ຄູຄຳ ອະດີຕນັກເຄື່ອນໄຫວຊາວລາວ ຖືກປະກັນໂຕ
2022.02.01
ໃນວັນທີ 1 ກຸມພາ ເວລາ ປະມານ 6 ໂມງແລງ ຕາມເວລາທ້ອງຖິ່ນໃນປະເທດໄທຍ, ທ້າວ ຄູຄຳ ແກ້ວມະນີວົງ ອະດີດນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະ ສິດທິມະນຸດ ຊາວລາວ ທີ່ເຄື່ອນໄຫວ ໃນປະເທດໄທຍ ໄດ້ຮັບການປ່ອຍໂຕແລ້ວ ພາຍຫຼັງທີ່ສຳນັກງານ ກວດຄົນເຂົ້າເມືອງ ສວນພລູ ອະນຸຍາດໃຫ້ໜ່ວຍງານທີ່ກ່ຽວຂ້ອງ ປະກັນໂຕຜູ້ກ່ຽວໄດ້. ຢ່າງໃດກໍຕາມ, ຜູ້ກ່ຽວຈະຕ້ອງປະຕິບັດຕາມເງື່ອນໄຂ ການປະກັນໂຕ ຄື ຜູ້ກ່ຽວສາມາດໃຊ້ຊີວິດ ໄປຕາມປົກກະຕິໄດ້, ແຕ່ຈະຕ້ອງຢູ່ພາຍໃນຂອບເຂດ ທີ່ຈຳກັດ ແລະ ບໍ່ສາມາດເດີນທາງໄປຕ່າງແຂວງ ຫຼືໄປນອນຄ້າງຢູ່ບ່ອນອື່ນ ອີກທັງຜູ້ກ່ຽວ ຈະຕ້ອງເດີນທາງໄປຣາຍງານໂຕ ຕໍ່ສຳນັກງານກວດຄົນເຂົ້າເມືອງ ສວນພລູ ທຸກໆ 15 ມື້. ດັ່ງ ທ້າວ ຄູຄຳ ແກ້ວມະນີວົງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພາ 2022 ນີ້ວ່າ:
“ອອກມາແລ້ວເນາະ ປະກັນໂຕອອກມາແລ້ວເນາະ. ມີທະນາຍຄວາມ ລະກະແຈ້ງວ່າ ຫຼັງຈາກນີ້ໄປ ເຮົາຈະຕ້ອງ ເຮົາໄປໃສກໍໄດ້ ຢູ່ໃນກຸງເທບນີ້ ຫຼືວ່າຢູ່ໃສກະແລ້ວແຕ່, ຕ່າງແຕ່ວ່າເຮົາຕ້ອງມີຂອບເຂດຈຳກັດ.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກ ກ່ຽວກັບສິດທິມະນຸດສາກົລ ນາງນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພາ 2022 ນີ້ວ່າ ເຖິງແມ່ນວ່າ ທ້າວ ຄູຄຳ ແກ້ວມະນີວົງ ຈະໄດ້ຮັບການປະກັນໂຕແລ້ວ, ແຕ່ຢ່າງໃດກໍຕາມ ໜ່ວຍງານທີ່ກ່ຽວຂ້ອງ ກໍຈຳເປັນຕ້ອງຊ່ອຍກັນເຝົ້າລະວັງ ບໍ່ໃຫ້ເກີດເຫດການ ໃນລັກສະນະດັ່ງກ່າວນີ້ຕື່ມ.
ກ່ອນໜ້ານີ້, ເມື່ອວັນທີ 31 ມົກກະຣາ ເວລາປະມານ 4 ໂມງແລງ ທ້າວ ຄູຄຳ ແກ້ວມະນີວົງ, ຜູ້ລີ້ພັຍ ແລະ ທັງເປັນອະດີດນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະ ສິດທິມະນຸດ ຊາວລາວ ທີ່ເຄື່ອນໄຫວ ໃນປະເທດໄທຍ ຖືກສານແຂວງດອນເມືອງ ພິຈາລະນາ ຕັດສິນໃຫ້ມີຄວາມຜິດ ໃນຂໍ້ຫາ ວີ່ຊ້າໝົດອາຍຸ ຕັ້ງແຕ່ປີ 2015, ໂດຍມີໂທສປັບໃໝ 500 ບາທຕໍ່ມື້, ແຕ່ບໍ່ກາຍ 20,000 ບາທ ພ້ອມທັງສົ່ງໂຕຜູ້ກ່ຽວ ໄປຍັງຫ້ອງກັກຂັງ ຂອງສຳນັກງານກວດຄົນເຂົ້າເມືອງ ສວນພລູ ນະຄອນຫຼວງບາງກອກ ເພື່ອລໍຖ້າສົ່ງໂຕກັບຄືນປະເທດ.
