ 2 ປະເທດນີ້. ພົນເອກ Jens Stoltenberg ກໍໄດ້ຮັບຮອງ ເອົາໃບສມັກຈາກ Sweden ແລະ Finland ເພື່ອເຂົ້າມາເປັນສະມາຊິກ NATO. ທ່ານ ໄດ້ເອີ້ນການ ສມັກຄັ້ງນີ້ ວ່າ “ເປັນປວັດສາຕ” ແລະ ທ່ານ ຍັງກ່າວວ່າ ຈະມີປັບຄວາມເຂົ້າໃຈ ກັບປະເທດ ກັບ Turkey ສະມາຊິກ NATO. ຄົນຢູໂຣບ 96 ເປີເຊັນ ຈະໄດ້ຮັບການປົກປ້ອງ ຈາກ NATO ເມື່ອ Sweden ແລະ Finland ເຂົ້າຮ່ວມ NATO. ພົນເອກ Stoltenberg ໄດ້ກ່າວຕໍ່ຜູ້ນຳດ້ານທຸຣະກິຈ ວ່າ ເສຣີພາບ ມີຄວາມສຳຄັນກວ່າ ການຄ້າເສຣີ ແລະ ຮຽກຮ້ອງໃຫ້ມີການປົກປ້ອງ ຜົລປໂຍດທີ່ມີຄຸນຄ່າ. ທ່ານ ໄດ້ເຕື່ອນວ່າ ກຳລັງຢູ່ ກັບ ຣະບອບອຳນາດນິຍົມ ທີ່ເປັນໄພຕໍ່ຄວາມໝັ້ນຄົງ ຂອງພວກເຮົາ ໂດຍ ທ່ານ ໄດ້ຊີ້ໄປໃສ່ ຣັສເຊັຽ ແລະ ຈີນ ເປັນໂຕຢ່າງ. ພົນເອກ Stoltenberg ໄດ້ກ່າວວ່າ ວຽກງານຂອງ NATO ກໍເພື່ອ ຮັບປະກັນວ່າ ສົງຄາມອັນປ່າເຖື່ອນ ແລະ ໂຫດຮ້າຍນີ້ ຈະບໍ່ລຸກລາມໄປທະວີບຢູໂຣບ ໂດຍສະເພາະ NATO ແລະ ຣັສເຊັຽ. ທ່ານ ກ່າວອີກວ່າ ພັນທະມິຕຈະຕ້ອງ ສະກັດກັ້ນ ຂໍ້ຜິດພາດ ທີ່ຈະນຳໄປສູ່ການໃຊ້ມາຕຣາ 5 ສົນທະສັນຍາ NATO ເຊິ່ງເປັນກົນໄກປ້ອງກັນໂຕເອງ.
ອົງການຂ້າຫຼວງໃຫຍ່ ສະຫະປະຊາຊາຕ ໄດ້ລົງຄະແນນສຽງ ໃຫ້ໂຈະ ຫຼື ລະງັບບົດບາດ ຂອງປະເທດຣັສເຊັຽ ຢູ່ສະພາສິດທິມະນຸສ. ການລົງຄະແນນສຽງ ໃຫ້ການໂຈະ ຫຼື ລະງັບບົດບາດ ປະເທດຣັສເຊັຽ ຢູ່ໃນ ສະພາສິດທິມະນຸສ ໄດ້ມີຂຶ້ນ ໃນວັນທີ 7 ເມສາ 2022 ຢູ່ New York ສະຫະຣັຖອາເມຣິກາ ຫຼັງຈາກທີ່ມີການກ່າວຫາວ່າ ທະຫານຣັສເຊັຽ ໄດ້ທຳການສັງຫານໝູ່ ປະຊາຊົນຢູເຄຼນ ຢູ່ເມືອງ Bucha ທີ່ຢູ່ໃກ້ກັບ ນະຄອນຫລວງ Kyiv ຂອງປະເທດ ຢູເຄຼນ ອີງຕາມຂໍ້ຈາກອົງການ ສະຫະປະຊາຊາຕ ຫຼື United Nations. ສໍານັກຂ່າວຕ່າງປະເທດ ຫຼາຍສຳນັກໄດ້ຣາຍງານວ່າ ມີ ການສັງຫານ ປະຊາຊົນຢູເຄຼນ ຫຼາຍ 100 ຄົນ ໂດຍທະຫານຣັສເຊັຽ ນັບແຕ່ວັນທີ່ ທະຫານຣັສເຊັຽເຣີ່ມບຸກເຂົ້າຍຶດເມືອງ Bucha.
