ຜູ້ຣາຍງານພິເສດ ຂອງ ສປຊ ປະນາມ ກອງກຳລັງ ທະຫານພະມ້າ
2023.03.11

ຜູ້ນຳກອງກຳລັງປົກປ້ອງປະຊາຊົນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ເຍົາວະຊົນພະມ້າສອງຄົນ ທີ່ຖືກຂ້າຕັດຄໍ ສັງກັດຢູ່ກຸ່ມກອງກຳລັງປົກປ້ອງປະຊາຊົນ.
ເຍົາວະຊົນດັ່ງກ່າວ ໄດ້ພາກັນຝັງລະເບີດ ໄວ້ໃນດິນ ໃນຂະນະທີ່ກຳລັງຖອຍທັບ ຫຼັງຈາກທີ່ຕໍ່ສູ້ກັບທະຫານພະມ້າ ຢູ່ພາກເໜືອຂອງເຂດສະກາງ ແລະ ເຂົາເຈົ້າຖືກຈັບຢູ່ໃກ້ກັບ ບ້ານ ນີ ອອງ ຢິນ.
ຫົວໜ້າ ກອງກຳລັງ ປົກປ້ອງປະຊາຊົນ ໄດ້ກ່າວວ່າ ພວກເຮົາໄດ້ພົບສົບ ຂອງເຂົາເຈົ້າ ໃນຕອນເຂົ້າຂອງວັນທີ 27 ກຸມພາ ແລະ ໄດ້ລະບຸເຖິງສະຖານທີ່ ທີ່ພວກເຂົາຖືກສັງຫານ ໂດຍ ທະຫານພະມ້າ.
ຜູ້ທີ່ຖືກເຄາະຮ້າຍ 2 ຄົນ ມີຊື່ວ່າ ລາມິນເຊນ ອາຍຸ 15 ປີ, ແລະ ໂພເກ ອາຍຸ 17 ປີ. ຫົວໜ້າ ກອງກຳລັງປົກປ້ອງປະຊາຊົນ ໄດ້ກ່າວວ່າ ທ່ານ ໄດ້ເຂົ້າໄປຖາມຊາວບ້ານ ທ້ອງຖິ່ນກ່ຽວກັບເຫດການທີ່ເກີດຂຶ້ນ, ແຕ່ວ່າ ບໍ່ມີຊາວບ້ານຄົນໃດຢູ່ໃນໝູ່ບ້ານ ຕິດຕາມການບຸກທະລາຍ ຂອງພວກທະຫານພະມ້າ.
ໃນອີກເຫດການນຶ່ງ, ຫົວໜ້າ ກອງກຳລັງ ປົກປ້ອງປະຊາຊົນ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ນັກຣົບເຍົາວະຊົນທັງ 2 ຖືກຂ້າຕັດຄໍ ຫຼັງຈາກວັນທີ 27 ກຸມພາ ທີ່ມີການຕໍ່ສູ້ກັບທະຫານພະມ້າ.
ກອງກຳລັງ ປົກປ້ອງປະຊາຊົນ ຈຳເປັນຕ້ອງໄດ້ຖອຍທັບ ຈາກການຕໍ່ສູ້ກັບທະຫານພະມ້າ ຢູ່ບ້ານຂັນຄໍ ຍ້ອນວ່າ ຂາດແຄນລູກປືນ. ໃນເວລາເຂົາເຈົ້າກັບຄືນ ໃນຕອນເຊົ້າ ເຂົາເຈົ້າກໍພົບສົບຂອງທະຫານ ທີ່ເປັນເຍົາວະຊົນທັງ 2.
ທະຫານພະມ້າ ໄດ້ສັງຫານ ຜູ້ທີ່ຖືກສົງໄສວ່າເປັນກຸ່ມ ກອງກຳລັງປົກປ້ອງ ປະຊາຊົນ ໃນ 14 ເມືອງ ຢູ່ເຂດສະກາງ ນັບແຕ່ມີການປະກາດ ກົດໄອຍະການເສິກ ເຊິ່ງເປັນກົດໝາຍພິເສດ ຂອງທະຫານປະກາດໃຊ້ ໃນເວລາທີ່ມີການຣັຖປະຫານ ນັບແຕ່ເດືອນກຸມພາ 2021 ເປັນຕົ້ນມາ.