ແຕ່ເນື່ອງຈາກທ້າວ ຄູຄຳ ແກ້ວມະນີວົງ ມີສະຖານະຜູ້ລີ້ພັຍ ເປັນຜູ້ລີ້ພັຍທາງການເມືອງ ທີ່ໄດ້ຮັບການຮັບຮອງ ແລະ ຖືກຄຸ້ມຄອງ ຈາກສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ພັຍ ແຫ່ງສະຫະປະຊາຊາດ ຫຼື UNHCR. ສະນັ້ນ, ກໍລະນີດັ່ງກ່າວນີ້ ໜ່ວຍງານທີ່ກ່ຽວຂ້ອງ ຈະດຳເນີນການ ໃຫ້ການຊ່ອຍເຫຼືອ ຕາມຂັ້ນຕອນຂອງເຂົາເຈົ້າ. ດັ່ງຮ້ອຍຕຳຣວຈເອກ ຊັຍຣັດ ທັມສີຫາ, ຮອງສາຣະວັດສອບສວນ ສະຖານີຕຳຣວຈນະຄອນບານ ທົ່ງສອງຫ້ອງ ຜູ້ຮັບຜິດຊອບຄະດີຄວາມ ທ້າວ ຄູຄຳ ແກ້ວມະນີວົງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພາ 2022 ນີ້ວ່າ:
ທ່ານກ່າວວ່າ: “ຄືເຂົາມີສິດຢູ່ຕໍ່ແມ່ນບໍ່ ຜູ້ລີ້ພັຍທາງການເມືອງຫັ້ນນ່າ. ເພາະ UN ອອກໃບອະນຸຍາດ ເປັນຜູ້ລີ້ພັຍທາງການເມືອງ, UN ກໍຕ້ອງເຂົ້າມາເບິ່ງແຍງວ່າ ປະກັນທັນບົນວ່າ ຫ້າມອອກນອກສະຖານທີ່ ອີ່ຫຍັງນີ້. UN ຈະລົມກັບ ຕ.ມ ວ່າ ຕ້ອງວາງປະກັນທັນບົນ ອີ່ຫຍັງບໍ່ ພາຍໃນໄລຍະເວລາເທົ່າໃດ. ປົກກະຕິ, ຄົນສັນຊາດລາວ ອີ່ຫຍັງພວກນີ້ ຖ້າຈັບເຂົາແລ້ວ ບໍ່ມີວີ່ຊ້າຢູ່ ເຂົາກໍຈະຜັກດັນອອກ ບໍ່ຕ້ອງດຳເນີນຄະດີ, ແຕ່ວ່າທາງເຈົ້າໜ້າທີ່ ຊຸດໄປຈັບຫັ້ນ ກໍໄປຈັບເຂົາມາ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ສຳລັບຄົນງານຕ່າງດ້າວ ທີ່ເຂົ້າມາເຮັດວຽກ ພາຍໃນປະເທດໄທຍ ແບບຖືກກົດໝາຍ, ແຕ່ວີ່ຊ້າໝົດອາຍຸນັ້ນ ທາງເຈົ້າໜ້າທີ່ຕຳຣວຈ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຈະດຳເນີນການຜັກດັນ ພວກເຂົາເຈົ້າ ກັບຄືນປະເທດ, ໂດຍບໍ່ດຳເນີນຄະດີ ໃນຊັ້ນສານ. ແຕກຕ່າງຈາກໍລະນີ ຂອງທ້າວ ຄູຄຳ ແກ້ວມະນີວົງ ທີ່ຖືກເຈົ້າໜ້າທີ່ຕຳຣວຈ ເຂົ້າຈັບໂຕ ແລະ ຖືກດຳເນີນຄະດີ ໃນຊັ້ນສານ.
