ເຈົ້າໜ້າທີ່ ແຂວງສາຣະວັນ ລະເມີດວິນັຍ, ສໍ້ໂກງ
2022.02.03

ຢູ່ແຂວງສາຣະວັນ ຍັງມີເຈົ້າໜ້າທີ່ ຂແນງການເງິນຈໍານວນນຶ່ງ ລະເມີດວິນັຍ, ສວຍໃຊ້ຕໍາແໜ່ງ ໜ້າທີ່ຫາຜົລປໂຍດສ່ວນຕົວ ເຮັດໃຫ້ການຈັດເກັບພາສີອາກອນ ເຂົ້າງົບປະມານຂອງຣັຖຮົ່ວໄຫລ, ອີງຕາມການຣາຍງານຢູ່ໃນກອງປະຊຸມຂແນງການເງິນແຂວງ ໂດຍມີ ທ່ານ ໂພໄຊ ໄຊຍະສອນ ກັມມະການສູນກາງພັກປະຊາຊົນ ປະຕິວັດລາວ ເຈົ້າແຂວງສາຣະວັນ ແລະທ່ານ ບຸນໂຈມ ອຸບົນປະເສີດ ກັມມະການສູນກາງພັກ, ຣັຖມົນຕຣີກະຊວງການເງິນເຂົ້າຮ່ວມ ໃນມື້ວັນທີ 28 ມົກກະຣາ 2022 ນີ້.
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງສາຣະວັນເວົ້າວ່າ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຂແນງການເງິນບໍ່ມີຄວາມໂປ່ງໃສແທ້ ຍ້ອນວ່າ ແຕ່ໃດມາຈົນຮອດດຽວນີ້ ການເກັບລາຍຮັບບາງຢ່າງ ຈາກປະຊາຊົນ ບໍ່ມີໃບຢັ້ງຢືນເກັບເງິນນໍາໃຫ້ ໂດຍທີ່ບໍ່ຮູ້ວ່າ ເງິນທັງໝົດທີ່ຈ່າຍໄປນັ້ນ ຖືກຖອກເຂົ້າງົບປະມານ ຂອງຣັຖ ຫລືບໍ່, ບໍ່ຣາຍງານໃຫ້ປະຊາຊົນຮູ້.
ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງຄົງເຊໂດນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພານີ້ວ່າ:
“ແມ່ນ ກະຈ່າຍໄປ ຫາກບໍ່ມີບິນຄືວ່າຫັ້ນແຫລະ ແບບວ່າ ບາງເທື່ອກະມັກງ່າຍວ່າຊັ້ນສາ ພຸ້ນບາດມັນຍາກພຸ້ນແລ້ວວ່າອິຫຍັງໆ ກະບໍ່ມີໆ ພັດວ່າຕິດຕາມໄປກະຄືເກົ່າ ຈັກຊິເວົ້າຈັ່ງໃດ ມັນກະ ເພິ່ນເວົ້າມາກະຖືກ ກະແລ້ວໆໄປຫັ້ນແຫລະ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ປະເທດລາວມີລະບອບການປົກຄອງ ດ້ວຍຣະບົບພັກດຽວ ເຮັດໃຫ້ການຕິດຕາມ ກວດກາ ການປະຕິບັດງານຂອງເຈົ້າໜ້າທີ່ ພະນັກງານ ແລະຣັຖກອນ ພັກ-ຣັຖ ທີ່ບໍ່ມີຄວາມໂປ່ງສັຍນັ້ນ ບໍ່ມີປະສິດທິພາບ ເພາະບາງຄັ້ງ ເມື່ອກວດພົບ ຜູ້ສໍ້ຣາດບັງຫລວງແລ້ວ ກໍບໍ່ເຫັນວ່າມີການລົງວິນັຍ ໃສ່ໂທດຕາມລະບຽບກົດໝາຍແຕ່ຢ່າງໃດ.
