ການດຳເນີນຄະດີ ຍັງມີຄວາມຊັກຊ້າ, ບໍ່ຍຸຕິທັມ

ໄຊຍາ
2023.07.07
ການດຳເນີນຄະດີ ຍັງມີຄວາມຊັກຊ້າ, ບໍ່ຍຸຕິທັມ ກະຊວງຍຸຕິທັມ, ນະຄອນຫຼວງວຽງຈັນ, ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ການດຳເນີນຄະດີອາຍາ ແລະ ຄະດີແພ່ງ ຍັງມີຄວາມຊັກຊ້າ ແລະບໍ່ຍຸຕິທັມຍ້ອນຂໍ້ຫຍຸ້ງຍາກຫຼາຍດ້ານ ບໍ່ວ່າຈະເປັນເຣື່ອງການສົ່ງຄຳຮ້ອງຟ້ອງ ກັບໄປ-ກັບມາ, ການເກັບກຳຂໍ້ມູນ ແລະຫຼັກຖານບໍ່ແລ້ວ, ຂໍ້ກົດໝາຍ ແລະງົບປະມານ ໃນການຈັດຕັ້ງປະຕິບັດ ບໍ່ພຽງພໍ.

ດັ່ງເຈົ້າໜ້າທີ່ເຮັດວຽກ ດ້ານກົດໝາຍ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ຍານາງໜຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 07 ກໍຣະກະດາ 2023 ນີ້ວ່າ:

ຢູ່ໃນຂັ້ນຕອນສືບສວນ-ສອບສວນເນາະ ຈາກເຈົ້າໜ້າທີ່ມາມັນຊັກຊ້າ ແມ່ນອັນທີໜຶ່ງ ບາງເທື່ອແມ່ນຂໍ້ມູນຫຼັກຖານ ບໍ່ທັນຈະແຈ້ງບໍ່ທັນລະອຽດ ເມື່ອເຈົ້າໜ້າທີ່ ຂະເຈົ້າດຳເນີນແລ້ວ ສົ່ງໄອຍະການແລ້ວ ໄອຍະການ ກວດເບິ່ງແລ້ວ ມັນບໍ່ຮອບດ້ານມັນບໍ່ຖືກ ມັນໝາຍວ່າມັນບໍ່ຄົບ ອົງປະກອບ ຂອງການກະທຳຜິດ.

 ເຮົາຕ້ອງໄດ້ຕີກັບ ໃຫ້ເຈົ້າໜ້າທີ່ເພື່ອເກັບກຳຂໍ້ມູນ ເພີ່ມຕື່ມ ເພື່ອໃຫ້ຄົບອົງປະກອບເນາະ ເປັນລັກສະນະແບບນັ້ນ. ມັນຊັກຊ້າຫັ້ນນ່າ.”

 ການທີ່ລູກຄວາມ ບໍ່ເດີນທາງມາຮັບຟັງຂໍ້ກ່າວຫາ ຫຼືການພິຈາຣະນາຄະດີ ພາຍໃນໄລຍະ 15 ວັນຕາມທີ່ໝາຍກໍານົດ ຍ້ອນຢູ່ໃນພື້ນທີ່ຫ່າງໄກ ແລະ ຕ້ອງໃຊ້ໄລຍະເວລາ ໃນການເດີນທາງຂ້ອນຂ້າງດົນ ເປັນອີກເຫດຜົລ ສຳຄັນທີ່ເຮັດໃຫ້ການດຳເນີນຄະດີ ຍັງມີຄວາມຊັກຊ້າ.

