ການໂຈມຕີ ຂອງທະຫານພະມ້າ ເຮັດໃຫ້ມີຜູ້ໜີຕາຍ ເພີ່ມຫຼາຍຂຶ້ນຈາກ

ສິດນີ
2023.03.26
ການໂຈມຕີ ຂອງທະຫານພະມ້າ ເຮັດໃຫ້ມີຜູ້ໜີຕາຍ ເພີ່ມຫຼາຍຂຶ້ນຈາກ ປະຊາຊົນ ຜູ້ທີ່ໜີຈາກບ້ານເຮືອນຂອງເຂົາເຈົ້າ ຊຶ່ງເຫັນໄດ້ຈາກ ຣັຖກະຢາ ປະເທດພະມ້າ, ວັນທີ່ 5 ເດືນອມີນາ ປີ 2023.
Karenni IDP Assistant Network

ບໍ່ມີປະຊາຊົນພະມ້າ ຈັກຄົນເຫລືອຢູ່ໃນໝູ່ບ້ານຕ່າງໆ ພາກຕະເວັນອອກຂອງແມ່ນ້ຳຊີຕັງ ເມືອງສເວຢີນ ຍ້ອນຖືກອົບພະຍົບໜີຕາຍ ຈາກການສູ້ຣົບກັນລະຫວ່າງທະຫານຣັຖບານ ກັບກຳລັງປະກອບອາວຸດເພື່ອເອກະຣາຊ ຊົນກຸ່ມນ້ອຍຊາວກະຫຣ່ຽງ ເປັນເວລາ ສອງອາທິດ. ກຳລັງທະຫານພະມ້າ ໄດ້ຍິງປືນໃຫຍ່ຖລົ່ມ ສຖານທີ່ຕັ້ງ ຂອງກຸ່ມປະກອບອາວຸດຊົນກຸ່ມນ້ອຍ ຊາວກະຫຣ່ຽງຢ່າງໜັກ ເປັນເວລາຫລາຍວັນ ຢູ່ແຄ້ວນບາໂກ ທຳລາຍບ້ານເຮືອນປະຊາຊົນ ໃນຫລາຍບ້ານ ເຮັດໃຫ້ປະຊາຊົນຈຳນວນຫລາຍພ້ອມຄອບຄົວ ລູກເຕົ້າ ພາກັນອົບພະຍົບຈາກບ້ານຫນີ ໄປຢູ່ບ່ອນອື່ນທີ່ປອດພັຍກວ່າ. ແຕ່ລະມື້ ຈະມີຜູ້ອົບພະຍົບ ຢ່າງນ້ອຍ ຫລາຍພັນ ຄົນແລະກໍເພີ່ມຂຶ້ນເລື່ອຽໆ, ລີ້ພັຍໄປຢູ່ສູນຜູ້ອົບພະຍົບຊົ່ວຄາວ ຢູ່ຕາມໂຮງຮຽນ, ວັດວາອາຣາມ ໃນບ້ານ ແລະເມືອງທີ່ປອດພັຍຫລາຍເມືອງ ໄກຈາກບ່ອນເກີດເຫດຍ້ອນ ຈາກການປະທະກັນ. ເຣີ່ມແຕ່ວັນທີ 27 ເດືອນກຸມພາ ຮອດວັນທີ 3 ມີນາປີນີ້ ກວ່າ 1 ແສນຄົນແລ້ວ ອີງຕາມຂໍ້ມູນ ຈາກອົງການ ສະຫະປະຊາຊາຕ ດ້ານອົບພະຍົບ ປະຈຳຂົງເຂດ.