ລະຫວ່າງນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງສຳນັກງານ ກວດຄົນເຂົ້າເມືອງ ສວນພລູ ນະຄອນຫຼວງບາງກອກ ເພື່ອສອບຖາມຄວາມຄືບໜ້າ ແລະ ຣາຍລະອຽດ ກ່ຽວກັບການຄວບຄຸມໂຕທ້າວ ຄູຄຳ ແກ້ວມະນີວົງ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ເຖິງແມ່ນວ່າ ສານແຂວງງດອນເມືອງ ຈະສົ່ງໂຕຜູ້ກ່ຽວ ໄປຍັງຫ້ອງກັກຂັງ ຂອງສຳນັກງານກວດຄົນເຂົ້າເມືອງ ສວນພລູ ນະຄອນຫຼວງບາງກອກ, ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ ຂອງສຳນັກງານກວດຄົນເຂົ້າເມືອງ ດັ່ງກ່າວນີ້ ກໍໄດ້ນຳໂຕສົ່ງທ້າວ ຄູຄຳ ແກ້ວມະນີວົງ ໄປຝາກໄວ້ທີ່ສຳນັກງານກວດຄົນເຂົ້າເມືອງ ສວນພລູ ອີກເທື່ອນຶ່ງ ໃນວັນທີ 1 ກຸມພາ 2022 ເວລາປະມານບ່າຍ 1 ໂມງ. ດັ່ງເຈົ້າໜ້າທີ່ ຝ່າຍສືບສວນປາບປາມ ຢູ່ສຳນັກງານກວດຄົນເຂົ້າເມືອງ ແຂວງນົນທະບູຣີ ຜູ້ບໍ່ປະສົງອອກຊື່ ແລະ ສຽງນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
ຍານາງກ່າວວ່າ: “ໂດຍ, ຫ້ອງກັກ ສຳນັກງານກວດຄົນເຂົ້າເມືອງ ເຂົາມາຝາກ ກວດຄົນເຂົ້າເມືອງ ແຂວງນົນທະບູຣີ ໄວ້ແຕ່ມື້ວານ ປະມານ 2 ຊົ່ວໂມງກ່ອນໜ້າ. ເພິ່ນເບີກໂຕ ກັບຄືນໄປແລ້ວ ຫ້ອງກັກສຳນັກງານກວດຄົນເຂົ້າເມືອງ ທີ່ຢູ່ສວນພລູ ມາຝາກພຽງຄືນດຽວ ກໍຄືມີໜັງສືມາຝາກ ກໍຄືມີໜັງສືມາຝາກໄວ້ຊົ່ວຄາວຊື່ໆ ກໍເຫັນບອກວ່າ ອ້າງເຖິງເຣື່ອງໂຄວິດ-19 ທີ່ນັ້ນ.”
ສຳລັບກໍລະນີ ທີ່ສານແຂວງດອນເມືອງ ສົ່ງໂຕຜູ້ກ່ຽວ ມາຍັງຫ້ອງກັກຂັງ ພາຍໃນສຳນັກງານກວດຄົນເຂົ້າເມືອງ ສວນພລູ ນັ້ນ, ຫາກສຳນັກງານກວດຄົນເຂົ້າເມືອງ ດັ່ງກ່າວນີ້ ບໍ່ອະນຸຍາດໃຫ້ປະກັນໂຕ ຜູ້ກ່ຽວກໍຈະຖືກສົ່ງໂຕ ກັບຄືນປະເທດລາວ, ເຊິ່ງໃນໄລຍະນີ້ ໜ່ວຍງານທີ່ກ່ຽວຂ້ອງ ສາມາດເຮັດໜັງສື ຍື່ນຄຳຮ້ອງ ແລະ ວາງເງິນປະກັນ ເພື່ອຍືດເວລາ ສົ່ງໂຕຜູ່ກ່ຽວ ກັບຄືນປະເທດໄດ້ ແລະ ຜູ້ກ່ຽວ ອາຈໄດ້ໂຍກຍ້າຍ ໄປປະເທດທີ 3 ຕາມທີ່ UNHCR ຈັດຫາໃຫ້ໄດ້ຄືກັນ. ດັ່ງທະນາຍຄວາມ ດ້ານສິດທິມະນຸດ ນາງນຶ່ງ ໄດ້ກ່າວວ່າ:
ຍານາງວ່າ: “ທາງທີນຶ່ງ ສຳນັກງານກວດຄົນເຂົ້າເມືອງ ສົ່ງກັບປະເທດເລີຍ. ສອງ ສຳນັກງານກວດຄົນເຂົ້າເມືອງ ບໍ່ສົ່ງກັບປະເທດ, ເຊິ່ງໃນໄລຍະທີ່ບໍ່ສົ່ງກັບນີ້ ເຮົາຂໍປ່ອຍໂຕຊົ່ວຄາວໄດ້ ກໍວາງເງິນ 50,000 ບາທ ກໍອອກມາໃຊ້ຊີວິດ ປົກກະຕິຂ້າງນອກ, ໄປຣາຍງານໂຕ ທີ່ສຳນັກງານກວດຄົນເຂົ້າເມືອງ. ສາມ ກໍຄື UN ບອກວ່າ ໂອເຄ ເຂົາຫາປະເທດ ກໍສົ່ງກັບໄປປະເທດທີ 3. ນີ້, ມີສາມທາງ.”
