ຣັຖບານລາວ ຈະຍົກເລີກ ຣົຖປະຈໍາຕໍາແໜ່ງ ຂອງພະນັກງານ ຂັ້ນກົມລົງມາ

ຈຳປາທອງ
2022.05.19
ຣັຖບານລາວ ຈະຍົກເລີກ ຣົຖປະຈໍາຕໍາແໜ່ງ ຂອງພະນັກງານ ຂັ້ນກົມລົງມາ ການສັນຈອນ ຂອງຊາວບ້ານ ຕາມທ້ອງຖນົນ ໃນຍາມເຊົ້າ ທີ່ຕ້ອງໄດ້ປ້ອງກັນທັງໂຄວິດ-19 ແລະ ປ້ອງກັນຝຸ່ນ (TS), ພຶສຈິກາ 2021.
RFA

ຣັຖບານລາວ ຈະຍົກເລີກຣົຖປະຈໍາຕໍາແໜ່ງ ຂອງພະນັກງານພັກ-ຣັຖ ຂັ້ນກົມລົງມາ ເພື່ອເປັນການປະຢັດ ແລະຈະຫັນໄປໃຊ້ຣົຖໄຟຟ້າ ຊຶ່ງປັດຈຸບັນກໍາລັງຈັດຫາຢູ່.

ດັ່ງເຈົ້າໜ້າທີ່ກົມຊັພສິນ ກະຊວງການເງິນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 19 ພຶສພານີ້ວ່າ:

ຣົຖປະເພດບໍຣິຫານ ເພິ່ນຊໍາຣະສະສາງອອກກະ ໄຜນໍາໃຊ້ແລ້ວເພິ່ນກະ ຢາກນໍາໃຊ້ແລ້ວເພິ່ນກະຊື້ເອົາເລີຍບາງຄົນຫັ້ນເນາະ. ບາດນີ້ເພິ່ນສິໃຊ້ຣົຖໄຟຟ້າໃຫ້ການນໍາ ເພິ່ນປະມູນຊື້ໃຫ້ການນໍາກະຫລາຍ 100 ເຕີບ ແຕ່ວ່າເພິ່ນຍັງຮ່າງເອກສານ ບໍ່ທັນໄດ້ເອົານໍາເຂົ້າມາ.

ທ່ານກ່າວຕື່ມວ່າ ຣົຖໄຟຟ້າ ທີ່ຣັຖບານກໍາລັງຈັດຫາຊື້ນັ້ນ ແມ່ນໄດ້ຕິດຕໍ່ກັບຫລາຍປະເທດແລ້ວ ຮວມທັງຈີນ ຊຶ່ງປັດຈຸບັນ ຈີນກໍໄດ້ເຂົ້າມາວາງລະບົບ ແລະສ້າງບ່ອນຈ່າຍໄຟ (ບ່ອນສາກໄຟ) ໃນລາວ ເພື່ອຮອງຮັບຣົຖໄຟຟ້າ ທີ່ຈະມາໃນອະນາຄົດໄວ້ແລ້ວ.

ຣົຖປະຈໍາຕໍາແໜ່ງ ຂອງພະນັກງານຂັ້ນກົມລົງມານັ້ນ ສ່ວນຫລາຍ ພະນັກງານການ ນໍາຈະຮັບຊື້ໄປໃຊ້ສ່ວນຕົວ ໂດຍທີ່ຣັຖບານ ຈະມີນະໂຍບາຍຫລຸດລາຄາໃຫ້ ຕາມສະພາບຂອງຣົຖ, ສ່ວນທີ່ເຫລືອກໍຈະເອົາໄວ້ເປັນຣົຖຂອງຣັຖຕໍ່ໄປ.

ເຈົ້າໜ້າທີ່ ປະຈໍາສໍານັກງານນາຍົກຣັຖມົນຕຣີ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຫລັງຈາກນີ້ຣັຖບານລາວຈະບໍ່ຊື້ຣົຖປະຈໍາຕໍາແໜ່ງ ທີ່ໃຊ້ນໍ້າມັນເພີ່ມຕື່ມອີກ, ຈະໃຊ້ຣົຖໄຟຟ້າ, ສ່ວນຫ້ອງການໃດ ທີ່ໃຊ້ຣົຖລຸ້ນເກົ່າຢູ່ ກໍໃຫ້ໃຊ້ຕໍ່ໄປ.