ດັ່ງເຈົ້າໜ້າທີ່ ເຮັດວຽກດ້ານກົດໝາຍ ຜູ້ດຽວກັນນີ້ກ່າວຕື່ມວ່າ:

ກໍບໍ່ແມ່ນເພາະ ພະນັກງານເຮົາດ້ານດຽວເນາະ ເວົ້າເຣື່ອງລູກຄວາມ ຢູ່ຫ່າງໄກສອກຫຼີກ ເພື່ອຊິແຈ້ງເພິ່ນໃຫ້ຂະເຈົ້າມາຮ່ວມ ມາໃຫ້ຄຳໃຫ້ການຕ່າງໆ ມັນກໍຍາກຂີ່ຣົຖ ມັນກໍເປັນຫຼາຍໆຊົ່ວໂມງ ຫຼືວ່າບາງເທື່ອກໍໄດ້ຢ່າງ ມັນລັກສະນະເປັນຈັ່ງຊັ້ນເນາະ.

ສຳລັບການພິຈາຣະນາຄະດີອາຍາ ພັດມີບັນຫາໃນກໍຣະນີເຈົ້າໜ້າທີ່ ມີຫຼັກຖານ ແລະຂອງກາງຄົບ ແຕ່ບໍ່ສາມາດດຳເນີນການ ກວດຄົ້ນໄດ້ທັນທີ ຍ້ອນບໍ່ມີໄອຍະການສັ່ງການ ແລະບໍ່ມີອຸປະກອນ ສຳລັບເກັບກຳຂໍ້ມູນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ດຽວກັນນີ້ ກ່າວຕື່ມວ່າ:

(ຄົນລາວເວົ້າໄທຍ) “ຖ້າເປັນຄະດີອາຍາ ມັນຊັກຊ້ານີ້ ບາງທີສຳນວນທີ່ສົ່ງມາ ຈາກເຈົ້າໜ້າທີ່ ມັນຈະຊ້າຖ້າເປັນຄະດີຢາເສບຄິດ ເພາະວ່າ ຂໍ້ມູນຄືມັນຈະມີທີ່ຊ່າງຂອງເຈົ້າໜ້າທີ່ ໂດຍສະເພາະບາງເທື່ອ ເຂົາບໍ່ໄດ້ຊັ່ງນີ້ ສົມມຸດວ່າ ຢູ່ແຂວງນີ້ ບໍ່ມີເຄື່ອງຊັ່ງ ກໍຕ້ອງໄປອີກແຂວງໜຶ່ງ ອຸປະກອນຍັງບໍ່ຄົບ ຄືການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ນີ້ ມີຫຼາຍຄະດີມັນຫຼາຍ.

ສ່ວນການພິຈາຣະນາຄະດີແພ່ງ ພັດມີຄວາມຫຍຸ້ງຍາກ ຍ້ອນຜູ້ພິພາກສາ ຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເປັນເອກະພາບ ເນື່ອງຈາກມີບາງເນື້ອໃນ ກຳນົດຍັງບໍ່ທັນລະອຽດ ຄຸມເຄືອ ແລະບາງມາຕຣາບໍ່ສອດຄ່ອງ ກັບສະພາບຄວາມເປັນຈິງ ອີກທັງຍັງບໍ່ທັນມີຄວາມເຂົ້າໃຈ ທີ່ຈະແຈ້ງ ກ່ຽວກັບຄະດີຄວາມຍ້ອນຂໍ້ມູນຫຼັກຖານ ບໍ່ຄົບຖ້ວນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

(ຄົນລາວເວົ້າພາສາໄທຍ) “ຄະດີແພ່ງກໍຄືຂໍ້ມູນ ມັນຈະກ່ຽວກັບຂໍ້ມູນສົມມຸດວ່າ ຝ່າຍໂຈດ ຫຼື ຝ່າຍຈຳເລີຍບາງທີຄະດີ ມັນມາຮອດແລ້ວ ມາຮອດໄອຍະການ ຫຼື ສານແລ້ວແຕ່ວ່າບາງຄົນ ໂຈດກັບຈຳເລີຍນີ້ ໃກ້ຈະຮອດວັນພິພາກສາແລ້ວ ຍັງເອົາຂໍ້ມູນມາອີກ ມັນກໍຕ້ອງເຣີ່ມໃໝ່ອີກເທື່ອມັນກໍຕ້ອງມາພິຈາຣະນາ ຄືນວ່າ ຂໍ້ມູນມັນຖືກຕ້ອງ ຫຼື ບໍ່.