ແລະປະຊາຊົນອີກຜູ້ນຶ່ງ ຢູ່ແຂວງສາຣະວັນກໍເວົ້າວ່າ ບໍ່ເປັນເຣື່ອງແປກໃຈ ທີ່ການເກັບລາຍຮັບ ຂອງເຈົ້າໜ້າທີ່ຂແນງການເງິນ ແຂວງສາຣະວັນ ຮົ່ວໄຫລ ຈົນກາຍເປັນບັນຫາແພ່ລາມໄປທົ່ວ, ເພາະທີ່ຜ່ານມາເຫັນວ່າ ຊາວບ້ານ ແລະຜູ້ປະກອບການທຸຣະກິຈ ໄດ້ຖືກເກັບພາສີ-ອາກອນຕ່າງໆ ໄປແລ້ວ ແຕ່ບໍ່ໃຫ້ໃບຢັ້ງຢືນ ການຈ່າຍເງິນ, ເຖິງເປັນຄືແນວນັ້ນ ກໍບໍ່ມີຜູ້ໃດອອກມາທັກທ້ວງ ຈັກເທື່ອ, ອີງຕາມຄໍາເວົ້າຂອງປະຊາຊົນ ຜູ້ນຶ່ງຢູ່ເມືອງສາຣະວັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປົກກະຕິເຂົາບໍ່ມີບິນໃຫ້ ເຂົາບໍ່ມີບິນໃຫ້ອີ່ຫລີ ຢູ່ນີ້ນີ້ຍາກ ຄັນວ່າສິໃຫ້ເຂົາຂຽນບິນ ເຈົ້າຕ້ອງບອກເຂົາລາຍລະອຽດຄັກແນ່ ເຂົາຈັ່ງຂຽນໃຫ້.”
ເພື່ອແກ້ໄຂບັນຫາດັ່ງກ່າວ, ເຈົ້າໜ້າທີ່ສະພາປະຊາຊົນ ແຂວງສາຣະວັນເວົ້າວ່າ ໃນແຕ່ລະປີ ມີປະຊາຊົນ ເປັນຈໍານວນຫລວງຫລາຍ ມາຮ້ອງຮຽນໃຫ້ທາງສະພາ ຕິດຕາມກວດກາ ການປະຕິບັດງານ ຂອງພະນັກງານ ພັກ-ຣັຖ ທີ່ສ່ວນໃຫຍ່ກ່ຽວຂ້ອງກັບໂຄງການ ລົງທຶນຂອງຣັຖ ເປັນຕົ້ນໂຄງການກໍ່ສ້າງ ຖນົນຫົນທາງ, ໂຄງການພັທນາຊຸມຊົນ, ໂຄງການຊຸກຍູ້ສົ່ງເສີມກະສິກັມ ໃນຊຸມຊົນຢູ່ເຂດຫ່າງໄກ ທີ່ເຊື່ອກັນວ່າ ງົບປະມານການລົງທຶນນັ້ນ ມັກເກີດການຮົ່ວໄຫລ, ແຕ່ສຸດທ້າຍກໍມິດງຽບໄປ ຫລືເມື່ອກວດພົບແລ້ວ ກໍບໍ່ລົງວິນັຍ ຫລືບໍ່ມີການການດໍາເນີນຄະດີ ຕາມລະບຽບກົດໝາຍ ແຕ່ຢ່າງໃດ.
