ວັນເສຣີພາບ ສື່ມວນຊົນ ສາກົລ
2023.05.02

ເພື່ອລຳລຶກ ໂອກາດຄົບຮອບ 30 ປີ ຂອງວັນສາກົນວ່າດ້ວຍເສຣີພາບ ສື່ມວນຊົນ ວັນທີ 3 ພຶສພາ ໂດຍແມ່ນອົງການ ຂ້າຫລວງໃຫຍ່ ແຫ່ງສະຫະປະຊາຊາຕ ເປັນຜູ້ປະກາດຮັບຮອງ ວັນດັ່ງກ່າວ, ວິທະຍຸເອເຊັຽເສຣີ ໄດ້ເນັ້ນຢ້ຳ ເຖິງຜົລງານ ຂອງນັກຂ່າວ ແລະ ບລອກເກີ ຜູ້ທີ່ຖືກຈັບຂັງຄຸກ ຢູ່ໃນຫຼາຍປະເທດ ເຂດອາເຊັຽແປຊິຟິກ.
ຫົວຂໍ້ຂອງ ວັນສາກົລວ່າດ້ວຍ ເສຣີພາບສື່ມວນຊົນ ປີນີ້ແມ່ນ: ເສຣີພາບການປາກເວົ້າ ເປັນສິ່ງຂັບເຄື່ອນສິດທິມະນຸດ, ໄດ້ເນັ້ນຢ້ຳເຖິງຄວາມສຳພັນ ລະຫວ່າງ ສິ່ງນາບຂູ່ຕໍ່ເສຣີພາບ ສື່ມວນຊົນ, ຄວາມປອດໄພຂອງນັກຂ່າວ, ແລະ ການຄຸກຄາມສິດທິ ຂອງຄົນຫຼາຍຂຶ້ນ.
ຄວາມກັງວົນຍັງບໍ່ໝົດໄປ, ຍັງມີການຈັບນັກຂ່າວວິທຍຸ ເອເຊັຽ ເສຣີ ແລະ ບລອກເກີ ຂັງຄຸກ, ເພື່ອນຮ່ວມງານ ທີ່ເປັນສຳນັກຂ່າວ ສຽງອາເມຣິກາ ແລະ BBC ເກີດຂຶ້ນ ຢູ່ປະເທດ ແລະ ເຂດແຄວ້ນ ທີ່ໄດ້ມີການຈຳກັດ ສິດເສຣີພາບ ຂອງສື່ມວນຊົນ.
ລາຍຊື່ນັກຂ່າວ ວິທຍຸ ເອເຊັຽເສຣີ ທີ່ຖືກຈັບ ລວມມີ:
- ທ່ານ ເອດມັນດ໌ ຫວັນ ຢູ-ຊິງ (Edmund Wan Yiu-sing) ເປັນທີີ່ຮູ້ຈັກກັນດີ ໃນນາມ ດີເຈ ຈິ ຖືກສານຮົງກົງ ຕັດສິນໃນເດືອນຕຸລາ 2022 ໃຫ້ຈຳຄຸກ 2 ປີ ກັບ 8 ເດືອນ ໃນຂໍ້ຫາປຸກລະດົມປະຊາຊົນ ແລະ ຟອກເງິນ ເຊິ່ງທ່ານກໍປະຕິເສດຂໍ້ກ່າວຫາດັ່ງກ່າວ. ກ່ອນທີ່ ທ່ານຈະຖືກຈັບໃນເດືອນກຸມພາ 2021, ທ່ານ ເຄີຍ ຈັດລາຍການ ແລະ ລາຍງານຂ່າວ ແລະ ວິພາກວິຈານຮົງກົງ ແລະ ການເມືອງຈີນ, ແລະ ທ່ານ ເຄີຍ ເຮັດສະຖານີ ວິທະຍຸ ທາງອອນລາຍນ໌ ແບບອິດສະຫຼະ. ທ່ານ ເຄີຍຈັດລາຍການ ວິທະຍຸເອເຊັຽເສຣີ ຜແນກພາສາຈີນ ນັບແຕ່ປີ 2017-2020.
- ຍານາງ ເທດເທດຂີນ (Htet Htet Khine), ອະດີດຜູ້ປະກາດຂ່າວ ໂທລະທັດ BBC ຖືກຕັດສິນຈຳຄຸກ ເປັນເວລາ 3 ປີ ໃນຂໍ້ຫາປຸກລະດົມ ແລະ ການຕັ້ງສະມາຄົມ ທີ່ຜິດກົດໝາຍ. ນາງ ເທດເທດ ຂີນ ຖືກຈັບ ຫຼັງຈາກທະຫານພະມ້າ ເຂົ້າມາຍຶດອຳນາດ ໄດ້ 6 ເດືອນ.
- ທ່ານ ຫງຽນ ເຕືອງ ທຸຍ (Nguyen Tuong Thuy) ເປັນບລອກເກີ ໃຫ້ແກ່ວິທະຍຸ ເອເຊັຽ ເສຣີ ກ່ຽວກັບເຣື່ອງປະຊາທິປະໄຕ ແລະ ສິດທິມະນຸດ, ແລະ ບັນຫາສັງຄົມ ຖືກສານຕັດສິນຈໍາຄຸກ 11 ປີ ໃນຂໍ້ຫາ ໂຄສະນາຊວນເຊື່ອ ຕໍ່ຕ້ານຣັຖ.