ປະເທດລາວມີກົດໝາຍ ຫຼາຍສະບັບແຕ່ບາງມາຕຣາ ໃນກົດໝາຍເຫຼົ່ານີ້ ບໍ່ສອດຄ່ອງກັນເຮັດໃຫ້ການພິຈາຣະນາ ຄະດີຊັກຊ້າແລະບໍ່ຍຸຕິທັມ.

ດັ່ງທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາຕ ເຂດ 15 ແຂວງຈຳປາສັກ ກ່າວໃນກອງປະຊຸມສໄມ ສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 04 ກໍຣະກະດາ 2023 ທີຜ່ານມາວ່າ:

ດຽວນີ້ການພິຈາຣະນາຄະດີ ຂອງສານບໍ່ຍຸຕິທັມ ຊັກຊ້າແກ່ຍາວ ອັນນີ້ແມ່ນບັນຫາສຳຄັນ ກໍຫຼາຍຄະດີທີມີການຊັກຊ້າ ແກ່ຍາວມານີ້ຂ້າພະເຈົ້າ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ສະພາແຫ່ງຊາຕຢູ່ ຫຼາຍຄັ້ງ ຢູ່ບ່ອນວ່າບາງຄະດີນີ້ ແມ່ນ 5 ປີ, 10 ປີ, 15 ປີ ຫຼື ຫຼາຍກ່ວານັ້ນກໍມີ ອັນນີ້ລະແມ່ນເປັນບັນຫາ ຂອງສັງຄົມທີ່ມີຫາງສຽງ ຕໍ່ຂົງເຂດສານຂອງພວກເຮົາ.

ທ່ານກ່າວຕື່ມວ່າ ສ່ວນສາເຫດທີ່ເຮັດໃຫ້ການພິຈາຣະນາຄະດີ ອາຍາມີຄວາມຊັກຊ້າ ບໍ່ສຳເຣັດພາຍໃນເວລາ 30 ວັນເປັນຍ້ອຍສານຊັ້ນຕົ້ນຕັດສິນແລ້ວ ແຕ່ຄູ່ຄວາມບໍ່ພໍໃຈຈຶ່ງຂໍອຸທອນ ໄປຫາສານຊັ້ນອຸທອນຈາກນັ້ນ ສານຊັ້ນອຸທອນກໍໄດ້ຄົ້ນຄ້ວາ ພິຈາຣະນາເຫັນວ່າ ການຕັດສິນຂອງສານຊັ້ນຕົ້ນ ບໍ່ຖືກຕ້ອງຈຶ່ງລົບລ້າງຄຳຕັດສິນ ແລະສົ່ງຄະດີຄວາມຄືນໃຫ້ ແກ່ສານຊັ້ນຕົ້ນ ຫຼືເມື່ອສານຊັ້ນອຸທອນພິຈາຣະນາ ແລ້ວແຕ່ຄູ່ຄວາມ ບໍ່ພໍໃຈແລະຂໍສເນີໃຫ້ ອົງການໄອຍະການ ປະຊາຊົນສູງສຸດ ຄົ້ນຄ້ວາພິຈາຣະນາຄືນໃໝ່.