ທ່ານ ທອມ ແອນດຣູ ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ສຳລັບປະເທດພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນສຸກທີ່ຜ່ານມາ ວ່າ ວິທີການທໍລະມານຂອງ ທະຫານພະມ້າ ລວມມີ ການນຳໃຊ້ຄວາມຮຸນແຮງ ເພື່ອສ້າງຄວາມຢ້ານກົວ ແລະ ກໍ່ການຮ້າຍ ໂດຍສະເພາະຢູ່ເຂດ ທີ່ມີການຕໍ່ຕ້ານທີ່ເຂັ້ມແຂງ ຕໍ່ກັບທະຫານພະມ້າ.
ການບັນທຶກເຫດການດັ່ງກ່າວ ແລະ ເຫດການອື່ນໆ ເວົ້າເຖິງຄວາມປ່າເຖື່ອນ ຂອງທະຫານພະມ້າ ຜູ້ທີ່ກໍ່ອາສະຍາກຳສົງຄາມ ແລະ ອາຊະຍາກັມຕໍ່ມະນຸສຊາດ ຈະຕ້ອງຮູ້ວ່າ ພວກເຂົາຈະຕ້ອງຮັບຜິດຊອບ.
ໃນອາທິດນີ້, ທະຫານພະມ້າ ໄດ້ເຂົ້າມາບຸກທະລາຍໝູ່ບ້ານ ຢູ່ເຂດສະກາງ, ເປັນເຫດເຮັດໃຫ້ມີຊາວບ້ານ 3 ຄົນເສັຽຊີວິດ ແລະ ໄດ້ທຳລາຍບ້ານເຮືອນຂອງປະຊາຊົນ 700 ຫຼັງ ແລະ ເຫດການອື່ນໆ ທີເກີດຂຶ້ນຢູ່ເຂດສະກາງ ກໍຄື ມີຄົນພົບສົບ 16 ສົບ ຢູບ້ານ ນີອອງຢິນ ຢູ່ເຂດເມືອງ ມີອິນມູ. ທະຫານພະມ້າ ໄດ້ລັກພາໂຕຊາວບ້ານ 17 ຄົນ ຢູ່ບ້ານ ຕາ ເຕັງ ໃນວັນທີ 1 ມີນາ.
ຊາວບ້ານ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ທະຫານພະມ້າເກືອບ 100 ຄົນ ໄດ້ເຂົ້າໄປບຸກທະລາຍໝູ່ບ້ານຕາເຕງ. ຊາວບ້ານ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ບ້ານຕາເຕງ ແລະ ບ້ານ ນີອອງຢິນ ຢູ່ເມືອງ ມີອີນມູ ຖືກຂັ້ນກາງລະຫວ່າງ ແມ່ນ້ຳມູ. ຊາວບ້ານບໍ່ຍອມໜີ ຍ້ອນ ເຂົາເຈົ້າຄິດວ່າ ທະຫານຈະບໍ່ເຂົ້າມາໝູ່ບ້ານ. ຍັງມີສົບຜູ້ເສັຽຊີວິດເປັນຜູ້ຊາຍ 7 ຄົນ ທີ່ຊາວບ້ານໄດ້ພົບ ຢູ່ບ້ານ ນີອອງຢິນ ແລະ ຍັງມີສົບຂອງຜູ້ຊາຍອີກ 6 ຄົນ ແລະ ຜູ້ຍິງ 3 ຄົນ ຖືກພົບເຫັນຢູ່ບ່ອນອື່ນໆອີກ. ຜູ້ເສັຽຊີວິດທັງໝົດຖືກຍິງໃສ່ຫົວຈາກທາງດ້ານຫຼັງ. ຜູ້ເສັຽຊີວິດ 16 ຄົນ ທັງໝົດອາຍຸ ລະຫວ່າງ 30-50 ປີ ແລະ ຍັງບໍ່ມີຂໍ້ມູນຈະແຈ້ງວ່າ ຜູ້ທີ່ຖືກລັກພາໂຕຄົນອື່ນໆ ນັ້ນ ຍັງມີຊີວິດຢູ່ຫຼືບໍ່.
