ເຣື້ອງທີ່ເກັບບັນທຶກໄວ້
2022-02-28
ທາງການລາວ ຮຽກຮ້ອງ ໃນມື້ວັນທີ 26 ກຸມພານີ້ ໃຫ້ມີການແກ້ໄຂ ຂໍ້ຂັດແຍ່ງລະຫວ່າງ ຣັດເຊັຍ ແລະຢູເຄຣນ ດ້ວຍການເຈລະຈາ ທາງການທູດ ແລະສະຖານທູດຫລາຍ ປະເທດປະຈໍາລາວ ທັງສະຫະພາບຢູໂຣບ ແລະສະຫະຣັຖອາເມຣິກາ ໄດ້ຮ່ວມກັນປະນາມຣັດເຊັຍ ທີ່ຮຸກຮານຢູເຄຣນ.
2022-02-26
ຄົນງານລາວ ທີ່ຖືກຕົວະຍົວະ ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຕ້ອງໄດ້ຫາເງິນ ເພື່ອໃຊ້ໜີ້ ໄຖ່ຕົນເອງ ອອກຈາກ ນາຍຈ້າງ ທີ່ກັກໂຕ ເຂົາເຈົ້າເອົາໄວ້.
2022-02-24
ອົງການຈັດຕັ້ງຕ່າງໆ ພາຍໃຕ້ການສນັບສນູນ ຂອງຣັຖບານສະຫະຣັຖອາເມຣິກາ ພ້ອມທີ່ຈະຊ່ອຍເຫຼືອ ແລະ ໃຫ້ການຮ່ວມມື ແກ່ຣັຖບານລາວ ໃນການແກ້ໄຂບັນຫາທ້າທາຍ ດ້ານການພັທນາ ແລະ ເສຖກິຈ ຫຼາຍຢ່າງ.
2022-02-19
ຍິງສາວລາວ ທີ່ສມັກເຂົ້າໄປ ເຮັດວຽກ ຕອບແຊັດ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຖືກຂາຍຕໍ່, ຕົກເປັນໜີ້, ຖືກກັກຂັງໜ່ວງໜ່ຽວ ແລະ ຖືກຂູດເອົາເງິນ ຖ້າຫາກວ່າ ຕ້ອງການ ອອກຈາກສະຖານທີ່ ດັ່ງກ່າວ.
2022-02-12
ເຊື້ອເຮັຈໄອວີ/ເອດສ໌ ຍັງສືບຕໍ່ຣະບາດ ໃນລາວ ເຖິງແມ່ນວ່າ ອົງການສາກົລ ຕ້ານເອດສ໌ ພຍາຍາມຈັດຕັ້ງ ໂຄງການເຂົ້າໄປ ຊ່ອຍເຫຼືອ ແຕ່ວຽກງານນີ້ ຍັງບໍ່ສຳເຣັດແຕ່ຜູ້ຕິດເຊື້ອ ກັບເພີ່ມຂຶ້ນ.
2022-02-11
ເຖິງແມ່ນວ່າ ທາງການລາວ ແລະ ໄທຍ ຈະເປີດໃຫ້ ຄົນງານລາວ ສາມາດໄປເຮັດວຽກ ຢູ່ໄທຍໄດ້ ໂດຍຜ່ານ ການຈັດຫາງານ ຢ່າງຖືກຕ້ອງ ຕາມກົດໝາຍ ແຕ່ກໍຍັງມີ ຄົນລາວ ຈຳນວນນຶ່ງ ທີ່ລັກລອບເຂົ້າໄທຍ.
2022-02-09
ສະຫະຣັຖອາເມຣິກາ ອອກວີຊ໋າ ໃຫ້ພົລເມືອງລາວ ໄປສະຫະຣັຖໄດ້ແລ້ວ ພາຍຫລັງທີ່ ບໍ່ໄດ້ອອກໃຫ້ ມາແຕ່ປີ 2018 ຍ້ອນວ່າ ທາງການລາວ ບໍ່ຍອມຮັບເອົາ ຄົນສັນຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະຣັຖກັບຄືນ ປະເທດລາວ.
2022-02-05
ຈີນ ປິດດ່ານຊົ່ວຄາວ, ອ້າງວ່າ ພົບໂຄວິດ-19 ຣະບາດ ທີ່ເມືອງຫຼ້າ, ເຮັດໃຫ້ ຣົຖຂົນສົ່ງລາວ ໄດ້ຮັບຄວາມເດືອດຮ້ອນ ຢ່າງໜັກ.
2022-02-03
ຢູ່ແຂວງສາຣະວັນ ຍັງມີເຈົ້າໜ້າທີ່ ຂແນງການເງິນ ຈໍານວນນຶ່ງ ລະເມີດວິນັຍ, ສໍ້ໂກງ ແລະສວຍໃຊ້ ຕໍາແໜ່ງ ໜ້າທີ່ ຫາຜົລປໂຍດ ສ່ວນຕົວ ເຮັດໃຫ້ການເກັບ ພາສີ-ອາກອນ ເຂົ້າງົບປະມານ ຂອງຣັຖ ຮົ່ວໄຫລ.
2022-02-01
ທ້າວ ຄູຄຳ ແກ້ວມະນີວົງ ອະດີດນັກເຄື່ອນໄຫວ ຊາວລາວ ດ້ານສິດທິມະນຸດ ແລະ ປະຊາທິປະໄຕ ທີ່ຖືກຈັບ ຢູ່ໄທຍ ຖືກປ່ອຍແລ້ວ ໃນຂະນະທີ່ ນັກສິດທິມະນຸດ ກ່າວວ່າ ລາວ ມີສິດຢູ່ປະເທດໄທຍ ຈົນກວ່າ ຈະໄດ້ໄປປະເທດທີ 3.
2022-02-01
ທ້າວ ຄູຄຳ ແກ້ວມະນີວົງ, ອະດີດ ນັກເຄື່ອນໄຫວລາວ ທີ່ເຄື່ອນໄຫວ ໃນປະເທດໄທຍ ເພື່ອຮຽກຮ້ອງໃຫ້ມີ ປະຊາທິປະໄຕ ແລະ ການເຄົາລົບ ສິດທິມະນຸດ ໃນປະເທດລາວ ຖືກປະກັນໂຕ ອອກໄປແລ້ວ ໃນວັນທີ 1 ກຸມພາ 2022, ແຕ່ຕ້ອງ ດຳຣົງຊີວິດ ຕາມເງື່ອນໄຂ ຂອງເຈົ້າໜ້າທີ່ ຕຳຣວຈ.