ຫຼາຍໜ່ວຍງານຣັຖ ຍັງບໍ່ໄດ້ສົ່ງ ຣົຖຣັຖຄືນ ຕາມນະໂຍບາຍ

ຈຳປາທອງ
2022.09.01
ຫຼາຍໜ່ວຍງານຣັຖ ຍັງບໍ່ໄດ້ສົ່ງ ຣົຖຣັຖຄືນ ຕາມນະໂຍບາຍ ຣົຖທີ່ໃຊ້ໃນຕໍາແໜ່ງ ທົ່ວໄປ ຂອງຣັຖບານລາວ ມີທັງ Mercedes-Benz, BMW ແລະ Toyota.
RFA

ຣັຖບານລາວ ຍັງສືບຕໍ່ປະຕິບັດນະໂຍບາຍ ປະຢັດທີ່ໄດ້ກໍານົດອອກ ໂດຍສະເພາະ ການທ້ອນໂຮມພາຫານະ ຮັບໃຊ້ວຽກງານ ຂອງໜ່ວຍງານ ແລະຜູ້ນໍາຂັນສູງພັກ-ຣັຖ ມາລວມສູນ ຢູ່ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ, ແຕ່ກໍເປັນການຍາກ ທີ່ຈະປະຕິບັດໄດ້. ເພື່ອເປັນແບບຢ່າງ ໃຫ້ພາກສ່ວນອື່ນໆ, ເພື່ອຄວາມໂປ່ງໃສ, ມີລະບຽບວິນັຍ ຫ້ອງວ່າການສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ມອບຣົຖ ຣັຖຄືນ 6 ຄັນ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງກະຊວງການເງິນທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກັນຍານີ້.

ທ່ານເວົ້າວ່າ:

ຕອນນີ້ ເພິ່ນກໍາລັງສັງລວມຢູ່, ຍັງບໍ່ທັນແລ້ວ, ຊິໃຊ້ເວລາດົນເຕີບຫັ້ນແຫລະ, ເປັນຣົຖກະບະ, ຣົຖຕູ້, ຣົຖທີ່ມັນອາຍຸຫລາຍແລ້ວ. ແລ້ວຣັຖບໍ່ໃຊ້, ເພິ່ນໃຫ້ສະສາງອອກ ຕາມກົດໝາຍ; ຈໍານວນຣົຖໂຕນີ້ ເຮົາຍັງຢືນຢັນບໍ່ໄດ້ເທື່ອ, ມັນຍັງບໍ່ໄດ້ສໍາເລັດ ຈັກພາກສ່ວນເທື່ອເດ໋.

ທ່ານເວົ້າຕື່ມວ່າ ໃນໄລຍະການຣະບາດ ຂອງໂຄວິດ-19 ເກືອບ 3 ປີທີ່ຜ່ານມາ ການຕິດຕາມ-ກວດກາ ຣົຖຂອງຣັຖ ແລະການສົ່ງມອບຄືນໃຫ້ຣັຖ ທັງໃນນະຄອນຫລວງວຽງຈັນ ແລະແຂວງຕ່າງໆ ແມ່ນບໍ່ສາມາດດໍາເນີນການໄດ້. ເມື່ອວຽກງານຂອງຣັຖບານ ກັບມາເປັນປົກກະຕິ ຈຶ່ງໄດ້ສືບຕໍ່ວຽກງານນີ້ຄືນໃໝ່ ແລະວ່າ ການຕິດຕາມ-ກວດກາຣົຖຣັຖ ແລະການສົ່ງມອບຄືນໃຫ້ຣັຖນັ້ນ ມີຄວາມຫຍຸ້ງຍາກຫລາຍສົມຄວນ ຍ້ອນມີບາງໜ່ວຍງານຣັຖ ບໍ່ໄດ້ເອົາໃຈໃສ່ປະຕິບັດ ໂດຍຕັ້ງໃຈທີ່ຈະບໍ່ສົ່ງຄືນໃຫ້ຣັຖບານ ຫລືບາງໜ່ວຍງານ ກໍອ້າງວ່າຍັງມີຄວາມຈໍາເປັນ ຕ້ອງໃຊ້ຣົຖຣັຖຢູ່ ຈຶ່ງບໍ່ສາມາດສົ່ງມອບໃຫ້ໄດ້ ໃນໄລຍະນີ້.