ທະຫານພະມ້າໄດ້ ກະທຳການທາລຸນ ແລະ ສັງຫານຜູ້ນຳກອງກຳລັງ ປົກປ້ອງປະຊາຊົນໃນລະດັບທ້ອງຖິ່ນ ໃນຊ້ວງທີ່ມີການບຸກລະລາຍໝູ່ບ້ານ ໃນວັນທີ 1 ມີນາ ອີງຕາມຂໍ້ມູນຈາກຊາວບ້ານ, ແຕ່ ໂຄສົກຂອງທະຫານພະມ້າ ທ່ານ ອາຍ ເລັງ ຢູ່ເຂດສະກາງ ໄດ້ກ່າວຕໍ່ວິທະຍຸ ເອເຊັຽເສຣີ ວ່າ ທ່ານບໍ່ຮູ້ເລື່ອງນີ້. ຂໍ້ມູນຈາກນັກຂ່າວ ທີ່ຢູ່ຝ່າຍທະຫານພະມ້າ ເປີດເຜີຍວ່າ ການຕໍ່ສູ້ກັນລະຫວ່າງ ທະຫານພະມ້າ ແລະ ກອງກຳລັງ ປົກປ້ອງປະຊາຊົນ ໄດ້ລະເບີດຂຶ້ນ ຢູ່ບ້ານ ຕາເຕງ ເຂດສະກາງ ໃນວັນທີ 1 ມີນາ, ແລະ ຢູ່ບ້ານ ນີອອງ ຢິນ ໃນວັນທີ 2 ມີນາ ເຊິ່ງມີສະມາຊິກ ກອງກຳລັງປົກປ້ອງປະຊາຊົນ 15 ຄົນຖືກຈັບໂຕ. ອີງຕາມວີດີໂອ ແລະ ຮູບພາບຂອງຜູ້ຖືກເຄາະຮ້າຍ ທີ່ເຜີຍແຜ່ລົງທາງສື່ສັງຄົມອອນລາຍນ໌, ສົບຂອງຜູ້ຖືກເຄາະຮ້າຍ ຢູ່ໃນຊຸດພົນລະເຮືອນ ໂດຍ ສະເພາະນຸ່ງຜ້າສະໂລ່ງ ແລະ ເສົ້າເຊີດ, ແລະ ບາງຄົນກໍຖືກຍິງໃສ່ຫົວ.
ສະມາຄົມ ໃຫ້ການຊ່ວຍເຫຼືອນັກໂທດ ການເມືອງ ໄດ້ກ່າວວ່າ ມີຜູ້ເສັຽຊີວິດແລ້ວ 3,000 ປາຍຄົນ ຍ້ອນຖືກທະຫານພະມ້າ ຈັບໂຕ ແລະ ສັງຫານ ນັບແຕ່ທະຫານພະມ້າ ເຂົ້າມາຍຶດອຳນາດ ໃນປີ 2021.
ປະຊາຊົນພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ ມີປະຊາຊົນປະມານ 10,000 ຄົນ ຢູ່ສອງເມືອງໃນເຂດສະກາງ ຕ້ອງໄດ້ຖິ້ມບ້ານເຮືອນຂອງຕົນເອງ ຍ້ອນວ່າ ທະຫານພະມ້າ ເປີດການໂຈມຕີພາກພື້ນດິນ ຢູ່ເຂດເໜືອຂອງສະກາງ.
ມີທະຫານພະມ້າປະມານ 100 ຄົນເຣີ່ມເຜົາເຮືອນຂອງປະຊາຊົນ ຢູ່ເຂດເມືອງ ຢິມມາບິນ ແລະ ໄດ້ຍິງປືນໃຫຍ່ໂຈມຕີຊາວບ້ານ ທີ່ຢູ່ໃກ້ກັບເຂດເມືອງ ຊາລິງຢີ້ ໃນອີກ 2 ມຶ້ື້ ຕໍ່ມາ.
ປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ພວກທະຫານໄດ້ລຽງລາຍ ເຂົ້າມາບຸກທະລາຍໝູ່ບ້ານ ແລະ ເຂົາເຈົ້າໄດ້ເຜົາເຮືອນຂອງປະຊາຊົນ ຢູ່ບ້ານ ຕັນຕໍຈີ້ ແລະ ຈະສັງເກດເຫັນວ່າ ຄວັນໄຟປິວຂຶ້ນ.
ປະຊາຊົນ ຢູ່ 9 ບ້ານ ຢູ່ ເມືອງຢິນມາບິນ ແລະ ອີກ 4 ບ້ານ ຢູ່ເມືອງ ຊາລິນຢີ້ ໄດ້ພາກັນໜີອອກຈາກບ້ານໄປລີ້ຢູ່ປ່າ ເພື່ອຫຼົບໜີຈາກພວກທະຫານພະມ້າ.