ອົງການສະຫະປະຊາຊາຕ ຖແລງວ່າ-ຜູ້ອົບພະຍົບສ່ວນໃຫຍ່ ອາສັຍການບໍຣິຈາກ ຈາກອົງການນານາຊາຕ ໃນສູນບໍຣິຈາກຕ່າງໆ ທາງດ້ານອາຫານການກິນ ເຄື່ອງນຸ່ງຫົ່ມ ຢາຮັກສາໂຣກ ແລະເຄື່ອງໃຊ້ທີ່ຈຳເປັນ ປະຈຳວັນຂອງພວກເຂົາເຈົ້າ ໃນແຕ່ລະມື້ ຊື່ງສູນດັ່ງກ່າວ ສ່ວນໃຫຍ່ຈະຕັ້ງຢູ່ຕາມວັດແລະໂຮງຮຽນ ໃນເຂດບ້ານ ແລະເມືອງທີ່ປອດພັຍ ບາງຄົນກໍອາສັຍຢູ່ກັບຍາດພີ່ນ້ອງ ຫລືຄົນທີ່ຮູ້ຈັກກັນ ຍ້ອນສູນອົບພະຍົບຊົ່ວຄາວເຕັມ ແຕ່ໄດ້ມາຮັບການບໍຣິຈາກ ຈາກສູນດັ່ງກ່າວຢູ່ ໃນແຕ່ລະມື້. ກ່ຽວກັບການສູ້ຣົບກັບກຳລັງທະຫານ ພະມ້າ ຊາວນຸ່ມພະມ້າຄົນນຶ່ງຜູ້ທີ່ອອກຈາກໂຮງຮຽນ ໄປຕໍ່ສູ້ກັບກຸ່ມຜະເດັດການ ທະຫານພະມ້າກ່າວວ່າ:

ລາວເວົ້າວ່າ ລາວໄດ້ບອກກັບພໍ່ແມ່ຂອງລາວ ວ່າາລາວຈະອກໂຮງຮຽນ ໄປຕໍ່ສູ້ກັບທະຫານພະມ້າ ພໍ່ຂອງລາວບອກວ່າ ຄົນເຮົາເກີດມາໄດ້ວັນນຶ່ງ ແລະກໍຕາຍໄດ້ໃນວັນນຶ່ງຂ້າງໜ້າ ຖ້າລູກຕ້ອງການຢາກໄປກໍຕາມຄວາມປະສົງ ຂອງລູກ ຫລັງຈາກນັ້ນມ ລາວຈຶ່ງໄປຕໍ່ເຂົ້າກັບກຸ່ມຕໍ່ສູ້ ກັບກຳລັງທະຫານພະມ້າ.

ພະນັກງານ ບໍຣິຈາກສິ່ງຂອງ ຢູ່ສູນຜູ້ອົບພະຍົບນາງນຶ່ງ ຊື່ງນາງເອງກໍເປັນຜູ້ອົບພະຍົບເຫມືອນກັນ ເວົ້າວ່າ:

ບໍ່ມີປະຊາຊົນຊາວພະມ້າ ຜູ້ໃດເຫລືອຢູ່ໃນໝູ່ບ້ານຕ່າງໆ ທີ່ມີການສູ້ຣົບກັນໃນເຂດ ພາກຕາເວັນອອກຂອງແມ່ນ້ຳຊີຕັງ ແຄ້ວນບາໂກ, ພວກເຂົາຫນີມາອາສັຍຢູ່ສູນຊົ່ງຄາວ ຕາມວັດວາອາຣາມ ແລະບ່ອນທີ່ປອດພັຍ ໃນບ້ານແລະເມືອງຕ່າງໆ ໄກຈາກບ່ອນສູ້ຣົບກັນ.

ຍານາງຍັງບອກອີກວ່າ ຜູ້ອົບພະຍົບບາງຄົນ ອາສັຍຢູ່ກັບຍາດພີ່ນ້ອງ ແລະໝູ່ເພື່ອນ ຫລືຄົນທີ່ຮູ້ຈັກກັນຍ້ອນສູນຕ້ອນຮັບ ຜູ້ອົບພະຍົບຊົ່ວຄາວເຕັມ ແຕ່ກໍມາຮັບສິ່ງຂອງບໍຣີຈາກ ຢູ່ນີ້ທຸກມື້ຈຶ່ງເຮັດໃຫ້ພວກເຮົາສາມາດຮູ້ເຖິງຈຳນວນໂຕເລກ ຜູ້ອົບພະຍົບໃນແຕ່ລະວັນທີ່ເຂົ້າມາສູນຕ່າງໆ ຫລາຍໜ້ອຍປານໃດ.