ດັ່ງເຈົ້າໜ້າທີ່ ສະພາປະຊາຊົນ ແຂວງສາຣະວັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພານີ້ວ່າ:
“ປະຊາຊົນສເນີຮ້ອງທຸກມາຢູ່ ກ່ຽວກັບບັນຫານັ້ນນີ້ ທີ່ວ່າລະເມີດບໍ່ ຫລືວ່າພະນັກງານໄປນັ້ນນີ້ຫັ້ນນ່າ ກະເຫັນຫລາຍຢູ່ ແຕ່ວ່າເພິ່ນກະປະສານກັບພາກສ່ວນກ່ຽວຂ້ອງ ເອີ້ນມາປະຊຸມມາຫຍັງ ແຕ່ກະບໍ່ຮູ້ວ່າຂັ້ນຕອນປະຕິບັດ ເຂົາປະຕິບັດຈັ່ງໃດ ເຂົາລຸລ່ວງກັນຈັ່ງໃດຫັ້ນນ່າ.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ກວດກາພັກ-ຣັຖ ແຂວງສາຣະວັນກໍເວົ້າວ່າ ເປັນເຣື່ອງທີ່ຫຍຸ້ງຍາກທີ່ສຸດ ໃນການຕິດຕາມ ກວດກາເຈົ້າໜ້າທີ່ ຂແນງການເງິນ ທີ່ກ່ຽວຂ້ອງກັບໂຄງການຕ່າງໆ ເພາະບາງໂຄງການ ຫລືບາງໜ້າວຽກ ມີການສໍ້ໂກງແບບເປັນຂະບວນ, ຫາກຈະຕິດຕາມ, ກວດກາ ກໍຕ້ອງໃຊ້ເວລາດົນ ແລະຕ້ອງມີຫລັກຖານຫລາຍສົມຄວນ ຈຶ່ງຈະເອົາຜິດໄດ້.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າມີຄໍາຮ້ອງມາ ເຮົາຈະລົງໄປເບິ່ງໄປກວດສອບໄດ້ ແຕ່ວ່າຕ້ອງມາປຶກສານໍາຄະນະພັກ ຄະນະນໍາກ່ອນ ຖ້າເປັນຈໍານວນເງິນຫລືວ່າ ໄປໃຊ້ທາງທີ່ບໍ່ຖືກ ມັນກະໃຊ້ເວລາຍາກໜ້ອຍນຶ່ງ ໃນການລົງຕິດຕາມຫັ້ນນ່າ.”
ແຕ່ເຖິງຢ່າງໃດກໍຕາມ ໃນປີ 2021 ທີ່ຜ່ານມາ ແຂວງສາຣະວັນ ກໍສາມາດຈັດເກັບລາຍຮັບ ເຂົ້າງົບປະມານຂອງຣັຖໄດ້ທັງໝົດ 200,800,000,000 ກີບ, ຊຶ່ງສ່ວນໃຫຍ່ແມ່ນໄດ້ຈາກ ການເກັບພາສີ-ອາກອນ ແລະລາຍຮັບຈາກຣັຖວິສາຫະກິຈ. ສ່ວນວ່າ ລາຍຈ່າຍທັງໝົດແມ່ນຫລາຍເຖິງ 428,529,000,000 ກີບ.
ແຕ່ຢູ່ໃນກອງປະຊຸມ ທີ່ໄດ້ຈັດຂຶ້ນໃນມື້ວັນທີ 28 ມົກກະຣາທີ່ຜ່ານມານັ້ນ ບໍ່ໄດ້ເປີດ ເຜີຍລາຍຊື່ເຈົ້າໜ້າທີ່ຂແນງການເງິນ ທີ່ລະເມີດລະບຽບວິນັຍໃນສັງຄົມຮູ້.
ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ຜແນກການເງິນ ແຂວງສາຣະວັນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາຣະວັນ ກ່າວຕໍ່ກອງປະຊຸມນັ້ນວ່າ ບັນຫາຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິິນ ແມ່ນບັນຫາທີ່ສະສົມມາຢ່າງຍາວນານ ທີ່ບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນແມ່ນໜີ້ສິນ ສາທາຣະນະ, ບັນຫາການລະເມີດວິນັຍ ແຜນການ-ການເງິນ, ບັນຫາການເກັບລາຍຮັບ ບໍ່ໄດ້ຕາມແຜນ ແລະການເກັບລາຍຮັບຮົ່ວໄຫລ ຍັງເປັນບັນຫາທີ່ເກີດຂຶ້ນຢ່າງແພ່ລາມ ແລະບັນຫາອື່ນໆ ອີກຫລາຍຢ່າງ ທີ່ທ່ານເຫັນວ່າ ໝົດທຸກພາກສ່ວນ ເສຖກິຈ-ສັງຄົມ, ຂແນງການຕ່າງໆ ຕ້ອງຊ່ອຍກັນເອົາໃຈໃສ່ ແກ້ໄຂຢ່າງຮີບດ່ວນ.