ສະຫະຣັຖ ເພີ່ມແສນຍານຸພາບ ເຂດທະເລຈີນໃຕ້

ສິດນີ
2023.04.02
ສະຫະຣັຖ ເພີ່ມແສນຍານຸພາບ ເຂດທະເລຈີນໃຕ້ ເຮືອບິນເຮລິຄ໊ອບເຕີ້ຣ໌ ຊີ ຮ໋ອກ MH-60S ທຳການບິນ ຢູ່ກອງເຮືອພິຄາດ USS Chung-Hoon (DDG 93) ໃນທະເລຟິລິປິນສ໌, ວັນທີ 29 ທັນວາ 2022.
U.S. Navy

ວ່າງປີທີ່ຜ່ານມາ ສຫະຣັຖໄດ້ວາງກຳລັງ ທາງທະຫານດ້ວຍ ການສົ່ງໜ່ວຍເຮືອບັນທຸກ ເຄື່ອງບິນໂຈມຕີຂນາດໃຫຍ່ 3 ກຸ່ມ ພ້ອມດ້ວຍເຮືອບິນຖິ້ມລະເບີດ ແລະເຮືອດຳນ້ຳຕິດອາວຸດ ນິວເຄລັຍ 12 ລຳ ເຂົ້າໄປ ໃນເຂດທະເລຈີນໃຕ້ ເພືອຕ້ານການຂະຍາຍອິດທິພົນ ຂອງຈີນ ໃນເຂດດັ່ງກ່າວ ທີ່ເປັນພັຍຄຸກຄາມ ຕໍ່ປະເທດພັທມິດ SEATO ຂອງສະຫະຣັຖ ຫລື (South East Asia Treaty Organization) ຊຶ່ງເປັນປະເທດ ທີ່ອ້າງອະທິປະຕັຍໃນເຂດນ່ານນ້ຳ ດັ່ງກ່າວເໝືອນກັນ ເປັນຕົ້ນຟິລິປີນສ໌, ບຣູໄນ, ໄຕ້ຫວັນ, ວຽດນາມ ແລະມາເລເຊັຽ.

ການກະທຳດັ່ງກ່າວ ຂອງສະຫະຣັຖເຫັນພ້ອມຈາກຫລາຍປະເທດໃນເອເຊັຽ ຍ້ອນວ່າ ເຂດນ່ານນ້ຳໃນທະເລຈີນໃຕ້ ກວມເອົາພື້ນທີ່ ທາງທະເລ ຂອງຫລາຍປະເທດ ແລະເປັນເສັ້ນທາງເດີນເຮືອ ເສຣີ ຂອງນານາຊາຕ. ຈີນບໍ່ສາມາດຄວບຄຸມ ເສັ້ນທາງການເດີນເຮືອ ດັ່ງກ່າວ, ແຕ່ກຸ່ມທີ່ເຫັພ້ອມກັບຈີນ ເວົ້າວ່າ ການກະທຳ ຂອງສະຫະຣັຖ ເປັນການຍຸຍົງ ໃຫ້ເກີດສົງຄາມ ແລະໃຊ້ເຫດຄວາມຂັດແຍ່ງ ໃນເຂດທະເລຈີນໃຕ້, ເປັນບັນຫາທາງດ້ານການເມືອງ ແລະການທະຫານ.

ສະພາບການທາງທະຫານ ຂອງສະຫະຣັຖ ຜ່ານມາ ເພີ່ມຂຶ້ນດ້ວຍການຊ້ອມຣົບ ກັບປະເທດຕ່າງໆໃນຂົງເຂດ ເປັນຕົ້ນຟິລິປິນສ໌, ໄທຍ ແລະ ຍີ່ປຸ່ນ ເຊິ່ງໄດ້ສົ່ງເຮືອພິຄາດ ຫລາຍລຳຜ່ານຊ່ອງແຄບໄຕ້ຫວັນ ແລະເຂດນ່ານນ້ຳທະເລຈີນໃຕ້ ເພື່ອສະແດງໃຫ້ຈີນເຫັນວ່າ ເປັນເສັ້ນທາງເດີນເຮືອ ນານາຊາຕແບບເສຣີ ບໍ່ແມ່ນເປັນຂອງປະເທດໃດ ປະເທດນຶ່ງ ຕາມກົດບັດຂອງ ສະຫະປະຊາຊາຕ.