ປະຊາຊົນເວົ້າວ່າ ພວກທະຫານຈັບ ແລະ ຂ້າພົນລະເຮືອນ, ເຜົາບ້ານຂອງເຂົາເຈົ້າ ເພື່ອລົງໂທດພວກເຂົາທີ່ໃຫ້ການສນັບສນູນ ກຸ່ມກອງກຳລັງປົກປ້ອງປະຊາຊົນ ເຊິ່ງເປັນກຸ່ມທີ່ສ້າງຕັ້ງຂຶ້ນຕ້ານກັບທະຫານພະມ້າ.
ສະຖາບັນນະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ກ່າວວ່າ ມີຕຶກອາຄານປະມານ 40,000 ຫຼັງ ຢູ່ເຂດສະກາງ ຖືກທຳລາຍ ນັບແຕ່ວັນທີ 1 ກຸມພາ 2021 ຫາ ວັນທີ 14 ມົກກະຣາ 2023 ເຊິ່ງເປັນຊ້ວງເວລາທີ່ທະຫານພະມ້າ ເຂົ້າມາຢຶດອຳນາດ ຈາກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງພະມ້າ.
ສະຖານບັນດັ່ງກ່າວ ຍັງຣາຍງານອີກວ່າ ມີອາຄານຂອງປະຊາຊົນ 20,000 ຫຼັງ ຢູ່ໃນເຂດສະກາງຖືກທຳລາຍ ນັບແຕ່ເດືອນພຶສຈິກາ 2022 ມາຮອດ ກາງເດືອນມົກກະຣາ 2023, ລວມທັງຕຶກອາຄານບ້ານເຮຶອນ ຂອງປະຊາຊົນ 5,000 ຫຼັງ ຢູ່ເມືອງ ຕາບາຢິນ ແລະ ຕຶກອາຄານບ້ານເຮືອນ ຂອງປະຊາຊົນ 4,600 ຫຼັງ ຢູ່ ເມືອງ ສະເວບູ ຖືກທຳລາຍເຊັ່ນດຽວກັນ.
ທ່ານ ກະ ຢໍ ເດັດ ອອງ ນັກວິໃຈອາວຸໂສ ປະຈຳສະຖານບັນ ນະໂຍບາຍ ແລະ ຍຸທສາຕ ຂອງພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ໂຕເລກຄວາມເສັຽຫາຍແທ້ຈິງ ຕາມເວລາອັນແນ່ນອນ ຈະສູງກວ່ານັ້ນ.
ທ່ານ ກ່າວວ່າ ພວກເຮົາຈະຮວບຮວມ ເອົາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຍ້ອນວ່າ ພວກເຮົາກຳລັງດຳເນີນການຢູ່ ໂດຍ ສະເພາະການເອົາໂຕເລກ ຈາກການຣາຍງານຂອງສື່ມວນຊົນອິສຣະ ແລະ ຖແລງການຂອງອົງການຈັດຕັ້ງ ພາກປະຊາສັງຄົມ.
ທະຫານພະມ້າ ໄດ້ຣາຍງານວ່າ ຣັຖບານສະມັກຄີແຫ່ງຊາດ ເຊິ່ງເປັນຣັຖບານເງົາຂອງພະມ້າ ແລະ ກຸ່ມກອງກຳລັງເອກຣາດກະສິນ ແລະ ກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຫຼື PDF ໄດ້ໂຈມຕີ ແລະ ທຳລາຍເປົ້າໝາຍ ທີ່ເປັນພົລເຮືອນ ຢູ່ເຂດສະກາງ ແລະ ຣັຖກະສິນ.
ມີບ້ານເຮືອນ ຂອງປະຊາຊົນປະມານ 1,000 ຫຼັງ ຢູ່ເຂດເມືອງ ສະເວກູ ແລະ ເມືອງຕາເສ ຢູ່ ເຂດສະກາງ ຖືກເຜົາ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກອງກຳລັງ ປົກປ້ອງປະຊາຊົນ ຢູ່ເມືອງຕາບາຢິນ ໄດ້ປະຕິເສດຄຳກ່າວອ້າງ ຂອງທະຫານພະມ້າ ໂດຍ ຕອບໂຕ້ວ່າ ທະຫານພະມ້າເອງ ເປັນຜູ້ທຳລາຍບ້ານເຮືອນຂອງປະຊາຊົນ ແລະ ທ່ານຍັງກ່າວຢ້ຳວ່າ ກຸ່ມກອງກຳລັງປົກປ້ອງ ປະຊາຊົນ ບໍ່ເຄີຍທຳລາຍບ້ານເຮືອນຂອງປະຊາຊົນ. ທ່ານ ກ່າວຕື່ມວ່າ ຫຼັງຈາກທີ່ວາງລະເບີດບ້ານເຮືອນ ຂອງປະຊາຊົນ, ພວກທະຫານພະມ້າກໍພາກັນຈູດລະເບີດ.
