ເຣື້ອງທີ່ເກັບບັນທຶກໄວ້
2023-07-31
ທ່ານ ລູ໋ ຊີ່ເຫວີຍ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ, ຖືກຈັບ ຢູ່ນະຄອນຫຼວງວຽງຈັນ ເມື່ອເວລາປະມານ 10 ໂມງເຊົ້າ ຂອງວັນທີ 28 ກໍຣະກະດາ ທີ່ຜ່ານມາ ໂດຍເຈົ້າໜ້າທີ່ຕຳຣວດລາວ 3 ຄົນ ໃນຂະນະທີ່ ກຳລັງເດີນທາງ ໄປປະເທດໄທຍ ແລະມີຈຸດໝາຍປາຍທາງ ທີ່ປະເທດ ສະຫະຣັຖ.
2023-07-26
ທາງການລາວ ໄດ້ປ່ອຍໂຕ ທ້າວ ສະຫວ່າງ ພະເລີດ ນັກເຄື່ອນໄຫວຊາວລາວ ທີ່ຖືກຈັບໃນວັນທີ 20 ເມສາ 2023 ທີ່ຜ່ານມາ ເຊິ່ງຜູ້ກ່ຽວ ເປັນປະຊາຊົນ ບ້ານດອນຊາດ ເມືອງສອງຄອນ ແຂວງສວັນນະເຂດ ໂດຍຖືກປ່ອຍ ໃນເດືອນ ມິຖຸນາ ທີ່ຜ່ານມາ.
2023-07-24
ຊາວລາວເຫັນວ່າ ກອງປະຊຸມສະພາແຫ່ງຊາຕລາວ ທີ່ຫາກໍສິ້ນສຸດລົງໄປນັ້ນ ຫຼາຍບັນຫາທີ່ໄດ້ນຳມາສເນີໃຫ້ຣັຖບານ ຫາທາງແກ້ໄຂ ກໍຄົງບໍ່ສາມາດແກ້ໄຂໄດ້ ໃນໄລຍະເວລາອັນສັ້ນ ແລະ ຕ້ອງຫຼ້າຊ້າລົງໄປ ຍ້ອນການຂາດເຂີນງົບປະມານ.
2023-07-18
ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ໄດ້ດໍາເນີນມາເປັນເວລາ 17 ມື້ ແລະ ໄດ້ປິດລົງຢ່າງເປັນທາງການ ທ່າມກາງບັນຫາຫຼາຍດ້ານ ທີ່ສະມາຊິກສະພາ ຮຽກຮ້ອງໃຫ້ ຣັຖບານ ເອົາໃຈໃສ່ ແກ້ໄຂຢ່າງຮີບດ່ວນ ໂດຍສະເພາະ ສະຖານະການ ເສຖກິຈຂອງລາວ ໃນປັດຈຸບັນນີ້.
2023-07-17
ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ປີ 1977 ຄົບຮອບ 46 ປີ, 2 ປະເທດນີ້ ປະເທດໃດແທ້ທີ່ໄດ້ປໂຍດສູງສຸດ, ປະເທດໃດເສັຍປຽບ, ຈໍາປາທອງ ມີບົດສັມພາດ ດຣ. ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ມາສເນີທ່ານ.
2023-07-12
ລາວ ແລະ ຈີນ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ເພື່ອຮ່ວມມື ດ້ານວິຊາການ, ການສ້າງສູນຄົ້ນຄວ້າ ການສຶກສາ ສໍາລັບເດັກນ້ອຍ ລາວ-ຈີນ ຝຶກອົບຮົມຄຣູສອນເດັກນ້ອຍ ອະນຸບານ ຢູ່ລາວ ແລະ ແລກປ່ຽນປະສົບການ ໃນການຈັດການຮຽນ-ການສອນ ໃນຊັ້ນອະນຸບານ ຂອງລາວ ແລະ ຈີນ.