ກ່ຽວກັບການມອບຣົຖຣັຖຄືນນີ້ ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ຖືເປັນນະໂຍບາຍລະດັບປະເທດ ທີ່ບັນດາຜູ້ນໍາລະດັບສູງ ນັບແຕ່ຂັ້ນສູນກາງ ຫາ ລະດັບແຂວງ ຄວນຈະປະຕິບັດ. ຢາກໃຫ້ຣັຖບານຕິດຕາມ, ກວດກາຣົຖຣັຖເຂັ້ມງວດຂຶ້ນຕື່ມ. ຫາກປະຕິບັດນະໂຍບາຍ ປະຢັດໄດ້ຢ່າງມີປະສິທທິພາບ ກໍຈະຊ່ອຍຫລຸດຜ່ອນ ງົບປະມານຂອງຣັຖໄດ້ ຫລາຍສົມຄວນ ຍ້ອນຜູ້ນໍາບາງຄົນ ມີຣົຖຣັຖໃຊ້ 5 ຄັນກໍມີ.

ຕັ້ງແຕ່ກົມການ ເມືອງ ກັມມະການສູນກາງພັກນີ້ 5 ຄັນພຸ້ນໄດ໋ ບໍ່ແມ່ນ 2 ຄັນໄດ໋. ອັນເຣື່ອງທີ່ວ່າ ຮຽກຮ້ອງໃຫ້ສົ່ງຄືນນີ້ ມັນກະມີ ມີບາງຄອບຄົວ ກະຕ້ອງເດັດຂາດຫັ້ນແຫລ້ວ. ນາຍົກນີ້ ບາດນີ້ 5 ຄັນນີ້ ຄັນລະ 200 ລິດໄດ໋.

ຢູ່ແຂວງຈໍາປາສັກ ປະຊາຊົນຜູ້ນຶ່ງເວົ້າວ່າ ມາຮອດມື້ນີ້ ກໍຍັງສັງເກດເຫັນເຈົ້າໜ້າທີ່ພັກ-ຣັຖບາງຄົນ ທີ່ບໍ່ໄດ້ເປັນຜູ້ນໍາແຂວງ ຫລືຢູ່ໃນຕໍາແໜ່ງບໍຣິຫານ ນໍາເອົາຣົຖຣັຖ ໄປໃຊ້ໃນວຽກງານສ່ວນຕົວ ຊຶ່ງເປັນເຣື່ອງທີ່ເຈົ້າໜ້າທີ່ ພັກ-ຣັຖ ປະຕິບັດກັນມາດົນແລ້ວ ແລະບໍ່ມີພາກສ່ວນໃດ ຄັດຄ້ານໄດ້. ສ່ວນເຣື່ອງການມອບສົ່ງ ຣົຖຣັຖຄືນໃຫ້ຣັຖບານນັ້ນ ກໍໄດ້ຍິນມາຫລາຍປີແລ້ວ, ແຕ່ກໍບໍ່ເຫັນວ່າ ທາງການແຂວງປະຕິບັດຕາມ.

ໂອ໋ຍ! ມັນຫລາຍອັນດອກໂຕນັ້ນ. ມັນເກີດຂຶ້ນບໍ່ມີໃຜສັດຊື່ດອກ. ຮ້ວຍ! ກະຫລາຍຫັ້ນແລ້ວ ບາງຄົນກະ 2 ຄັນ, 3 ຄັນພຸ້ນແລ້ວ. ຣົຖແມ່ນຣົຖຣັຖ ບໍ່ເຫັນເຂົາຊິເຮັດຄືນນ່າ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງວ່າການ ປົກຄອງແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຫລັງຈາກນະໂຍບາຍ ປະຢັດຂອງຣັຖບານ ອອກມາແລ້ວ ບັນດາຜູ້ນໍາລະດັບສູງ ແລະຫົວໜ້າ ຜແນກການຕ່າງໆ ກໍໄດ້ມອບສົ່ງຣົຖຣັຖຄືນໃຫ້ຫລາຍສິບຄັນ, ແຕ່ກໍຍັງມີບາງໜ່ວຍງານຂອງຣັຖ ທີ່ຍັງນໍາໃຊ້ຣົຖຣັຖຫລາຍຄັນຢູ່ ແລະບໍ່ຮູ້ວ່າ ຈະສົ່ງມອບຄືນໃຫ້ເມື່ອໃດ.

