ລາວຕັ້ງເປົ້າໝາຽ ກຳຈັດ ເຮັຈໄອວີ/ເອດສ໌ 2025

ໄມ​ຊູ​ລີ ແລະ ໄຊ​ຍາ
2022.02.12
ລາວຕັ້ງເປົ້າໝາຽ ກຳຈັດ ເຮັຈໄອວີ/ເອດສ໌ 2025 ໂຮງໝໍ ທີ່ຮັບປີ່ນປົວ ຄົນປ່ວຍເປັນໂຣຄເຮັສໄອວີແລະເອດສ ຢູ່ ນະຄອນຫລວງວຽງຈັນ
ນັກ​ຂ່າວ ພົ​ລ​ເມືອງ

ເຊື້ອເຮັຈໄອວີ/ເອດສ໌ ຢູ່ໃນລາວ ຍັງຄົງມີການແຜ່ຣະບາດ ຈົນມາເຖິງປັດຈຸບັນ ເຖິງແມ່ນວ່າອົງການສາກົລ ຕ້ານເອດສ໌ ພຍາຍາມຈັດຕັ້ງ ໂຄງການເຂົ້າໄປ ຊ່ອຍເຫຼືອ ແຕ່ວຽກງານນີ້ ຍັງບໍ່ສຳເຣັດແຕ່ຜູ້ຕິດເຊື້ອ ກັບເພີ່ມຂຶ້ນ. ນັບແຕ່ນີ້ ຈົນຮອດປີ 2025 ລາວຕັ້ງເປົ້າໝາຽວ່າ ຈະຍຸຕິ ການແຜ່ຣະບາດເຊື້ອເຮັຈໄອວີ/ເອດສ໌ ແຕ່ການດຳເນີນວຽກງານນີ້ ກໍປະເຊີນ ກັບການຂາດເຂີນ ງົບປະມານ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບເຂົ້າສູ່ ຣາຍການ “ມາຟັງນຳກັນ” ທຸກສັປດາ ພວກເຮົາມາພົບກັນ ມາຕິດຕາມ ປະເດັນ ໃນຮອບສັປດາ ທີ່ຜ່ານມາ. ສຳລັບຫົວຂໍ້ ໃນຣາຍການ ຂອງພວກເຮົາມື້ນີ້ແມ່ນ “2025 ລາວຕັ້ງເປົ້າໝາຽ ຍຸຕິການແຜ່ຣະບາດ ເອັ​ໄອວີ/ເອດສ໌ ທ່າມກາງການຂາດງົບປະມານ.”

ທ່ານຜູ້ຟັງ ທີ່ກຳລັງຕິດຕາມ ຮັບຟັງຣາຍການ ຂອງພວກເຮົາຢູ່ ຕ້ອງການເປັນສ່ວນນຶ່ງ ທີ່ເຂົ້າຮ່ວມກັບຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃສ່ຊ່ອງຄອມເມັ້ນ ທີ່ຣາຍການກຳລັງອອກຣາຍການ ຢູ່ຂະນະນີ້ ພ້ອມທັງ ລະບຸຫົວຂໍ້ເຣື່ອງ ທີ່ຕ້ອງການສເນີແລ້ວ ພວກເຮົາ ຈະໂທສັມພາດ ເພື່ອເອົາມາອອກ ຣາຍການ ເພື່ອຊອກຫາທາງອອກ ຊ່ອຍກັນ.

ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ຂໍນຳທ່ານ ເຂົ້າສູ່​ຣາຍການ ທີ່ມີການເຈາະປະເດັນຮອບດ້ານ ແລະ ທ່ານຜູ້ຟັງ ມີສ່ວນຮ່ວມ ກັບພວກເຮົາ. ສັປດານີ້ ມາເວົ້າເຖິງ ໂຣກຣະບາດ ທີ່ຢູ່ກັບຄົນລາວ ມາເປັນຫຼາຍປີ. ແຕ່ກໍເບິ່ງ ຄືວ່າ ໃນສັງຄົມລາວ ຍັງບໍ່ໄດ້ເຂົ້າໃຈ ເຣື່ອງນີ້ ເລິກເຊິ່ງ ປານໃດ. ຜ່ານມາ ໂຕເລຂ ຜູ້ຕິດເຊື້ອ ຍັງເພີ່ມຂຶ້ນ ພ້ອມທັງ ມີຜູ້ເສັຽຊີວິດ ເພີ່ມຂຶ້ນ. ປັດຈຸບັນ ຫຼາຍໜ່ວຍງານ ກໍພຍາຍາມ ໂຄສະນາປະຊາສັມພັນ ເພື່ອໃຫ້ປະຊາຊົນ ປອດພັຍ ແຕ່ກໍຍັງບໍ່ໄດ້ຮັບ ຜົລສຳເຣັດ. ຍັງມີຜູ້ຕິດເຊື້ອເພີ່ມ ແລະ ຜູ້ເສັຽຊີວິດເພີ່ມ.

ສຳລັບມື້ນີ້ ພວກເຮົາ ກໍໄດ້ຮັບຂໍ້ມູນ ຈາກຂແນງການ ທີ່ເຮັດວຽກ ກ່ຽວກັບ ການຕ້ານເຊື້ອເອັ​ຈໄອວີ/ເອດສ໌ ເພື່ອມານຳສເນີເຖິງ ສະຖານະການ ປັດຈຸບັນວ່າ ປະເທຕລາວ ເຊື້ອເຮັຈໄອວີ/ເອດສ໌ ຍັງເປັນພັຍມືດ ທີ່ຂົ່ມຂູ່ຊີວິດ ຂອງຄົນລາວ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.