ຜູ້ອົບພະຍົບໃນແຄ້ວນບາໂກ ຈາກຫລາຍແສນຄົນໃນໄລຍະຜ່ານມາ ຫລັງຈາກການຣັຖປະຫານ ຂອງກຸ່ມຜະເດັດການທະຫານໃນວັນທີ 1 ກຸມພາປີ 2021 ເປັນຕົ້ນມາ ເພີ່ມຂຶ້ນຕື່ມອີກ 1 ແສນຄົນຍ້ອນການສູ້ຣົບກັນວ່າງສອງສັປດາຜ່ານມາ ເຮັດໃຫ້ກຸ່ມຕໍ່ສູ້ເພື່ອສິດທິມະນຸສ ແລະອົງການຊ່ອຍເຫລືອຈາກຕ່າງປະເທດກັງວົນ, ກຸ່ມດ່ັງກ່າວ ເວົ້າວ່າ ເປັນເຫດສຸຂເສີນທາງດ້ານມະນຸສຊົນທີ່ກຸ່ມຜະເດັດການທະຫານພະມ້າກະທຳ ຕໍ່ຊາວພະມ້າ ແລະກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ຜູ້ທີ່ບໍ່ຕ້ອງການຢາກຢູ່ພາຍໃຕ້ການປົກຄອງ ຂອງທະຫານ ແລະຣັຖບານພະມ້າ.

ອີງຕາມການຣາຍງານ ລ້າສຸດຈາກອົງການ ສະຫະປະຊາຊາຕ ດ້ານຜູ້ອົບພະຍົບ ແລະມະນຸສທັມ ໃນວັນທີ 21 ເດືອນມີນາ ລະບຸວ່າ ຈຳນວນຜູ້ອົບພະຍົບໃນພະມ້າ ເປັນຕົ້ນຢູ່ແຄ້ວນບາໂກເພີ່ມຂຶ້ນຕື່ມ ກວ່າ 1 ແສນຄົນ ໃນ 2 ອາທິດ ທີ່ມີການສູ້ຣົບກັນລະຫວ່າງ ທະຫານຣັຖບານ ກັບກຸ່ມປະກອບອາວຸດຊົນກຸ່ມນ້ອຍ ຊາວກະຫຣ່ຽງ ລະຫວ່າງວັນທີ 27 ເດືອນກຸມພາຫາວັນທີ 13 ເດືອນມີນາປີນີ້.

ການລາຍງານລ້າສຸດ ລະບຸວ່າ ປັດຈຸບັນ ທົ່ວປະເທດໃນພະມ້າ ຍັງມີຜູ້ອົບພະຍົບກຸ່ມອື່ນໆ ອີກຫລາຍພັນຄົນທີ່ອາສັຍຢູ່ ສູນຜູ້ອົບພະຍົບແຄ້ວນ ກາຢີນ, ກາຢາງ ແລະ ຣັຖສານ (Shan State) ນອກ ຈາກແຄ້ວນບາໂກ ເຮັດໃຫ້ມີຈຳນວນຜູ້ອົບພະຍົບ ທັງໝົດກວ່າ 1 ລ້ານ 7 ແສນຄົນ ໃນພະມ້າໃນປັດຈຸບັນ.