ອົງການຂ້າຫຼວງໃຫຍ່ ສະຫະປະຊາຊາຕ ມີສະມາຊິກທັງໝົດ 193 ປະເທດ ໃນນັ້ນ ມີ 93 ປະເທດ ໄດ້ລົງຄະແທນສຽງ ເຫັນດີໃຫ້ໂຈະ ບົດບາດຂອງຣັສເຊັຽ ຢູ່ໃນສະພາສິດທິມະນຸສ, ມີ 24 ປະເທດ ເຊິ່ງມີປະເທດລາວ ຢູ່ໃນນັ້ນ ລົງຄະແນນສຽງຄັດຄ້ານ, ແລະ 58 ປະເທດງົດອອກສຽງ. ເຈົ້າໜ້າທີ່ ຢູເຄຣນ ໄດ້ຣາຍງານວ່າ ຢູ່ ເມືອງ Bucha ເຈົ້າໜ້າທີ່ໄດ້ພົບສົບພົລເຮືອນຫຼາຍ 100 ສົບ ລວມທັງສົບ ຢູ່ ຖນົນ ແລະ ຢູ່ ຫຼຸມຝັງສົບ ຫຼັງຈາກທະຫານຣັສເຊັຽ ໄດ້ຖອນອອກໄປຈາກເມືອງດັ່ງກ່າວ. ທ່ານ Sergiy Kyslytsya ທູດຢູເຄຣນ ປະຈຳອົງການສະຫະປະຊາຊາຕ ໄດ້ກ່າວວ່າ ປະຊາຊົນຫຼາຍ 1,000 ຄົນ ຢູ່ ເມືອງ Bucha ແລະ ອີກຫຼາຍ 10 ເມືອງ ແລະ ບ້ານ ຂອງ ຢູເຄຣນ ຖືກທະຫານຣັສເຊັຽ ສັງຫານ, ທໍຣະມານ, ຂົ່ມຂືນ, ລັກພາໂຕ ແລະ ປຸ້ນສະດົມ, ແຕ່ ທາງການຣັສເຊັຽ ກໍປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງກັບການສັງຫານ ໝູ່ ຢູ່ໃນເມືອງ Bucha ແຕ່ຢ່າງໃດ.
ສຳນັກຂ່າວ Bloomberg ຂອງເຢຣະມັນ ໄດ້ຣາຍງານ ໂດຍ ອ້າງຂໍ້ມູນຈາກເຈົ້າໜ້າທີ່ ຝ່າຍຄວາມໝັ້ນຄົງ ຂອງເຢຣະມັນ ວ່າ ເຈົ້າໜ້າທີ່ເຢຣະມັນ ໄດ້ຂໍ້ມູນການສົນທະນາ ກັນທາງວິທະຍຸ ຂອງທະຫານຣັສເຊັຽ ແລະ ເຈົ້າໜ້າທີ່ເຢຣະມັນ ສາມາດໄດ້ຍິນ ການສົນທະນາກັນ ຂອງທະຫານຣັສເຊັຽ ກ່ຽວກັບການສັງຫານ ຢູ່ ບໍລິເວນນອກ ນະຄອນຫຼວງ ຄຽບ (Kyiv) ຂອງຢູເຄຣນ, ເຊິ່ງເປັນຫຼັກຖານອ້າງອີງ ວ່າຣັຖບານຣັສເຊັຽ ຢູ່ເບື້ອງຫຼັງການ ສັງຫານໝູ່ ຢູ່ເມືອງ Bucha. ນອກຈາກນີ້ ສຳນັກຂ່າວ CNN ຍັງໄດ້ຣາຍງານ ວ່າ ການສົນທະນາ ຂອງທະຫານຣັສເຊັຽບາງຕອນ ກ່ຽວຂ້ອງໂດຍກົງກັບການສັງຫານໝູ່ ຢູ່ເມືອງ Bucha ທີ່ມີການບັນທຶກເອົາໄວ້ ນັບແຕ່ມີການຣາຍງານຂ່າວ ທຳອິດກ່ຽວກັບການສັງຫານໝູ່.