ອັນນີ້ເວົ້າສະເພາະ ຣົຖຜູ້ນໍາ, ຫົວໜ້າຜແນກນີ້ເນາະ ກໍແມ່ນຄັນນຶ່ງ. ຄັນສອງກະຊິບໍ່ມີດອກ, ສ່ວນຫລາຍກະຊິມີແຕ່ສະເພາະຄະນະ ປະຈໍາຊື່ໆຫລາຍຄັນນະ.

ໃນໄລຍະຜ່ານມາ ເຈົ້າໜ້າທີ່ພັກ-ຣັຖບາງຄົນ ໄດ້ທັງຣົຖປະຈໍາຕໍາແໜ່ງ, ຣົຖບໍຣິຫານ ແລະຍັງມີນໍ້າມັນໃຫ້ ປະມານ 120-200 ລິດຕໍ່ເດືອນ. ສໍາລັບຣົຖຣັຖປະເພດຫລູຫລາ ໄດ້ມີການປະມູນຂາຍອອກໄປໝົດແລ້ວ. ສ່ວນຣົຖຣັຖປະເພດບໍຣິຫານ ແລະຣົຖເກົ່າ ທີ່ສົ່ງຄືນໃຫ້ຣັຖບານໃນຄັ້ງນີ້ ຈະບໍ່ມີການປະມູນ, ອາຈຂາຍໃຫ້ເຈົ້າໜ້າທີ່ພັກ-ຣັຖ ໃນລາຄາຖືກ.

ດັ່ງເຈົ້າໜ້າທີ່ ສໍານັກງານນາຍົກຣັຖມົນຕຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກັນຍານີ້ວ່າ:

ອັນບໍ່ໄດ້ປະມູນແລ້ວເຈົ້າ. ພໍດີເຮົາຂາຍໝົດແລ້ວຫັ້ນນ່າ. ເຮົາປມູນອອກປະມານ 2020-2021 ແມ່ນຫຍັງເຮົາປະມູນອອກໝົດ. ບໍ່, ບໍ່ມີຮ້ອງຄືນແລ້ວ.

ຣັຖບານລາວ ໄດ້ມອບໃຫ້ກະຊວງ ແລະແຂວງ ໃນທົ່ວປະເທດ ເລັ່ງຕິດຕາມ ແລະຂຶ້ນບັນຊີຣົຖຣັຖ ເພື່ອຄຸ້ມຄອງ ແລະນໍາໃຊ້ ຕາມລະບຽບກົດໝາຍ ເນື່ອງຈາກຍັງບໍ່ມີຣາຍງານວ່າ ຣົຖຣັຖໃນທົ່ວປະເທດ ມີຈໍານວນຈັກຄັນກັນແທ້  ແລະພະນັກງານພັກ-ຣັຖຄົນໃດແດ່ ທີ່ນໍາໃຊ້ຣົຖຣັຖຢູ່ໃນປັດຈຸບັນ.

ອີງຕາມດໍາຣັຖວ່າດ້ວຍຣົຖຂອງຣັຖ ລົງວັນທີ 29 ກັນຍາ 2021, ຣົຖບໍຣິຫານຢູ່ຂັ້ນສູນກາງ ກໍນົດໃຫ້ 5-10 ຄັນຕໍ່ໜ່ວຍງານ, ຂັ້ນແຂວງ 3-7 ຄັນຕໍ່ໜ່ວຍງານ ແລະຂັ້ນເມືອງ 2-5 ຄັນຕໍ່ໜ່ວຍງານ. ສ່ວນຣົຖປະຈໍາຕໍາແໜ່ງ ແຍກເປັນ 4 ປະເພດຄື:

  • ປະເພດທີ 1 ໃຫ້ 2 ຄັນ ຄື ຣົຖເກັ໋ງ, ຣົຖຈິບ ແລະນໍ້າມັນ 200 ລິດຕໍ່ເດືອນ.
  • ປະເພດທີ 2 ໃຫ້ 2 ຄັນ ຄື ຣົຖເກັ໋ງ, ຣົຖຈິບ ແລະນໍ້າມັນ 180 ລິດຕໍ່ເດືອນ.
  • ປະເພດທີ 3 ໃຫ້ 1 ຄັນ ຄື ຣົຖເກ໋ງ ແລະນໍ້າມັນ 150 ລິດຕໍ່ເດືອນ ແລະ
  • ປະເພດທີ 4 ໃຫ້ 1 ຄັນ ຄື ຣົຖເກ໋ງ ແລະນໍ້າມັນ 120 ລິດຕໍ່ເດືອນ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.