ອີງຕາມການຣາຍງານ ຂອງໜ່ວຍງານເພື່ອຄວາມສັນຕິ, ວ່າງປີທີ່ຜ່ານມາ ມີເຮືອພິຄາດ ຂອງສະຫະຣັຖ 9 ລຳຜ່ານຊ່ອງແຄບໄຕ້ຫວັນ ຊຶ່ງເປັນເຂດຫວງຫ້າມ ຂອງຈີນແຜ່ນດີນໃຫຍ່ ເພາະຈີນຖືວ່າ ໄຕ້ຫວັນ ເປັນອານາເຂດຂອງຈີນ.

ເຖິງແມ່ນວ່າ ການສົ່ງໜ່ວຍເຮືອພິຄາດ ຂອງສະຫະຣັຖຜ່ານຊອ່ງແຄບໄຕ້ຫວັນ ໄດ້ຫລຸດລົງຖ້າທຽບໃສ່ ປີ 2021 ມີເຖິງ 12 ລຳ ແລະ 15 ລຳໃນປີ 2020, ແຕ່ໜ່ວຍເຮືອຣົບອື່ນໆເພີ່ມຂຶ້ນ ຮ່ວມດ້ວຍເຮືອດຳນ້ຳອາວຸດນິວເຄລັຍ ແລະເຮືອບັນທຸກເຄື່ອງບິນ ຂນາດໃຫຍ່ 3 ລຳໃນປີຜ່ານມາ. ກ່ຽວກັບຄວາມຂັດແຍ່ງ ໃນເຂດທະເລຈີນໃຕ້ ເຈົ້າໜ້າທີ່ລະດັບສູງ ຝ່າຍທະຫານ ປະຈຳການຢູໃນເຮືອບັນທຸກ ເຄື່ອງບິນລຳນຶ່ງໃນເຂດດັ່ງກ່າວ ກ່າວຕໍ່ກຸ່ມນັກຂ່າວວ່າ:

ທ່ານວ່າ ເບິ່ງໃນວົງກວ້າງແລ້ວ ກຳລັງທະຫານສະຫະຣັຖ ປະຕິບັດໜ້າທີ່ເພື່ອການເດີນເຮືອ ຢ່າງເສຣີ ໃນເຂດອີນໂດ-ປາຊີຟີກ ຕາມກົດບັດສະຫະປະຊາຊາຕ.

ທາງການສະຫະຣັຖ ປະກາດເລື້ອຍໆວ່າ ເຮືອຮົບ ແລະເຮືອພິຄາດສະຫະຣັຖ ຮ່ວມດ້ວຍເຮືອດຳນ້ຳ ຂອງກຳລັງ ທະຫານສະຫະຣັຖ ສາມາດຜ່ານ ເຂດນ່ານນ້ຳ ນານາຊາດໃນເຂດທະເລຈີນໃຕ້ ເພື່ອສະແດງໂລກເຫັນວ່າ ເປັນເຂດນ່ານນ້ຳເສຣີ ໃນການເດີນເຮືອສິນຄ້າ ແລະເຮືອປະເພດຕ່າງ ຮ່ວມດ້ວຍເຮືອບິນ ຂອງທຸກປະເທດ ທີ່ສະຫະປະຊາຊາຕ ກຳນົດໃວ້ໃຫ້ເປັນເຂດເປີດຂອງ ມະຫາສມຸດປາຊີຟີກ ປາສະຈາກການເມືອງ ແລະການທະຫານ ຈາກປະເທດໃດໆ ມາຄວບຄຸມໄດ້.

ສະມາຊິກ ສະພາ ແລະຜູ້ນຳສະຫະຣັຖ ຫລາຍຄົນກໍໄດ້ໄປຢ້ຽມຢາມ ໄຕ້ຫວັນວ່າງປີຫລັງໆມານີ້ ຮ່ວມດ້ວຍອະດີດ ປະທານສພາສະຫະຣັຖ ຍານາງ Nancy Pelosi ຊຶ່ງເປັນການສະແດງອອກ ໃຫ້ເຫັນວ່າ ການຕ້ານການຂຍາຍອິດທິພົນ ຂອງຈີນ ໃນເຂດ Indo Pacific ເປັນວຽກງານ ບໍຣິມະສິດ ຂອງສະຫະຣັຖ ໃນປັດຈຸບັນ.