ທ່ານກ່າວອີກວ່າ ສໍາລັບແນວທາງໃນການແກ້ໄຂບັນຫາ ດັ່ງກ່າວຖ້າຫາກສານຊັ້ນຕົ້ນ ຍັງຕັດສິນບໍ່ຖືກຕ້ອງຢູ່ຈຸດໃດ ເປັນຕົ້ນການເກັບກຳຂໍ້ມູນຫຼັກຖານ ບໍ່ຄົບຖ້ວນນັ້ນແມ່ນຢາກໃຫ້ສເນີ ສານຊັ້ນອຸທອນລົງມາສົມທົບກັບສານຊັ້ນຕົ້ນ ເພື່ອເກັບກຳຂໍ້ມູນ ຈາກນັ້ນຈຶ່ງອອກຄຳພິພາກສາ ເພື່ອຕັດຂັ້ນຕອນເຮັດໃຫ້ການພິຈາຣະນາໄວຂຶ້ນ ແລະບໍ່ຈຳເປັນຕ້ອງດຳເນີນການຫຼາຍເທື່ອ.

ທີຜ່ານມາພໍ່ແມ່ປະຊາຊົນ ທີ່ອາໄສຢູ່ນອກເຂດເທສບານ ແລະພື້ນທີ່ຫ່າງໄກສອກຫຼີກ ພັດເປັນກຸ່ມບຸກຄົນທີ່ເຂົ້າເຖິງ ຂະບວນການຍຸຕິທັມໄດ້ໜ້ອຍ ຫຼືບາງກຸ່ມບໍ່ສາມາດ ເຂົ້າເຖິງຂະບວນການຍຸຕິທັມເລີຍ ຍ້ອນບໍ່ທັນໄດ້ມີຄວາມຮູ້ວ່າ ຖ້າຫາກເກີດຂໍ້ຂັດແຍ່ງເປັນຕົ້ນ ເຣື່ອງທີ່ດິນ ແລະມູນມໍຣະດົກ ຈະຕ້ອງເດີນທາງໄປຂໍຄຳປຶກສາຈາກຜູ້ໃດ.

ດັ່ງຜູ້ໃຫ້ຄຳປຶກສາດ້ານກົດໝາຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຜູ້ທີ່ຍັງບໍ່ທັນເຂົ້າເຖິງຂະບວນການຍຸຕິທັມ ຫຼື ກົດໝາຍອັນນີ້ສ່ວນຫຼາຍ ກໍເປັນຄົນທີ່ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ທີ່ຂະເຈົ້າມີຂໍ້ຂັດແຍ່ງຕ່າງໆ ແລ້ວຂະເຈົ້າກໍຍັງບໍ່ທັນຮູ້ວ່າ ຈະໄປປຶກສານັກກົດໝາຍ ຫຼືວ່າຜູ້ທີ່ຮູ້ກົດໝາຍນີ້ ຢູ່ໃສກົງກັນຂ້າມວ່າ ຢູ່ໃນໂຕເມືອງໃຫຍ່ເນາະ ໂດຍສະເພາະໃນກຸ່ມທຸຣະກິຈບໍ່ ຫຼືວ່າປະຊາຊົນນີ້ກໍຈຳນວນນຶ່ງ ກໍຍັງບໍ່ທັນໄດ້ເຂົ້າເຖິງ.

ທີ່ຜ່ານມາທີມໂຄສະນາກົດໝາຍ ຂອງກະຊວງຍຸຕິທັມ ໃນເມືອງແລະແຂວງຕ່າງໆ ທົ່ວປະເທດລາວຈະດຳເນີນການລົງເຜີຍ ແຜ່ຄວາມຮູ້ຄວາມເຂົ້າໃຈກ່ຽວກັບກົດໝາຍວ່າ ດ້ວຍທະບຽນສານ, ຂໍ້ຜູກພັນໃນສັນຍາ ແລະນອກສັນຍາ, ກັມມະສິດ, ຄອບຄົວ ແລະ ມູນມໍຣະດົກ, ການປະຕິບັດຕາມ ຄຳຕັດສິນຂອງສານ. ດຳຣັດ ຫຼື ປື້ມຄູ່ມືຄະນະແກ້ໄຂ ຂໍ້ຂັດ ແຍ່ງຂັ້ນບ້ານໃຫ້ປະຊາຊົນ ໄດ້ຮັບຮູ້ ແລະນຳເອົາໄປປະຕິບັດຢ່າງຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.