ລະເບີດແຕກ ເຮັດໃຫ້ບ້ານເຮືອນຂອງປະຊາຊົນ ຫຼາຍຫຼັງຖືກໄຟ ໃໝ້ ແລະ ຍຸບໂຕລົງ. ພວກທະຫານພະມ້າ ໄດ້ວາງລະເບີດຕາມພື້ນດິນ ກ່ອນທີ່ຈະໜີອອກຈາກໝູ່ບ້ານ. ປັດຈຸບັນ ປະຊາຊົນບາງຄົນ ໄດ້ກ່າຍເປັນເຍື່ອຂອງລະເບີດດັ່ງກ່າວ. ທ່ານ ໄດ້ກ່າວຕື່ມວ່າ ຫາທະຫານພະມ້າ ສັງກັດຢູ່ກອງພົນ ຢູ່ເຂດສະກາງ ແລະ ຈາກເມືອງ ຜ່ອງປີອິນ ໄດ້ທຳການໂຈມຕີໝູ່ບ້ານອື່ນໆ ອີກ. ອີງຕາມຂໍ້ມູນຈາກສຳນັກງານສະຫະປະຊາຊາດ ເພື່ອການຮ່ວມມືດ້ານມະນຸສທັມ, ມີປະຊາຊົນພະມ້າ 650,000 ຄົນ ຕ້ອງໜີຈາກບ້ານເຮືອນຂອງຕົນເອງ ຢູ່ເຂດສະກາງ ນັບຕັ້ງແຕ່ທະຫານພະມ້າ ເຂົ້າມາຍຶດອຳນາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນວັນທີ 1 ກຸມພາ 2021 ທີ່ຜ່ານມາ.
ບໍ່ສະເພາະປະຊາຊົນເທົ່ານັ້ນ ທີ່ຕ້ອງຫຼົບໜີຈາກປືນໃຫຍ່ ຂອງທະຫານພະມ້າ ແຕ່ ນັກຂ່າວສື່ມວນຊົນພະມ້າ ເອງກໍຕ້ອງມີຄວາມສ່ຽງ ໃນການຣາຍງານຂ່າວ.
ທ່ານ ເຕັດລາຕໍ້ ນັກຂ່າວທີ່ເປັນນັກຖ່າຍຮູບ ຂອງປະມ້າ ໄດ້ກ່າວວ່າ:
“ຂ້ອຍໄປກັບກຸ່ມກອງກຳລັງ ປົກປ້ອງປະຊາຊົນ ທີ່ຢູ່ໃກ້ກັບກຸ່ມທະຫານພະມ້າ ເພື່ອຖ່າຍຮູບ ແລະ ວີດີໂອ ເຫດການທີ່ເກີດ ທັນໃດນັ້ນ ກໍມີລູກປືນໃຫຍ່ ຂອງທະຫານພະມ້າ ມາຕົກໃກ້ກັບຈຸດທີ່ຂ້ອຍຢູ່ ແລະ ມີຫຼາຍເຫດການ ທີ່ຂ້ອຍຕ້ອງແລ່ນໜີ້ ຫ່າລູກປືນ ເພືອໄປຖ່າຍຮູບ.”
ສະຖາບັນນະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ຣາຍງານອີກວ່າ ປະຊາຊົນຢູ່ເຂດ ສະຖາງ 15 ເປີເຊັນ ຕ້ອງຖືກບັງຄັບໃຫ້ໜີໄປຢູ່ຄ້າຍ ຜູ້ອົບພະຍົບ ນັ້ນໝາຍຄວາມວ່າ ປະຊາຊົນທຸກໆ 100 ຄົນ ຈຳເປັນຕ້ອງໜີ ໄປຢູ່ຄ້າຍຜູ້ອົບພະຍົບ 15 ຄົນ.