ອົງການ ສະຫະປະຊາຊາຕ ຣາຍງານໃນມື້ວັນອັງຄານຜ່ານມາ, ຣັຖກາຢີນ, ກາຢາງແລະ ຣັຖມອນ ພາກຕາເວັນອອກສ່ຽງໃຕ້ ຂອງພະມ້າ ມີຜູ້ອົບພະຍົບມາໃຫມ່ຕື່ມອີກ ເກືອບຮອດ 40 ພັນຄົນຕາມສູນຕ່າງໆ ຍ້ອນການສູ້ຣົບລະຫວ່າງ ທະຫານຣັຖບານກັບກຸ່ມ ປະກອບອາວຸດຊົນກຸ່ມນ້ອຍ ກຸ່ມອື່ນໆໃນພະມ້າ, ນອກຈາກນັ້ນ ກໍຍັງມີປະຊາຊົນ ຊາວພະມ້າກວ່າ 9 ແສນຄົນ ອາສັຍລີ້ພັຍ ຢູ່ສູນຜູ້ອົບພະຍົບທີ່ແຄ້ວນ ຊາແກງ, ມັງເວແລະຣັຖຊິນ (Chin). ນັກສຶກສາພະມ້າຄົນດັ່ງກ່າວ ກ່າວຕໍ່ໄປວ່າ:

ລາວເວົ້າວ່າ ລາວເຂົ້າຮ່ວມກຸ່ມຕໍ່ສູ້ກັບ ທະຫານພະມ້າ ຍ້ອນວ່າ ລາວເຫັນທະຫານພະມ້າຕີ ແລະເຂັນຂ້າປະຊາຊົນ ພະມ້າ ກຸ່ມປະທ້ວງ ຢ່າງໂຫດຫ້ຽມ ດ້ວຍເຫດຜົລດັ່ງກ່າວລາວຈຶ່ງ ຈັບປືນໄປຕໍ່ສູ້ກັບທະຫານ.

ທ່ານ Banyar ຜຸ້ອຳນວຍການ ອົງການສິດທິມະນຸສ ຊາວກະຫຣ່ຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າວ່າ ຈຳນວນຜູ້ອົບພະຍົບຍ້ອນສົງຄາມ ການສູ້ຣົບກັນໃນພະມ້າ ໃນແຄ້ວນກາຢາງ ພາກຕາເວັນອອກສ່ຽງໃຕ້ພະມ້າ ເພີ່ມຂຶ້ນ 30 ພັນຄົນ ໃນໄລຍະສອງອາທີດຜ່ານມາ. ຜູ້ອົບພະຍົບຊາວພະມ້ານາງນຶ່ງເວົ້າວ່າ ພວກເຂົາເຈົ້າບໍ່ມີຫຍັງເຫລືອໃນຊີວີດ ຂອງພວກຂະເຈົ້າໃນທຸກມື້ນີ້ ທະຫານພະມ້າໄດ້ຈູດບ້ານ ເຮືອນປະຊາຊົນສະເພາະ ຢູ່ບ້ານຂອງນາງເຮືອນປະຊາຊົນ ຖືກຈູດກວ່າ 1 ພັນຫລັງ ໃນການສູ້ຣົບກັນໃນມື້ວັນ 17 ເດືອນມີນາຜ່ານມາ ເຮັດໃຫ້ປະຊາຊົນປະມານ 4 ພັນຄົນປົບໜີຈາກບ້ານ ດ້ວຍເຄື່ອງນຸ່ມຫົ່ມຄາຄິງ. ນາງ ຍັງບອກອີກວ່າ:

ເຮືອນຂອງນາງສອງຊັ້ນຖືກຈູດ ຮ່ວມທັງນາເຂົ້າແລະສວນກາເຟ ຖືກທຳລາຍໝົດຈາກກຳລັງທະຫານພະມ້າ ປະຊາຊົນຫລາຍຄົນໄດ້ຮັບບາດເຈັບ ແລະເສັຽຊີວິດຈາກການສູ້ຣົບກັນ. ຍານາງເວົ້າຕື່ມວ່າ ນາງເອງ ແລະປະຊາຊົນ ບໍ່ສາມາດເອົາຫຍັງຕິດໂຕໄປນຳ ໃນຂນະແລ່ນໜີ ຈາກການທຳລາຍ ມ້າງເພບ້ານເຮືອນຂອງປະຊາຊົນ ຂອງກຸ່ມທະຫານຣັຖບານ ນາງເວົ້າວ່າ ນາງໄດ້ແລ່ນໜີ ເປັນເວລາ 10 ຊົ່ວໂມງຈຶ່ງໄປຮອດບ່ອນທີ່ປອດພັຍ. ນາງວ່າ:

ມື້ນັ້ນຝົນຕົກແຮງ ທຸກຄົນປຽກໝົດ ຜູ້ອົບພະຍົບໄດ້ພາກັນຊົ້ນຢູ່ກ້ອງຕົ້ນໄມ້ ບໍ່ມີຫຍັງເຫລືອ ມີແຕ່ເຄື່ອງນຸ່ງຄາຄິງ ຊາວບ້ານທັງໝົດມີຄວາມໂກດແຄ້ນ ຕໍ່ການກະທຳຂອງກຸ່ມຜະເດັດການທະຫານ ພວກຂະເຈົ້າຕ້ອງການຈັບອາວຸດ ຕໍ່ສູ້ກັບທະຫານຣັຖບານ.

ວ່າງ ເດືອນຕຸລາ ຜ່ານມາ ມີຜູ້ອົບພະຍົບກວ່າ 8 ພັນຄົນ ຈາກນະຄອນເມດເລ ເມືອງມໍຣະດົກໂລກທີ່ສຳຄັນໃນພະມ້າ ໄດ້ປົບໜີໄປລີ້ພັຍຢູ່ສູນຜູ້ອົບພະຍົບຊົ່ວຄາວ ທີ່ປອດພັຍ ເທົ່າເຖິງປັດຈຸບັນ ເປັນເວລາ 5 ເດືອນແລ້ວ ກໍຍັງສູນດັ່ງກ່າວຢູ່. ປັດຈຸບັນ ທະຫານພະມ້າ ຍັງຕັ້ງທີ່ໝັ້ນຢູ່ເມືອງເມດເວຢູ່ ພວກຂະເຈົ້າຍັງບໍ່ສາມາດກັບຄືນບ້ານໄດ້ແລະວ່າ ປະຊາຊົນຜູ້ທີ່ບໍ່ສາມາດປົບໜີຈາກ ບ້ານຖືກທຳລະມານຈາກທະຫານພະມ້າ ຢ່າງໜັກ; ທ້າວ ໂກພອນ ເຈົ້າເມືອງໆ ຕີລີນ ແຄ້ວນເມກເວ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການປະສານງານ ຂອງກຳລັງທະຫານຣັຖບານ ກັບກຸ່ມທີ່ເຫັນພ້ອມກັບທະຫານ ພະມ້າໄດ້ຂ້າຊາວບ້ານ 7 ຄົນ ໃນບ້ານສະເວ ກອນ ແລະບ້ານ ເຊມີນຕໍ້ ໃນຂນະທີ່ມີການໂຈມຕີ ບ້ານດັ່ງກ່າວລະຫວ່າງວັນທີ 15-16 ເດືອນມີນາຜ່ານມາ. ທ່ານເວົ້າວ່າ ໃນຈຳນວນຜູ້ຖືກຂ້າ ນຶ່ງໃນນັ້ນແມ່ຍິງຊຣາ ຕາບອດ ອາຍຸ 80 ປີຊື່ນາງກີນພູແລະຜູ້ຊາຍສູງອາຍຸ ທ້າວ ກາກໍ້ ທັງສອງຖືກເຝົາທັງເປັນ ໃນຂນະທີ່ກຸ່ມທະຫານພະມ້າ ຈູດເຮືອນເຂົາເຈົ້າ. ນອກຈາກນັ້ນ ທະຫາພະມ້າຍັງຍິງປືນຂ້າ ທ້າວທັນເວ ອາຍຸ 55 ປີ ຜູ້ທີ່ພິການດ້ານສມອງ. ທ້າວ Thakin Zaw, ຫົວຫນ້າຊາວນຸ່ມກຸ່ມ ປະກອບອາວຸດປົກປ້ອງປະຊາຊົນ ພະມ້າຕ້ານກຸ່ມ ຜະເດັດການທະຫານເວົ້າວ່າ ນັກຮຽນ ຊາວນຸ່ມຢູ່ຊັ້ນມັທຍົມຕົ້ນ ຄົນນຶ່ງຢູ່ບ້ານ ເຊມີນຕໍ້ ຖືກທະຫານພະມ້າຈັບ ມັດສອກ ແລະຍິງທີ່ຫົວຕາຍ ລາວວ່າກຸ່ມຂອງລາວຈະທຳການສືບສວນກ່ຽວກັບເຮື່ອງນີ້ວ່າ ທະຫານພະມ້າຫນ່ວຍໃດເປັນຜູ້ຮັບຜິດຊອບ ການຕາຍຂອງເຂົາ ຈະຕາມລ້າກຸ່ມດັ່ງກ່າວ.