- ທ່ານ ຫງຽນ ລານ ຖັງ (Nguyen Lan Thang), ເປັນຜູ້ປະກອບສ່ວນ ຂ່າວການເມືອງ ແລະ ສັງຄົມ ໃຫ້ແກ່ວິທຍຸ ເອເຊັຽເສຣີ ຜແນກພາສາວຽດນາມ ຖືກຕັດສິນຈຳຄຸກເປັນເວລາ 6 ປີ. ທ່ານຖືກຈັບໃນເດືອນ ກໍຣະກະດາ 2022 ໃນຂໍ້ຫາເຜີຍແຜ່ນວີດີໂອ ລົງທາງເຟສບຸກ ແລະ ຢູທູບ ທີ່ມີຂໍ້ຄວາມວ່າ ຕ້ານຣັຖບານຄອມມູນິສຕ໌ ວຽດນາມ, ແລະ ໃນເດືອນເມສາ 2023 ທີ່ຜ່ານມາ ທ່ານ ຖືກສານຕັດສິນ.
- ທ່ານ ຫງຽນ ວັນ ໂຮ (Nguyen Van Hoa), ຜູ້ທີ່ເປັນບລອກເກີ ແລະ ຜລິດວີດີໂອ ໃຫ້ແກ່ວິທຍຸ ເອເຊັຽເສຣີ ຜແນກພາສາ ວຽດນາມ ໄດ້ຖືກຈັບໃນເດືອນມົກກະຣາ ປີ 2017 ໃນຂໍ້ຫາລະເມີດ ເສຣີ ປະຊາທິປະໄຕ ເອົາຜົລປໂຍດຂອງຣັຖ ໃຊ້ໂດຣນບິນຖ່າຍວີດີໂອ ການປະທ້ວງຢູ່ນອກໂຮງງານ ເຫຼັກກ້າ ຂອງຊາວໄຕ້ຫວັນ ຢູ່ວຽດນາມ. ໂຮງງານເຫຼັກກ້າດັ່ງກ່າວ ໄດ້ປ່ອຍນໍ້າເສັຽລົງໃສ່ທະເລ ຢູ່ວຽດນາມ ເຮັດໃຫ້ປາຕາຍເປັນຈຳນວນຫຼາຍ.
- ທ່ານ ສີທູ ອອງ ມິນ (Sithu Aung Myint) ເປັນນັກຂ່າວຂອງພະມ້າ ຖືກສານພິເສດ ຂອງພະມ້າ ຕັດສິນຕິດຄຸກເປັນເວລາ 12 ປີ ໃນຂໍ້ຫາ ບຸກລະດົມ ໃຫ້ຕ້ານກັບກອງທັບພະມ້າ. ໄດ້ມີການຕັດຕັ້ງສານພິເສດ ຂອງພະມ້າ ຂຶ້ນມາ ຫຼັງຈາກທະຫານພະມ້າ ເຂົ້າມາຍຶດອຳນາດ ວັນທີ 1 ກຸມພາ 2021.
- ທ່ານ ເຕຣືອງ ດຸຍ ນາດ (Truong Duy Nhat) ເປັນຜູ້ປະກອບສ່ວນ ຂ່າວປະຈຳສັບປະດາ ໃຫ້ແກ່ວິທຍຸ ເອເຊັຽ ເສຣີ ຜແນກພາສາວຽດນາມ ກ່ອນທີ່ ເຈົ້າໜ້າທີ່ຕຳຣວດ ໃນປະເທດໄທຍ ຈະຈັບໂຕທ່ານໄປ ໃນເດືອນມົກກະຣາ 2019 ແລະ ຖືກສານວຽດນາມຕັດສິນ ໃນເດືອນ ມີນາ 2020 ໃຫ້ຈຳຄຸກເປັນເວລາ 10 ປີ ໃນຂໍ້ຫາ ສວຍໃຊ້ຕຳແໜ່ງ ແລະ ໜ້າທີ່ໃນການລັກໂລບ ເອົາທີ່ດິນ. ໃນປີ 2013-2015, ທ່ານ ໄດ້ຖືກຈັບຂັງຄຸກ ຍ້ອນວ່າ ຂຽນວິພາກວິຈານ ຣັຖບານພັກດຽວ ຂອງວຽດນາມ.
- ທ່ານ ອັນ ຈະຮິນ (Uon Chhin) ນັກຖ່າຍຮູບ ແລະ ວີດີໂອ ຂອງວິທຍຸ ເອເຊັຽ ເສຣີ ພ້ອມດ້ວຍ ຜູ້ປະກາດຂ່າວ ຖືກຈັບເຂົ້າຄຸກໃນເດືອນພືສຈິກາ 2017 ໂດຍ ເຈົ້າໜ້າທີ່ ທາງການກັມພູຊາ. ເຂົາເຈົ້າທັງສອງຖືກຈັບ ໃນຂໍ້ຫາ ເອົາຂໍ້ມູນໃຫ້ນັກຂ່າວ ຕ່າງປະເທດ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ.
- ທ່ານ ແຢງ ໂສເທັຽຣິນ (Yeang Sothearin), ອະດີດຜູ້ປະກາດຂ່າວ ວິທຍຸ ເອເຊັຽ ເສຣີ ຜແນກພາສາກັມພູຊາ ຖືກຈັບຂັງຄຸກ ໃນເດືອນພຶສຈິກາ 2017, ພ້ອມກັບ ທ່ານ ອັນ ຈະຮິນ ນັກຖ່າຍຮູບ ແລະ ວີດີໂອ ຂອງວິທຍຸ ເອເຊັຽເສຣີ. ເຂົາເຈົ້າທັງສອງ ຖືກຈັບໃນຂໍ້ຫາ ເອົາຂໍ້ມູນໃຫ້ນັກຂ່າວຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຫຼັງຈາກ ທີ່ຫ້ອງການວິທະຍຸ ເອເຊັຽເສຣີ ຢູ່ນະຄອນຫລວງ ພະນົມເປນ ຖືກຣັຖບານ ກັມພູຊາ ສັ່ງປິດ.