ຄືສິບໍ່ມີແລ້ວຕີ໊ ປະມູນຈັດຊື້ໄລຍະນີ້ນ່າ ເພາະວ່ານາຍົກຂຶ້ນມາໃໝ່ນີ້ ເພິ່ນກະຈໍາກັດຫລາຍເດ໋ເນາະ ຣົຖບໍຣິຫານກະບໍ່ຈໍາເປັນກະບໍ່ຊື້ແລ້ວ. ຣົຖຕໍາແໜ່ງແມ່ນຫຍັງກະໃຊ້ອັນນັ້ນ ໃຊ້ໂຕເກົ່າໄປ.

ທ່ານກ່າວຕື່ມວ່າ ເຣື່ອງຣົຖປະຈໍາຕໍາແໜ່ງ ຍັງເປັນບັນຫາຫຍຸ້ງຍາກຫລາຍສົມຄວນ ຍ້ອນວ່າ ຍັງມີຄະນະນໍາພັກ-ຣັຖລະດັບສູງຈໍານວນນຶ່ງ ມີຣົຖປະຈໍາຕໍາແໜ່ງຫລາຍກວ່າ 2 ຄັນ ແລະເອົາໄປໃຫ້ພະນັກງານໃຊ້ ໂດຍບໍ່ຈໍາເປັນ ຊຶ່ງຣັຖບານຈະເອົາຄືນໃຫ້ໝົດ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຈໍານວນນຶ່ງເວົ້າວ່າ ຣັຖບານຕ້ອງຕິດຕາມຢ່າງໃກ້ຊິດ, ເຂັ້ມງວດ ແລະປະຕິບັດນະໂຍບາຍຄືດັ່ງກ່າວ ໃຫ້ເປັນຮູບປະທັມ ເພາະບໍ່ຕ້ອງການເຫັນພະນັກງານພັກ-ຣັຖ ບາງຄົນ ສວຍໃຊ້ຕໍາແໜ່ງ, ໜ້າທີ່ ຂອງຕົນຫາຜົລປໂຍດສ່ວນຕົວ ແລະວ່າ ຣົຖຕໍາແໜ່ງ ເປັນຊັພສິນຂອງຣັຖ ບໍ່ຄວນຈະນໍາໄປໃຊ້ສ່ວນຕົວ ແລະເອົາຂັບມາເຮືອນຂອງຕົນ. ນອກຈກນັ້ນ ກໍຍັງມີພະນັກງານພັກ-ຣັຖບາງຄົນ ມີຣົຖປະຈໍາຕໍາແໜ່ງຫລາຍກວ່າຈໍານວນ ທີ່ດໍາຣັຖຂອງຣັຖບານກໍານົດໄວ້ ອັນໄດ້ເຮັດໃຫ້ຊິ້ນເປືອງງົບປະມານຂອງຣັຖ ໂດຍບໍ່ຈໍາເປັນ.

ດັ່ງປະຊາຊົນລາວຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 19 ພຶສພານີ້ວ່າ:

ທ່ານໃດຍັງນໍາໃຊ້ ບໍ່ປະຕິບັດຕາມດໍາລັດກໍານົດ ຖອນຄືນຊີ້ນ່າ ແລ້ວຈັດສັນໄປຕາມດໍາລັດກໍານົດ ບໍ່ໃຫ້ເອົາເມືອເຮືອນຊີ້ນ່າ ມີຣົຖເກັ໋ງຕໍາແໜ່ງແລ້ວ ະຍັງມີຣົຖຈິບຊີ້ນ່າ.

ແລະຊາວລາວອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນັ້ນວ່າ ຢາກໃຫ້ຣັຖບານຕິດຕາມການໃຊ້ຣົຖຣັຖ ຂອງພະນັກງານພັກ-ຣັຖໃນລະດັບທ້ອງຖິ່ນ ຫລືລະດັບແຂວງ ເພາະເຫັນວ່າ ມີພະນັກງານບາງຄົນສວຍໃຊ້ຕໍາແໜ່ງ, ໜ້າທີ່ຂອງຕົນ ເອົາຣົຖບໍລິຫານຂອງຫ້ອງການ ໄປໃຊ້ວຽກສ່ວນຕົວ.

ບໍ່ມີເສັ້ນມີສາຍ ບໍ່ແມ່ນລູກເຈົ້າຫລານນາຍໄຜສິໄປກ້າເຮັດ. ຫົວໜ້າຜແນກນັ້ນຜແນກນີ້ ມັນຈັ່ງສິໄດ້ຣົຖກະບະປະເພດ ຟໍຈູນເນ໋ ມັນເປັນຈິບເດ໋ເນາະ.