ເຈົ້າໜ້າທີ່ຊ່ອຍເຫລືອ ຜູ້ອົບພະຍົບຢູ່ແຄ້ວນກາຢາງ ນາງນຶ່ງເວົ້າວ່າ ປະຊາຊົນຊາວພະມ້າຜູ້ທີ່ໂຊກດີທີ່ສຸດ ທີ່ສາມາດປົບໜີຈາກການໂຈມຕີ ໝູ່ບ້ານ ຂອງກຸ່ມທະຫານພະມ້າ ມາອາສັຍຢູ່ສູນອົບພະຍົບໄດ້ ແຕ່ພວກເຂົາເຈົ້າ ຍັງບໍ່ສາມາດກັບຄືນເມືອບ້ານເດີມ ຂອງພວກຂະເຈົ້າໄດ້ເທື່ອໃນປັດຈຸບັນ ຍ້ອນວ່າກຳລັງທະຫານພະມ້າ ຍັງປະຕິບັດງານໃນເຂດດັ່ງກ່າວຢູ່, ປະຊາຊົນຍັງມີຄວາມຢ້ານກົວ ທີ່ກັບຄືນບ້ານແລະຜູ້ອົບພະຍົບສ່ວນໃຫຍ່ ຍັງອາສາສັຍເຂົ້າປາອາຫານ ຢາຮັກສາໂຣກ ແລະເຄື່ອງນຸ່ມຫົ່ມຈາກການບໍຣິຈາກ ຂອງນານາຊາດຢູ່ ຈົນກວ່າສພາບການຈະເປັນປົກກະຕິ.

ນາງຍັງບອກອີກວ່າ ຖ້າເປັນໄປໄດ້ ເພື່ອມະນຸສທັມຕໍ່ປະຊາຊົນຊາວພະມ້າ ຜູ້ທີ່ບໍ່ມີສ່ວນຮ່ວມໃນຄວາມຂັດແຍ່ງໃນພະມ້າ ຢາກໃຫ້ກຸ່ມຜະເດັດການທະຫານ ແລະຣັຖບານພົລເຮືອນພະມ້າ ທີ່ຫາກໍຕັ້ງຂຶ້ນມາໃໝ່ ເຮັດວຽກກັບອົງການຊ່ອຍເຫລືອສາກົລ ຮຽກຮ້ອງການຊ່ອຍເຫລືອ ໃຫ້ແກ່ຜູ້ອົບພະຍົບຊາວພະມ້າ ທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆ ໃນແຕ່ລະມື້ໃນປັດຈຸບັນ. ຊາວນຸ່ມຄົນພະມ້າອີກທ່ານນຶ່ງ ຜູ້ທີ່ອອກຈາກມະຫາວິຍາລັຍ ໄປຕໍ່ສູ້ກັບທະຫານ ພະມ້າເວົ້າວ່າ:

ລາວເວົ້າວ່າ ທີມຂອງລາວ ພ້ອມດ້ວຍຫົວໜ້າແລະໝູ່ຂອງລາວ ໄດ້ຍິງທະຫານພະມ້າ ແລະວາງຣະເບີດໃສ່ດ່ານກວດຄົນ ເຂົ້າ-ອອກ ຂອງທະຫານ, ທີມຂອງລາວຖືກສັ່ງໃຫ້ສັງຫານ ໝົດທຸກຄົນທີ່ເປັນນັກສືບລັບຂອງທະຫານ ແລະຜູ້ທີ່ເຂັນຂ້າປະຊາຊົນ ຜູ້ປະທ້ວງ.