ຈີນອ້າງວ່າ ເກາະໄຕ້ຫວັນ ເປັນແຂວງນຶ່ງຂອງຈີນ ຈະໃຊ້ກຳລັງທະຫານ ໃນການທ້ອນໂຮມຊາຕ ຖ້າຈຳເປັນໃນອານາຄົດ. ບົດລາຍງານຍັງບອກອີກວ່າ ທາງການສະຫະຣັຖ ນອກຈາກຈະວາງກຳລັງທະຫານ ໃນເຂດດັ່ງກ່າວແລ້ວ ກໍຍັງໄດ້ສົ່ງເຮືອບິນສອດແນມ ຫລາຍຄັ້ງໃນແຕ່ລະມື້ ໄປໃນເຂດທະເລຈີນໃຕ້ນຳອີກ. ວ່າງປີທີ່ຜ່ານມາ ທາງການສະຫະຣັຖ ໄດ້ສົ່ງເຮືອບິນສອດແນມ ໄປໃນເຂດນ່ານນ້ຳທະເລຈີນໃຕ້ ຮ່ວມດ້ວຍເຂດຊ່ອງແຄບໄຕ້ຫວັນ ປະມານ 1,000 ຄັ້ງເພື່ອບັນທຶກ ກິຈກັມທາງດ້ານທະຫານ ຂອງຈີນໃນຂົງເຂດດັ່ງກ່າວ ໃນແຕ່ລະມື້.

ການສອດແນມ ທາງອາກາດດັ່ງກ່າວ ນອກຈາກຈະໃຊ້ເຮືອບິນສອດແນມ ທັມມະດາທີ່ເຕັມໄປດ້ວຍເທັກໂນລີຈີ ທີ່ທັນສມັຍ ແລ້ວກໍຍັງມີ Drone (ອາກາດສະຍານ ບໍ່ມີຄົນຂັບ) ທີ່ບໍ່ມີຄົນຂັບນຳອີກ ຊຶ່ງທາງການສະຫະຣັຖຖືວ່າ ເປັນສິດຂອງສະຫະຣັຖ ແລະປະເທດອື່ນໆ ສາມາດບິນຜ່ານໃນທ້ອງຟ້າເສຣີ ໃນເຂດທະເລຈີນໃຕ້ໄດ້ ຊຶ່ງເຮືອບິນສອດແນມແລະໂດຣນ ຈະເພີ່ມຂຶ້ນໃນຊ່ວງທີ່ຈີນ ມີການຊ້ອມຣົບໃນເຂດດັ່ງກ່າວ. ຜູ້ບັນຊາການເຮືອບັນທຸກເຄື່ອງບິນ ລຳນຶ່ງໃນເຂດນ່ານນ້ຳທະເລຈີນໃຕ້ ກ່າວຕໍ່ກຸ່ມນັກຂ່າວວ່າ:

ທ່ານວ່າ ພວກເຮົາດຳເນີນການເດີນເຮືອ ບັນທຸກເຄືອງບິນ ໃນນ່ານນ້ຳເສຣີທຸກແຫ່ງ ທີ່ອົງການສະຫະປະຊາຊາຕ ກຳນົດໄວ້ໃນທົ່ວໂລກ.

ໃນການຕອບໂຕ້ ຈາກການຢ້ຽມຢາມເກາະໄຕ້ຫວັນ ຂອງ ຍານາງ ແນນຊີ ເປໂລຊີ (Nancy Pelosi) ອະດີດປະທານສະພາສະຫະຣັຖ ວ່າງຕົ້ນເດືອນສິງຫາຜ່ານມາ ຊຶ່ງ ເປັນການຢ້ຽມຢາໄຕ້ຫວັນເທື່ອທຳອິດ ຂອງປະທານ ສະພາສະຫະຣັຖ ໃນໄລຍະ 25 ປີ, ທາງການຈີນໄດ້ຊ້ອມຣົບ ເປັນເວລາຫລາຍວັນໃນເຂດດັ່ງກ່າວ ດ້ວຍການໃຊ້ອາວຸດຈິງ ແລະທາງການສະຫະຣັຖ ກໍໄດ້ສົ່ງເຮືອບິນສອດແນມຮ່ວມກັບ Drone ເຂົ້າໄປເຂດນັ້ນໃນໄລຍະນັ້ນ ຢ່າງນ້ອຍ 22 ຖ້ຽວຕໍ່ມື້ ພ້ອມທັງສົ່ງເຮືອບັນທຸກ ເຄື່ອງບິນຂນາດໃຫຍ່ ໄປຈອດໃນເຂດນັ້ນນຳອີກ.