ແລະປະຊາຊົນລາວ ຢູ່ນະຄອນລວງວຽງຈັນ ຜູ້ນຶ່ງກໍເວົ້າວ່າ ຣົຖປະຈໍາຕໍາແໜ່ງ ຖືເປັນສວັດດິການອັນນຶ່ງຂອງຣັຖໃຫ້ພະນັກງານຂັ້ນນໍາ, ແຕ່ພະນັກງານພັກ-ຣັຖບາງຄົນ ໄດ້ຣົຖປະຈໍາຕໍາແໜ່ງແລ້ວບໍ່ແລ້ວ ຍັງມີນໍ້າມັນໃສ່ຣົຖໃຫ້ອີກປະມານ 120-200 ລິດຕໍ່ເດືອນ.

ດັ່ງນັ້ນ ຈຶ່ງເຫັນດີນໍາຣັຖບານ ທີ່ຈະຍົກເລີກຮົຖປະຈໍາຕໍາ ແໜ່ງຂອງພະນັກງານຂັ້ນກົມລົງມາ ຊຶ່ງຈະຊ່ອຍຫລຸດຜ່ອນລາຍຈ່າຍຂອງຣັຖບານລົງ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 19 ພຶສພານີ້ວ່າ.

ອັນເຣື່ອງທີ່ວ່າໃຫ້ສົ່ງຄືນນີ້ ຈະຕ້ອງເດັດຂາດຫັ້ນແຫລ້ວ ນາຍົກນີ້ຄັນຖ້າວ່າເພື່ອປະ. ແທ້ນີ້ ເພາະວ່າອັນນີ້ມັນສິ້ນເປືອງ ຄັນນຶ່ງ 200 ລິດນີ້.

ຣົຖປະຈໍາຕໍາແໜ່ງພະນັກງານ ການນໍາລະດັບສູງ ໄດ້ກໍານົດໄວ້ຢູ່ໃນດໍາຣັຖຂອງຣັຖບານວ່າດ້ວຍ ຣົຖຂອງຣັຖ ລົງວັນທີ 29 ກັນຍາ 2021 ຊຶ່ງໃນນັ້ນ ໝວດທີ 3 ເວົ້າເຖິງຣົຖປະຈໍາຕໍາແໜ່ງ ພະນັກງານລະດັບສູງ. ມາດຕຣາ 11 ເວົ້າເຖິງຕໍາແໜ່ງການ ນໍາລະດັບສູງ, ມາດຕຣາ 12 ເວົ້າເຖິງປະເພດການນໍາລະດັບສູງ ແລະມາດຕຣາ 13 ເວົ້າເຖິງການປະກອບຣົຖປະຈໍາຕໍາແໜ່ງ ແລະນໍ້າມັນ.

ຣັຖບານໄດ້ມອບໃຫ້ກະຊວງ ແລະອົງການທຽບເທົ່າ ຂຶ້ນບັນຊີຣົຖຂອງຣັຖ ເພື່ອຄຸ້ມຄອງ ແລະນໍາໃຊ້ຕາມລະບຽບກົດໝາຍ ເນື່ອງຈາກວ່າ ໃນປັດຈຸບັນ ຍັງບໍ່ມີສະຖິຕິວ່າ ຣົຖຂອງຣັຖໃນທົ່ວປະເທດ ມີຈໍານວນເທົ່າໃດ ແລະພະນັກງານພັກ-ຣັຖຄົນໃດ ນໍາໃຊ້ຣົຖຊນິດໃດໃນປັດຈຸບັນນີ້.

ການທີ່ຣັຖບານລາວ ຈະຍົກເລີກຮົຖປະຈໍາຕໍາແໜ່ງ ຂອງພະນັກງານພັກ-ຣັຖຂັ້ນກົມລົງມານັ້ນ ເປັນນະໂຍບາຍຕ້ານການຟຸມເຟືອຍ ທີ່ທ່ານ ທອງລຸນ ສີສຸລິດ ໄດ້ສເນີຕໍ່ກອງປະຊຸມສະພາແຫ່ງຊາດເມື່ອປີ 2016 ຄາວທີ່ທ່ານເປັນນາຍົກຣັຖມົນຕຣີ ແລະໄດ້ເຣີ່ມປະຕິບັດໃນປີ 2017. ປັດຈຸບັນ ທ່ານເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະທັງເປັນປະທານປະເທດ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.