ຂໍ້ຕົກລົງຈາກໜ່ວຍງານ ດ້ານມະນຸສທັມ ອາຊ້ຽນກ່ຽວກັບການຊ່ອຍເຫລືອ ຈາກພັຍພິບັດ ແລະເຫດຄວາມຂັດແຍ່ງ ທີ່ໄດ້ລົງນາມກັນ ໃນວັນທີ 6 ເດືອນເມສາ ປີ 2022 ທີ່ກຸງພນົມເປັນປະເທດກັມພູຊາ ວ່າ ຈະໃຫ້ການຊ່ອຍເຫລືອ ທາງດ້ານມະນຸສທັມແກ່ຜູ້ອົບພະຍົບ ພະມ້າ ຜ່ານຫ້ອງການກິຈການ ຄວາມຮ່ວມມືພາຍນອກ ຂອງກຸ່ມຜະເດັດການທະຫານ ແຕ່ກຸ່ມຊ່ອຍເຫລືອ ຜູ້ອົບພະຍົບຊາວພະມ້າບອກວ່າ ເທົ່າເຖິງປັດຈຸບັນ ເປັນເວລາກວ່າ 10 ເດືອນແລ້ວຍັງບໍ່ໄດ້ຮັບການຊ່ອຍເຫລືອ ດັ່ງກ່າວນັ້ນເທື່ອແລະການຂໍ້ຕົກລົງດັ່ງກ່າວ ກໍເຫັນພ້ອມຈາກອົງການສິດທິນຸສ ຊົນຊາວກະຫຣ່ຽງ ແລະສະຫະພັນ Karen National Union (KNU).

ອີງຕາມຂໍ້ມູນຈາກອົງການ ສະຫະປະຊາຊາຕ ດ້ານຜູ້ອົບພະຍົບ ແລະຫ້ອງການມະນຸສທັມ ລະບຸວ່າ ໃນປັດຈຸບັນ ຢ່າງນ້ອຍ ມີຜູ້ອົບພະຍົບຊາວພະມ້າກວ່າ 1 ລ້່ານ 7 ແສນຄົນ ທີ່ປົບໜີຈາກບ້ານເກີດເມືອງນອນ ຂອງພວກຂະເຈົ້າມາອາສັຍ ຢູ່ສູນຜູ້ອົພົຍບຕ່າງໆໃນພະມ້າ ຍ້ອນກຳລັງທະຫານພະມ້າໂຈມຕີບ້ານເຮືອນ ແລະສູ້ຣົບກັບກຸ່ມປະກອບ ອາວຸດຊົນກຸ່ມນ້ອຍຫລາຍກຸ່ມ ໃນພະມ້າ ຫລັງຈາກການຣັຖປະຫານໃນເດືອນກຸມພາປີ 2021 ຜ່ານມາ ຕື່ມຈາກທີ່ມີຢຸູ່ແລ້ວ 3 ແສນກວ່າຄົນ.

ກຸ່ມຜtເດັດການທະຫານພະມ້າ ຍັງເຂັນຂ້າປະຊາຊົນ ຊາວພະມ້າຢ່າງ ຕໍ່ເນື່ອງ ຍັງບໍ່ມີວີ່ແວວວ່າ ຈະຢຸດຕິ ແຕ່ຢ່າງໃດ ທັ້ງໆ ທີ່ນານາຊາດຮຽກຮ້ອງໃຫ້ຢຸດຕິ ການກະທຳດັ່ງກ່າວ ເທົ່າເຖິງປັດຈຸບັນ ຍັງສືບຕໍ່ຢູ່. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.