ກຸ່ມຄົ້ນຄົ້ວ ທາງດ້ານທະຫານ ປະຈຳຂົງເຂດກ່າວວ່າ ກອງກຳລັງສະຫະຣັຖ ໄດ້ສົ່ງເຮືອບິນສອດແນມຈາກສີ່ ເຂດຕ່າງໆ ເຂົ້າໄປໃນເຂດນ່ານນ້ຳ ທະເລຈີນໃຕ້ປະມານ 134 ເທື່ອໃນແຕ່ລະມື້. ນອກຈາກນັ້ນ ກໍຍັງສົ່ງເຮືອ Survey ໃຕ້ນ້ຳຫລາຍລຳ ໄປສອດແນມ ເຮືອດຳນ້ຳຂອງຂອງຈີນ ໃນເຂດໃຕ້ນ້ຳນຳອີກ. ຣາຍງານຍັງບອກອີກວ່າ ໄລຍະເວລາທີ່ເຮືອຣົບສະຫະຣັຖຜ່ານ ນ່ານນ້ຳເສຣີ ໃນເຂດທະເລຈີນໃຕ້ແລະກໍຈອດຢູ່ທີ່ນັ້ນຫລາຍວັນ ເພີ່ມຂຶ້ນ ຈາກ 5 ມື້ວ່າງປີ 2021 ມາເປັນ 10 ມື້ໃນປີ2022 ແລະ ການສອດແນມ ຕ່າງໆຂອງສະຫະຣັຖ ນອກຈາກຈະໃຫ້ປໂຍດທາງ ດ້ານທະຫານຂອງສະຫະຣັຖແລ້ວ ຍັງໃຫ້ປະໂຍດແກ່ກຳລັງທະຫານ ຂອງປະເທດພັທມິດສະຫະຣັຖ ນຳອີກໃນການປ້ອງກັນປະເທດໂຕເອງ ເປັນຕົ້ນປະເທດຟິລິປິນສ໌ ແລະອື່ນໆ, ແຕ່ວ່າ ການເພີ່ມການສອດແນມ ໃນຂົງເຂດນີ້ ເປັນຄວາມສ່ຽງທີ່ຈະພາໃຫ້ເກີດສົງຄາມໄດ້.

ໃນຂນະດຽວກັນ ເຫດການທີ່ບໍ່ຄາດຝັນ ກໍເກີດຂຶ້ນວ່າງທ້າຍອາທິດຜ່ານມາ ເກືອບມີການປະທະກັນເກີດຂຶ້ນລະຫວ່າງຈີນກັບວຽດນາມ ຍ້ອນວ່າ ເຮືອຍາມຝັ່ງຂອງຈີນກັບເຮືອລາດຕະເວນ ຕ້ານການປະມົງຂອງວຽດນາມເຂົ້າໃກ້ ກັນປະມານ 10 ແມດ ຊຶ່ງເປັນເຂດນ່ານນ້ຳ ຂອງວຽດນາມ ຖືກເຮືອຍາມຝັ່ງວຽດນາມ ໄລ່ອອກຈາກເຂດດັ່ງກ່າວ.

ເຮືອຍາມຝັ່ງວຽດນາມ ໜ້ອຍກວ່າເຮືອຈີນສອງເທົ່າ ສາມາດໄລ່ເຮືອຈີນ ອອກຈາກເຂດນ່ານນ້ຳຂອງຕົນໄດ້ ຖືວ່າ ມີຄວາມກ້າຫານຫລາຍ ຖ້າເຮືອຈີນປະຕິເສດ ກໍອາດເກີດການປະທະກັນຂຶ້ນ, ແຕ່ເຮືອຈີນ ບໍ່ຊາທີ່ຈະອອກຈາກເຂດນັ້ນ ໃນເວລາຕໍ່ມາ.

