ເຣື້ອງທີ່ເກັບບັນທຶກໄວ້
2022-11-29
ມວນຊົນລາວ ຢາກໃຫ້ຣັຖບານ ແກ້ໄຂຫລາຍບັນຫາ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຈະມາເຖິງນີ້ ໂດຍສະເພາະ ບັນຫາເສຖກິຈ, ການສໍ້ຣາສ ບັງຫລວງ, ເງິນກີບເຟີ້, ທີ່ດິນທໍາກິນ, ຄ່າຄອງຊີພຝືດເຄືອງ, ໜີ້ສິນສາທາຣະນຸມະຫາສານ ແລະບັນຫາ ຢາເສບຕິດ ທີ່ແພ່ຫລາຍ.
2022-11-29
ເພື່ອຄວາມສງົບ ແລະປອດພັຍ, ແຂວງຄໍາມ່ວນ ຂອງລາວ ແລະແຂວງກວາງບິ່ງ ຂອງວຽດນາມ ປຶກສາຫາລືກັນ ເພື່ອແກ້ໄຂ ບັນຫາ ການເຂົ້າປະເທດ, ການປະກອບທຸຣະກິຈ ຜິດກົດໝາຍ, ການແຕ່ງດອງ ບໍ່ໄດ້ຮັບອະນຸຍາດ ຢູ່ຕາມຊາຍແດນ.
2022-11-28
ກອງບັນຫາຊາການ ທະຫານນະຄອນຫລວງວຽງຈັນ ຮ່ວມກັບ ກອງກຳລັງສຸຣະສັກ ມົນຕຣີ ພາກຕາເວັນອອກສຽງເໜືອ (ພາກອີສານ) ຂອງປະເທດໄທຍ ໄດ້ອອກລາດຕະເວນຮ່ວມກັນ ຕາມແລວແມ່ນໍ້າຂອງ ຄັ້ງທີ 2 ໃນວັນທີ 25 ພຶສຈິກາ 2022 ຜ່ານມາເພື່ອປ້ອງກັນ ການລັກລອບຂົນສົ່ງ ສິ່ງຜິດກົດໝາຽ.
2022-11-22
ປະທານປະເທດ ແຫ່ງ ສປປ ລາວ ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ພັກ-ຣັຖ ທຸກຂັ້ນ ປາບປາມ ການສໍ້ຣາສ ບັງຫຼວງ ທີ່ແພ່ຫຼາຍ ຊຶ່ງບໍ່ສາມາດປາບປາມ ລາຍໃຫຍ່ໄດ້ ຍ້ອນມີພັກຈຸ້ມເຈື້ອເກົ່າ ຜູກຂາດອໍານາດ, ກວດສອບກັນບໍ່ໄດ້, ຂະນະທີ່ປະຊາຊົນ ເຫັນວ່າ ຄຳເວົ້າຂອງ ປະທານປະເທດ ພຽງເວົ້າໃຫ້ ປະຊາຊົນດີໃຈເທົ່ານັ້ນ.
2022-11-21
ຍາຕິພີ່ນ້ອງ ຂອງ ຂອງຍານາງ ວິພາພອນ ກອນສິນ ໄດ້ຈັດພິທີ ຊາປະນະກິຈ ໃຫ້ ຍານາງ ວິພາພອນ ກອນສິນ ຢູ່ທີ່ວັພພຣະທາຕພະນົມ ວໍຣະມະຫາວິຫາຣ ທີ່ຖືກຄາຕກັມ ໃນຂະນະທີ່ການສືບສວນ-ສອບສວນ ຄະດີຍັງບໍ່ມີຄວາມຄືບໜ້າເທື່ອ.
2022-11-18
ໃນລະຫວ່າງວັນທີ 16 ຫາ 18 ພຶສຈິກາ ນີ້ ລາວ, ໄທຍ ແລະພະມ້າ ໄດ້ຈັດກອງປະຊຸມ ຮ່ວມມືວຽກງານອັຍການ ໃນຂົງເຂດສາມຫຼ່ຽມຄໍາ ລາວ, ໄທຍ ແລະພະມ້າ ຄັ້ງທີ 2 ເພື່ອຕ້ານ ແລະ ສະກັດກັ້ນອາຊຍາກັມ ຢາເສບຕິດ ແລະ ຮ່ວມກັນ ຊອກຫາວິທີຮັບມື ແລະ ປາບປາມອາຊຍາກັມ ຂ້າມຊາດ.
2022-11-15
ອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທຍ ຈັດງານລຳລຶກ ເຖິງຄຸນງາມຄວາມດີ ຂອງທ່ານ ສົມບັດ ສົມພອນ ໃນໂອກາດ ໃກ້ຈະຄົບຮອບ 10 ປີ ທີ່ທ່ານ ຖືກລັກພາໂຕ ຊຶ່ງທີ່ຜ່ານມາ ຫຼາຍພາກສ່ວນ ໄດ້ຮຽກຮ້ອງໃຫ້ ທາງການລາວ ຕິດຕາມແລະຣາຍງານ ຄວາມຄືບໜ້າ ແຕ່ທາງການລາວ ໃຊ້ວິທີມິດງຽບ.
2022-11-14
ຄຣູສອນສາສນາ ຄຣິສຕຽນລາວ ຢູ່ແຂວງຄໍາມ່ວນ ຖືກຄາຕກັມ ຢ່າງໂຫດຫ້ຽມ, ສາເຫດຍັງ ຢູ່ລະຫວ່າງການສືບສວນ ສອບສວນ ແຕ່ຊາວບ້ານ ເຊື່ອວ່າເປັນຍ້ອນການເຄື່ອນໄຫວ ທາງດ້ານສາສນາ ຊຶ່ງທີ່ຜ່ານມາ ທ່ານເອງ ກໍຖືກຈັບ ຍ້ອນສາເຫດ ການປະກອບພິທີກັມ ທາງສາສນາຄຣິສຕຽນ.
2022-11-08
ຊາວລາວຫຼາຍຄົນ ຢາກໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ ຍົກເລີກການເກັບຄ່າ ຄຸ້ມຄອງກັບຄົນລາວ ທີ່ໄປເຮັດວຽກຢູ່ຕ່າງເມືອງ, ຕ່າງແຂວງ; ຕົວຢ່າງ ຄົນລາວ ຢູ່ແຂວງຄຳມ່ວນ ໄປເຮັດວຽກ ຢູ່ນະຄອນຫຼວງວຽງຈັນ ກໍຕ້ອງຈ່າຍຄຸ້ມຄອງ ໃຫ້ແກ່ອຳນາດການປົກຄອງ ບ້ານຜູ້ລະ 10,000 ກີບ ຫຼື 20,000 ຕໍ່ເດືອນ.
2022-11-01
ໂຕແທນ ຣັຖບານລາວ ແລະ ຣັຖບານຈີນ ຈັດງານສັມມະນາ ເຜີຍແຜ່ເນື້ອໃນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກຄອມມູນິສຕ໌ຈີນ ໃນຂະນະທີ່ ຫລາຍພາກສ່ວນ ເຫັນວ່າເປັນເຣຶ່ອງປົກກະຕິ ແຕ່ປະຊາຊົນ ຈຳນວນນຶ່ງຄິດວ່າ ເປັນການຂຍາຍ ອິດທິພົລ ທາງການເມືອງ.