ກ່ອນໜ້ານີ້, ເມື່ອວັນທີ 29 ມົກກະຣາ ທີ່ຜ່ານມາ ທ້າວ ຄູຄຳ ແກ້ວມະນີວົງ ຖືກເຈົ້າໜ້າທີ່ຕຳຣວຈໄທຍ ຄວບຄຸມໂຕ ຢູ່ສະຖານີຕຳຣວຈ ທົ່ງສອງຫ້ອງ ໃນນະຄອນຫຼວງບາງກອກ ໃນຂໍ້ຫາ ວີ່ຊ້າໝົດອາຍຸ.
ປັດຈຸບັນ, ທ້າວ ຄູຄຳ ແກ້ວມະນີວົງ ມີອາຍຸ 38 ປີ ເປັນຊາວລາວ ຈາກແຂວງຈຳປາສັກ ທີ່ເຂົ້າມາເຮັດວຽກ ຢູ່ນະຄອນຫຼວງບາງກອກ ຕັ້ງແຕ່ປີ 2002. ຜ່ານມາ, ລາວໄດ້ຮ່ວມກໍ່ຕັ້ງກຸ່ມ “ລາວເສຣີ” ຫຼື Free Laos ເພື່ອເຄື່ອນໄຫວ ຮຽກຮ້ອງໃຫ້ມີປະຊາທິປະໄຕ ແລະ ໃຫ້ມີການເຄົາລົບສິດທິມະນຸດ ໃນປະເທດລາວ ຢ່າງສັນຕິ ເປັນຕົ້ນວ່າ ເຄີຍຮຽກຮ້ອງໃຫ້ທາງການລາວ ປ່ອຍໂຕຄົນງານລາວ 3 ຄົນ ທີ່ເປັນໝູ່ເພື່ອນ ຂອງລາວ ທີ່ຖືກຈັບໃນຂໍ້ຫາ ໃສ່ຮ້າຍປ້າຍສີ ຣັຖບານລາວ ປະກອບດ້ວຍທ້າວ ສຸການ ໃຈທັດ, ທ້າວ ສົມພອນ ພິມມະສອນ ແລະ ຍານາງ ຫຼອດຄຳ ທຳມະວົງ ແລະ ເຄີຍຮຽກຮ້ອງ ໃຫ້ທາງການລາວ ຊອກຫາທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ຜູ້ດີເດັ່ນ ທີ່ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນ ໃນລາວ. ຫຼ້າສຸດ, ກໍໄດ້ຮຽກຮ້ອງ ໃຫ້ມີການຊອກຫາ ທ່ານ ອ໊ອດ ໄຊຍະວົງ ທີ່ຫາຍສາບສູນ ຢູ່ນະຄອນຫຼວງບາງກອກ ລວມທັງຮຽກຮ້ອງ ໃຫ້ທາງການລາວ ປ່ອຍໂຕຍານາງ ຮ້ວາຍເຮື່ອງ ໄຊຍະບູລີ ຫຼື ໝວຍ.
ກ່ອນໜ້ານີ້, ທ້າວ ຄູຄຳ ແກ້ວມະນີວົງ ເຄີຍໃຫ້ຂໍ້ມູນ ແກ່ວິທຍຸເອເຊັຽເສຣີວ່າ ພາຍຫຼັງທີ່ບັນດາໝູ່ເພື່ອນ ທີ່ເຄີຍຮ່ວມວຽກງານ ເຄື່ອນໄຫວຮຽກຮ້ອງ ໃຫ້ມີປະຊາທິປະໄຕ ແລະ ສິດທິມະນຸດ ໃນປະເທດລາວ ໄດ້ຖືກຈັບ ແລະ ຫາຍສາບສູນໄປ ເຮັດໃຫ້ລາວເອງ ກໍຮູ້ສຶກຢ້ານວ່າ ຈະຖືກຈັບໃນມື້ໃດມື້ນຶ່ງ ຈົນຕ້ອງໃຊ້ຊີວິດ ແບບຫຼົບໆລີ້ໆ ແລະ ປິດບັງໂຕເອງເລື້ອຍໆ ແລະ ບໍ່ໄດ້ອອກມາເຄື່ອນໄຫວໃດໆອີກເລີຍ.