2023-07-10
ໂຄງການຂຸດຄົ້ນບໍ່ເກືອກາລີ ໄດ້ຮັບຄົນງານຈີນ ຈໍານວນຫຼາຍພັນຄົນ ເຂົ້າມາເຮັດວຽກ ກັບບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແລະບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຂະນະທີ່ຄົນງານລາວ ຖືກບັງບຽດ ຕ້ອງໄດ້ອອກໄປຫາເຮັດວຽກອື່ນໆ ທີ່ມີຄວາມສ່ຽງຕໍ່ການຖືກຄ້າມະນຸສ.
2023-07-07
2 ປະເທດ ລາວ ແລະ ຈີນ ມີຄວາມສັມພັນ ແລະຄວາມຮ່ວມມືກັນ ຢ່າງແໜ້ນແຟ້ນ ຫລາຍດ້ານ, ທັງທາງດ້ານການເມືອງ ແລະ ເສຖກິຈ ຂະນະທີ່ ດ້ານວັທນະທັມ ແລະ ພາສາ ໄດ້ຮັບການສົ່ງເສີມ ຈາກພາກຣັຖ ໃນການຮ່ວມມືກັນ ຊຶ່ງສິ່ງເຫຼົ່ານີ້ ເຮັດໃຫ້ຄົນລາວ ທັງໄດ້ປໂຍດ ແລະ ເສັຍປໂຍດ.
2023-07-07
ການດຳເນີນຄະດີອາຍາ ແລະ ຄະດີແພ່ງ ຍັງມີຄວາມຊັກຊ້າ ແລະບໍ່ຍຸຕິທັມຍ້ອນຂໍ້ຫຍຸ້ງຍາກຫຼາຍດ້ານ ບໍ່ວ່າຈະເປັນເຣື່ອງການສົ່ງຄຳຮ້ອງຟ້ອງ ກັບໄປ-ກັບມາ, ການເກັບກຳຂໍ້ມູນ ແລະຫຼັກຖານບໍ່ແລ້ວ, ຂໍ້ກົດໝາຍ ແລະງົບປະມານ ໃນການຈັດຕັ້ງປະຕິບັດ ບໍ່ພຽງພໍ.
2023-07-06
ປັດຈຸບັນ ສປປ ລາວ ມີນັກໂທດປະຫານ ປະມານ 500-600 ຄົນ, ສ່ວນໃຫຍ່ ແມ່ນນັກໂທດ ຄະດີຢາເສບຕິດ ແຕ່ ຄວາມເປັນຈິງ ບໍ່ໄດ້ມີການດຳເນີນການ ປະຫານຊີວິດນັກໂທດແຕ່ຢ່າງໃດ ໂດຍອ້າງເຫດຜົລວ່າ ຕິດຂັດເຣື່ອງຂໍ້ກົດໝາຍຢູ່ ແຕ່ໃນອະດິດ ເຄີຍມີການປະຫານ ນັກໂທດ ດ້ວຍການຍິງເປົ້າ ມາແລ້ວ.
2023-07-06
ທາງການລາວ ເປີດສາຍດ່ວນ ໃຫ້ປະຊາຊົນ ສາມາດໂທເຂົ້າໄປຂໍຄວາມຊ່ວຍເຫຼືອ ຈາກພາກຣັຖ, ແຕ່ປະກົດວ່າ ປະຊາຊົນບໍ່ຢາກໃຊ້ສາຍດ່ວນ ເພາະວ່າ ຜູ້ໂທເຂົ້າໄປ ຕ້ອງໄດ້ລະບຸ ຊື່, ນາມສະກຸນ, ເບີໂທຣະສັບ ແລະທີ່ຢູ່.
2023-07-03
ຄະດີສວນພູຄຳ ຍັງບໍ່ມີ ຄວາມຄືບໜ້າ ຈາກພາກສ່ວນ ທີ່ກ່ຽວຂ້ອງ. ປັດຈຸບັນ ທ່ານ ພູຄຳ, ເຈົ້າຂອງ ກິຈການ ຕ້ອງໄດ້ລົບໜີ ອອກນອກປະເທດ ເພາະຖືກ ທາງການແຂວງຊຽງຂວາງ ຕັ້ງຂໍ້ກ່າວຫາ ຮຸນແຮງ ເພື່ອຄວາມປອດພັຍ ຕ້ອງໄດ້ ຂໍລີ້ພັຍ.