ວ່າງເດືອນຜ່ານມາ ເຮືອຍາມຝັ່ງຈີນລຳນີ້ ໄດ້ເຂົ້າມາໃກ້ເຮືອຍາມຝັ່ງ ຂອງຟິລີປິນສ໌ອີກ ຫ່າງກັນປະມານ 130 ຢາດ ຫລື ປະມານ 137 ແມັດ ແລະໃຊ້ແສງ ເລເຊີຣ໌ ແຍງໃສ່ລູກເຮືອຟິລິປີນສ໌ ເຮັດໃຫ້ລູກເຮືອບາງຄົນຕາບອດ ທາງການຟິລິປິນສ໌ ປະທ້ວງເຫດການດັ່ງກ່າວ ຈີນອ້າງວ່າ ເປັນເຂດນ່ານນ້ຳຂອງຈີນ ໃນທະເລຈີນໃຕ້. ທາງການສະຫະຣັຖ ໄດ້ອອກແຈ້ງການເຕືອນຈີນ ໃນເຫດການຄັ້ງນັ້ນ. ຜູ້ບັນຊາການເຮືອບັນທຸກເຄື່ອງບິນ ທ່ານນັ້ນກ່າວຕື່ມວ່າ:

ທ່ານວ່າ ພວກເຮົາບໍ່ໄດ້ທ້າທາຍຈີນ ພວກເຮົາບໍ່ໄດ້ປິດອອ້ມຈີນ ແລະພວກເຮົາບໍ່ຢາກມີຄວາມຂັດແຍ່ງກັບຈີນ ແຕ່ພວກເຮົາຢາກໃຊ້ສິດ ທິການເດີນເຮືອຢ່າງເສຣີ ທີ່ອົງການສະຫະປະຊາຊາຕ ກົດນົດໄວ້ເທົ່ານັ້ນ.

ໃນວັນທີ 6 ເດືອນກຸມພາ ຜ່ານມາ ເຮືອຍາມຝັ່ງຂອງຈີນ ກໍໄດ້ແຍງແສງ ເຣເຊີຣ໌ ໃສ່ເຮືອຍາມຝັ່ງຟິລີປິນສ໌ອີກ ໃນຂນະທີ່ເຮືອດັ່ງກ່າວ ໄປສົ່ງອາຫານການກິນໃຫ້ລູກເຮືອ ແລະທະຫານຍາມຝັ່ງໃນເກາະແຫ່ງນຶ່ງຂອງຟິລິປີນສ໌.

ທາງການຈີນເວົ້າວ່າ ເຮືອຟິລິປີນລ່ວງລ້ຳເຂດນ່ານນ້ຳ ອະທິປະຕັຍຂອງຈີນໃນເຂດໝູ່ເກາະ ສເປດລີ ທະເລຈີນໃຕ້ ໂດຍບໍ່ໄດ້ຮັບອະນຸຍາດແລະເຮືອຍາມຝັ່ງຈີນກໍປະຕິບັດໜ້າທີ່ຕາມຄວາມເໝາະສົມ.

ວ່າງມື້ວັນອາທິດຜ່ານມາ ເຮືອຍາມຝັ່ງຂອງຈີນ ກໍເຂົ້າມາໃກ້ເຮືອຍາມຝັ່ງຂອງວຽດນາມອີກ ເທື່ອນີ້ໃກ້ກັນປະມານ 10 ແມດປາຍ ເກືອບຕຳກັນ ແຕ່ເຮືອຈີນອອກໄປກ່ອນ ຊຶ່ງການກະທຳດັ່ງກ່າວ ຂອງຈີນ ກໍເຫມືອນເດີມ ເປັນການເຕືອນວຽດນາມວ່າ ເປັນເຂດອະທິປະຕັຍນ່ານນ້ຳຂອງຈີນ ໃນທະເລຈີນໃຕ້ ຊຶ່ງຈີນປະກາດເອົາເຂດນ່ານນ້ຳໃນທະເລຈີນເກືອບໝົດວ່າ ເປັນຂອງຈີນ

ອະດີດເຈົ້າຫນ້າທີ່ຢາມຝັ່ງວຽດນາມຜູ້ທີ່ຂໍສງວນຊື່ກ່າວຕໍ່ວິທຍຸເອເຊັຽເສຣີຜແນກພາສາວຽດນາມວ່າ ເຮືອສອງລຳດັ່ງກ່າວເກືອບຕຳກັນຍ້ອນວ່າ ທັງສອງແລ່ນເຮືອສວນທາງກັນດ້ວຍຄວາມໄວສູງ ແຕ່ສາມາດຫລົບຫລີກກັນໄດ້ແລະກໍເປັນການດີ ຖ້າຕຳກັນ ກໍອາດຈະມີການປະທະກັນເກີດຂຶ້ນ ໃນທີ່ສຸດອາດຈະເກີດສົງຄາມຣະວ່າງກັນໄດ້.ທ່ານວ່າ

ຖ້າເຮືອສອງລຳດັ່ງກ່າວ ແລ່ນໃນເສັ້ນທາງດຽວກັນ ອາດຈະທຳກັນແລ້ວຍ້ອນເຮືອຈີນແລ່ນດ້ວຍຄວາມໄວສູງແລະກໍອາດເກີດການປະທະກັນຂຶ້ນ ຖ້າມີ ການຕຳກັນເກີດຂຶ້ນ ດີແຕ່ສາມາດຫລີກກັນໄດ້.

ວ່າງປີຫລັງໆ ມານີ້ ເຮືອຍາມຝັ່ງຈີນຕັ້ງໃຈຊົນກັບເຮືອຍາມຝັ່ງວຽດນາມ ຍ້ອນເສັ້ນແບ່ງແຍກເຂດແດນທາງນ້ຳໃນທະເລຈີນໃຕ້ທັບຊ້ອນກັນ ຫລັງຈາກນັ້ນມາສອງຝ່າຍກໍໄດ້ແຍກເສັ້ນດັ່ງກ່າວ ອອກຫ່າງກັນນ້ອຍນຶ່ງ.

ໃນວັນທີ 13 ເດືອນ ມີນາປີນີ້ ເຮືອລາຕເວັນວຽດນາມ ໄດ້ຕິດຕາມເຮືອຍາມຝັ່ງຂອງຈີນ ໃນເຂດທະເລຈີນໃຕ້ ພື້ນທີ່ ທີ່ມີການຄົ້ນຄົ້ວນ້ຳມັນແລະແກສທັມມະຊາດທີ່ຫລາຍປະເທດອ້າງອະທິປະຕັຍຮ່ວມດ້ວຍວຽດນມ ເກືອບຊົນກັບເຮືອຍາມຝັ່ງຈີນອີກ

6 ປະເທດສມາຊິກອາຊຽນ ອ້າງອະທິປະຕັຍໃນເຂດນ່ານນ້ຳທະເລຈີນໃຕ້ ກັບຈີນ ແຕ່ຈີນອ້າງວ່າ ເກືອບທັງໝົດທະເລຈີນໃຕ້ ເປັນຂອງຈີນ ຮ່ວມທັງເຂດທີ່ມີນ້ຳມັນແລະແກສທັມມະຊາດ ຊຶ່ງບັນດາປະເທດເຫລົ່ານັ້ນ ບໍ່ຍອມແລະກໍບໍພໍໃຈກັບຈີນ ຈື່ງມີການຕໍ່ຕ້ານຈີນມາຕຣອດ ຊຶ່ງຕາມກົດໝາຍນານາຊາດຮ່ວມດ້ວຍສະຫະຣັຖແລະປະເທດຕາເວັນຕົກທັງຫລາຍແລ້ວເວົ້າວ່າ ຈີນບໍ່ມີສີດໃນການອ້າງອະທິປະຕັຍເກືອບທັງໝົດ ມີແຕ່ບາງສວ່ນເທົ່ານັ້ນ. ປະເທດອື່ນໆ ທີ່ຕັ້ງຢູ່ແຄມຝັ່ງຫລືໃຈກາງທະເລຈີນໃຕ້ ກໍມີສິດອ້າງອະທິປະຕັຍເຫມືອກັນ ເປັນຕົ້ນ ວຽດນາມ ຟິລິປິນ ບຣູໄນ ໄຕ້ຫວັນ ແລະ ມາເລເຊັຽ.

ກຸ່ມດັ່ງກ່າວ ເປັນສມາຊີກຊີອາໂຕຂອງສະຫະຣັຖໃນຂົງເຂດ ອີນໂດ-ປາຊີຟີກ ຊຶ່ງຕາມກົດບັດອົງການຊີອາໂຕແລ້ວ ຖ້າປະເທດສມາຊີກໃດຖືກໂຈມຕີຫລືຖືກຄຸກຄາມ, ສະຫະຣັຖມີສິດໃນການປົກປ້ອງແລະເຂົ້າຮ່ວມໃນການປ້ອງຄວາມປອດພັຍຂອງປະເທດສມາຊິກທຸກຄົນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.